ຍັງມີເຈົ້າໜ້າທີ່ສານ, ຜູ້ພິພາກສາ ລະເມີດກົດໝາຍ, ຂາດຈັນຍາທັມ

ສຸພັດຕາ
2022.12.30
ຍັງມີເຈົ້າໜ້າທີ່ສານ, ຜູ້ພິພາກສາ ລະເມີດກົດໝາຍ, ຂາດຈັນຍາທັມ ຍານາງ ວຽງທອງ ສີພັນດອນ, ປະທານສານປະຊາຊົນສູງສຸດ, ນະຄອນຫຼວງວຽງຈັນ, ວັນທີ 26 ທັນວາ 2022.
ຮູບພາບໂດຍ: ຂ່າວຜູ້ແທນປະຊາຊົນ

ໃນກອງປະຊຸມ ສະພາແຫ່ງຊາຕ ສໄມສາມັນເທື່ອທີ 4 ຂອງສະພາແຫ່ງຊາຕ ຊຸດທີ 9 ເມື່ອວັນທີ 26 ທັນວາ ທີ່ຜ່ານມານີ້ ຍານາງ ວຽງທອງ ສີພັນດອນ ປະທານສານປະຊາຊົນສູງສຸດ ໄດ້ຣາຍງານໃນຕອນນຶ່ງວ່າ ຍັງມີການພົບເຫັນ ຜູ້ພິພາກສາ ແລະເຈົ້າໜ້າທີ່ສານຈໍານວນນຶ່ງ ທີ່ມີການລະເມີດຈັນຍາທັມ ແລະປະພຶດໂຕບໍ່ເປັນທີ່ເຄົາຣົບ ແລະໜ້າເຊື່ອຖື ຂອງປະຊາຊົນ ເປັນບັນຫານຶ່ງທີ່ຍັງເປັນຂໍ້ຄົງຄ້າງ ທີ່ສານປະຊາຊົນສູງສຸດ ຍັງຈະຕ້ອງໄດ້ແກ້ໄຂຕໍ່ໄປ.

ດັ່ງຍານາງ ວຽງທອງ ກ່າວໃນຕອນນຶ່ງວ່າ:

“ຜູ້ພິພາກສາ ແລະພະນັກງານສານຈໍານວນນຶ່ງ ຍັງມີປະກົດການລະເມີດຈັນຍາບັນ-ຈັນຍາທັມ ປະພຶດ-ກະທໍາບໍ່ຕ້ອງຕ້ອງ ບໍ່ເປັນທີ່ເຄົາລົບເຊື່ອຖື ມີການຮ້ອງທຸກຈົ່ມເວົ້າຂອງສັງຄົມ ຖືເບົາບໍ່ເອົາໃຈໃສ່ຄົ້ນຄວ້າ ກໍາແໜ້ນມະຕິຄໍາສັ່ງຂອງພັກ ກົດໝາຍຂອງຣັຖ ແລະພຶຕິກັມຂອງສັງຄົມ.”

ໃນໂອກາດດຽວກັນນີ້ ທ່ານ ຄໍາແພງ ວິລະພັນ ປະທານກັມມາທິການຍຸຕິທັມ ຕາງໜ້າຄະນະປະຈໍາສະພາແຫ່ງຊາຕ ກໍເນັ້ນໃຫ້ສານປະຊາຊົນສູງສຸດ ເອົາໃຈໃສ່ 4 ບັນຫາສໍາຄັນ ນຶ່ງໃນນັ້ນ ແມ່ນການຕັດສິນໃນບາງຄະດີ ຂອງສານ ຍັງບໍ່ທັນຖືກຕ້ອງຕາມກົດໝາຍ ແລະຍັງຕັດສິນຄະດີ ແບບບໍ່ຕຣົງກັບຄວາມເປັນຈິງ.

ດັ່ງທ່ານກ່າວວ່າ:

“ການປະຕິບັດສິດໜ້າທີ່ ຂອງສານປະຊາຊົນຂັ້ນລົບລ້າງ ພິພາກສາຄະດີ ທາງດ້ານກົດໝາຍ ຍັງມີບາງກໍຣະນີ ບໍ່ທັນຮັບປະກັນ ຄວາມຖືກຕ້ອງຕາມກົດໝາຍ ແລະຄວາມເປັນຈິງ ການຕິດຕາມກວດກາ ຄໍາຕັດສິນຂອງສານຂັ້ນຕົ້ນ ແລະການພິພາກສາຄະດີຂອງສານອຸທອນ ຍັງທັນເຂັ້ມງວດ ເປັນຊ່ອງວ່າງເຮັດໃຫ້ຄູ່ຄວາມ ມີການສເນີຂໍຮື້ຟື້ນແລະຂໍຮ້ອງ ຂໍຄວາມເປັນທັມໄປຍັງສະພາດແຫ່ງຊາຕ.”

ໃນຂະນະທີ່ ຊາວລາວຈໍານວນນຶ່ງ ກໍເຫັນວ່າ ເຈົ້າໜ້າທີ່ສານຈໍານວນນຶ່ງ ຍັງມີການປະຕິບັດ ແລະຕັດສິນຄະດີແບບລໍາອຽງຢູ່ ໂດຍສະເພາະ ແມ່ນຢູ່ຂ້າງຜູ້ທີ່ມີຖານະລໍ່າລວຍ ຈຶ່ງເຮັດໃຫ້ຊາວບ້ານທົ່ວໄປຮູ້ສຶກວ່າ ບໍ່ສາມາດເພິ່ງອໍານາດສານໄດ້ ຈຶ່ງຢາກໃຫ້ມີການແກ້ໄຂເຣື່ອງນີ້ຢ່າງຈິງຈັງ.

ດັ່ງຊາວລາວທ່ານນຶ່ງ ກ່າວຕໍ່ວິທຍຸ ເອເຊັຽເສຣີ ໃນວັນທີ 29 ທັນວາ ນີ້ວ່າ:

“ໂອ້ ມີແທ້ ມີໂອ້ ແບບວ່າເຂົາເຈົ້າ ສ່ວນຫຼາຍຢາກໄປນອກກົດໝາຍ ອຽງຂ້າງຜູ້ທີ່ມີເງິນ ຈະເອົາແຕ່ຜູ້ມີເງິນເນາະ ແລ້ວຜູ້ທີ່ບໍ່ມີເງິນ ມັນໄປຕາມກົດໝາຍ ຜູ້ມີເງິນຫັ້ນ ໄປນອກກົດໝາຍຫັ້ນນ່າ ຢາກໃຫ້ທາງຂັ້ນເທິງເພິ່ນຊີ້ເນາະ ເອີ້ນສານແຕ່ລະບ່ອນຫັ້ນໄປປະຊຸມ.”

ໃນຂະນະດຽວກັນ ຊາວລາວອີກທ່ານນຶ່ງ ກໍເຫັນວ່າ ເຈົ້າໜ້າທີ່ສານບາງຄົນ ມັກຢູ່ຂ້າງຜູ້ທີ່ ມີຖານະລໍ່າລວຍແທ້ ແລະຜູ້ທີ່ມີຖານະລໍ່າລວຍ ກໍໃຊ້ເງິນເປັນສິນບົນ ແກ່ເຈົ້າໜ້າທີ່ບາງຄົນໄດ້ເຊັ່ນກັນ ແລະທ່ານເອງກໍເຫັນວ່າ ເປັນບັນຫາທີ່ແກ້ໄຂໄດ້ຍາກທີ່ສຸດ ແລະຍັງຈະສືບຕໍ່ມີປະກົດການດັ່ງກ່າວຢູ່ເລື້ອຍໆ.

ດັ່ງທ່ານກ່າວວ່າ:

“ແມ່ນແຫຼະ ຖືວ່າຊື້ອໍານາດກັນໄດ້ຊູ່ມື້ນີ້ ຄັນຕາມຄວາມຈິງເຮັດຍາກຊິໄດ້ ພັກ-ຣັຖ ພັກດຽວເດ້ ຢູ່ລາວເຮົາ ຜູ້ໃດຂຶ້ນມາເປັນ ກະຄືເກົ່າຫັ້ນແຫຼະ.”

ທາງດ້ານຜູ້ທີ່ມີຄວາມຮູ້ ກ່ຽວກັບລະບົບສານປະຊາຊົນ ທ່ານນຶ່ງກ່າວວ່າ ພາຍຫຼັງທີ່ປະທານສານປະຊາຊົນສູງສຸດ ໄດ້ຣາຍງານບັນຫາດັ່ງກ່າວແລ້ວນັ້ນ ທ່ານກໍເຊື່ອວ່າ ພາກສ່ວນທີ່ກ່ຽວຂ້ອງ ຈະມີການກວດສອບຄືນ ແລະຄັນພົບວ່າເຈົ້າໜ້າທີ່ສານ ຫຼືຜູ້ພິພາກສາຄົນໃດ ປະຕິບັດໜ້າທີ່ບໍ່ຖືກຕ້ອງ ກໍຈະຖືກລົງໂທດ ຕາມລະດັບຄວາມຮຸນແຮງຂອງການກະທໍາ ມີຕັ້ງແຕ່ ຖືກໂຍກຍ້າຍໜ້າທີ່ ແລະຖືກປົດອອກຈາກຕໍາແໜ່ງ ພ້ອມທັງໄລ່ອອກຈາກການເປັນພະນັກງານຣັຖ.

ດັ່ງທ່ານກ່າວວ່າ:

“ຖ້າວ່າພົບຜູ້ພິພາກສານຄະດີຫັ້ນ ໄດ້ມີການກະທໍາທີ່ບໍ່ຖືກຕ້ອງຫັ້ນນ່າ ກໍຈະມີມາຕການແກ້ໄຂ ຖ້າບໍ່ຮຸນແຮງເນາະ ເຂົາຈະຍ້າຍໜ້າທີ່ຕໍາແໜ່ງ ກໍຣະນີສ້າງຄວາມເສັຍຫາຍ ຫຼືວ່າ ມີການກະທໍາຜິດທີ່ຮ້າຍແຮງ ເຂົາຈະມີການປົດຕໍາແໜ່ງ ຫຼືວ່າ ປົດອອກຈາກການເປັນພະນັກງານ ຫຼືວ່າ ເປັນຜູ້ພິພາກສາຫັ້ນ.”

ຫຼ້າສຸດ ໃນກອງປະຊຸມສະພາແຫ່ງຊາຕລາວ ສໄມສາມັນເທື່ອທີ 4 ຂອງສະພາແຫ່ງຊາຕ ຊຸດທີ 9 ໃນວັນທີ 27 ທັນວາ ທີ່ຜ່ານມານີ້ ທ່ານ ພັນໂທ ເນັ່ງສີດາ ເບຼຍລືມົວ ສະມາຊິກສະພາແຫ່ງຊາຕ ເຂດເລືອກຕັ້ງທີ 5 ແຂວງບໍ່ແກ້ວ ກໍໄດ້ສເນີໃຫ້ສານປະຊາຊົນສູງສຸດ ແລະອົງການອັຍການປະຊາຊົນສູງສຸດ ກວດກາຄືນກ່ຽວກັບການແກ້ໄຂຄະດີ ຂອງຜູ້ມີເງື່ອນໄຂທາງເສຖກິຈ ແລະຜູ້ບໍ່ມີເງື່ອນໄຂທາງເສຖກິຈ ເປັນຕົ້ນ ຜູ້ທີ່ມີເງື່ອນໄຂເສຖກິຈດີ ກໍມັກໄດ້ຮັບການດໍາເນີນຄະດີຢ່າງງ່າຍແລະໄວ ສ່ວນຜູ້ທີ່ບໍ່ມີເງື່ອນໄຂທາງເສຖກິຈ ກໍມັກໄດ້ຮັບການແກ້ໄຂຄະດີແບບຫຼ້າຊ້າ ແລະມີຄວາມຫຍຸ້ງຍາກ ເຊິ່ງເກີດຂຶ້ນ ຍ້ອນມີເຣື່ອງຜົນປໂຍດເຂົ້າມາພົວພັນ.

ນອກຈາກນີ້ແລ້ວ ສະມາຊິກສະພາແຫ່ງຊາຕ ທ່ານອື່ນໆ ກໍໄດ້ປະກອບຄໍາເຫັນ ກ່ຽວກັບການປັບປຸງ ແລະແກ້ໄຂລະບົບສານປະຊາຊົນ ເປັນຕົ້ນ ທ່ານ ພົນຕຣີ ສາຍໃຈ ກົມມະສິດ ສະມາຊິກສະພາແຫ່ງຊາຕ ເຂດເລືອກຕັ້ງທີ 15 ແຂວງຈໍາປາສັກ ໄດ້ສເນີໃຫ້ພາກສ່ວນທີ່ກ່ຽວຂ້ອງ ຂອງສານປະຊາຊົນສູງສຸດ ກວດກາເບິ່ງຄືນ ກ່ຽວກັບໂຕເລຂເງິນສົດ ທີ່ສານຕັດສິນຍຶດຊັບຂອງຜູ້ກ່າວຫາໄປແລ້ວ ເຊິ່ງໃນໄລຍະທີ່ຜ່ານມາເຫັນວ່າ ໂຕເລຂການຍຶດຊັບ ຍັງບໍ່ຕຣົງກັບຄວາມເປັນຈິງ ຮວມເຖິງການກວດກາກ່ຽວກັບບາງໂຕເລຂ ຂອງການແກ້ໄຂຄະດີອາຍາຢູ່ສານຂັ້ນຕົ້ນ ເຫັນວ່າ ຍັງບໍ່ທັນສອດຄ່ອງຕາມຄວາມເປັນຈິງ ເທົ່າທີ່ຄວນ

ບັນຫາຜູ້ພິພາກສາ ແລະເຈົ້າໜ້າທີ່ສານຈໍານວນນຶ່ງ ທີ່ລະເມີດຍາທັມ ແລະປະພຶດໂຕບໍ່ເປັນທີ່ເຄົາລົບເຊື່ອຖື ຂອງປະຊາຊົນ ແມ່ນມີມາແຕ່ດົນແລ້ວ ຄືໂຕຢ່າງ ໃນປີ 2019 ທີ່ວິທຍຸເອເຊັຽເຮົາ ກໍຣາຍງານວ່າ ປະຊາຊົນລາວ ຍັງບໍ່ເຊື່ອໝັ້ນນໍາການປະຕິບັດໜ້າທີ່ ຂອງພະນັກງານອັຍການ ແລະຄໍາຕັດສິນຂອງສານ ຍ້ອນເຫັນວ່າ ພະນັກງານອັຍການ ແລະ ພະນັກງານສານບາງຄົນ ບໍ່ມີຄວາມໂປ່ງໃສ, ເຫັນແກ່ແຕ່ເງິນ ບໍ່ເປັນແບບຢ່າງທີ່ດີ, ຕາມຄໍາເວົ້າຂອງ ຊາວນະຄອນຫຼວງວຽງຈັນ ທ່ານນຶ່ງຕໍ່ວິທຍຸເອເຊັຽເສຣີ ເມື່ອວັນທີ 12 ມິຖຸນາ ປີ 2019.

"ສ່ວນຫຼາຍແມ່ນພວກເຫັນແກ່ເງິນ ເຫັນເງິນຕາດໍາ ເຫັນຄໍາຕາເສົ້າໝົດນະ ຂ້ອຍເບິ່ງແລ້ວນະ ເຊັນໜັງສື ກໍໄດ້ເສັຽເງິນໝົດ ເວົ້າໄດ້ວ່າເອົາ ດຽວນີ້ຫັ້ນນະ."

ທ່ານ ສົມໄຊ ສີຫາຈັກ ສະມາຊິກສະພາແຫ່ງຊາຕ ເຂດເລືອກຕັ້ງທີ 15 ແຂວງຈໍາປາສັກ ສເນີຕໍ່ກອງປະຊຸມ ເທື່ອທີ 6 ຂອງ ສະພາແຫ່ງຊາຕ ຊຸດທີ 8 ໃນມື້ວັນທີ 10 ມິຖຸນາ 2019 ນີ້ໃຫ້ກະຊວງຍຸຕິທັມ ເອົາໃຈໃສ່ນໍາການຕັດສິນຂອງສານຂັ້ນແຂວງ ຍ້ອນວ່າ ມີພະນັກງານສານບາງຄົນ ຂາດຈັນຍາທັມ ໃນການປະຕິບັດໜ້າທີ່, ຮຽກຮ້ອງຜົນປໂຍດ ຈາກ ຄູ່ຄວາມ ເພື່ອໃຫ້ຊະນະຄະດີ.

"ໂດຍສະເພາະ ອັນທີນຶ່ງນີ໋ ກ່ຽວກັບຈັນຍາບັນ ຈັນຍາທັມຂອງພະນັກງານ ຈັດຕັ້ງປະຕິບັດ ຄໍາຕັດສິນນີ້ ຖືວ່າຈໍານວນນຶ່ງເນາະ ຈໍານວນນຶ່ງ ບໍ່ແມ່ນທັງໝົດ ກໍຖືວ່າຍັງບໍ່ທັນໜັກແໜ້ນ ຮຽກຮ້ອງຜົລປໂຍດ ຈາກຄູ່ຄວາມເນາະ."

ພ້ອມກັນນັ້ນ ທ່ານເວົ້າວ່າ ເຈົ້າໜ້າທີ່ ອັຍການບາງຄົນ ກໍຮຽກເອົາເງິນນໍາຄູ່ຄວາມ ໂດຍທີ່ບໍ່ຮັກສາຈັນຍາທັມຂອງຕົນ ເຮັດໃຫ້ບາງຄະດີແກ່ຍາວ ກໍຣະນີ ຄະດີທີ່ພົວພັນກັບຜູ້ມີອໍານາດ ໃນແຂວງ.

ຢ່າງໃດກໍຕາມ ທ່ານ ໄຊສີ ສັນຕິວົງ ຣັຖມົນຕຣີກະຊວງຍຸຕິທັມ ກໍໄດ້ເວົ້າໃນກອງປະຊຸມສ ະພາແຫ່ງຊາຕ ທີ່ກໍາລັງດໍາເນີນໄປຢູ່ໃນເວລານັ້ນວ່າ ທາງກະຊວງຍຸຕິທັມ ກໍພຍາຍາມເອົາໃຈໃສ່ໃນບັນຫາດັ່ງກ່າວນີ້ ໂດຍການລົງກວດກາຄຸ້ມຄອງ ແລະແກ້ໄຂເພື່ອບໍ່ໃຫ້ ພະນັກງານ-ຣັຖກອນສານ ປະລະຈັນຍາທັມຂອງຕົນ. ຫາກກວດພົບວ່າ ກະທໍາຜິດ ກໍຈະລົງໂທດຕາມລະບຽບ ແຕ່ຜ່ານມາກໍບໍ່ພົບວ່າ ມີພະນັກງານຣັຖກອນ ກະທໍາຄວາມຜິດແຕ່ຢ່າງໃດ.

ບັນຫາຜູ້ພິພາກສາ ແລະເຈົ້າໜ້າທີ່ສານຈໍານວນນຶ່ງ ທີ່ລະເມີດຈັນຍາທັມ ແລະປະພຶດໂຕບໍ່ເປັນທີ່ເຄົາລົບເຊື່ອຖືຂອງປະຊາຊົນ ເປັນບັນຫາຊໍ້າເຮື້ອ ມາແຕ່ດົນແລ້ວ ຈົນຮອດປັດຈຸບັນ ກໍຍັງແກ້ໄຂບໍ່ໄດ້ ເຊິ່ງເມື່ອວັນທີ 26 ທັນວາ 2022 ທີ່ຜ່ານມານີ້ ຍານາງ ວຽງທອງ ສີພັນດອນ ປະທານສານປະຊາຊົນສູງສຸດ ກໍໄດ້ຣາຍງານໃນກອງປະຊຸມ ສະພາແຫ່ງຊາຕລາວ ສໄມສາມັນເທື່ອທີ 4 ຂອງສະພາແຫ່ງຊາຕ ຊຸດທີ 9 ວ່າ ບັນຫາດັ່ງກ່າວນີ້ ຍັງເປັນຂໍ້ຄົງຄ້າງ ທີ່ສານປະຊາຊົນສູງສຸດ ຍັງຈະຕ້ອງໄດ້ແກ້ໄຂຕໍ່ໄປ. ສະບາຍດີ

ອອກຄວາມເຫັນ

ອອກຄວາມ​ເຫັນຂອງ​ທ່ານ​ດ້ວຍ​ການ​ເຕີມ​ຂໍ້​ມູນ​ໃສ່​ໃນ​ຟອມຣ໌ຢູ່​ດ້ານ​ລຸ່ມ​ນີ້. ວາມ​ເຫັນ​ທັງໝົດ ຕ້ອງ​ໄດ້​ຖືກ ​ອະນຸມັດ ຈາກຜູ້ ກວດກາ ເພື່ອຄວາມ​ເໝາະສົມ​ ຈຶ່ງ​ນໍາ​ມາ​ອອກ​ໄດ້ ທັງ​ໃຫ້ສອດຄ່ອງ ກັບ ເງື່ອນໄຂ ການນຳໃຊ້ ຂອງ ​ວິທຍຸ​ເອ​ເຊັຍ​ເສຣີ. ຄວາມ​ເຫັນ​ທັງໝົດ ຈະ​ບໍ່ປາກົດອອກ ໃຫ້​ເຫັນ​ພ້ອມ​ບາດ​ໂລດ. ວິທຍຸ​ເອ​ເຊັຍ​ເສຣີ ບໍ່ມີສ່ວນຮູ້ເຫັນ ຫຼືຮັບຜິດຊອບ ​​ໃນ​​ຂໍ້​ມູນ​ເນື້ອ​ຄວາມ ທີ່ນໍາມາອອກ.