ລາຍຮັບ ຣັຖວິສາຫະກິຈ ນ້ຳປະປາ 30% ບໍ່ເຂົ້າຣັຖ

0:00 / 0:00

ນ້ຳ​ປະ​ປາ ກໍ​ເປັນ​ຂ​ແນງ​ຣັ​ຖວິ​ສາ​ຫະ​ກິ​ຈ​ນຶ່ງ ທີ່​ຖືກ​ນຳ​ມາ​ອະ​ພິ​ປາຍ ຢູ່​ໃນ​ກອງ​ປະ​ຊຸມ​ສ​ມັຍ​ສາ​ມັນ​ເທື່ອ​ທີ 3 ຂອງ​ສະ​ພາ​ແຫ່ງ​ຊາຕ​ຊຸດ​ທີ 9 ຫຼື ກອງ​ປະ​ຊຸມ​ສະ​ພາ ແຫ່ງ​ຊາຕ ກ່ຽວ​ກັບ​ຄວາມ​ໂປ່ງ​ໄສ ແລະ ບັນ​ຫາ​ລາຍ​ຮັບ​ບໍ່​ເຂົ້າ​ຣັ​ຖ 30 ເປີ​ເຊັນ.

ທ່ານ ພັນ​ຄຳ​ ວິ​ພາ​ວັນ ນາ​ຍົກ​ຣັ​ຖ​ມົນ​ຕ​ຣີ ຕອບ​ຂໍ້​ຊັກ​ຖາມຂອງສະ​ມາ​ຊິກ​ ສະ​ພາ​ແຫ່ງ​ຊາຕ ໃນ​ວັນ​ທີ 23 ມິ​ຖຸ​ນາ​ ຢູ່ໃນ​ກອງ​ປະ​ຊຸມ​ສະພາ​ແຫ່ງ​ຊາຕ ຕອນ​ນຶ່ງວ່າ:

" ເວົ້າ ​ເຖິງ​ນ້ຳ​ປະ​ປາ​ສາ ນ້ຳ​ປະ​ປານີ້ ​ກໍ​ບໍ່​ງ່າຍ ຕາມ​ຂ້າ​ພະ​ເຈົ້າ​ຮູ້​ໄວ້ ເຂົາ​ກໍ​ມີ​ວິ​ທີ​ ຂອງ​ເຂົາກິນ​ໃດ ກໍ​ຫຼຸບ​ທຶນ​ອີກ ອັດ​ຕ​ຣາ​ສູນ​ເສັຽບໍ່ ບາງ​ບ່ອນ​ນ້ຳ​ປະ​ປານີ້​ ສູນ​ເສັຍ 30 ເປີ​ເຊັນ ຣາຍ​ງານ​ໃດ ລະ​ເຮັດ​ໃດ ຊິ​ມີ​ກຳ​ໄລ ທີ່​ຈິງ​ມັນ​ບໍ່​ແມ່ນ​ ເສັຽຮອດ​ປານນັ້ນ ຄັນ​ເສັຽອາ​ກອນ​ນັ້ນ ຂະ​ເຈົ້າ​ກໍ​ສ້າງບໍ່​ໄດ້​ມາ​ຕ​ຖານ ຕົກ​ເຮັ່ຽ​ຫັ້ນ​ແຫຼະ 30 ເປີ​ເຊັນ ເພິ່ນ​ກໍ​ກິນ​ນຳ​ ຕົກ​ເຮັ່ຽນີ້​ແຫຼະ ຄື ຣັ​ຖ​ບານ​ກໍ​ບໍ່​ໄດ້​ເງິນ."

ຜ່ານ​ມາ ມີ​ພະ​ນັກ​ງານ​ຂອງ​ຣັ​ຖ ວິ​ສາ​ຫະ​ກິ​ຈ ນ້ຳ​ປະ​ປາລາວ​ຈຳ​ນວນ​ນຶ່ງ ໄດ້​ສວຍ​ໃຊ້​ຕຳ​ແໜ່ງໜ້າ​ທີ່ ​ຂອງ​ໂຕ​ເອງ ໃນ​ການ​ເກັບ​ຄ່າ​ນ້ຳ​ປະ​ປາ​ ຈາກ​ປະ​ຊາ​ຊົນ​ແບບ​ເຕັມ​ຈຳ​ນວນ ແຕ່ບໍ່​ສົ່ງ​ເງິນ​ຈຳ​ນວນ​ດັ່ງ​ກ່າວນີ້ ເຂົ້າ​ລະ​ບົບ​ໃຫ້​ແກ່​ທາງ​ການຄົບ​ຖ້ວນ.

ເຈົ້າ​ໜ້າ​ທີ່​ ກະ​ຊວງ​ໂຍ​ທາ​ທິ​ການ ແລະ ຂົນ​ສົ່ງ ຜູ້​ທີ່ບໍ່​ປະ​ສົງ​ອອກ​ຊື່ ແລະ ຕຳ​ແໜ່ງ ໄດ້​ກ່າວ​ຕໍ່ວິທຍຸ​ເອ​ເຊັຽ​ເສ​ຣີ ໃນ​ວັນ​ນ​ທີ 30 ມິ​ຖຸ​ນາ ວ່າ:

" ຕົກ ​ເຮັ່ຽ 30 ເປີ​ເຊັນ. ອ່າ 30 ເປີ​ເຊັນ ສູນ​ເສັຍ​ລ້າໆ ຫັ້ນ​ນ່າ​ເຈົ້າ. ລາຍ​ໄດ້​ບໍ່​ເຂົ້າ​ກັບ​ທາງ​ບໍ​ຣິ​ສັດ ຫຍັງ​ຫັ້ນ​ນ່າ ກໍ​ຫຼາຍ​ຢູ່​ເຈົ້າ."

ບັນ​ຫາ​ການ​ຮົ່ວ​ໄຫຼ ຂອງ​ຣາຍ​ຮັບ​ຈາກ​ການ​ຂາຍ​ນ້ຳ​ປະ​ປາ ໃຫ້​ແກ່​ປະ​ຊາ​ຊົນ ຂອງ​ຣັ​ຖວິ​ສາ​ຫະ​ກິຈ ນຳ​ປະ​ປາ​ລາວ​ນັ້ນ ເກີດ​ຂຶ້ນ​ມາ​ແລ້ວ ເປັນ​​ເວ​ລາ​ດົນ ໂດຍ​ທີ່​ຜ່ານ​ມາ​ ລາຍ​ຮັບ​ດັ່ງ​ກ່າວນີ້ ບໍ່​ເຂົ້າ​ລະ​ບົບ​ຂອງ​ທາງ​ການ​ ປະ​ມານ 10-20 ເປີ​ເຊັນ ເພີ່ມ​ເປັນ 30 ເປີ​ເຊັນ.

ຈົນ​ມາ​ຮອດ​ປັດ​ຈຸ​ບັນ ບັນ​ຫາ​ດັ່ງ​ກ່າວ ຍິ່ງ​ເພີ່ມ​ຂຶ້ນ ແລະ ບາງ​ບ່ອນ​ມີ​ກາ​ນ​ຮົ່ວ​ໄຫຼເຖິງ 50 ເປີ​ເຊັນ ເຊິ່ງ​ພະ​ນັກ​ງານ​ຫຼາຍ​ຄົນ ​ມີ​ສ່ວນ​ກ່ຽວ​ຂ້ອງ ແລະ ຖືກ​ໄລ່​ອອກ.

ເຈົ້າ​ໜ້າ​ທີ່ ຜ​ແນກ​ໂຍ​ທາ​ທິ​ການ ແລະ ຂົນ​ສົ່ງ ທີ່​ຢູ່​ແຂວງ​ພາກ​ເໜືອ ໄດ້​ກ່າວ​ຕໍ່​ວິທຍຸເອ​ເຊັຽ​ເສ​ຣີ ໃນ​ວັນ​ທີ 30 ມິ​ຖຸ​ນາ ວ່າ:

" ໂອ້ ​! ເປັນ​ມາ​ນານ​ແລ້ວ ແຕ່​ກ່ອນ​ຍັງ​ແທ​ກ​ໜ້ອຍ 10 ປາຍ, 20 ປາຍ ເປີ​ເຊັນ. ດຽວນີ້ ມັນ​ຂຶ້ນ 30 ເປີ​ເຊັນ. ຢູ່​ແຂວງ​ເຮົາ 50 ເປີ​ເຊັນ ກໍ​ມີ. ອື ບໍ່​ປົກ​ຕິ​ໂຕນີ້​ຫັ້ນ​ນ່າ ກໍ​ຄືບໍ່​ໂປ່ງ​ໄສ ພ​ະນັກ​ງານ​ການ​ເງິນ ​ເຂົາ​ຈະ​ໃຫ້​ອອ​ກໍ​ມີ, ມີໆ ເຂົາ​ໃຫ້​ອອກ​ການ​ມີ."

ກ່ຽວ​ກັບ​ເຣື່ອງນີ້, ໜ່ວຍ​ງານ​ທີ່​ກ່ຽວ​ຂ້ອງ ມີ​ແຜນ​ການ​ວ່າ ຈະ​ແກ້​ໄຂ​ບັນ​ຫາ​ກາ​ນ​ຮົ່ວ​ໄຫຼ ​ຂອງ​ລາຍ​ຮັບ​ດັ່ງ​ກ່າວນີ້ ດ້ວຍ​ການກວ​ດ​ກາ​ ພະ​ນັກ​ງານ​ເກັບ​ຄ່າ​ນ້ຳ​ປະ​ປາ​ ຢ່າງ​ເຂັ້ມ​ງວດ ພ້ອມ​ຈະ​ດໍ​າ​ເນີນ​ການ​ນໍ​າ​ໃຊ້​ເຄື່ອງວັດ​ແທ​ກ ປ​ຣິມານ​ທີ່​ຕົກ​ເຮັ່ຽ ແລະ ລາຍ​ຮັບທີ່ບໍ່​ທັນ​ເຂົ້າ​ລະ​ບົບ​ ໃຫ້​ມີ​ຄວາມ​ຈະ​ແຈ້ງ​ຫຼາຍກວ່າເກົ່າ.

ເຈົ້າ​ໜ້າ​ທີ່​ ຜ​ແນກ​ໂຍ​ທາ​ທິ​ການ ແລະ ຂົນ​ສົ່ງ​ຢູ່​ທາງ​ພາກ​ເໜືອ ທ່ານ​ດຽວ​ກັນ​ນີ້ ໄດ້​ກ່າວ​ວ່າ:

" ເພິ່ນ ​ກໍ​ເກັບ​ເງິນ​ນຳ​ເຂົາ 5 ແມັດ​ກ້ອນ ແຕ່ ເພິ່ນ​ໄດ້​ລາຍ​ງານ ແຂວງ ມີ​ແຕ່ 3 ແມັດ​ກ້ອນ ຫັ້ນ​ນ່າ. ເອີ 3 ແມັດ ກ້ອນນີ້​ ເຂົ້າ​ເງິນ ເຈົ້າ​ຂອງ​ເງິນ​ຂອງ​ບໍ​ຣິ​ສັດ ເນາະ ຂອງ​ຣັ​ຖວິ​ສາ​ຫະ​ກິ​ຈ ນ້ຳ​ປະ​ປາ​ຫັ້ນ ສ່າອີກ 2 ແມັດກ້ອນ ກໍ​ເຂົາ​ໂຕ​ເອງ​ຫັ້ນ​ນ່າ. ກໍ​ເພິ່ນ​ກໍ​ມີ​ແຕ່​ຊອກ ວິ​ທີ​ແກ້​ໄຂ ອັນ​ນຶ່ງ​ກໍ​ແມ່ນກວດ​ກາ​ພະ​ນັກງານ​ຫັ້ນ ນ່າ ກໍ​ຜູ້​ເກັບ​ເງິນ​ຫັ້ນ​ຫວ່າ ອັນ​ທີ່​ສອງ ມາກໍວ່າ ຊອກ​ຊື້ເຄື່ອງ​ມາ​ຕິດ​ຕາມ​ ປະ​ຣິ​ມານ​ນ້ຳ​ເສັຽ ນ້ຳ​ທີ່​ເກັບເງິນບໍ່​ໄດ້ ຫັ້ນ​ນ່າ."

ຊາວລາວ ຈຳ​ນວນ​ຫຼາຍ ຮູ້​ວ່າມີ​ພະ​ນັກ​ງານ​ ຂອງວິ​ສາ​ຫະ​ກິຈ ນ້ຳ​ປະ​ປາລາວ ​ຫຼາຍ​ຄົນ​ດຳ​ເນີນ ກາ​ນ​ວັດ​ແທກ​ຄ່າ​ນ້ຳ​ປະ​ປາ​ແບບ ບໍ່​ຖືກ​ຕ້ອງ ແລະ ເກັບລາຍ​ຮັບ​ສ່ວນ​ນຶ່ງ​ຈາ​ກ​ຊາວ​ບ້ານໄວ້​ ເປັນຂອງ​ໂຕ​ເອງ ແຕ່​ ພວກເ​ຂົາ​ເຈົ້າ​ພັດ​ບໍ່​ຮູ້​ວ່າ ພະ​ນັກ​ງານ​ກຸ່ມ​ດັ່ງ​ກ່າວນີ້ ໃຊ້​ວິ​ທີ​ການ​ແນວ​ໃດ​ ໃນ​ກາ​ນ​ສໍ້ໂກງ​ຄ່າ​ນ້ຳ​ປະ​ປາ.

ຊາວເມືອງ​ໂພນ​ທອງ ແຂວງ​ຈຳ​ປາ​ສັກ ໄດ້​ກ່າວ​ວ່າ:

" ແບບ ​ວ່າ ມີ​ຄົນ​ສໍ້​ຣາສ ​ບັງ​ຫຼວງ ເອົາ​ເງິນ​ໂຕ​ທີ່​ວ່າ ມັນ​ກໍ​ມີ ອັນ​ນີ້ ກໍ​ບໍ່​ເຂົ້າ​ໃຈ​ຄື​ກັນ ເພາະ​ວ່າ ເຮົາ​ຈະ​ບໍ່​ໄດ້​ຢູ່​ອົງ​ການ​ນັ້ນ​ເນາະ ເຮົາ​ຈະ​ບໍ່​ຮູ້​ວ່າ ວິ​ທີ​ເຂົາ​ເຮັດ​ແບບ​ໃດໆ ແມ່ນ​ນ້ຳ​ປະ​ປາ ຍັງ​ມີ​ແຕ່​ວ່າ ຢູ່​ເຂດ​ໃນ​ເມືອງ​ຊື່ໆ ເຮົາ​ເຂດນອກ​ກໍ​ບໍ່​ມີ​ເທື່ອ."

ກົດ​ໝາຍ​ອາ​ຍາ ສະ​ບັບ​ປີ 2017 ລະ​ບຸ​ວ່າ ການ​ສໍ້​ຣາສ​ບັງ​ຫຼວງ ແມ່ນ​ພຶດ​ຕິ​ກັມ​ຂອງ​ພະ​ນັກ​ງານ​ນຳ​ພາ, ພະ​ນັກ​ງານ​ຄຸ້ມ​ຄອງ, ພະ​ນັກ​ງານ​ວິ​ຊາ​ການ, ພະ​ນັກ​ງານ​ວິ​ສາ​ຫະ​ກິ​ຈ, ຣັ​ຖກອນ, ທະ​ຫານ, ຕຳ​ຣວດ ລວມ​ທັງ​ນາຍ​ບ້ານ ແລະ ຜູ້​ໄດ້​ຮັບ​ສິທ​ທິ​ ໜ້າ​ທີ່​ນຶ່ງ​ຈາກ​ທາງ​ການ ແລະ ພະ​ນັກ​ງານ​ຕ່າງ​ປະ​ເທດ ແລະ ພະ​ນັກ​ງານ​ອົງ​ການ​ຈັດ​ຕັ້ງ​ສາ​ກົນ ໂດຍ​ການ​ສໍ້​ຣາສບັງ​ຫຼວງ ປະ​ກອບ​ດ້ວຍ​ສະ​ຖາ​ນະ​ການ ​ກະ​ທຳ​ຜິດ ທັງ​ນີ້ ​ເປັນ​ການ​ກະ​ທຳ ​ທີ່​ສ້າງ​ຜົ​ລ​ເສັຽ​ຫາຍ 20 ລ້ານ ກີບ​ ຫາ ​ເກີນກວ່າ 2 ຕື້ ກີບ​ຂຶ້ນໄປ ຈະ​ຖືກ​ລົງ​ໂທດ​ຕັດ​ອິ​ສ​ຣະ​ພາບ ແຕ່ 1 ປີ ຫາ ຕ​ລອດ​ຊີ​ວິດ ແລະ ຖື​ກ​ປັບ​ໃໝ 1 ເປີ​ເຊັນ ຂອງ​ມູນ​ຄ່າ ​ຄວາມ​ເສັຽ​ຫາຍ.

ປັດ​ຈຸ​ບັນ ຊາວ​ລາວ ຈຳ​ນວນ​ຫຼາຍ ຢູ່​ຫຼາຍ​ເມືອງ ແລະ ຫຼາຍ​ແຂວງຂອງ​ປະ​ເທດ ໂດຍ ສະ​ເພາະ​ພື້ນ​ທີ່​ເຂດນອກ ແລະ ຫ່າງ​ໄກ​ສອກ​ຫຼີກ ຍັງ​ບໍ່​ທັນ​ເຂົ້າ​ເຖິງ​ລະ​ບົບ​ນ້ຳ​ປະ​ປາເທື່ອ ໂດຍ​ຊາວ​ລາວ​ໃນ​ເຂດ​ພາກ​ເໜືອ ​ທີ່​ບໍ່​ສາ​ມາດ​ເຂົ້າ​ເຖິງ​ລະ​ບົບ​ນ້ຳ​ປະ​ປາໄດ້ ພັດ​ຕ້ອງ​ນຳ​ໃຊ້​ນ້ຳ​ລິນ​ຈາກ​ພູ​, ຈາກດອຍ ໂດຍບໍ່​ໄດ້​ຜ່ານ​ການກອງ​ນ້ຳ​ໃຫ້​ສະ​ອາດ ໃນ​ຂະ​ນະ​ທີ່ ຊາວ​ລາວບໍ່​ສາ​ມາດ​ເຂົ້າ​ເຖິງ​ລະ​ບົບ​ນ້ຳ​ປະ​ປາ ຢູ່​ທາງ​ພາກ​ໃຕ້ ພັດ​ຕ້ອງໃຊ້​ນ້ຳ​ບາ​ດານ ເຊິ່ງ​ກໍ​ຈຳ​ເປັນ​ຕ້ອງ​ເສັຽ​ຄ່າ​ໄຟ​ຟ້າ ປະ​ມານ​ຄອບ​ຄົວ​ລະ 43,000-84,000 ກີບ ຕໍ່​ເດືອນ.

ເຈົ້າ​ໜ້າ​ທີ່​ຣັ​ຖວິ​ສາ​ຫະ​ກິຈ​ໄຟ​ຟ້າ​ລາວ ຢູ່ ແຂວງ​ພາກ​ໃຕ້ ຜູ້​ທີ່ບໍ່​ປະ​ສົງ​ອອກ​ຊື່ ແລະ ຕຳ​ແໜ່ງ ໄດ້​ກ່າວ​ວ່າ:

" ມັນ ​ກໍ ຄັນ​ວ່າ ໃຊ້​ນ້ຳ​ບາ​ດານ ເພິ່ນ​ກໍ​ໄດ້​ເສັຽ​ແຕ່​ຄ່າ​ໄຟ​ເນາະ ຄັນ​ວ່າ ເພິ່ນ​ໄດ້​ໃຊ້​ສ້ຳ​ປະ​ປາ ເພິ່ນ​ຕ້ອງ​ໄດ້​ເສັຽ​ຄ່າ​ນ້ຳ​ປະ​ປາ ເພາະ​ວ່າ ນ້ຳ​ປະ​ປາ​ນຳ​ເຮົາ ແມ່ນເພິ່ນ​ຈະ​ໄດ້ ເສັຽ​ຄ່າ​ນ້ຳ​ນຳ​ເຮົາ ແຕ່​ວ່າ ຄັນ​ວ່າ ເພິ່ນ​ໃຊ້​ນ້ຳ​ບາ​ດານ ແມ່ນບໍ່​ໄດ້​ເສັຽ ໂດຍ ທັງ​ເຂດນອກແນ່ ໃນ​ເມືອງ​ນຳ​ໃຊ້."

ທ່ານ ກ່າວ​ຕື່ມ​ວ່າ ປະ​ຊາ​ຊົນ​ຈຳ​ນວນ​ຫຼາຍ ພາຍ​ໃນ​ປະ​ເທດ​ລາວ ຍັງ​ບໍ່​ທັນ​ເຂົ້າ​ເຖິງ]ຣະ​ບົບ​ນ້ຳ​ປະ​ປາ​ປານ​ໃດ ແລະ ທີ່​ຜ່ານ​ມາ ຄ່າ​ໄຟ​ຟ້າ ແລະ ຄ່າ​ນ້ຳ​ປະ​ປາ ຢູ່​ແຂວງ​ຕ່າງໆ ບໍ່​ຄື​ກັນ ໂດຍ​ພື້ນ​ທີ່​ມີ​ປະ​ຊາ​ກອນ​ຈຳ​ນວນ​ຫຼາຍ ຄ່າ​ໄຟ​ຟ້າ ແລະ ຄ່າ​ນ້ຳ​ປະ​ປາ​ກໍ​ຈະ​ຖືກ​ລົງ ໃນ​ຂະ​ນະ​ທີ່ ພື້ນ​ທີ່​ຫ່າງ​ໄກ ແລະ ບ່ອນ​ທີ່​ບໍ່​ທັນ​ມີ​ປະ​ຊາ​ຊົນ​​ຫຼາຍ​ປານ​ໃດ ຄ່າ​ໄຟ​ຟ້າ ແລະ ຄ່າ​ນ້ຳ​ປະ​ປາ​ ຈະ​ສູງກວ່າ.