ອົງການ ກວດກາ-ກວດສອບ ກວດເຫັນການສໍ້ຣາສບັງຫຼວງ ພາກຣັຖ ແຕ່ບໍ່ສາມາດລົງໂທດ

ໄຊຍາ
2023.12.04
ອົງການ ກວດກາ-ກວດສອບ ກວດເຫັນການສໍ້ຣາສບັງຫຼວງ ພາກຣັຖ ແຕ່ບໍ່ສາມາດລົງໂທດ ອົງການກວດສອບແຫ່ງຣັຖ, ນະຄອນຫຼວງວຽງຈັນ ວັນທີ 20 ພຶສຈິກາ 2023.
ນັກຂ່າວ ພົລເມືອງ

ອົງການກາກວດກາ-ກວດສອບ ແຫ່ງຣັຖໄດ້ຣາຍງານ ຕໍ່ກອງປະຊຸມສະພາແຫ່ງຊາຕ ເມື່ອເດືອນພຶສຈິກາ 2023 ຜ່ານມາວ່າ. ຜ່ານການກວດກາ ໂຄງການລົງທຶນ ການພັທນາຂອງຣັຖ ພົບເຫັນການສໍ້ຣາສບັງຫຼວງ ເກືອບວ່າທຸກລະດັບ ແຕ່ກໍບໍ່ສາມາດປະຕິບັດກົດໝາຍ ຕໍ່ຜົລຂອງການກວດເຫັນໄດ້. ໂດຍການກວດກາພົບເຫັນ ທັງການລະເມີດວິໄນຮ້າຍແຮງ, ໂຄງການລົງທຶນນອກແຜນ, ໂຄງການປະຕິບັດແລ້ວບໍ່ມີເງິນສຳລະ ຕາມສັນຍາເປັນຕົ້ນ.

ດັ່ງທ່ານ ຄຳພັນ ພົມມະທັດ ປະທານອົງການກວດກາແຫ່ງຣັຖ ແລະ ຫົວໜ້າອົງການ ຕ້ານການາສໍ້ຣາສບັງຫຼວງ ຂັ້ນສູນກາງ ກ່າວໃນກອງປະຊຸມສໄມສາມັນ ເທື່ອທີ 6 ຂອງສະພາແຫ່ງຊາຕ ຊຸດທີ 9 ເມື່ອວັນທີ 07 ພຶສຈິກາ 2023ວ່າ:

“ຜ່ານການກວດກາອັນໃຫຍ່ທີ່ສຸດ ແມ່ນລະເມີດດ້ານວິໄນ ການລະເມີດເປັນລະບົບ ລະກາຮ້າຍແຮງສົມຄວນ ມັນສະແດງອອກວ່າ ຣັຖເກືອບທຸກຂັ້ນແຕ່ເທີງລົງລຸ່ມ ພາກັນສັ່ງໃຫ້ມີໂຄງການລົງທຶນ ແຕ່ຕົ້ນແມ່ນອກແຜນຫັ້ນຫຼາຍ ຕໍ່ມາກາເຂົ້າແຜນເອົາເຂົ້າແຜນເນາະ ເຮັດໃຫ້ໂຄງການປະຕິບັດແລ້ວ ບໍ່ມີເງິນສຳລະຕາມສັນຍາ. ອັນນີ້ມີທົ່ວໄປ ພວກເຮົາເປັນຜູ້ກວດກາ ບໍ່ຮູ້ວ່າຊິເອົາຜິດແນວໃດ ຄັນເອົາຜິດກາໝົດທຸກບ່ອນ ລັກສະນັ້ນ ໃນເວລານັ້ນ.”

ທ່ານ ວຽງທະວີສອນ ເທບພະຈັນ ປະທານອົງການກວດສອບແຫ່ງຣັຖ ໄດ້ຣາຍງານຕໍ່ກອງປະຊຸມ ສະພາແຫ່ງຊາຕ ຊຸດທີ 6 ສໄສາມັນເທື່ອທີ 9 ເມື່ອວັນທີ 07 ພຶສຈິກາ 2023 ບາງຕອນ ທ່ານໄດ້ກ່າວວ່າ:

“ບັນຫາທີ່ມີຄວາມຫຍຸ້ງຍາກ ແລະຄວາມສ່ຽງທີ່ຄາດວ່າ ຈະແກ້ໄຂບໍ່ໄດ້ ປະກອບມີການແກ້ໄຂເງິນ ຫຼືລາຍຈ່າຍລ່ວງໜ້າ ໃນລະບົບຄັງເງິນ ປະຈຳແຂວງແຕ່ປີ 2020 ຄືນຫຼັງ ຍ້ອນວ່າການຖືບັນຊີ ໃນໄລຍະນັ້ນຍັງບໍ່ເປັນລະບົບ ເທົ່າທີ່ຄວນ ບໍ່ໄດ້ແຍກ ຫຼື ບໍ່ໄດ້ສ້າງບົດສຣຸບລາຍຈ່າຍ ດັ່ງກ່າວ ອອກເປັນແຕ່ຫ່ວງລາຍຈ່າຍຕາມລະສາລະບັນ ງົບປະມານ ສາລະບັນບັນຊີ ເຮັດໃຫ້ການນຳເອົາເງິນໃນຫ່ວງນີ້ ສເນີເຂົ້າແຜນງົບປະມານ ແຫ່ງຣັຖພົບກັບຄວາມຫຍຸ້ງຍາກ ຫຼືບໍ່ສາມາດຈັດສັນ ເຂົ້າກັບແຜນງົບປະມານ ແຫ່ງຣັຖໄດ້.

ທ່ານໄດ້ກ່າວຕື່ມວ່າ ການແກ້ໄຂໜີ້ສິນລາຍຮັບ ສ່ວຍສາອາກອນ ຊັບສິນແຫ່ງຣັຖ ບາງລາຍການຕິດພັນກັບໜີ້ສິນ ແຫ່ງຣັຖໜີ້ສິນຕ້ອງສົ່ງທີ່ຕຸບກັນໃນຮູບແບບໜີ້ສິນ ແລະໃນແຜນ ແລະນອກແຜນງົບປະມານແຫ່ງຣັຖ, ບຸກຄົນ ແລະນິຕິບຸກຄົນຈຳນວນນຶ່ງ ທັງພາຍໃນ ແລະຕ່າງປະເທດ ມີການເຄື່ອນຍ້າຍ ທີ່ຢູ່, ຢຸດເຊົາກິຈການ ໂດຍບໍ່ໄດ້ແຈ້ງໃຫ້ກັບຂແນງການ ທີກ່ຽວຂ້ອງໄດ້ຮັບຮູ້, ການເຄື່ອນໄຫວທຸຣະກິຈຂາດສະພາບຄ່ອງ ທາງດ້ານການເງິນ, ຄວາມຫຍຸ້ງຍາກ ທາງດ້ານເສຖກິຈ, ບັນຫາຄ່າຄອງຊີບ ເຮັດໃຫ້ການເລັ່ງທວງເອົາໜີ້ສິນ ຕ້ອງຮັບດັ່ງກ່າວມອບເຂົ້າງົບປະມານ ແຫ່ງຣັຖບໍ່ໄດ້ຄົບຖ້ວນບໍ່ທັນຕາມເວລາໄລ່ລຽງ. 

ອະດີດ ພະນັກງານຣັຖ ໄດ້ກ່າວເຖິງບັນຫາ ການກວດສອບເຫັນແລ້ວ ບໍ່ລົງວິໄນ ຫຼືລົງໂທດໂດຍສະເພາະ ແມ່ນພະນັກງານຣັຖ ທີ່ເຮັດຜິດ ເທົ່າທີ່ເຫັນຫຼາຍທີ່ສຸດ ແມ່ນການສໍ້ຣາສບັງຫຼວງ ເຊິ່ງບັນຫາດັ່ງກ່າວ ມັນບົ່ມຊ້ອນມາຫຼາຍປີແລ້ວ ມັນສະສົມຈົນເຮັດໃຫ້ຣັຖບານລາວ ແກ້ໄຂໄດ້ຍາກເພາະບົດຣາຍງານ ກໍໄດ້ຊີ້ແຈງໃຫ້ເຫັນແລ້ວວ່າ ແມ່ນຣັຖເປັນຜູ້ກທໍາແຕ່ເມື່ອກວດກາເຫັນ ກັບເຮັດຫຍັງບໍ່ໄດ້.

ດັ່ງອະດີດພະນັກງານຣັຖ ທີ່ຂໍສງວນຊື່ ແລະສຽງ ໄດ້ໃຫ້ຄຳເຫັນຕໍ່ວິທຍຸເອເຊັຽເສຣີ ເມື່ອຕົ້ນເດືອນພຶສຈິກາ 2023 ນີ້ວ່າ:

“ສໍ້ຣາສບັງຫຼວງ ມີແຕ່ໄປຖີ້ມໂທດ ໃຫ້ພະນັກງານສໍ້ໂກງເທົ່ານັ້ນ ຕື່ເທົ່ານີ້ຕື້ ແຕ່ບາດຍາມເຮົາຖາມ ຜູ້ໃດເປັນຄົນສໍ້ໂກງ ຄືບໍ່ເຫັນຈັບມາໃຫ້ເບິ່ງແດ່ ອອກນາຍພົນເບາະ ນາຍພັນເບາະ ທະຫານຕຳຣວດເບາະເ ປັນຜູ້ສໍ້ໂກງ ເງິນມັນໄປຢູ່ໃສ ຂ້າພະເຈົ້າຖືວ່າ ມັນເປັນການຕົບຕາ ພໍ່ແມ່ພີ່ນ້ອງ ປະຊາຊົນ.”

ອະດີດພະນັກງານ ອີກທ່ານນຶ່ງລະບຸວ່າ ທຸກຄົນຕ້ອງປະຕິບັດກົດໝາຍ ບໍ່ວ່າຈະຢູ່ໃນລະດັບໃດ ກໍຕາມ ຖ້າປະຕິບັດຕາມກົດໝາຍ ທຸກຄົນກໍຈະມີສິດເທົ່າທຽມກັນ ໃນການທຳມາຫາກິນ ພັທນາປະເທດຊາຕ. ຖ້າກົດໝາຍ ຍັງອ່ອນແອ ຄືປັດຈຸບັນກໍຈະເຮັດໃຫ້ເກີດມີຊ່ອງຫວ່າງ ໃຫ້ພວກສວຍໂອກາດ ສໍ້ຣາສບັງຫຼວງສ້າງຄວາມລໍ້າລວຍ ໃຫ້ກັບຕົນເອງ. ສິ່ງເລົ່ານັ້ນມັນເປັນສັນຍານ ເຕືອນທີ່ເກີດຂຶ້ນແລ້ວ ໃນຕອນນີ້ກໍຄືໂຄງການພັທນາຕ່າງໆ ບໍ່ສາມາດສືບຕໍ່ ແລະສ້າງຄວາມເສັຍຫາຍ ຢ່າງມະຫາສານຕໍ່ປະເທດ.

“ປະຊາຊົນລາວບັນດາເຜົ່າ ດ້ວຍກົດໝາຍຣັຖທັມມະນູນ ແນ່ນອນຖ້າທຸກຄົນປະຕິບັດກົດ

ໝາຍ ຢ່າງເຂັ້ມງວດທຸກຄົນ ກໍຈະມີສິດທິເທົ່າທຽມກັນ ໃນການສ້າງສາ ທຳມາຫາກິນ ໃຫ້ດີຂຶ້ນ.”

ຕໍ່ກັບການລົງໂທດຕໍ່ຜູ້ກະທໍາຜິດ ໂດຍສະເພາະໃນອົງກອນຂອງຣັຖ ຜ່ານມາກໍມີການລົງໂທດ ແຕ່ລະດັບສູງຈະບໍ່ເປີດເຜີຍ ສ່ວນລະດັບຊັ້ນນ້ອຍ ຈະເປີດເຜີຍຕາມສື່ມວນຊົນ.

ສ່ວນແຫຼ່ງຂ່າວລຶກລັບ ພາຍໃນກໍໄດ້ແຈ້ງຕໍ່ທີມງານ ຂອງພວກເຮົາວ່າ ການປາບປາມການສໍ້ຣາສບັງຫຼວງ ໃນອົງກອນຂອງຣັຖນີ້ ຕອນນີ້ໜ່ວຍງານທີ່ກ່ຽວຂ້ອງ ໄດ້ກະກຽມແຜນການທີ່ຈະກວດລ້າງ ກຸ່ມຄົນກະທຳຜິດທັງຣັຖ ແລະ ທຸຣະກິຈ ທີ່ຮ່ວມກັນກະທຳຜິດ ແລ້ວໂດຍແຫຼ່ງຂ່າວພາຍໃນລຶກລັບ ລະບຸວ່າທາງການລາວກຳລັງກະກຽມການສ້າງສູນ ກັກກັນທີ່ບັນຈຸໄດ້ເຖິງ 3,000 ຄົນ ເພື່ອຈະນໍາເອົາຜູ້ກະທໍາຜິດ ເຂົ້າໄປກັກບໍຣິເວນໃນສູນດັ່ງກ່າວ. ເມື່ອຖາມວ່າສູນດັ່ງກ່າວຢູ່ໃສ ແຫຼ່ງຂ່າວລຶກລັບ ຂໍສງວນບໍ່ຕອບ.

ໃນໄລຍະຜ່ານມາ ກວດກາ ສູນກາງພັກໄດ້ສຣຸບຜົລງານ ການກວດນັບແຕ່ປີ 2016 ຈົນເຖິງປີ 2022 ໃນນີ້ ບັນຫາທີ່ພົ້ນເດັ່ນ ກໍຄືກວດກາບັນດາໂຄງການ ລົງທຶນກໍ່ສ້າງພື້ນຖານໂຄງຮ່າງ, ການຄຸ້ມຄອງນຳໃຊ້ທີ່ດິນ, ການຂຸດຄົ້ນ ແລະທຸຣະກິຈໄມ້, ການສຳຣວດແຮ່ທາດ ແລະ ອື່ນໆ . ໃນບົດຣາຍງານ ລະບຸວ່າ ສາມາດກວດກາ ໄດ້ທັງໝົດ 4,185 ເປົ້າໝາຍ ພົບເຫັນຜົລເສັຍຫາຍ 8,370 ຕື້ກີບ, 50,22 ລ້ານໂດລ້າຣ໌ ແລະ 36,89 ລ້ານບາທ.

ໃນເບື້ອງຕົ້ນເກັບກູ້ຄືນໄດ້ 1,782 ຕື້ກີບ, 3,55 ລ້ານໂດລ້າຣ໌ ແລະ 11,16 ລ້ານບາທ. ສ່ວນການກວດກາໂຄງການລົງທຶນ ຂອງຣັຖຕາມແຈ້ງການຂອງຫ້ອງວ່າ ການສຳນັກງານນາຍົກຣັຖມົນຕຣີ ສະບັບເລຂທີ 130/ຫສນຍ. ສຳເຣັດແລ້ວ 2,004 ໂຄງການ ໃນຈຳນວນ 5,542 ໂຄງການ ໄດ້ດໍາເນີນການຈັດຕັ້ງ ປະຕິບັດຄໍາສັ່ງເລກທີ 15/ນຍ ພົບເຫັນການລະເມີດ ແລະ ຜູ້ມີສ່ວນຮ່ວມພົວພັນ 1,119 ຄົນ, ໃນນີ້ມີພະນັກງານຣັຖ 127 ຄົນ, ຜູ້ປະກອບການ 246 ຄົນ, ປະຊາຊົນ 746 ຄົນ.

ການຄົ້ນຄ້ວາຄໍາຮ້ອງ-ຄໍາສເນີຂອງພົລເມືອງ ທີ່ມີຕໍ່ການຈັດຕັ້ງພັກ, ອົງການບໍຣິຫານຣັຖ, ການປະຕິບັດໜ້າທີ່ຂອງສະມາຊິກພັກ-ພະນັກງານນັບແຕ່ປີ 2016 ຈົນເຖິງປັດຈຸບັນໄດ້ຮັບຄຳຮ້ອງທັງໝົດ 5,568 ສະບັບ, ໃນນັ້ນໄດ້ນຳພາຊີນຳຄົ້ນຄ້ວາ ພິຈາຣະນາແກ້ໄຂແລ້ວ 1,685 ສະບັບ, ຄຳຮ້ອງ-ຄຳສເນີທີ່ພົ້ນເດັ່ນກ່ວາໝູ່ ແມ່ນຂໍ້ຂັດແຍ່ງກ່ຽວຂ້ອງກັບທີ່ດິນ, ເຮືອນ, ການດຳເນີນທຸຣະກິຈ, ຄວາມບໍ່ພໍໃຈຕໍ່ຂະບວນການສືບສວນ-ສອບວນ ຫຼືການປະຕິບັດຄຳຕັດສິນ ຂອງສານ, ພ້ອມທັງບັນຫາການລົງວິໄນ ຕໍ່ພະນັກງານ-ສະມາຊິກພັກ.

ສະເພາະໃນປີນີ້ທີ່ວ່າ ເປັນຂ່າວໃຫຍ່ກ່ອນໜ້ານັ້ນ ຍັງມີການປິດບັງແຕ່ໃນທີ່ສຸດ ກໍມີບຸກຄົນໄດ້ເອົາບົດບັນທຶກ ກອງປະຊຸມຄົ້ນຄ້ວາລົງວິໄນ ຕໍ່ພະນັກງານ-ຣັຖກອນ ມາເຜີຍແຜ່ ລົງສື່ສັງຄົມອ໋ອນລາຍນ໌ ເຊິ່ງພວກເຮົາໄດ້ສອບຖາມ ໄປຍັງຜູ້ຮັບຜິດຊອບເຣື່ອງນີ້ ເພິ່ນກໍໄດ້ຕອບວ່າມີມູນຄວາມຈິງ. ນີ້ແມ່ນການລົງວິໄນ ພະນັກງານ-ຣັຖກອນເມື່ອເດືອນພຶສຈິກາ 2023 ນີ້ ໂດຍບົດບັນທຶກມີເນື້ອໃນວ່າ.

ກອງປະຊຸມຄົ້ນຄ້ວາ ລົງວິໄນຕໍ່ພະນັກງານຣັຖກອນ ທີ່ລະເມີດກົດລະບຽບຂອງພັກ ແລະ ກົດໝາຍວ່າດ້ວຍພະນັກງານ-ຣັຖກອນໂດຍກອງປະຊຸມ ໄດ້ຈັດຂຶ້ນໃນເວລາ 13:30ໂມງ ຂອງວັນທີ 02 ມິຖຸນາ 2023 ທີ່ຫ້ອງປະຊຸມຄະນະປະຈຳ ພັກແຂວງໂດຍການເປັນປະທານຂອງ ທ່ານ ວຽງສະຫວັດ ສີພັນດອນ ເຈົ້າແຂວງຫຼວງນໍ້າທາ ໂດຍການລົງວິໄນ ໄດ້ມີຈຳນວນ 41 ຄົນ ຍີງ 9 ຄົນ ຜ່ານການຄົ້ນຄ້ວາ ໄດ້ຕົກລົງເຫັນດີເອກະພາບ ດັ່ງນີ້.

ພາກສ່ວນທີ່ເຫັນດີ ໃຫ້ລຶບຊື່ອອກຈາກພັກ ລົງວິໄນຂັ້ນ 4 ອອກຈາກເປັນຣັຖກອນ ໂດຍບໍ່ໄດ້ຮັບນະໂຍບາຍ ແລະ ດຳເນີນຕາມຂະບວນການຍຸຕິທັມ. ນອກຈາກນີ້ຍັງມີການລົງໂທດລຶບຊື່ ອອກຈາກພັກ ລົງວິໄນຂັ້ນສາມປົດຕຳແໜ່ງ ໃຫ້ເປັນວິຊາການທົ່ວໄປ ໂຍກຍ້າຍບ່ອນປະຈຳການ ໂຈະການເລື່ອນຊັ້ນ 2 ຂັ້ນ, ໂຈະການຍ້ອງຍໍ 4 ປີ. ພາກສ່ວນເຫັນດີ ປະຕິບັດວິໄນ ປົດຕຳແໜ່ງພັກ, ໂຈະການຮ່ວມຊີວິດພັກ 6 ເດືອນ, ລົງວິໄນຂັ້ນສາມ ປົດຕຳແໜ່ງ 1 ຂັ້ນ, ໂຍກຍ້າຍບ່ອນປະຈໍາການ, ໂຈະການເລື່ອນຊັ້ນຂັ້ນເງິນເດືອນ 1 ຂັ້ນ, ໂຈະຍ້ອງຍໍ 2 ປີ ແລະສຸດທ້າຍປະຕິບັດວິໄນ ຂັ້ນສອງກ່າວເຕືອນຄວາມຜິດດ້ວຍການຂຽນ ໃບສໍາຣວດຕົນເອງ ແລະບັນທຶກຄວາມຜິດໄວ້ ເປັນຫຼັກຖານ.

ອອກຄວາມເຫັນ

ອອກຄວາມ​ເຫັນຂອງ​ທ່ານ​ດ້ວຍ​ການ​ເຕີມ​ຂໍ້​ມູນ​ໃສ່​ໃນ​ຟອມຣ໌ຢູ່​ດ້ານ​ລຸ່ມ​ນີ້. ວາມ​ເຫັນ​ທັງໝົດ ຕ້ອງ​ໄດ້​ຖືກ ​ອະນຸມັດ ຈາກຜູ້ ກວດກາ ເພື່ອຄວາມ​ເໝາະສົມ​ ຈຶ່ງ​ນໍາ​ມາ​ອອກ​ໄດ້ ທັງ​ໃຫ້ສອດຄ່ອງ ກັບ ເງື່ອນໄຂ ການນຳໃຊ້ ຂອງ ​ວິທຍຸ​ເອ​ເຊັຍ​ເສຣີ. ຄວາມ​ເຫັນ​ທັງໝົດ ຈະ​ບໍ່ປາກົດອອກ ໃຫ້​ເຫັນ​ພ້ອມ​ບາດ​ໂລດ. ວິທຍຸ​ເອ​ເຊັຍ​ເສຣີ ບໍ່ມີສ່ວນຮູ້ເຫັນ ຫຼືຮັບຜິດຊອບ ​​ໃນ​​ຂໍ້​ມູນ​ເນື້ອ​ຄວາມ ທີ່ນໍາມາອອກ.