ສະຫະຣັຖ ຈະຊ່ອຍເຫຼືອລາວ ຝຶກສອນ ຄຣູພາສາອັງກິດ
2022.12.30

ສະຖານທູຕ ສະຫະຣັຖອາເມຣິກາ ປະຈຳລາວ ຈະນໍາເອົາຄຣູສອນ ພາສາອັງກິດ ມາຊ່ອຍຝຶກອົບຮົມ ພາສາອັງກິດ ໃຫ້ຄຣູ ໃນປະເທດລາວ ໃນສົກການສຶກສາ ປີ 2022-2023. ໃນຂະນະທີ່ ນັກສຶກສາບາງຄົນກໍເຫັນວ່າ ພາສາອັງກິດ ຍັງມີຄວາມສຳຄັນຫຼາຍ ກວ່າພາສາອື່ນ ໃນປັດຈຸບັນ.
ນັກສຶກສາ ພາກວິຊາພາສາອັງກິດ ຄະນະອັກສອນສາຕ ມະຫາວິທະຍາໄລແຫ່ງຊາຕລາວ ໄດ້ກ່າວຕໍ່ວິທຍຸ ເອເຊັຽ ເສຣີ ໃນວັນທີ 30 ທັນວາ 2022 ວ່າ:
“ຖ້າຫາກວ່າ ຮຽນພາສາຈີນ ກໍຈະໃຊ້ພາສາຈີນຢ່າງດຽວ ໄປປະເທດອື່ນບໍ່ໄດ້ ແລ້ວເວົ້າພາສາອັງກິດບໍ່ໄດ້ ກໍເຮັດຫຍັງບໍ່ໄດ້ ແຕ່ວ່າ ເວົ້າພາສາອັງກິດໄດ້ແລ້ວ ກໍຄື ໄປປະເທດໃດ ກໍສາມາດໃຊ້ພາສາອັງກິດ ສື່ສານກັບຄົນຕ່າງຊາຕ ໄດ້ແບບນີ້.”
ໃນຂະນະທີ່ ປັດຈຸບັນ ມີໂຮງຮຽນສອນພາສາຈີນ ຢູ່ປະເທດລາວ ຫຼາຍຂຶ້ນ ນັບແຕ່ ຈີນເຂົ້າມາມີອິດທິພົນຢູ່ປະເທດລາວ ໂດຍສະເພາະ ໄດ້ໂຄງການທາງຣົຖໄຟ ລາວ-ຈີນ ແລະ ໂຄງການຕ່າງໆ ທີ່ຈີນເຂົ້າມາລົງທຶນ ຈົນຄຣູ ຢູ່ບາງໂຮງຮຽນເຂົ້າໃຈວ່າ ພາສາຈີນ ສຳຄັນຄືກັນພາສາອັງກິດ.
ຄຣູ ຂອງໂຮງຮຽນປະຖົມສຶກສາ ແຫ່ງນຶ່ງ ຢູ່ແຂວງບໍລິຄຳໄຊ ໄດ້ກ່າວວ່າ:
“ສະເພາະພາສາຈີນນີ້ເນາະ ພວກຢູ່ເຂດນອກຈະຍັງບໍ່ທັນໄດ້ ແຕ່ຢູ່ໃນເມືອງນີ້ ຂະເຈົ້າຈະໄດ້ໃຊ້ຫຼາຍຢູ່ເນາະ ແຕ່ກໍຄືວ່າ ມັນກໍມີບົດບາດເທົ່າໆ ກັນ ກໍຄືວ່າ ການຮຽນດຽວນີ້ ຫັ້ນເນາະ ຂແນງການໃດ ເຂົາກໍຕ້ອງການວ່າ ຜູ້ທີ່ມີຄວາມຮູ້ ຄວາມສາມາດຫຼາຍຢ່າງຫັ້ນນ່າເນາະ ເພາະວ່າ ຄັນເຮົາຮູ້ພາສາອັງກິດ ແຕ່ ບໍ່ຮູ້ພາສາຈີນ ຄັນເຮັດວຽກມັນກໍຍາກຄືກັນດຽວນີ້ຫັ້ນ. ບາງໂຮງຮຽນຂະເຈົ້າກໍວ່າ ເອີ ເຈົ້າຕ້ອງຮູ້ພາສາຈີນດ້ວຍເດີ ແນວນັ້ນ ແນວນີ້ ຫັ້ນນ່າ ເພາະວ່າ ເຮົາໄປສມັກງານຫັ້ນ.”
ເຖິງຢ່າງໃດກໍຕາມ, ຄຣູສອນພາສາອັງກິດ ໃນໂຮງຮຽນສາມັນທົ່ວໄປ ຢູ່ປະເທດລາວ ຍັງບໍ່ພຽງພໍກັບຄວາມຕ້ອງການ.
ຄຣູໂຮງຮຽນປະຖົມ ຄົນດຽວກັນນີ້ ກ່າວຕື່ມວ່າ:
“ຂະເຈົ້າຈະເຣີ່ມຮຽນຕັ້ງແຕ່ປະຖົມປີທີ 3 ເນາະ ຢູ່ລາວ ສາເຫດມັນກໍຄືວ່າ ໂດຍສະເພາະອ້າຍກໍຍັງບໍ່ໄດ້ພາສາອັງກິດເທື່ອ ຂນາດເປັນຄຣູສອນ ກໍຢ່າງທີ່ວ່າຫັ້ນແຫຼະ ມັນບໍ່ໄດ້ມີໂອກາດຮຽນ ໂດຍສະເພາະຄົນທີ່ຢູ່ເຂດນອກ ຫັ້ນນ່າເນາະ ການໃຊ້ພາສາອັງກິດ ມັນກໍຄືວ່າ ມັນບໍ່ໄດ້ໃຊ້ຫັ້ນນ່າ ຂະເຈົ້າກໍບໍ່ທັນລົງເລິກເຣື່ອງນີ້ເທື່ອ.”
ຢູ່ປະເທດລາວສ່ວນຫຼາຍ ຍັງຂາດຄຣູທີ່ຈົບມາສະເພາະດ້ານພາສາອັງກິດ ສະນັ້ນ ຄຣູຄົນນຶ່ງ ຕ້ອງສອນຄວບຫຼາຍວິຊາໄປພ້ອມກັນ ແລະ ທັງມີການຄວບຫ້ອງຮຽນໄປນຳອີກ. ຜູ້ປົກຄອງນັກຮຽນມັທຍົມສຶກສາ ປີທີ 2 ທ່ານນຶ່ງ ໄດ້ກ່າວ ວ່າ:
“ໂອ້ອັນນີ້ ມັນຂຶ້ນກັບທ້ອງຖິ່ນເນາະ ມັນຂຶ້ນຢູ່ກັບບ່ອນທີ່ຂະເຈົ້າສອນຫັ້ນ ເວົ້າເຣື່ອງນາຍຄຣູສອນຫັ້ນແຫຼະ ຄຣູສອນຫັ້ນ ມັນບໍ່ໄດ້ນຶ່ງມາ ນາຍຄຣູເຮົາ ມັນກະບໍ່ແມ່ນ ນາຍຄຣູພາສາອັງກິດແທ້ ໄປສອນເນາະ ແມ່ນນາຍຄຣູຜູ້ດຽວສອນ 4-5 ວິຊາ ລວມທັງພາສາອັງກິດແດ່ ຄັນເຮົາອີງໃສ່ເອົານາຍຄຣູພາສາອັງກິດ ແທ້ມາສອນແທ້ ມັນກໍໄດ້ຫັ້ນນ່າ.”
ສຳລັບໂຄງການ ທີ່ທາງສະຖານທູຕ ສະຫະຣັຖອາເມຣິກາ ຈະນຳເອົາຄຣູສອນ ພາສາອັງກິດ ມາຊ່ອຍຝຶກອົບຮົມ ໃຫ້ຄຣູລາວນັ້ນ ຈະເລີ່ມຕົ້ນ ຈາກນະຄນຫລວງວຽງຈັນ ແລ້ວ ຫຼັງຈາກນັ້ນ ກໍຈະຂຍາຍໄປແຂວງອື່ນໆ.
ສ່ວນວ່າ ນັກນຮຽນທີ່ມີໂອກາດ ຮຽນຮຽນພາສາອັງກິດ ແລະ ພາສາອື່ນໆ ສ່ວນຫຼາຍມາຈາກຄອບຄົວທີ່ມີຄວາມເປັນຢູ່ທີ່ດີ. ເຈົ້າໜ້າທີ່ ເຮັດວຽກດ້ານການສຶກສາ ຜູ້ທີ່ບໍ່ປະສົງອອກຊື່ ແລະ ຕຳແໜ່ງ ໄດ້ກ່າວວ່າ:
“ຢູ່ໂຮງຮຽນມັນເປັນແຜນການ ຂອງກະຊວງສຶກສາທິການ ພວກເຮົາກໍຝຶກອົບຮົມ ຄຣູສອນພາສາອັງກິດປະຖົມ ມັທຍົມ ມ.ປາຍ ແຕ່ມັນກໍເວົ້າເຣື່ອງແບບ ຄັນຖ້າໃນເມືອງ ຖ້າຖານະທາງບ້ານ ທາງຄອບຄົວດີ ເພິ່ນກໍສົ່ງເສີມໃຫ້ຮຽນ.”
ໃນວັນທີ 28 ທັນວາ ທີ່ຜ່ານມາ ທ່ານ ປີເຕີຣ໌ ເຮມ໋ອນດ໌ (Peter M. Haymond) ເອກອັກຄະຣັຖທູຕ ສະຫະຣັຖ ອາເມຣິກາ ປະຈຳ ສປປ ລາວ ໄດ້ຮວ່ມລົງນາມ ເຊັນສັນຍາ ຮ່ວມມືກັບ ກະຊວງສຶກສາທິການ ແລະ ກິລາ ເພື່ອນຳເອົາຜູ້ຊ່ຽວຊານ ທາງດ້ານພາສາອັງກິດ ຈຳນວນ 3 ທ່ານ ແລະ ຜູ້ຊ່ວຍຄຣູສອນພາສາອັງກິດ ຈຳນວນ 11 ທ່ານ ເພື່ອມາສອນພາສາອັງກິດ ຢູ່ນະຄອນຫລວງວຽງຈັນ ລວມເຖິງພາກເໜືອ ແລະ ພາກໃຕ້ ພາຍໃນປະເທດລາວ ໃນສົກການສຶກສາ 2022-2023.
ກ່ອນໜ້ານີ້ ເວບໄຊ້ຕ໌ ທີ່ຊື່ວ່າ EF English Proficiency Index ໄດ້ຈັດອັນດັບ ທັກສະພາສາອັງກິດຂອງຄົນລາວ ຢູ່ໃນອັນດັບທີຕ່ຳທີ່ສຸດ ໃນບັນຫາດາ ປະເທດອາຊ້ຽນ 10 ປະເທດ ແລະ ເປັນອັນດັບທີ 111 ຂອງໂລກ ເຊິ່ງເປັນອັນດັບທີ່ຕ່ຳ.