ກວດເຫັນ ການໃຊ້ງົບປະມານ ຫຼາຍໂຄງການຂອງລັດ ມີບັນຫາ

ພູວົງສ໌
2024.07.03
ກວດເຫັນ ການໃຊ້ງົບປະມານ ຫຼາຍໂຄງການຂອງລັດ ມີບັນຫາ ອົງການກວດສອບແຫ່ງລັດ, ນະຄອນຫຼວງວຽງຈັນ ເດືອນພະຈິກ 2023.
ຮູບພາບຈາກພົນລະເມືອງ

ໃນປີ 2024 ນີ້, ອົງການກວດສອບແຫ່ງລັດ ໄດ້ດຳເນີນການກວດສອບ ບັນດາໂຄງການພັທນາ ຂອງລັດ ຈຳນວນ 117 ເປົ້າໝາຍ ໃນທົ່ວປະເທດ ທັງໂຄງການ ທີ່ເປັນເງິນ ຂອງລັດ, ເງິນກູ້ຢືມ ແລະ ເງິນຊ່ອຍເຫຼືອລ້າ ເພື່ອປ້ອງກັນການຮົ່ວໄຫຼ ຂອງງົບປະມານ ແລະ ສະກັດກັ້ນ ການສໍ້ລາດບັງຫຼວງ ຂອງກຸ່ມພະນັກງານ-ລັດຖະກອນ.

ກ່ຽວກັບເລື້ອງນີ້, ເຈົ້າໜ້າທີ່ ທີ່ຮູ້ຈັກ ກ່ຽວກັບວຽກງານດັ່ງກ່າວ ກ່າວວ່າ ການກວດສອບ ບັນດາໂຄງການພັທນາ ຂອງລັດ ຖືເປັນວຽກງານ ທີ່ທ້າທາຍ ແລະ ຫຍຸ້ງຍາກພໍສົມຄວນ ເພາະຫຼາຍໂຄງການ ບໍ່ມີເອກະສານ, ບໍ່ມີບັນຊີລາຍຮັບ-ລາຍຈ່າຍ ບວກກັບເຈົ້າໜ້າທີ່ ຜູ້ມີໜ້າທີ່ກວດສອບ ກະຂາດຄວາມເອົາໃຈໃສ່, ບໍ່ເດັດຂາດ ທີ່ຈະກວດສອບ ໂຄງການເຫຼົ່ານັ້ນ ຕາມພາລະໜ້າທີ່ ຂອງໂຕເອງ. ດັ່ງທ່ານກ່າວຕໍ່ ວິທຍຸເອເຊັຽເສຣີ ໃນມື້ວັນທີ 3 ກໍລະກົດ 2024 ນີ້ວ່າ:

“ໃນການກວດສອບ ມາເບິ່ງສະພາບໂຕນີ້, ໂອ້ຍ ຍັງດົນຢູ່ດອກ ຊິແກ້ໄຂ, ກະຢາກໜັກ ຄືວ່າຫັ້ນແຫຼະ. ບາງຂົງເຂດ ທີ່ຂຶ້ນກັບການນຳ ຂອງແຕ່ລະຂົງເຂດຫັ້ນ ຄັນວ່າມີຄວາມເດັດຂາດ ແລ້ວກະຈຳນວນໜຶ່ງ ກະຖືກປະຕິບັດວິໄນ ປົດຈາກຕຳແໜ່ງ. ຄັນຮ້າຍແຮງ ກະໄລ່ອອກຈາກໜ້າທີ່.​ ຈຳນວນໜຶ່ງ ມັນກະຍັງສວຍໂອກາດ.”

ທ່ານກ່າວຕື່ມວ່າ ຫຼາຍໂຄງການພັທນາ ຂອງລັດ ທີ່ບໍ່ມີການຕິດຕາມ ກວດສອບງົບປະມານ ຈົນນຳໄປສູ່ການເກີດ ການຮົ່ວໄຫຼ ດ້ານງົບປະມານນັ້ນ ສ່ວນໜຶ່ງ ກະເປັນຍ້ອນເຈົ້າໜ້າທີ່ ຮັບຜິດຊອບໂຄງການ ສວຍໂອກາດ ສໍ້ລາດບັງຫຼວງ ເພາະເຫັນຊ່ອງທາງວ່າ ເຈົ້າໜ້າທີ່ ຜູ້ມີໜ້າທີ່ກວດສອບ ບໍ່ເອົາໃຈໃສ່, ບໍ່ເດັດຂາດ ທີ່ຈະກວດສອບໂຄງການ ຢູ່ແລ້ວ ຫຼືເປັນສະຫາຍ ທີ່ສົມຮູ້ຮ່ວມກັນຄິດ ເປັນຂະບວນການ ກະຍັງພົບເຫັນຢູ່ ໃນປັດຈຸບັນນີ້.

ສຳລັບບັນດາ ໂຄງການພັທນາ ຂອງລັດ ທີ່ພົບເຫັນ ການຮົ່ວໄຫຼ ຂອງງົບປະມານ ແລະ ຫຼາຍໂຄງການ ກະມີງົບປະມານລົງທຶນ ທີ່ແພງຜິດປົກກະຕິ, ບໍ່ມີການປະມູນໂຄງການ, ບໍ່ໄດ້ມາຕຖານ, ດຳເນີນການຊັກຊ້າ-ແກ່ຍາວ ບໍ່ສຳເລັດຕາມແຜນນັ້ນ, ສ່ວນຫຼາຍ ຈະນອນຢູ່ໃນໂຄງການນອກແຜນ ຂອງລັດ ຄວາມໝາຍຄື ເປັນໂຄງການພັທນາເລັ່ງດ່ວນ ທີ່ບໍ່ໄດ້ຜ່ານການອະນຸມັດ ງົບປະມານ ຈາກສະພາແຫ່ງຊາດ ຫຼືສະພາປະຊາຊົນແຂວງ.

ເຈົ້າໜ້າທີ່ ທີ່ຮູ້ຈັກວຽກງານ ການກວດສອບແຫ່ງລັດ ໃນແຂວງພາກເໜືອ ກ່າວວ່າ ໂຄງການພັທນາ ຂອງລັດ ສ່ວນຫຼາຍ ຈະເປັນງົບປະມານ ທີ່ກູ້ຢືມມາລົງທຶນ ຫຼືໄດ້ຮັບການຊ່ອຍເຫຼືອລ້າ ຈາກອົງການຈັດຕັ້ງສາກົນ ກະເພື່ອພັດທະນາປະເທດ ໃຫ້ເກີດຄວາມສະດວກສະບາຍ, ແຕ່ກະເປັນເລື້ອງ ທີ່ໜ້າຕົກໃຈຫຼາຍ ເພາະຫຼາຍໂຄງການ ມີງົບປະມານຮົ່ວໄຫຼ, ພະນັກງານ-ລັດຖະກອນ ຜູ້ຮັບຜິດຊອບໂຄງການ ສໍ້ລາດບັງຫຼວງ ຫຼືບາງໂຄງການ ຈັດຕັ້ງປະຕິບັດ ບໍ່ໄດ້ມາຕຖານ, ສ້າງບໍ່ສຳເລັດ ຕາມແຜນການ, ບາງໂຄງການ ກະກາຍເປັນຄະດີຄວາມ ສູນເສຍງົບປະມານໄປລ້າໆ. ດັ່ງທ່ານກ່າວຕໍ່ ວິທຍຸເອເຊັຽເສຣີ ໃນມື້ດຽວກັນນີ້ວ່າ:

“ໜ້າຕົກໃຈເດ້ເນາະ ບັນດາທະນາຄານ ທີ່ປ່ອຍສິນເຊື່ອ ປ່ອຍເງິນກູ້ກະໂອ້ຍ, ໜ້າຕົກໃຈໄດ໋ ຄັນໂຄງການ ອັນນ່າ ຖືກດຳເນີນຄະດີແນວນີ້ນ່າ.”

ຂະນະທີ່ຊາວລາວ ທ່ານໜຶ່ງ ໃນນະຄອນຫຼວງວຽງຈັນ ກ່າວວ່າ ເຈົ້າໜ້າທີ່ ອົງການກວດສອບແຫ່ງລັດ ທັງຂັ້ນສູນກາງ ແລະ ຂັ້ນທ້ອງຖິ່ນ ຕ້ອງເອົາໃຈໃສ່ຕື່ມ ຕໍ່ໜ້າທີ່ວຽກງານ ຂອງໂຕເອງ ແລະ ເຂັ້ມງວດ ໃນການກວດສອບ ບັນດາໂຄງການພັທນາ ຂອງລັດ ທຸກໂຄງການ ໃນທົ່ວປະເທດ ເພື່ອເຮັດໃຫ້ ໂຄງການພັທນາເຫຼົ່ານັ້ນ ມີປະສິດທິພາບ-ປະສິດທິຜົນ. ດັ່ງທ່ານກ່າວຕໍ່ ວິທຍຸເອເຊັຽເສຣີ ໃນມື້ດຽວກັນນີ້ວ່າ:

“ໃນເມື່ອວຽກງານ ຂອງຊາດນີ້ ມັນແລ່ນບໍ່ສະດວກນີ້ ມັນກະຕ້ອງມີການປັບປຸງ ແລະ ປ່ຽນແປງ. ສະພາບມັນຊິແກ້ໄຂໄດ້ບໍ່? ເຮັດໄດ້ບໍ່, ແກ້ໄຂບໍ່ໄດ້ ປະຊາຊົນນີ້ ເບື່ອໜ່າຍທີ່ສຸດແລ້ວ ເລື້ອງການສໍ້ລາດບັງຫຼວງ, ແຕ່ສະພາບໃນປັດຈຸບັນນີ້, ມັນບໍ່ໄຫວແລ້ວ.”

ຊາວລາວ ອີກທ່ານໜຶ່ງ ໃນແຂວງຈຳປາສັກ ກ່າວວ່າ ເຈົ້າໜ້າທີ່ ອົງການກວດສອບແຫ່ງລັດ ຜູ້ມີໜ້າທີ່ກວດສອບ ທຸກໂຄງການ ຂອງລັດ ຕ້ອງປະຕິບັດໜ້າທີ່ ຂອງໂຕເອງ ຢ່າງເຂັ້ມງວດ, ເດັດຂາດ. ຖ້າຫາກພົບເຫັນ ພະນັກງານ-ລັດຖະກອນ ສໍ້ລາດບັງຫຼວງ, ກະຄວນມີການປະຕິບັດວິໄນ ໄປຕາມລະບຽບກົດໝາຍ. ດັ່ງທ່ານກ່າວຕໍ່ ວິທຍຸເອເຊັຽເສຣີ ໃນມື້ດຽວກັນນີ້ວ່າ:

“ກວດກາຄືນເບິ່ງວ່າ ບັນຫາໃດ ບັນຫາໜຶ່ງ ທີ່ເກີດຂຶ້ນ ແຕ່ລະຈຸດ ແຕ່ລະບ່ອນ ໃຫ້ມັນໜ້ອຍລົງຫັ້ນແຫຼະ, ເຮັດໃຫ້ມັນຖືກຕ້ອງ, ສອດຄ່ອງ ຕາມລະບຽບກົດໝາຍ. ຄັນໃຜເຮັດ, ກະຜິດຫັ້ນແຫຼະ.”

ກ່ຽວກັບບັນຫານີ້, ທ່ານ ສົມມາດ ພົລເສນາ, ຮອງປະທານສະພາແຫ່ງຊາດລາວ ກະໄດ້ສະເໜີໃຫ້ ອົງການກວດສອບແຫ່ງລັດ ປະຕິບັດໜ້າທີ່ວຽກງານ ດ້ວຍຄວາມຫ້າວຫັນ ແລະ ເອົາໃຈໃສ່ຕື່ມ ກ່ຽວກັບວຽກງານກວດສອບ ໃນການກວດສອບ ບັນດາໂຄງການພັທນາຕ່າງໆ ໃນທົ່ວປະເທດ ເນື່ອງຈາກຍັງພົບເຫັນ ລາຍຮັບ-ລາຍຈ່າຍເພີ່ມ, ໜີ້ສິນໂຄງການ ແລະ ບັນຫາອື່ນໆ ເປັນຈຳນວນຫຼາຍ, ແຕ່ແກ້ໄຂໄດ້ໜ້ອຍ, ຊັກຊ້າ-ແກ່ຍາວ ຍ້ອນການຈັດຕັ້ງປະຕິບັດກົດໝາຍ ບໍ່ທັນເຂັ້ມງວດ, ບໍ່ເດັດຂາດ. ອົງການຄຸ້ມຄອງ ຍັງຖືເບົາ ບໍ່ມີການປະສານງານກັນ ລະຫວ່າງໜ່ວຍງານ.

ຜົນການກວດສອບ ໃນໄລຍະ 6 ເດືອນຕົ້ນປີ 2024 ນີ້ ເຫັນວ່າ ຍັງມີລັກສະນະຊຳເຮື້ອ, ໂດຍສະເພາະ ການລະເມີດກົດໝາຍ, ວິໄນແຜນການ-ການເງິນ, ມີມູນຄ່າສູງ ເຮັດໃຫ້ສັງຄົມ ຂາດຄວາມເຊື່ອໝັ້ນ ຕໍ່ການບໍລິຫານລັດ. ສະພາແຫ່ງຊາດ ສະເໜີໃຫ້ມີມາດຕະການ ຢ່າງເດັດຂາດ ແລະ ເຂັ້ມງວດ ຕໍ່ອົງການຄຸ້ມຄອງ ແລະ ເປົ້າໝາຍ ທີ່ຖືກກວດສອບ ທີ່ບໍ່ໃຫ້ການຮ່ວມມື, ບໍ່ສະໜອງຂໍ້ມູນ ແລະ ບໍ່ເຂົ້າຮ່ວມວຽກງານ ກວດສອບແຫ່ງລັດ.

ອອກຄວາມເຫັນ

ອອກຄວາມ​ເຫັນຂອງ​ທ່ານ​ດ້ວຍ​ການ​ເຕີມ​ຂໍ້​ມູນ​ໃສ່​ໃນ​ຟອມຣ໌ຢູ່​ດ້ານ​ລຸ່ມ​ນີ້. ວາມ​ເຫັນ​ທັງໝົດ ຕ້ອງ​ໄດ້​ຖືກ ​ອະນຸມັດ ຈາກຜູ້ ກວດກາ ເພື່ອຄວາມ​ເໝາະສົມ​ ຈຶ່ງ​ນໍາ​ມາ​ອອກ​ໄດ້ ທັງ​ໃຫ້ສອດຄ່ອງ ກັບ ເງື່ອນໄຂ ການນຳໃຊ້ ຂອງ ​ວິທຍຸ​ເອ​ເຊັຍ​ເສຣີ. ຄວາມ​ເຫັນ​ທັງໝົດ ຈະ​ບໍ່ປາກົດອອກ ໃຫ້​ເຫັນ​ພ້ອມ​ບາດ​ໂລດ. ວິທຍຸ​ເອ​ເຊັຍ​ເສຣີ ບໍ່ມີສ່ວນຮູ້ເຫັນ ຫຼືຮັບຜິດຊອບ ​​ໃນ​​ຂໍ້​ມູນ​ເນື້ອ​ຄວາມ ທີ່ນໍາມາອອກ.