ຫຼາຍພາກສ່ວນ ສເນີໃຫ້ ດຳເນີນຄະດີຢ່າງເຂັ້ມງວດ ກັບຜູ້ສໍ້ຣາສບັງຫຼວງ
2023.11.13
ບັນຫາການສໍ້ຣາສ ບັງຫຼວງ ຂອງພະນັກງານຣັຖກອນ ແລະ ພະນັກງານຣັຖວິສາຫະກິຈ ຍັງເກີດຂຶ້ນຢ່າງຕໍ່ເນື່ອງ ໂດຍໃນໄລຍະກາງສໄມ 5 ປີ ( 2021-2025 ) ອົງການກວດກາແຫ່ງຣັຖ ພົບຄະດີການສໍ້ຣາສບັງຫຼວງ ຈຳນວນ 7 ສາຍຄະດີໃນນັ້ນມີພະນັກງານຣັຖກອນ 34 ຄົນ, ພະນັກງານຣັຖວິສາຫະກິຈ 33 ຄົນ ສ້າງຄວາມເສັຍຫາຍ ທັງໝົດ 508.64 ຕື້ກີບ, 64 ລ້ານປາຍບາທ ແລະ 100,000 ປາຍໂດລ້າຣ໌ສະຫະຣັຖ.
ກ່ຽວກັບເຣື່ອງນີ້ ທ່ານ ຄໍາປະເສີດ ເທບວົງສາ ສະມາຊິກສະພາແຫ່ງຊາຕ ແຂວງເຊກອງ ສເນີໃຫ້ອົງການກວດກາ ແຫ່ງຣັຖ ແລະ ອົງການກວດສອບແຫ່ງຣັຖ ປະຕິບັດວິໄນຂັ້ນເດັດຂາດ ຕໍ່ພະນັກງານຣັຖກອນ ແລະ ພະນັກງານຣັຖວິສາຫະກິຈ ທີ່ີມີສ່ວນກ່ຽວຂ້ອງກັບການສໍ້ຣາສ ບັງຫຼວງ ບໍ່ວ່າຈະເປັນຄະດີນ້ອຍ ແລະ ຄະດີໃຫຍ່.
ດັ່ງ ທ່ານ ຄຳປະເສີດ ເທບວົງສາ ສະມາຊິກສະພາແຫ່ງຊາຕ ແຂວງເຊກອງກ່າວໃນກອງປະຊຸມ ສະພາແຫ່ງຊາຕ ສໄມສາມັນເທື່ອທີ 6 ຂອງສະພາແຫ່ງຊາຕ ຊຸດທີ 9 ໃນວັນທີ 07 ພຶສຈິກາທີ່ຜ່ານມາໃນຕອນນຶ່ງວ່າ:
“ບັນດາທ່ານ ສສ ຫຼາຍທ່ານວ່າວຽກກວດສອບ ນີ້ແກ້ບໍ່ຕົກຈັກເທື່ອແກ້ບໍ່ໄດ້ຈັກເທື່ອລະດັບສູງຊໍ່າໃດ ກາຢ່າຕຳແໜ່ງໃດ ກາຢ່າ ຖ້າເຮັດຜິດແລ້ວກາຕ້ອງປາບ ຕ້ອງເຮັດເປັນແບບຢ່າງ. ອັນນີ້ພວກເຮົາ ບໍ່ເຄີຍພົບເນາະ.”
ທ່ານ ພົນຈັດຕະວາ ສາຍໃຈ ກົມມະສິດ ສະມາຊິກສະພາແຫ່ງຊາຕ ແຂວງຈໍາປາສັກ ໄດ້ສເນີວ່າໃນໄລຍະທີ່ຜ່ານມາ ໄດ້ມີການຣາຍງານກ່ຽວກັບພະນັກງານຣັຖກອນ ແລະ ພະນັກງານຣັຖວິສາຫະກິຈ ກະທຳການສໍ້ຣາສບັງຫຼວງ ແລະ ໄດ້ສ້າງຄວາມເສັຍຫາຍໃຫ້ແກ່ງົບປະມານແຫ່ງຣັຖ ເປັນຈຳນວນຫຼາຍໃນແຕ່ລະປີ ແຕ່ພັດບໍ່ມີການລົງວິໄນຢ່າງເຂັ້ມງວດ.
ດັ່ງນັ້ນ ຈຶ່ງຂໍສເນີໃຫ້ອົງການກວດກາ ແຫ່ງຣັຖ ແລະ ອົງການກວດສອບ ແຫ່ງຣັຖຖ້າພົບເຫັນວ່າມີພະນັກງານຣັຖກອນ ແລະ ພະນັກງານຣັຖວິສາຫະກິຈ ກະທຳຄວາມຜິດຕາມລະບຽບກົດໝາຍ ຫຼື ລະເມີດກົດໝາຍ ຂອງພັກ ຄວນມີການບັງຄັບໃຊ້ກົດໝາຍຢ່າງເຂັ້ມງວດ ໂດຍບໍ່ເວັ້ນວ່າບຸກຄົນເຫຼົ່ານັ້ນຈະມີຕຳແໜ່ງສູງ ຫຼື ມີອຳນາດສູງກ່ວາ.
ດັ່ງ ທ່ານ ພົນຈັດຕະວາ ສາຍໃຈ ກົມມະສິດ ສະມາຊິກສະພາແຫ່ງຊາຕ ແຂວງຈຳປາສັກ ກ່າວ ໃນກອງປະຊຸມສໄມສາມັນເທື່ອທີ 6 ຂອງສະພາແຫ່ງຊາຕຊຸດທີ 9 ໃນວັນທີ 07 ພຶສຈິກາ ທີ່ຜ່ານມາໃນຕອນນຶ່ງວ່າ:
“ຄືມາຕການຂອງເບື້ອງຣັຖນີ້ ເຮົາມີກົດໝາຍກາຄວນຈະຕ້ອງໄດ້ບັງຄັບໃຊ້ ກົດໝາຍນີ້ ໃຫ້ຄວາມເຂັ້ມງວດ. ສຳລັບພະນັກງານຣັຖກອນ ທຸກຄົນລ້ວນແຕ່ເປັນສາມະຊິກພັກ ຄວນຈະໃຊ້ມາຕການ ຂອງທາງເບື້ອງກົດລະບຽບ ຂອງພັກນີ້ເຂົ້າມາໃສ່ ທັງສອງມາຕການນີ້ພວກເຮົາເຄີຍໄດ້ໃຊ້ເບາະ ເຄີຍໄດ້ໃຊ້ຜ່ານມາແຕ່ມັນບໍ່ເຂັ້ມ.”
ຊາວລາວ ໃນນະຄອນຫຼວງກ່າວວ່າ ເຫັນດີກັບຂໍ້ສເນີຂອງສະມາຊິກ ສະພາແຫ່ງຊາຕຫຼາຍທ່ານ ທີ່ຈະໃຫ້ມີການປະຕິບັດວິໄນ ເຂັ້ມງວດ ແລະ ເດັດຂາດຕໍ່ ກັບພະນັກງານຣັຖກອນ ແລະ ພະນັກງານຣັຖວິສາຫະກິຈ ທີ່ກະທຳການສໍ້ຣາສບັງຫຼວງ ຈົນສ້າງຄວາມເສັຍໃຫ້ແກ່ຣັຖ ແລະ ປະເທດຊາຕ ໂດຍສະເພາະໂຄງການລົງທຶນຂອງຣັຖ, ເອົາເງິນພາສີ-ອາກອນຂອງຣັຖມານຳໃຊ້ສ່ວນໂຕ.
ການຣາຍງານ ຜົລການກວດກາ ແລະ ຜົລການກວດສອບ ຄວນຈະຣາຍງານກົງໄປກົງມາ ເພື່ອໃຫ້ສັງຄົມໄດ້ຮັບຮູ້ເຖິງ ແນວທາງການປະຕິບັດວິໄນ ຂອງຣັຖບານລວມເຖິງການດຳເນີນຄະດີ ຕ່າງໆ ບໍ່ແມ່ນຣາຍງານ ສະເພາະໂຕເລຂເທົ່ານັ້ນ.
ດັ່ງຊາວລາວຜູ້ນີ້ ໄດ້ກ່າວຕໍ່ວິທຍຸເອເຊັຽເສຣີ ໃນວັນທີ 13 ພຶສຈິກາ ນີ້ວ່າ:
“ເຂົາກາເຮັດໄປຕາມໃຈມັກ ເຂົາສວຍໃຊ້ສິດໜ້າທີ່ຕຳແໜ່ງ ເຣື່ອງການສໍ້ຣາສບັງຫຼວງ ມັນເກີດຂຶ້ນສູ່ມື້ຍ້ອນວາງໄປແລ້ວ ຮຽກຮ້ອງໄປແລ້ວ ບໍ່ຕິດຕາມ ອາໃສການຣາຍງານ ຣາຍງານມັນຣາຍງານເຈົ້າບໍ່ເຫັນແມ່ນເບາະ ບັນຫາໂຕຈິງມັນບໍ່ຄືຣາຍງານຫັ້ນນ່າ ຄັນຖ້າວ່າເຈົ້າສັ່ງໄປແລ້ວຕິດຕາມ ຫາກົດໝາຍມັນກາເຂັ້ມງວດສັກສິດ.”
ຊາວລາວ ໃນແຂວງຈໍາປາສັກກ່າວວ່າ ສເນີໃຫ້ອົງການກວດກາແຫ່ງຣັຖ ແລະອົງການກວດສອບແຫ່ງຣັຖ ທີ່ີມີອຳນາດສູງສຸດດຳເນີນຄະດີ ກັບພະນັກງານຣັຖກອນ ແລະພະນັກງານຣັຖວິສາຫະກິຈ ຢ່າງເດັດຂາດເຖິງແມ່ນວ່າ ພະນັກງານຜູ້ນັ້ນຈະມີຕຳແໜ່ງສູງ ຫຼື ມີອຳນາດຫຼາຍກໍຕາມ ຖ້າກະທຳຜິດ, ສໍ້ຣາສບັງຫຼວງກໍຄວນຈະຖືກປະຕິບັດວິໄນ ແລະ ຖືກດຳເນີນຄະດີທັງໝົດ.
ດ່ັງຊາວລາວຜູ້ນີ້ ກ່າວຕໍ່ວິທຍຸເອເຊັຽເສຣີ ໃນມື້ດຽວກັນນີ້ວ່າ:
“ປະຕິບັດໂລດຕາມໜ້າທີ່ ວຽກງານຕ້ອງເຮັດເຈົ້າຊິຫຼີກລ້ຽງວ່າ ເອີ ນາຍຕໍາຣວດນີ້ ເຮົາຍອມໄດ ເຮັດບໍ່ໄດ້ຊິແມ່ນນາຍຕຳຣວດ ກາເອົາຕາມລະບຽບກົດໝາຍຫັ້ນແຫຼະ ເຮັດຕ້ອງເຮັດໃຫ້ມັນຈະແຈ້ງໂລດ ໝູ່ຈັ່ງຢ້ານແດ່.”
ກ່ຽວກັບວຽກງານ ການກວດກາ ແລະ ກວດສອບນີ້ ທ່ານ ສົມມາດ ພົນເສນາ ຮອງປະທານສະພາແຫ່ງຊາຕ ໄດ້ຖແລງຂ່າວຜົລພິຈາຣະນາ ວຽກງານຂອງອົງການກວດກາ ແຫ່ງຣັຖ ແລະ ອົງການກວດສອບແຫ່ງຣັຖ ກ່ຽວກັບການຈັດຕັ້ງປະຕິບັດ ແຜນການເຄື່ອນໄຫວວຽກງານກາງສໄມ 5 ປີ (2021-2025) ວ່າເພື່ອເຮັດໃຫ້ຜົລການກວດກາ-ກວດສອບ ໄດ້ຮັບການແກ້ໄຂຢ່າງເຂັ້ມງວດນັ້ນ ສເນີໃຫ້ທັງ 2 ອົງການເຮັດວຽກຮ່ວມກັນ, ປະກອບການຂໍ້ມູນຫຼັກຖານ ຢ່າງລະອຽດ, ຊັດເຈັນໃຫ້ເປົ້າໝາຍທີ່ຖືກກວດກາ-ກວດສອບຮັບຮູ້ ກະທຳຜິດຂອງຕົນເອງ.
ຖ້າການກະທໍາຜິດໃດ ມີຄວາມຮ້າຍແຮງ ສ້າງຄວາມເສັຍຫາຍ ມູນຄ່າສູງ ຕ້ອງດໍາເນີນຄະດີຕາມຂະບວນການຍຸຕິທັມ ຕາມກົດໝາຍຢ່າງເຂັ້ມງວດ, ເດັດຂາດ ຫຼີກລ້ຽງການມອບໃຫ້ອົງການຈັດຕັ້ງ ຫຼື ທ້ອງຖິ່ນທີ່ກ່ຽວຂ້ອງເປັນຜູ້ແກ້ໄຂ ທາງບໍຣິຫານ ແລະ ອື່ນໆ. ຖ້າເປັນການກະທຳຜິດ ທີ່ບໍ່ຮ້າຍແຮງ ສ້າງຄວາມເສັຍຫາຍບໍ່ສູງ ຈຶ່ງມອບໃຫ້ອົງການຈັດຕັ້ງ ທີ່ກ່ຽວຂ້ອງດຳເນີນ ມາຕການທາງບໍຣິຫານ ຕາມກົດໝາຍ.
ທ່ານ ໄຊສົມພອນ ພົມວິຫານ ປະທານສະພາແຫ່ງຊາຕ ໄດ້ກ່າວໃນກອງປະຊຸມສໄມສາມັນ ເທື່ອທີ 6 ຂອງສະພາແຫ່ງຊາຕ ຊຸດທີ 9 ໃນວັນທີ 07 ພຶສຈິກາທີຜ່ານມາວ່າ ເຖິງຈະມີຂໍ້ຫຍຸ້ງຍາກ ແລະ ທ້າທາຍໃນການແກ້ໄຂບັນຫາ ເຣື່ອງການສໍ້ຣາສບັງຫຼວງ ຂອງພະນັກງານຣັຖກອນ ແລະພະນັກງານວິສາຫະກິຈຈຶ່ງເຮັດໃຫ້ການປະຕິບັດວິໄນ ແລະດຳເນີນຄະດີ ໃນໄລຍະຜ່ານມາ ຍັງບໍ່ທັນເຂັ້ມງວດເດັດຂາດ ປານໃດ.
ເພື່ອເຮັດໃຫ້ການສໍ້ຣາສຫຼວງ ຫຼຸດລົງ ຈຶ່ງຮຽກຮ້ອງຕື່ມໃຫ້ອົງການກວດກາ ແຫ່ງຣັຖ ແລະອົງການກວດສອບແຫ່ງຣັຖ ປະຕິບັດວິໄນ ແລະດຳເນີນຄະດີຢ່າງເດັດຂາດ ຕໍ່ພະນັກງານຣັຖກອນ ແລະພະນັກງານຣັຖວິສາຫະກິຈ ທີ່ກະທຳຜິດ ແລະລະເມີດກົດໝາຍ.
ດັ່ງ ທ່ານ ໄຊສົມພອນ ພົມວິຫານ ປະທານສະພາແຫ່ງຊາຕກ່າວຕອນນຶ່ງວ່າ:
“ໄດ້ກວດກາຫຼາຍບັນຫາ ແຕ່ແກ້ໄຂຜົລການກວດກາ ຍັງບໍ່ທັນເຂັ້ມງວດເດັດຂາດ ທັນການຕາມກົດໝາຍວ່າດ້ວຍ ການກວດກາແຫ່ງຣັຖ ໂດຍສະເພາະການປະຕິບັດວິໄນ ຕໍ່ບັນດາຫົວໜ່ວຍອົງການ, ຫົວໜ້າອົງການ ທີ່ກ່ຽວຂ້ອງຂອງ. ເປົ້າໝາຍກວດກາທີ່ມີການລະເມີດ ວິໄນ ລະເມີດກົດໝາຍ.”
ເມື່ອເດືອນມິຖຸນາ ຜ່ານມາທາງການແຂວງຫຼວງນໍ້າທາ ປະຕິບັດວິໄນ ກຸ່ມພະນັກງານ-ຣັຖກອນທັງໝົດ 41 ຄົນຕາມມະຕິກອງປະຊຸມ ຄົ້ນຄ້ວາວິໄນ ຕໍ່ພະນັກງານ-ຣັຖກອນ ຍ້ອນພະນັກງານຣັຖກອນ ທັງໝົດນີ້ໄດ້ລະເມີດ ຕໍ່ກົດລະບຽບຂອງພັກ.
ໃນເດືອນດຽວກັນນີ້ ກອງບັນຊາການ ປກສ ແຂວງຫຼວງນໍ້າທາ ກໍໄດ້ປະຕິບັດວິໄນຕໍ່ນາຍ ແລະ ພົນຕຳຣວດ ທີ່ເຮັດວຽກປະຈຳຢູ່ດ່ານສາກົລ ບໍ່ເຕັນລວມທັງໝົດ 78 ຄົນ ຍ້ອນອະນຸຍາດໃຫ້ ກຸ່ມຄົນຈີນເຂົ້າ-ອອກ ປະເທດລາວ ໂດຍບໍ່ໄດ້ຮັບອະນຸຍາດ, ຮຽກເກັບເງິນສິນບົນ ແລະນຳໃຊ້ໜ້າທີ່ ຕຳແໜ່ງຂອງຕົນ ເອື້ອອຳນວຍຄວາມສະດວກ ໃຫ້ຄົນຈີນ.
ສໍາລັບການສໍ້ຣາສບັງຫຼວງ ຂອງພະນັກງານຣັຖກອນ ແລະພະນັກງານຣັຖວິສາຫະກິຈ ຕາມທີ່ອົງການກວດສອບແຫ່ງຣັຖ ພົບເຫັນນັ້ນຍ້ອນເຈົ້າໜ້າທີ່ ຣັຖເກືອບທຸກຂແນງການ ບໍ່ມີຄວາມໂປ່ງໃສເມື່ອໄດ້ງົບປະມານ ໄປແລ້ວບໍ່ມີການເຮັດບັນຊີເບີກຈ່າຍ ຕາມແຜນການ, ບາງໂຄງການລົງທຶນ ເພີ່ມງົບປະມານໂດຍບໍ່ຈຳເປັນ, ບາງໂຄງການບໍ່ມີການປະເມີນດ້ານເສຖກິຈ-ເຕັກນິກ ເບີກຈ່າຍງົບປະມານ ໃຫ້ດຳເນີນການ.
ການເຊັນສັນຍາ ໂຄງການພັທນາຕ່າງໆ ໃນລະດັບຂັ້ນແຂວງ ແລະ ເມືອງ ສ່ວນໃຫຍ່ພົບວ່າ ມີການສົມຮູ້ຮ່ວມຄິດກັບບໍຣິສັດຮັບເໝົາກໍ່ສ້າງ ແລະ ບໍຣິສັດທີ່ປຶກສາແລ້ວ ມີການຕັ້ງງົບປະມານເກີນ ຄວາມເປັນຈິງ ໂດຍບໍ່ສອດຄ່ອງກັບແຜນງົບປະມານ ທີ່ສະພາແຫ່ງຊາຕກຳນົດເຊິ່ງ ໄດ້ສ້າງຄວາມເສັຍຫາຍຢ່າງໜັກ ຕໍ່ງົບປະມານແຫ່ງຣັຖ ເປັນໂຄງການກໍ່ສ້າງເຂື່ອນໄຟຟ້າ, ໂຄງການຂຸດຄົ້ນແຮ່ທາດ, ໂຄງການກໍ່ສ້າງເສັ້ນທາງ ແລະ ໂຄງສ້າງພື້ນຖານຈຳເປັນ, ໂຄງການພັທນາຊຸມຊົນ ແລະ ບ້ານເຊິ່ງຫຼາຍໂຄງການກໍໄດ້ຮັບງົບປະມານສນັບສນູນ ຈາກອົງການຈັດຕັ້ງສາກົລ ແລະເງິນກູ້ຢືມ.