ງົບປະມານຣັຖ ຖືກຍັກຍອກ ຫຼາຍກວ່າ 141.30 ຕື້ກີບ
2022.12.28
ອົງການກວດສອບແຫ່ງຣັຖ ກວດພົບວ່າ ເງິນທີ່ໄດ້ຈາກການເກັບພາສີອາກອນ ບໍ່ເຂົ້າງົບປະມານຂອງຣັຖບານ
ໃນຮອບ 1 ປີທີ່ຜ່ານມາ ອົງການກວດສອບແຫ່ງຣັຖ ກວດພົບລາຍຮັບ ທີ່ໄດ້ມາຈາກການເກັບພາສີ ອາກອນນັ້ນ ບໍ່ຖືກຖອກເຂົ້າງົບປະມານແຫ່ງຣັຖ 141.30 ຕື້ກີບ ແລະ ຍັງພົບໜ່ວຍງານ ຂອງຣັຖຢູ່ຫລາຍແຂວງ ໃຊ້ເງິນຄັງແຂວງ ແລະງົບປະມານແຫ່ງຣັຖ ບໍ່ຖືກຕ້ອງຕາມເປົ້າໝາຍ ອັນໄດ້ສ້າງຄວາມເສັຍຫາຍ ເປັນເງິນ 78.46 ຕື້ກີບ.
ທ່ານ ວຽງທະວີສອນ ເທບພະຈັນ ປະທານອົງການ ກວດສອບແຫ່ງຣັຖ ກ່າວໃນກອງປະຊຸມສໄມສາມັນ ເທື່ອທີ 4 ຂອງສະພາແຫ່ງຊາຕ ຊຸດທີ 9 ໃນມື້ວັນທີ 22 ທັນວານີ້ວ່າ ງົບປະມານ ທີ່ມີການຮົ່ວໄຫລ ແລະນໍາໃຊ້ບໍ່ຖືກຕ້ອງນັ້ນ ແມ່ນເປັນຍ້ອນເຈົ້າໜ້າທີ່ຣັຖ ບໍ່ປະຕິບັດຕາມລະບຽບ ກົດໝາຢ່າງເຂັ້ມງວດ.
“ຕໍ່ບັນຫາຕ່າງໆທີ່ກ່າວມາຂ້າງເທິງນັ້ນ ສັງລວມແລ້ວເກີດມາຈາກ ສາເຫດດັ່ງລຸມນີ້ 1. ຄວາມເປັນເຈົ້າການໃນການຊີ້ນໍາ ຄົ້ນຄວ້າ ເຊື່ອມຊຶມ ການປະສານສົມທົບ ຊຸກຍູ້ຕິດຕາມກວດກາ ຄວາມເຂັ້ມງວດໃນການຈັດຕັ້ງປະຕິບັດກົດໝາຍ ກ່ຽວຂ້ອງກັບບັນຫາຂ້າງເທິງ ຍັງເຮັດບໍ່ທັນໄດ້ດີ ມີຄວາມຊັກຊ້າ ບໍ່ຄົບຖ້ວນ.”
ສັມລັບລາຍຮັບ ທີ່ບໍ່ໄດ້ຖອກເຂົ້າງົບປະມານ ແຫ່ງຣັຖນັ້ນ ສ່ວນໃຫຍ່ແລ້ວແມ່ນມາຈາກ ການເກັບຄ່າພາສີ ອາກອນ ຈາກຫົວໜ່ວຍທຸຣະກິຈ ທັງບໍຣິສັດຂອງຄົນລາວ ແລະຄົນຕ່າງປະເທດ ແລະລາຍຮັບ ຈາກການເກັບຄ່າເຊົ່າ-ສັມປະທານ ທີ່ດິນຂອງຣັຖ, ເຮັດໃຫ້ຣັຖເສັຍຫາຍຫລາຍ.
ການໃຫ້ເຊົ່າ-ສັມປະທານ ທີ່ດິນ ໃນປີ 2021-2022 ມີບໍ່ຕໍ່າກວ່າ 2,000 ໂຄງການ ກວມເອົາເນື້ອທີ່ປະມານ 927,457 ເຮັກຕ້າຣ໌, ແຕ່ໄດ້ນໍາໃຊ້ຕົວຈິງພຽງ 582,320 ເຮັກຕ້າຣ໌ ໝາຍຄວາມວ່າ ມີເນື້ອທີ່ 345,137 ເຮັກຕ້າຣ໌ ບໍ່ໄດ້ຮັບການພັທນາ.
ກ່ຽວກັບເຣື່ອງນີ້ ຊາວແຂວງຈໍາປາສັກຜູ້ນຶ່ງ ເວົ້າຕໍ່ວິທຍຸ ເອເຊັຽ ເສຣີ ໃນມື້ວັນທີ 26 ທັນວານີ້ວ່າ ຣັຖບານຄວນຈະຄິດໄລ່ ແລະເຂັ້ມງວດ ໃນການໃຫ້ນາຍທຶນເຊົ່າ-ສັມປະທານທີ່ດິນ ເພື່ອບໍ່ເກີດຂໍ້ຂັດແຍ່ງ ທາງດ້ານທີ່ດິນ ກັບປະຊາຊົນ ເປັນຕົ້ນ ປະຊາຊົນບໍ່ມີທີ່ດິນ ບໍ່ພຽງພໍໃນການທໍາມາຫາກິນ ແລະຖືກໃຫ້ໂຍກຍ້າຍ ອອກໄປຢູ່ບ່ອນອື່ນ. ຖ້າຫາກມີເນື້ອທີ່ດິນຈໍາກັດ ກໍບໍ່ຄວນຈະປ່ອຍໃຫ້ເຊົ່າ ຫລືສັມປະທານ, ຄວນຮັກສາໄວ້ ໃຫ້ຊາວບ້ານ ທໍາມາຫາກິນລ້ຽງຊີພ.
“ຄັນເຮົາບໍ່ຊ່ວຍປົກປ້ອງນີ້ ບໍ່ມີໃຜໄດ໋ສິຊ່ວຍນໍາ ຕ້ອງເຮັດໃຫ້ມັນຖືກຕ້ອງແລ໋ວ ຣັຖບານເປັນຜູ້ໄດ້ເນາະ ປະຊາຊົນເປັນຜູ້ທຸກນີ້ມັນຊິເປັນເບາະ ການສ້າງສາບໍ່ແມ່ນຊິໃຫ້ ແຕ່ຄົນຕ່າງປະເທດນີ້ ມາພັທນາ, ມາສ້າງສາ ມີຢູ່ມີກິນ ຄົນລາວເຮົາຊິໄປຢູ່ໃສ.”
ປະຊາຊົນລາວຜູ້ນຶ່ງ ຢູ່ແຂວງອຸດົມໄຊ ເວົ້າວ່າ ຢາກໃຫ້ຣັຖບານ ທົບທວນຄືນ ເຣື່ອງການປ່ອຍໃຫ້ເຊົ່າ-ສັມປະທານທີ່ດິນຂອງຣັຖ ເນື່ອງຈາກຊາວບ້ານຈໍານວນບໍ່ໜ້ອຍ ຍັງບໍ່ມີໃບຕາດິນຖາວອນ ແລະນໍາໃຊ້ທີ່ດິນຂອງຣັຖ ເປັນບ່ອນຢູ່ອາສັຍ ແລະທໍາມາຫາກິນ. ຜົນກະທົບທັງໝົດ ຕົກຢູ່ກັບຊາວບ້ານ ດັ່ງທີ່ເຫັນກັນຢູ່ໃນປັດຈຸບັນນີ້.
“ຖ້າວ່າສິເປັນດິນຣັຖມັນກະ ຫລາຍຄົນເນາະທີ່ຂະເຈົ້າບໍ່ມີດິນ ຜູ້ຖືກຜົນກະທົບໂດຍກົງ ລະແມ່ນປະຊາຊົນເດ໋ ແລ້ວຄົນທີ່ບໍ່ມີບ່ອນຢູ່ ມັນກະຄືບໍ່ມີບ່ອນຢູ່ ແລ້ວເຮົາຈະໄປຢູ່ໃສບາດນີ້ ຄວາມໝາຍວ່າ.”
ເຈົ້າໜ້າທີ່ຜແນກຊັພຍາກອນທໍາມະຊາດ ແລະສິ່ງແວດລ້ອມ ແຂວງຈໍາປາສັກທ່ານນຶ່ງກ່າວເຖິງໂຄງການຕ່າງໆ ທີ່ໄດ້ຮັບສັມປະທານ ທີ່ດິນຂອງຣັຖ ແຕ່ການໃຫ້ສັມປະທານໄປນັ້ນ ມັນບໍ່ຄຸ້ມຄ່າ.
“ມັນມີໂຄງການຂອງບໍຣິສັດຕ່າງໆ ເຂົ້າມາສັມປະທານທີ່ດິນນີ້ ສ່ວນຫລາຍມັນຊິເປັນການປູກຝັງ ສັມປະທານໄປແລ້ວມັນກະແບບວ່າ ມັນບໍ່ຄຸ້ມຄ່າເຮົາກໍຈະຍົກເລີກ.”
ທ່ານ ຄໍາພັນ ພົມມະທັດ ປະທານອົງການກວດກາ ແຫ່ງຣັຖ ໄດ້ຣາຍງານຕໍ່ກອງປະ ຊຸມສະພາແຫ່ງຊາຕວ່າ ບັນຫາ ການປ່ອຍໃຫ້ເຊົ່າ-ສັມປະທານ ທີ່ດິນຣັຖ ຊຶ່ງສ່ວນຫລາຍບໍ່ມີການພັທນານັ້ນ ຍັງມີເຈົ້າໜ້າທີ່ພັກ-ຣັຖຫລາຍຂແນງການ ເຂົ້າໄປພົວພັນ, ພາກັນສວຍໃຊ້ຕໍາແໜ່ງ ແລະໜ້າທີ່ຂອງຕົນ ເປິດໂອກາດໃຫ້ນັກລົງທຶນມາເຊົ່າ-ສັມປະທານ ທີ່ດິນຣັຖເອົາໄວ້ ຖ້າໃຫ້ຜູ້ອື່ນມາເຊົ່າ-ສັມປະທານຕໍ່.
ດັ່ງທີ່ທ່ານກ່າວວ່າ:
“ການເຊົ່າສັມປະທານທີ່ດິນຣັຖ ສ່ວນຫລາຍເຫັນວ່າຜູ້ເຊົ່າສັມປະທານ ບໍ່ພັທນາຕາມສັນຍາ ມີລັກສະນະຈັບຈອງທີ່ດິນໄວ້ເພື່ອລໍຖ້າຂາຍ ຫລືໃຫ້ຜູ້ອື່ນເຊົ່າສັມປະທານຕໍ່ ແລະການຕິດຕາມກວດກາ ການປະຕິບັດສັນຍາ ສັມປະທານ ຂອງຜແນກທີ່ກ່ຽວຂ້ອງ ຜ່ານມາ ແມ່ນຍັງບໍ່ທັນເຮັດໄດ້ດີ.”
ພ້ອມດຽວກັນນັ້ນ ກໍຍັງມີອີກຫລາຍໂຄງການ ພັທນາຂອງຣັຖ ນັບແຕ່ລະດັບສູນກາງ ລົງໄປຮອດທ້ອງຖິ່ນ ມີງົບປະມານຮົ່ວໄຫລ ຫລື ມີມູນຄ່າເພີ່ມຂຶ້ນຈາກແຜນການ ຊຶ່ງຜ່ານການກວດກາໃນປີ 2022 ນີ້ເຫັນວ່າ ມີ 37 ໂຄງການ ມີການສຳຣວດ ອອກແບບບໍ່ລະອຽດ ຈະແຈ້ງ ເຮັດໃຫ້ເວລາກໍ່ສ້າງຕົວຈິງ ຕ້ອງໄດ້ດັດແກ້, ເຮັດໃຫ້ມູນຄ່າ ໂຄງການເພີ່ມຂຶ້ນ ເກີນມູນຄ່າທີ່ສະພາແຫ່ງຊາຕ ໄດ້ຮັບຮອງເອົາ ຄືກາຍເປັນມູນຄ່າ ໂຄງການນອກແຜນເຖິງ 310.49 ຕື້ກີບ.
ເວົ້າເຖິງການຈັດຕັ້ງປະຕິບັດ ໂຄງການທີ່ເຊົ່າ-ສັມປະທານ ທີ່ດິນ ກໍຍັງເຫັນວ່າ ບໍ່ໄດ້ຜ່ານການປະເມີນ.
ດັ່ງທີ່ທ່ານ ຄໍາພັນ ພົມມະທັດ ກ່າວວ່າ:
“ການຈັດຕັ້ງປະຕິບັດໂຄງການ ຍັງເຫັນວ່າບໍ່ໄດ້ຜ່ານການປະເມີນ ບໍ່ໄດ້ວາງເງິນຄໍ້າປະກັນສັນຍາ ການເກັບຄ່າເຊົ່າສັມປະທານທີ່ດິນ ຍັງບໍ່ຄົບຖ້ວນແລະຄິດໄລ່ ບໍ່ຖືກຕາມລະບຽບການ ແລະເຮັດໃຫ້ມີຫາງສຽງວິພາກ ວິຈານໃນການຈັດຕັ້ງປະຕິບັດ.”
ມາເຖິງປັດຈຸບັນ ຣັຖບານລາວ ໃຫ້ເຊົ່າ-ສັມປະທານທີ່ດິນ ໃນຂອບເຂດທົ່ວປະເທດ ທີ່ມີໃນລະບົບຂໍ້ມູນຈໍານວນ 2,031 ໂຄງການ ຄືໂຄງການດ້ານການກະເສຕ 800 ໂຄງການ, ດ້ານພະລັງງານໄຟຟ້າ 313 ໂຄງການ, ດ້ານການຂຸດຄົ້ນບໍ່ແຮ່ 899 ໂຄງການ ແລະໂຄງການອື່ນໆອີກ 19 ໂຄງການ.
ປັດຈຸບັນ ກະຊວງຊັພຍາກອນທັມມະຊາຕ ແລະສິ່ງແວດລ້ອມ ໄດ້ສັມເຣັຖການຮິບໂຮມຂໍ້ມູນເນື້ອທີ່ ເຊົ່າ-ສັມປະທານ ທີ່ດິນຄືນ ຢູ່ 6 ແຂວງ ຈໍານວນ 101 ໂຄງການ, ໃນນັ້ນ ໄດ້ລຶບລ້າງໂຄງການ ທີ່ບໍ່ມີຕົວຕົນ 74 ໂຄງການ ທີ່ເອົາກວມເນື້ອທີ່ດິນ 16,064 ເຮັກຕ້າຣ໌.
ນອກຈາກນີ້ ຍັງລຶບຊື່ໂຄງການ ອອກຈາກບັນຊີເຊົ່າ-ສັມປະທານ ທີ່ດິນຣັຖ ຈໍານວນ 110 ໂຄງການ, ຍົກເລີກໂຄງການທີ່ບໍ່ໄດ້ປະຕິບັດ ແລະໝົດອາຍຸເຊົ່າ-ສັມປະທານ ຈໍານວນ 170 ໂຄງການ ກວມເອົາເນື້ອທີ່ 79,097 ເຮັກຕ້າຣ໌, ຍົກລີກໂຄງການທີ່ບໍ່ໄດ້ເຊົ່າ-ສັມປະທານ ທີ່ີດິນຂອງຣັຖ 13 ໂຄງການ ກວມເອົາເນື້ອທີ່ 311.2 ເຮັກຕ້າຣ໌, ອີງຕາມການຣາຍງານ ຂອງຍານາງ ບຸນຄໍາ ວໍລະຈິດ ຣັຖມົນຕຣີ ກະຊວງຊັພຍາກອນ ທັມມະຊາຕ ແລະສິ່ງແວດລ້ອມ ຕໍ່ກອງປະຊຸມສະພາແຫ່ງຊາຕ ໃນມື້ວັນທີ 7 ທັນວານີ້.
ທ່ານ ສອນໄຊ ສີພັນດອນ ຮອງນາຍົກຣັຖມົນຕຣີ ກໍເຄີຍໄດ້ກ່າວຕໍ່ກອງປະຊຸມ ສມັຍສາມັນເທື່ອທີ 2 ຂອງສະພາແຫ່ງຊາຕ ຊຸດທີ 9 ເມື່ອທ້າຍປີ 2021 ວ່າ ຣັຖບານລາວ ຈະຍັງສືບຕໍ່ ການຫັນໜີ້ເປັນທຶນ ດ້ວຍຮູບແບບການປ່ອຍໃຫ້ເຊົ່າ-ສັມປະທານ ທີ່ດິນຣັຖ ເພື່ອທໍາການກະເສຕ ໂດຍທີ່ຣັຖ ຈະນໍາເງິນທີ່ໄດ້ຈາກການ ໃຫ້ເຊົ່າ-ສັມປະທານ ທັງໝົດ ໄປຊໍາຣະໜີ້ສິນ ສາທາຣະນະ ຂອງປະເທດ.