ຜູ້ອາວຸໂສຂໍໃຫ້ປາບການ ສໍ້ຣາສ

ສິດນີ
2015.11.30
f-roads ທາງໄປຫ້ອງການໂຍທາ ນະຄອນຫລວງວຽງຈັນ
Citizen Journalist

ອະດີດ ພະນັກງານ ຣັຖກອນ ອາວຸໂສ ໃນ ລາວ ຢາກໃຫ້ ທາງການ ປາບປາມ ການສໍ້ຣາສ ບັງຫລວງ ໃນທຸກ ກະຊວງ ຢ່າງ ຈິງຈັງ ເດັດຂາດ, ດັ່ງ ທ່ານກ່າວ ໃນຕອນນຶ່ງ ວ່າ:

"ພວກເຮົາ ທີ່ເປັນ ພະນັງການ ອາວຸໂສ ນີ້ ເປັນຫ່ວງ ວ່າ ປະເທດເຮົາ ມັນ ຄໍຣັບຊັ້ນ ຜູ້ທີ່ ກວດກາ ກັບຜູ້ ປະຕິບັດ ງານ ມັນກໍ ຄົນດຽວກັນ ເປັນຫ່ວງ ທີ່ສຸດ ກໍຄື ບໍ່ຢາກໃຫ້ ຣັຖກອນ ໄປຍັກຍອກ ຫລື ສໍ້ຣາສ ບັງຫລວງ".

ສປປລາວ ເປັນນຶ່ງ ໃນບັນດາ ປະເທດ ທີ່ມີການ ສໍ້ຣາສ ບັງຫລວງ ຫຼາຍທີ່ສຸດ ໃນໂລກ, ໃນປີ ທີ່ ຜ່ານມາ ສປປລາວ ຖືກຕົກຈາກ ອັນດັບ 140 ມາເປັນ 145 ຈາກ ການສຳຣວດ ໃນ ຈຳນວນ 175 ປະເທດ ໃນໂລກ.

ອະດີດ ເຈົ້າຫນ້າທີ່ ຣັດ ທ່ານນີ້ ກ່າວ ກ່ຽວກັບ ເຣື້ອງນີ້ ກ່ອນຈະມີ ກອງປະຊຸມ ຜູ້ຊົງ ຄຸນນະວຸດທິ ທົ່ວ ປະເທດ ໃນວັນທີ 28-30 ພຶສຈິກາ ຢູ່ ນະຄອນຫຼວງ ວຽງຈັນ. ທ່ານວ່າ ເຖິງແມ່ນວ່າ ຕົນບໍ່ເຄີຍ ຖືກເຊີນ ເຂົ້າຮ່ວມ ປະຊຸມ ໃນອະດີດ ຍ້ອນບໍ່ແມ່ນ ຄົນ ຂອງ ພັກຣັດ ກໍຕາມ ແຕ່ ໃນຖານະ ເປັນ ພະນັກງານ ຣັດ ອາວຸໂສ ທີ່ ໄດ້ພົບເຫັນ ບັນຫາ ບ້ານເມືອງ ມາຫຼາຍ ກໍຢາກ ໃຫ້ ຣັຖບານ ດູແລ ເບິ່ງແຍງ ການເປັນຢູ່ ຂອງ ປະຊາຊົນ ໃຫ້ດີ ກວ່ານີ້. ທ່ານກ່າວ ເພີ້ມວ່າ:

"ກໍຫ່ວງ ປະຊາຊົນ ເພາະວ່າ ໄຟຟ້າ ນ້ຳປະປາ ເພິ່ນໃຊ້ ພາກຣັດ ບັງຄັບ ຄື 30 ວັນ ຈະຕ້ອງ ໄດ້ຈ່າຍ ຖ້າບໍ່ຈ່າຍ ເດືອນ ທີສອງ ກໍຖືກງົດ ອັນນີ້ ກໍອັນນຶ່ງ ທີ່ເປັນຫ່ວງ ເພາະວ່າ ປະຊາຊົນ ຍາງຄົນ ຣາຍໄດ້ ຕ່ຳ".

ທາງການລາວ ໄດ້ຈັດ ກອງປະຊຸມ ຜູ້ຊົງ ຄຸນນະວຸດທິ ຣະຫວ່າງ ວັນທີ 28-30 ພືສຈິກາ ນີ້ ຈະມີ ຜູ້ແທນ ຈາກ ທົ່ວປະເທດ ແລະ ຕົວແທນ ຊົນເຜົ່າ 49 ຊົນເຜົ່າ ເຂົ້າຮ່ວມ ກວ່າ ພັນຄົນ. ສູນກາງ ແນວລາວ ສ້າງຊາດ ໃຊ້ ໂອກາດນີ້ ເນັ້ນ ຄວາມ ສາມັກຄີ ປອງດອງ ແລະ ຖືວ່າ ກອງປະຊຸມ ດັ່ງກ່າວ ເປັນນຶ່ງ ໃນການ ສເລີມສລອງ ການສ້າງຕັ້ງ ສປປລາວ ຄອບຮອບ 40 ປີ ນຳດ້ວຍ.

ອອກຄວາມເຫັນ

ອອກຄວາມ​ເຫັນຂອງ​ທ່ານ​ດ້ວຍ​ການ​ເຕີມ​ຂໍ້​ມູນ​ໃສ່​ໃນ​ຟອມຣ໌ຢູ່​ດ້ານ​ລຸ່ມ​ນີ້. ວາມ​ເຫັນ​ທັງໝົດ ຕ້ອງ​ໄດ້​ຖືກ ​ອະນຸມັດ ຈາກຜູ້ ກວດກາ ເພື່ອຄວາມ​ເໝາະສົມ​ ຈຶ່ງ​ນໍາ​ມາ​ອອກ​ໄດ້ ທັງ​ໃຫ້ສອດຄ່ອງ ກັບ ເງື່ອນໄຂ ການນຳໃຊ້ ຂອງ ​ວິທຍຸ​ເອ​ເຊັຍ​ເສຣີ. ຄວາມ​ເຫັນ​ທັງໝົດ ຈະ​ບໍ່ປາກົດອອກ ໃຫ້​ເຫັນ​ພ້ອມ​ບາດ​ໂລດ. ວິທຍຸ​ເອ​ເຊັຍ​ເສຣີ ບໍ່ມີສ່ວນຮູ້ເຫັນ ຫຼືຮັບຜິດຊອບ ​​ໃນ​​ຂໍ້​ມູນ​ເນື້ອ​ຄວາມ ທີ່ນໍາມາອອກ.