ຮຽກຮ້ອງ ແກ້ໄຂບັນຫາ ເບີກເງິນເດືອນ ໃຫ້ຣັຖກອນ ຫຼ້າຊ້າ
2022.12.21
ພະນັກງານພັກ-ຣັຖ ສເນີໃຫ້ກະຊວງການເງິນ ແລະ ກະຊວງພາຍໃນ ເບີກຈ່າຍເງິນເດືອນໃຫ້ຕຣົງຕາມກໍານົດ ກໍຄື ວັນທີ 25 ຂອງທຸກເດືອນ ເນື່ອງຈາກ ນັບແຕ່ອາດີດຈົນມາຮອດປັດຈຸບັນ ການເບີກຈ່າຍເງິນເດືອນ ຂອງພະນັກງານພັກ-ຣັຖ ເກີດຄວາມຊັກຊ້າຫຼາຍ ແລະບາງຂແນງການ ມີການເບີກຈ່າຍເງິນເດືອນຊັກຊ້າ ເຖິງ 2-3 ເດືອນ ເຊິ່ງໄດ້ສົ່ງຜົລກະທົບຕໍ່ການດໍາເນີນຊີວິດຂອງພະນັກງານພັກ-ຣັຖ ຢ່າງໜັກໜ່ວງ ໂດຍສະເພາະໃນສະພາບເສຖກິຈຕົກຕໍ່າ ຄືໃນປັດຈຸບັນນີ້, ດັ່ງເຈົ້າໜ້າທີ່ຫ້ອງການສຶກສາທິການ ແລະກິລາ ແຂວງຜົ້ງສາລີ ກ່າວຕໍ່ວິທຍຸເອເຊັຽເສຣີ ໃນມື້ວັນທີ 21 ທັນວາ ນີ້ວ່າ:
“ແມ່ນແຫຼະ ພະນັກງານເຮົາກະ ສ່ວນຫຼາຍເນາະ ເຮົາກະອາສັຍເງິນເດືອນ ຄືເວົ້າດຽວນີ້ ມັນກະຄ່າໃຊ້ຈ່າຍ ເຄື່ອງຂອງແມ່ນຫຍັງມັນຢາກແພງແດ່ ມີແຕ່ວ່າ ບໍ່ພຽງພໍເຮົາກະໄດ້ຢືມຫຍັງໄປກ່ອ ກະດີຫັ້ນແຫຼະ ຄັນມີວິທີທາງຊ່ວຍເນາະ ແກ້ໄຂ ຢາກໃຫ້ມັນທັນຫັ້ນນ່າ ບໍ່ໃຫ້ກາຍວັນທີ 30.”
ຍານາງກ່າວຕື່ມອີກວ່າ ການເບີກຈ່າຍເງິນເດືອນໃນບາງເດືອນ ຈະຊັກຊ້າອອກໄປປະມານ 5-10 ມື້ ແລະເປັນແບບນີ້ເກືອບຈະທຸກເດືອນ ເຊິ່ງໄລຍະຜ່ານມາ ກໍໄດ້ມີການທ້ວງຕີງໄປຍັງພາກສ່ວນທີ່ກ່ຽວຂ້ອງຢູ່ຂັ້ນແຂວງ ແຕ່ກໍບໍ່ໄດ້ຮັບຄໍາຊີ້ແຈງແຕ່ຢ່າງໃດ ໂດຍຮຽກຮ້ອງໃຫ້ພາກສ່ວນທີ່ກ່ຽວຂ້ອງ ທັງລະດັບສູນກາງແລະຂັ້ນແຂວງ ຊ່ອຍແກ້ໄຂບັນຫາ ເຣື່ອງການເບີກຈ່າຍເງິນເດືອນຊັກຊ້າຢ່າງຈິງຈັງ ແລະເຮັດໃຫ້ມີປະສິດທິຜົນ.
ເຈົ້າໜ້າທີ່ຫ້້ອງການສາທາຣະນະສຸຂ ເມືອງປາກເຊ ແຂວງຈໍາປາສັກ ກໍກ່າວໃນທໍານອງດຽວກັນວ່າ ປັດຈຸບັນນີ້ ໄດ້ຮັບເດືອນຊັກຊ້າແທ້ ບາງເດືອນກໍໄດ້ຮັບເງິນເດືອນຊັກຊ້າ ເຖິງ 1ເດືອນ ເຊິ່ງຢາກໃຫ້ພາກສ່ວນທີ່ກ່ຽວຂ້ອງ ຊ່ອຍແກ້ໄຂບັນການເບີກຈ່າຍເງິນເດືອນຊັກຊ້າ ຢ່າງຈິງຈັງ ແລະສ້າງລະບົບການເບີກຈ່າຍເງິນເດືອນໃຫ້ໄດ້ມາຕຖານ ຫາກເດືອນໃດ ຈະມີການຈ່າຍເງິນເດືອນຊັກຊ້າ ກໍຄວນຈະຊີ້ແຈງໃຫ້ພະນັກງານພັກ-ຣັຖທຸກຄົນໄດ້ຮັບຮູ້ ແລະເຂົ້າໃຈບັນຫານໍາດ້ວຍ, ດັ່ງເຈົ້າໜ້າທີ່ ຜູ້ນີ້ ກ່າວຕໍ່ວິທຍຸເອເຊັຽເສຣີ ໃນມື້ດຽວກັນນີ້ວ່າ:
“ແມ່ນ ແຕ່ວ່າເຣື່ອງໄດ້ຫັ້ນໄດ້ ແຕ່ມັນເຢີ້ນໄປຈັ່ງຊີ້ນ່າ ມັນກະເຢີ້ນໄປແບບ ຄືເຫັນຫັ້ນແຫຼະເຈົ້າເນາະ ມັນບໍ່ຄົງທີ່ເນາະ ບໍ່ຮູ້ວ່າເຂົາຊິເບີກຕອນໃດ.”
ເຈົ້າໜ້າທີ່ຫ້ອງການສຶກສາທິການ ແລະກິລາ ເມືອງຕົ້ນເຜິ້ງ ແຂວງບໍ່ແກ້ວ ກ່າວວ່າ ຫາກອີງຕາມລະບຽບການ ກໍຖືວ່າ ການເບີກຈ່າຍເງິນເດືອນ ຂອງພະນັກງານພັກ-ຣັຖ ມີຄວາມຊັກຊ້າຫຼາຍ, ເຖິງແມ່ນວ່າ ຈະຊັກຊ້າອອກໄປປະມານ 3-5 ມື້ກໍຕາມ ສະນັ້ນແລ້ວ ກໍຢາກໃຫ້ພາກສ່ວນທີ່ກ່ຽວຂ້ອງ ຊ່ອຍປັບປຸງລະບົບການເບີກຈ່າຍເງິນເດືອນ ໃຫ້ມີການເບີກຈ່າຍຕາມກໍານົດ ແລະປະຕິບັດໃຫ້ເປັນມາຕຖານດຽວກັນໃນທົ່ວປະເທດ, ດັ່ງເຈົ້າໜ້າທີ່ທ່່ານນີ້ ກ່າວຕໍ່ວິທຍຸເອເຊັຽເສຣີ ໃນມື້ດຽວກັນນີ້ວ່າ:
“ເປັນບາງເດືອນເນາະ ບາງເດືອນກໍຕຣົງຢູ່ ບາງເດືອນກໍເລື່ອນໄປ 2-3 ມື້ ບາງເດືອນກໍ ຢາກຊ້າໜ້ອຍນຶ່ງ (ໂດຍລວມ) ຫາກຢາກຊ້າຫັ້ນແຫຼະ ເພາະວ່າງວດສຸດທ້າຍ ງົປມານມັນບໍ່ພຽງພໍ.”
ກ່ຽວກັບເຣື່ອງການເບີກຈ່າຍເງິນເດືອນ ຂອງພະນັກງານພັກ-ຣັຖໃນທົ່ວປະເທດນີ້ ເຈົ້າໜ້າທີ່ກະຊວງພາຍໃນ ກ່າວວ່າ ການເບີກຈ່າຍເງິນເດືອນໃນແຕ່ລະງວດ ຈະມີການກວດກາຫຼາຍຂັ້ນຕອນ ໂດຍກະຊວງພາຍໃນ ຈະເປັນຝ່າຍກວດສອບຣາຍຊື່ພະນັກງານພັກ-ຣັຖ ໃນທົ່ວປະເທດ ເພື່ອປ້ອງກັນບໍ່ໃຫ້ຣາຍຊື່ຂາດຈັກຄົນ ແລະມີຣາຍຊື່ຊໍ້າກັນ ຈົນເກີດການຮົ່ວໄຫຼຂອງງົປມານ.
ເມື່ອກອບສອບຣາຍຊື່ຄົບຖ້ວນແລ້ວ ຈະສົ່ງມອບໄປໃຫ້ກະຊວງການເງິນ ເພື່ອເບີກຈ່າຍເງິນເດືອນ-ເງິນເບັ້ຍລ້ຽງ ກ່ອນຈະສົ່ງມອບໄປຍັງແຂວງ ແລະເມືອງຕາມລໍາດັບ ໃນໄລຍະນັ້ນ ກໍຈະມີການກວດກາ ແລະເຊັນອະນຸມັດ ກ່ອນຈະໂອນເຂົ້າບັນຊີເງິນເດືອນ ໃຫ້ກັບພະນັກງານພັກ-ຣັຖ ສະນັ້ນແລ້ວ ດ້ວຍຂບວນການຕ່າງໆເຫຼົ່ານີ້ ຈຶ່ງເຮັດໃຫ້ເບີກຈ່າຍເງິນເດືອນເກີດຄວາມຊັກຊ້າແດ່, ດັ່ງເຈົ້າໜ້າທີ່ທ່ານນີ້ ກ່າວຕໍ່ວິທຍຸເອເຊັຽເສຣີ ໃນມື້ດຽວກັນນີ້ວ່າ:
“ເອກກະສານຕ້ອງໄດ້ມາຜ່ານກະຊວງພາຍໃນເຮົາ ຄືກະຊວງພາຍໃນ ຕ້ອງເປັນຜູ້ກວດ ກວດຣາຍຊື່ຂອງພະນັກງານຣັຖ ແຕ່ລະກະຊວງທີ່ເອົາມາຜ່ານຫັ້ນນ່າ ວ່າມັນຢູ່ໃນລະບົບຂອງພວກເຮົາບໍ່ ແຕ່ວ່າເຣື່ອງງົປມານນັ້ນລະ ແມ່ນຂຶ້ນກັບເບື້ອງກະຊວງການເງິນ ແຕ່ລະກະຊວງສົ່ງໄປ ເປັນໂຕເລຂທໍ່ໃດ ຂອງແຕ່ລະງວດ.”
ທາງດ້ານຍານາງ ດຣ. ວາລີ ເວດສະພົງ ສະມາຊິກສະພາແຫ່ງຊາຕ ເຂດເລືອກຕັ້ງທີ 1 ນະຄອນຫຼວງວຽງຈັນ ກໍຍັງໄດ້ສເນີຢູ່ໃນກອງປະຊຸມພາແຫ່ງຊາຕລາວ ສມັຍສາມັນເທີ່ອ 4 ຂອງສະພາແຫ່ງຊາຕ ຊຸດທີ 9 ໃນມື້ວັນທີ 7 ທັນວາ 2022 ທີ່ຜ່ານມານັ້ນວ່າ ສເນີໃຫ້ກະຊວງການເງິນ ແລະກະຊວງພາຍໃນ ຫາລືກັນ ເພື່ອແກ້ໄຂບັນຫາເຣື່ອງການເບີກຈ່າຍເງິນເດືອນທີ່ມີຄວາມຊັກຊ້າ ເນື່ອງຈາກມີພະນັກງານພັກ-ຣັຖ ຈໍານວນບໍ່ໜ້ອຍໃນທົ່ວປະເທດ ໄດ້ຮັບຜົລກະທົບ ກ່ຽວກັບເຣື່ອງນີ້, ດັ່ງຍານາງ ກ່າວໃນ ກອງປະຊຸມສະພາແຫ່ງຊາຕລາວ ໃນຕອນນຶ່ງວ່າ:
“ໂດຍສະເພາະແມ່ນ ເຣື່ອງເງິນເດືອນພະນັກງານ ມັນບໍ່ແມ່ແນວຕິດໜີ້ເນາະ ທ່ານປະທານ ເດືອນນຶ່ງຕ້ອງໄດ້ ເບີກເງິນ ຊິມີຄວາມຫຍຸ້ງຍາກສໍ່າໃດກະຢ່າ ຢາກສເນີກະຊວງການເງິນ ຫາວິທີທາງແກ້ໄຂ ເພາະວ່າບາງຄົນນີ້ ຖ້າກິນແຕ່ເງິນເດືອນ ບາງຄົນບໍ່ໄດ້ 3 ເດືອນ ຂະເຈົ້າຈະຢູ່ແນວໃດ ໂຕນີ້ຢາກທໍ່ໃດກະຕ້ອງແກ້ ແລະບໍ່ຄວນມີອີກ.”
ຂະນະທີ່ ທ່ານ ບຸນໂຈມ ອຸບົນປະເສີດ ຣັຖມົນຕຣີກະຊວງການເງິນ ກໍໄດ້ຊີ້ແຈງກ່ຽວກັບເຣື່ອງເບີກຈ່າຍເງິນເດືອນຊັກຊ້າ ຢູ່ໃນກອງປະຊຸມສະພາແຫ່ງຊາຕລາວ ສມັຍສາມັນເທື່ອທີ 4 ຂອງສະພາແຫ່ງຊາຕ ຊຸດທີ 9 ໃນມື້ວັນທີ 7 ທັນວາ 2022 ທີ່ຜ່ານມານັ້ນວ່າ ສໍາລັບຂັ້ນຕອນ ການເບີກຈ່າຍເງິນເດືອນຂອງປະເທດລາວ ແມ່ນມີຄວາມຊັກຊ້າແທ້ ເນື່ອງຈາກ ການເບີກຈ່າຍເງິນເດືອນໃນແຕ່ລະງວດ ຈະຕ້ອງໄດ້ຜ່ານຫຼາຍຂັ້ນຕອນ ແລະມີຣາຍເຊັນຂອງຜູ້ອະນຸມັດ ນັບແຕ່ຂັ້ນສູນກາງ ໄປຈົນເຖິງຂັ້ນທ້ອງຖິ່ນ ຮວມແລ້ວ 24 ຣາຍເຊັນ ກວ່າເງິນເດືອນ ຈະໂອນເຂົ້າບັນຊີ ຂອງພະນັກງານພັກ-ຣັຖໄດ້, ດັ່ງທ່ານກ່າວຊີ້ແຈງ ໃນກອງປະຊຸມສະພາແຫ່ງຊາຕລາວ ໃນຕອນນຶ່ງວ່າ:
“ສໍາລັບຂັ້ນຕອນການເບີກຈ່າຍເງິນເດືອນນີ້ ຂ້າພະເຈົ້າເຫັນດີຮັບ ທາງກະຊວງການເງິນໄດ້ສເນີກົລໄກໃໝ່ ກັບກະຊວງພາຍໃນແລ້ວ ວ່າ ຕໍ່ໄປນີ້ຈະບໍ່ໃຫ້ມີ 24 ຣາຍເຊັນ ສະເພາະເງິນເດືອນ ແມ່ນຣັຖມົນຕຣີກະຊວງກ່ຽວຂ້ອງ ເຈົ້າແຂວງເຊັນແລ້ວ ລະແມ່ນສາມາດປະຕິບັດໄດ້ໂລດ.”
ນອກຈາກນີ້ ທ່ານ ບຸນໂຈມ ອຸບົນປະເສີດ ຍັງກ່າວອີກວ່າ ເຣື່ອງເງິນເດືອນຂອງພະນັກງານພັກ-ຣັຖ ທີ່ຢູ່ເຂດຫ່າງໄກສອກຫຼີກ ເຊິ່ງຫຼາຍຂແນງການ ຍັງບໍ່ທັນເປີດບັນຊີເງິນເດືອນ ແລະຕ້ອງໄດ້ເດີນທາງມາເບີກຈ່າຍເງິນເດືອນ ຢູ່ຕາມຫ້ອງການຕ່າງໆ ກະຊວງການເງິນ ກໍໄດ້ຄົ້ນຄວ້າແລ້ວ ເຖິງຈະບໍ່ມາເອົາເງິນເດືອນກໍຕາມ ທາງກະຊວງການເງິນຈະເປີດບັນຊີເງິນຝາກໄວ້ໃຫ້ ເມື່ອຮອດມື້ແລ້ວ ກໍຈະເອົາເງິນຝາກບັນຊີໄວ້ ຖ້າບໍ່ມາຖອນ ກໍບໍ່ໃຫ້ມາຕິຣັຖບານອີກ.
ສໍາລັບບັນຫາ ໃນການເບີກຈ່າຍເງິນເດືອນທີ່ຊັກຊ້າ ໃຫ້ແກ່ພະນັກງານພັກ-ຣັຖ ແລະພະນັກງານຣັຖວິສາຫະກິຈ ແມ່ນເກີດຂຶ້ນມາຢ່າງຕໍ່ເນື່ອງ ນັບແຕ່ອາດີດຈົນຮອດປັດຈຸບັນ ແລະກາຍເປັນບັນຫາໃຫຍ່ ທີ່ເຮັດໃຫ້ທ່ານ ທອງລຸນ ສີສຸລິດ ເຊິ່ງດໍາລົງຕໍາແໜ່ງເປັນນາຍົກຣັຖມົນຕຣີໃນສມັຍນັ້ນ ຂໍໃຫ້ຖືເອົາເຣື່ອງການເບີກຈ່າຍເງິນເດືອນ ຂອງພະນັກງານພັກ-ຣັຖ ເປັນບັນຫາໃຫຍ່ອັນດັບທໍາອິດ ທີ່ຈະຕ້ອງແກ້ໄຂ ແລະເລັ່ງເບີກຈ່າຍ ໃຫ້ທັນຕາມກໍານົດ ບໍ່ໃຫ້ເກີດຄວາມຊັກຊ້າ ຈົນສ້າງຄວາມສັບສົນ ແລະນໍາໄປສູ່ຄວາມບໍ່ພໍໃຈ ໃຫ້ກັບພະນັກງານຣັຖກອນ ໃນເຂດທ້ອງຖິ່ນ.