ລາວປາບປາມການສໍ້ຣາສ ຣາຍໃຫຍ່
2017.03.01
ສປປລາວ ກໍາລັງ ປະຕິບັດຕາມ ປະເທດເພື່ອນບ້ານ ຍັກໃຫຍ່ ດັ່ງ ສປຈີນ ແລະ ສສວຽດນາມ ໃນການປາບປາມ ການສໍ້ຣາສ ບັງຫລວງ ພາຍໃນປະເທດ ຢ່າງເຂັ້ມຂົ້ນ ໃນເວລານີ້ ຊຶ່ງໃນຣະຍະ 4-5 ເດືອນ ຜ່ານມາ ທາງການລາວ ໄດ້ວາງມາຕການ ຢ່າງເຂັ້ມງວດ ໃນການ ປາບປາມ ການສໍ້ຣາສບັງຫລວງ ໃນຖັນແຖວ ເຈົ້າຫນ້າທີ່ ແລະ ຜູ້ນຳພັກ-ຣັດ.
ການກະທຳດັ່ງກ່າວ ຂອງຣັຖບານລາວ ແມ່ນເພື່ອຮັກສາໄວ້ ຊຶ່ງຄວາມເຊື່ອຫມັ້ນ ໃນລັດທິ ຄອມມິວນິສ ພັກໂທນ-ພັກດຽວ ໃນການປົກ- ຄອງປະເທດ ຫລັງຈາກ ມີເຈົ້າຫນ້າທີ່ ຣັດຫຼາຍຄົນ ລ້ຳລວຍເກີນໄປ ຍ້ອນການ ສໍ້ໂກງ ທີ່ເຮັດໃຫ້ ປະຊາຊົນລາວ ຂາດສັດທາ ໃນລັດທິ ຄອມມິວນິສ ໃນລາວ.
ທ່ານ ທອງລຸນ ສີສຸລິດ ນາຍົກ ຣັຖມົນຕຣີລາວ ຫລັງຈາກທີ່ຂຶ້ນ ກຳອຳນາດ ໃນເດືອນເມສາ ຜ່ານມາ ຖືວ່າເປັນບຸກຄົນ ທີ່ມີຫົວ ປະຕິຮູບ ໄດ້ວາງມາຕການ ໃນການປາບປາມ ການສໍ້ຣາສບັງຫຼວງ ໃນຖັນແຖວ ເຈົ້າຫນ້າທີ່ຣັດ ຢ່າງເດັດຂາດ. ຍ້ອນແຜນການດັ່ງກ່າວ ເຈົ້າຫນ້າທີ່ ລາວ ຫຼາຍຄົນ ໄດ້ຖືກຂໍ້ຫາ ຍັກຍອກ ເງິນຫຼວງ ແລະ ປະຕິບັດຫນ້າທີ່ ແບບບໍ່ຊອບທັມ ຫຼາຍຄົນຖືກຈັບກຸມ ຖືກໃສ່ຄຸກ ຖືກຫລຸດຊັ້ນ ແລະ ຖືກໃລ່ອອກການ ແຕ່ຫຼາຍຄົນ ກໍຍັງລອຍນວນ ຢູ່ເຊັ່ນກັນ ໂດຍສະເພາະ ເຈົ້າຫນ້າທີ່ີ່ ລະດັບສູງ ພັກປະຊາຊົນ ປະຕິວັດລາວ.
ຫ້ອງການສືບສວນແຫ່ງຣັດ ຣາຍງານວ່າ ເງິນຫຼວງ ຈາກທະນາຄານຣັດ ຫຼາຍລ້ານໂດລາ ຖືກສໍ້ໂກງ ຖືກຍັກຍອກ ໂດຍ ເຈົ້າຫນ້າທີ່ຣັດ ຈາກຫຼາຍກະຊວງ ແລະ ຫຼາຍແຂວງ ໃນຣະຍະຜ່ານມາ. ໃນປີ 2012-14 ເງິນຣັດ ຖືກສໍ້ໂກງເຖິງ 123 ລ້ານໂດລາ ທາງການ ໄດ້ສືບ- ສວນ ເຈົ້າຫນ້າທີ່ຣັດ ຜູ້ຕ້ອງສົງສັຍ 71 ຄົນໃນນັ້ນ 25 ຄົນ ຖືກຈັບ ແລະ ຫຼາຍຄົນ ຍັງສືບສວນຢູ່.