ການສໍ້ລາດບັງຫຼວງໃນລາວ ເປັນສາເຫດໜຶ່ງທີ່ປະສົບບັນຫາ ເສດຖະກິດ-ການເງິນ

ຈຳປາທອງ
2024.07.03
ການສໍ້ລາດບັງຫຼວງໃນລາວ ເປັນສາເຫດໜຶ່ງທີ່ປະສົບບັນຫາ ເສດຖະກິດ-ການເງິນ ປະຊາຊົນກຳລັງຢາງຢູ່ຕໍ່ໜ້າ ສະພາແຫ່ງຊາດ, ນະຄອນຫຼວງວຽງຈັນ, ວັນທີ 5 ພະຈິກ 2022.
RFA

ສປປ ລາວ ປະສົບກັບບັນຫາເສດຖະກິດ-ການເງິນໜັກໜ່ວງ ຍ້ອນມີການໃຊ້ສິດອໍານາດເກີນຂອບເຂດ ສໍ້ລາດບັງຫຼວງ ທັງຢູ່ຂັ້ນສູນກາງ ແລະທ້ອງຖິ່ນຢ່າງເປັນຂະບວນ ຈົນສະມາຊິກສະພາແຫ່ງຊາດຫຼາຍທ່ານ ຮຽກຮ້ອງໃຫ້ລັດຖະ ບານ ແກ້ໄຂບັນຫານີ້ຢ່າງຮີບດ່ວນ ແລະຖືເປັນວາລະແຫ່ງຊາດ ຊຶ່ງປັດຈຸບັນມີຢູ່ແລ້ວ 2 ວາລະແຫ່ງຊາດ ຄືວາລະແຫ່ງຊາດ ວ່າດ້ວຍການແກ້ໄຂຄວາມຫຍຸ້ງຍາກທາງດ້ານເສດຖະກິດ ແລະການເງິນ ແລະວາລະແຫ່ງຊາດ ວ່າດ້ວຍການຕ້ານຢາເສບຕິດນັ້ນຕື່ມອີກ.

ໃນກອງປະຊຸມສະໄໝສາມັນ ເທື່ອທີ 7 ຂອງສະພາແຫ່ງຊາດຊຸດທີ 9 ທີ່ກໍາລັງດໍາເນີນໄປຢູ່ນີ້, ທ່ານ ອຸດົມ ວົງໄກສອນ ສະມາຊິກສະພາແຫ່ງຊາດ ເຂດເລືອກຕັ້ງທີ 11 ແຂວງບໍລິຄໍາໄຊ ໄດ້ກ່າວໃນມື້ວັນທີ 11 ມິຖຸນາ ເຖິງບັນຫາການສໍ້ລາດບັງຫຼວງ ຢູ່ ສປປ ລາວ ທີ່ຍັງບໍ່ທັນໄດ້ຮັບການແກ້ໄຂ ຢ່າງເດັດ ຂາດ ແລະເຫັນດີ ສະໜັບສະໜູນທີ່ສຸດ ຖ້າລັດຖະບານ ຈະກໍານົດເອົາການແກ້ໄຂບັນຫາ ການສໍ້ລາດບັງຫຫຼວງ ເປັນວາລະແຫ່ງຊາດ ເພື່ອໃຫ້ການແກ້ໄຂບັນຫານີ້ໄດ້ຂຶ້ນ.

ມີສະມາຊິກສະພາແຫ່ງຊາດ ອີກຫຼາຍທ່ານ ກໍເຫັນດີ ສະໜັບສະໜູນ ໃຫ້ການແກ້ໄຂບັນຫາການສໍ້ລາດບັງຫຼວງ ເປັນວາລະແຫ່ງຊາດ ຮວມທັງທ່ານ ສີນາວາ ສຸພານຸວົງ ສະມາຊິກສະພາແຫ່ງຊາດ ເຂດເລືອກຕັ້ງທີ 6 ແຂວງຫຫຼວງພະບາງ ທີ່ໄດ້ສະເໜີໃຫ້ມີການແກ້ໄຂບັນຫາທີ່ວ່ານີ້ ເປັນວາລະແຫ່ງຊາດຕື່ມອີກ ດັ່ງທີ່ທ່ານກ່າວວ່າ:

“....................ສຽງ.................….”

ໃນຂະນະດຽວກັນ ກໍມີສະມາຊິກສະພາແຫ່ງຊາດຈໍານວນນຶ່ງ ທີ່ບໍ່ເຫັນດີນໍາ ໂດຍໃຫ້ເຫດຜົນວ່າ ເງື່ອນໄຂຫລາຍຢ່າງຍັງບໍ່ພ້ອມ, ອີງຕາມລາຍງານຂອງ ສື່ມວນຊົນລາວ.

ກ່ຽວກັບເລື່ອງທີ່ວ່ານີ້ ປະຊາຊົນຜູ້ຮູ້ກົດໝາຍທ່ານໜຶ່ງ ເວົ້າວ່າ ເປັນໄປໄດ້ຍາກທີ່ສຸດ ທີ່ ຈະຍົກລະດັບ ການແກ້ໄຂບັນຫາສໍ້ລາດບັງຫຼວງ ໃຫ້ເປັນວາລະແຫ່ງຊາດ ຍ້ອນວ່າ ການແກ້ໄຂບັນຫາດັ່ງກ່າວ ໃນໄລຍະທີ່ຜ່ານມາ ກໍຍັງບໍ່ທັນ ເຂັ້ມງວດ ຍ້ອນບໍ່ມີການລົງໂທດ ຜູ້ກະທໍາຜິດຕາມກົດໝາຍຢ່າງເດັດ ຂາດ ຍ້ອນຍັງຮັກສາພາບພົດຂອງລັດເອົາໄວ້ ດັ່ງນັ້ນຈຶ່ງເຮັດໃຫ້ ບໍ່ມີຜູ້ໃດຢ້ານ ຕໍ່ບົດລົງໂທດນັ້ນ ດັ່ງທີ່ທ່ານກ່າວເວົ້າຕໍ່ວິທຍຸເອເຊັຽເສຣີ ໃນມື້ວັນ ທີ12 ມິຖຸນາ ນີ້ວ່າ:

“ການປະຕິບັດ ໂຕຈິງບໍ່ຄ່ອຍມີ ແຕ່ວ່າຕາມກົດໝາຍ ເຂົາກໍານົດໂທດໄວ້ຢູ່ ເຂົາເຈົ້າຈະບໍ່ໃຫ້ມີຜົນກະທົບ ຕໍ່ພາບພົດຂອງລັດ ແກ້ກັນທາງບໍລິຫານ ປະຕິບັດວິໄນ ໃຫ້ຜູ້ກ່ຽວອອກການ ບໍ່ໄດ້ມີການດໍາເນີນ.”

ແະປະຊາຊົນອີກຜູ້ນຶ່ງ ກໍເຫັນດີນໍາ ຖ້າຈະຍົກລະດັບການແກ້ໄຂບັນຫາ ການສໍ້ລາດບັງຫຫຼວງ ເປັນວາລະແຫ່ງຊາດ, ແຕ່ກໍຍັງເຫັນວ່າ ບັນຫານີ້ ເປັນບັນ ຫາ ທີ່ຈະຕ້ອງໄດ້ເຮັດແບບ ຄ່ອຍເປັນຄ່ອຍໄປ, ເຮັດໄປເທື່ອລະໜ້ອຍ, ທີ່ຜ່ານມາ ກໍເຫັນວ່າ ມີການແກ້ໄຂບັນຫານີ້ຢູ່ຕະຫລອດ ແບບບໍ່ຈົບບໍ່ສິ້ນຈັກເທື່ອ ຍ້ອນມັນມີຢູ່ໝົດທຸກບ່ອນ, ກວດພົບແລ້ວກໍແກ້ກັນໄປ ດັ່ງທີ່ທ່ານກ່າວວ່າ:

“ໂອ ແມ່ນແລ້ວ ມັນກໍມີໝົດທຸກບ່ອນຫັ້ນແຫຼະ ການສໍ້ຫລາດບັງຫຫຼວງ ແຕ່ລະປີມັນກໍມີຢູ່ຫັ້ນແຫຼະ ບໍ່ບ່ອນໜຶ່ງ ເອີ ມັນກະແກ້ໄຂໄປເລື້ອຍໆ ນີ້ນ່າ ເພິ່ນກວດໄດ້ ເພິ່ນກະຈັດການໂລດເດ້.”

ແລະອະດິດເຈົ້າໜ້າທີ່ ທ່ານໜຶ່ງ ກໍເວົ້າວ່າ ໃນອະນາຄົດ ເຖິງຈະມີການຍົກລະດັບການແກ້ໄຂ ບັນຫາການສໍ້ລາດບັງຫຫຼວງ ເປັນວາລະແຫ່ງຊາດ ກໍດີ ແຕ່ການແກ້ໄຂບັນຫານີ້ ຢູ່ ສປປລາວ ກໍຍັງຈະຍາກຢູ່ ເພາະບັນຫານີ້ ມັນເປັນແບບ ຝົນຮົ່ວມາຕັ້ງແຕ່ແປ, ພາກສ່ວນທີ່ກ່ຽວຂ້ອງ ຈະບໍ່ກ້າໄປກວດສອບ ເຈົ້າໜ້າທີ່ລະດັບສູງ, ຈະກວດສອບ ແລະລົງໂທດໄດ້ ແຕ່ເຈົ້າໜ້າທີ່ຊັ້ນຜູ້ນ້ອຍ ດັ່ງທີ່ທ່ານກ່າວວ່າ:

“ຄືຈະຍາກ ເຮັດໄດ້ຢູ່ ກະຍາກ ເຮັດໄດ້ກະເຮັດໄດ້ຍາກໜ້ອຍໜຶ່ງ ຕ້ອງມີຄວາມຕັດສິນໃຈສູງ ຈຶ່ງຊິເຮັດໄດ້ ເພາະວ່າມັນຝົນຮົ່ວຕັ້ງແຕ່ແປ ເຮັດໄດ້ແຕ່ລະດັບນ້ອຍລົງມານີ້ແຫລະ ມັນບໍ່ຄືຈີນ ມັນບໍ່ຄືວຽດ ເຮົານ່າ ຄັນແມ່ນຈີນແມ່ນວຽດ ແທ້ໆ ເຂົາເຮັດລະເຮັດແທ້.”

ເວົ້າເລື່ອງການແກ້ໄຂ ບັນຫາການສໍ້ລາດບັງຫລວງ ຢູ່ ສປປ ລາວ ປະຊາຊົນ ຈໍານວນໜຶ່ງ ເຫັນວ່າ ເປັນເລື່ອງທີ່ຈະແກ້ໄຂບໍ່ໄດ້ ແລະວ່າ ການທີ່ສະ ມາຊິກສະພາແຫ່ງຊາດ ມີຄວາມເຫັນ ແລະສະເໜີໃຫ້ລັດຖະບານແກ້ໄຂ ຢູ່ໃນກອງປະຊຸມສະພາແຫ່ງຊາດ ກໍເປັນພຽງແຕ່ການສະແດງຄວາມເຫັນອອກໄປຊື່ໆ, ແກ້ໄຂບໍ່ໄດ້ດອກ ດັ່ງປະຊາຊົນຜູ້ນຶ່ງ ເວົ້າຕໍ່ວິທຍຸເອເຊັຽເສຣີໃນມື້ວັນທີ 12 ມິຖຸນາ ນີ້ວ່າ:

“ໂອ ແກ້ບໍ່ໄດ້ດອກ ເວົ້າກະໄດ້ຢູ່ດອກ ເວົ້າຢູ່ດອກ ແຕ່ວ່າມັນກະຂຶ້ນກັບນາຍຍົກ ປະທານປະເທດ ສະພາເວົ້າກະເວົ້າຊື່ໆ ຕິ ເວົ້າຫລາຍຈັກໜ້ອຍກະ ຊຸດຊິມາ ບໍ່ໄດ້ເປັນຜູ້ແທນຊັນຕິ ແກ້ໄຂບໍ່ໄດ້ດອກ ເວົ້າຊື່ໆ.” 

ແລະປະຊາຊົນອີກຜູ້ນຶ່ງ ກໍເວົ້າເຖິງການກວດກາການສໍ້ລາດບັງຫຼວງວ່າ ຖ້າກວດກາແບບເອົາຈິງຈັງ ແມ່ນຈະກວດພົບຢູ່ທຸກແຂວງ, ສ່ວນໃຫຍ່ຈະເປັນເຈົ້າໜ້າທີ່ຊັ້ນຜູ້ໃຫຍ່ ມີອໍານາດ ມີເສັ້ນສາຍກັນທັງນັ້ນ ທີ່ສໍ້ໂກງເງິນບ້ານເງິນເມືອງ ເຮັດໃຫ້ການສໍ້ລາດບັງຫຫຼວງ ບໍ່ສິ້ນສຸດຈັກເທື່ອ, ຜູ້ໃດເຮັດອີ່ຫຍັງ ກໍກິນນໍາອັນນັ້ນ ຂ້ອຍກະຍອມຢູ່ລາວ.                                                     

ເວົ້າເຖິງເລື່ອງທີ່ວ່ານີ້ ອີງຕາມຄໍາເວົ້າຂອງທ່ານ ວິໄລວັນ ບຸດດາຄໍາ ຮອງປະທານອົງການກວດກາແຫ່ງລັດ ໃນໂອກາດສະເໜີຮ່າງກົດໝາຍ ວ່າດ້ວຍການຕ້ານການສໍ້ລາດບັງຫຼວງ ສະບັບປັບປຸງ ຕໍ່ກອງປະຊຸມສະໄໝສາມັນເທື່ອທີ 7 ຂອງສະພາແຫ່ງຊາດຊຸດທີ 9 ທີ່ກໍາລັງດໍາເນີນຢູ່ນີ້ວ່າ ມີການລະເມີດກົດໝາຍ ແລະລະບຽບການຕ່າງໆ.

“....................ສຽງ.................….”

ເລື່ອງການສໍ້ລາດບັງຫຼວງຢູ່ ສປປ ລາວ ວ່າເປັນຄືແນວໃດນັ້ນ ອົງການເພື່ອຄວາມໂປ່ງໃສສາກົນ (Transparency International) ໄດ້ເປີດເຜີຍຜົນການສຳຫຼວດ ດັດຊະນີການຮັບຮູ້ ເລື່ອງການສໍ້ລາດບັງຫຼວງ (Corruption Perceptions Index) ຢູ່ປະເທດຕ່າງໆໃນໂລກ ປະຈຳປີ 2023 ໃນມື້ວັນທີ 30 ມັງກອນ 2024 ໂດຍຈັດໃຫ້ ສປປ ລາວ ຢູ່ໃນອັນດັບທີ 136 ໃນຈໍານວນ 180 ປະເທດຂອງໂລກ ຊຶ່ງສະທ້ອນໃຫ້ເຫັນ ເຖິງບັນຫາການສໍ້ລາດບັງຫຼວງ ຢູ່ລາວ ທີ່ຍັງແຜ່ຫຼາຍກວ່າທີ່ຜ່ານມາ ແລະບໍ່ໄດ້ຮັບການແກ້ໄຂໃຫ້ດີຂຶ້ນ.

ປັດຈຸບັນ ລັດຖະບານ ສປປ ລາວ ຢູ່ໃນລະຫວ່າງການປະຕິບັດ 2 ວາລະແຫ່ງຊາດຄື: ວາລະແຫ່ງຊາດ ວ່າດ້ວຍການແກ້ໄຂຄວາມຫຍຸ້ງຍາກ ທາງດ້ານເສດຖະກິດ ແລະການເງິນ ແລະການແກ້ໄຂບັນຫາຢາເສບຕິດ, ແຕ່ກໍຍັງບໍ່ສາມາດແກ້ໄຂບັນຫາໃດໄດ້ ດັ່ງນັກຮຽນຮູ້ປັນຍາຊົນທ່ານນຶ່ງ ຜູ້ຂໍສະຫງວນຊື່ ແລະສຽງ ກ່າວຕໍ່ວິທຍຸເອເຊັຽເສຣີ ໃນມື້ກ່ອນນັ້ນວ່າ ວາລະແຫ່ງຊາດທີ່ມີແລ້ວ ກໍບໍ່ເຫັນວ່າຈະປະຕິບັດໄດ້ ແລະວາລະແຫ່ງຊາດ ວ່າດ້ວຍການແກ້ໄຂບັນຫາການສໍ້ລາດບັງຫຼວງ ທີ່ສະມາຊິກສະພາແຫ່ງຊາດ ຫລາຍທ່ານ ໄດ້ສະ  ເໜີຢູ່ໃນກອງປະຊຸມສະພານັ້ນ ເອົາເຂົ້າແມ່ນເອົາເຂົ້າໄດ້ ແຕ່ປະຕິບັດມັນຊິໄດ້ຊໍ່າໃດຫັ້ນນະ ສ່ວນຫຼາຍແມ່ນບໍ່ໄດ້ຫັ້ນແຫຼະ ອັນໃດກໍຄືກັນແຫຼະ ວາລະແຫ່ງຊາດນີ້ ປະຕິບັດບໍ່ໄດ້ດອກ ແລະຫລາຍຄົນກໍເຫັນວ່າ ເຖິງບັນຫາຕ້ານການສໍ້ລາດບັງຫລວງ ຈະຖືກຈັດເຂົ້າເປັນວາລະແຫ່ງຊາດ ທີ 3 ຕື່ມອີກ ບັນຫານີ້ ກໍອາດຈະບໍ່ສາມາດແກ້ໄຂໄດ້ ດັ່ງດຽວກັນກັບ 2 ວາລະແຫ່ງຊາດທີ່ລັດຖະບານ ສປປ ລາວ ໄດ້ປະຕິບັດມາ ແຕ່ກໍບໍ່ສາມາດເຮັດໃຫ້ບັນຫາຜ່ອນ ຄາຍລົງ ຫຼືສໍາເລັດໄດ້, ຍິ່ງໄປກວ່ານັ້ນ ມັນຈະເຮັດໃຫ້ລັດຖະບານ ມີພະລະກິດໜັກໜ່ວງຂຶ້ນຕື່ມ ແລະຈະບໍ່ສາມາດປະຕິບັດໃຫ້ເກີດຜົນເປັນຈິງໄດ້ເໝືອນເດີມ. ສະບາຍດີ

ອອກຄວາມເຫັນ

ອອກຄວາມ​ເຫັນຂອງ​ທ່ານ​ດ້ວຍ​ການ​ເຕີມ​ຂໍ້​ມູນ​ໃສ່​ໃນ​ຟອມຣ໌ຢູ່​ດ້ານ​ລຸ່ມ​ນີ້. ວາມ​ເຫັນ​ທັງໝົດ ຕ້ອງ​ໄດ້​ຖືກ ​ອະນຸມັດ ຈາກຜູ້ ກວດກາ ເພື່ອຄວາມ​ເໝາະສົມ​ ຈຶ່ງ​ນໍາ​ມາ​ອອກ​ໄດ້ ທັງ​ໃຫ້ສອດຄ່ອງ ກັບ ເງື່ອນໄຂ ການນຳໃຊ້ ຂອງ ​ວິທຍຸ​ເອ​ເຊັຍ​ເສຣີ. ຄວາມ​ເຫັນ​ທັງໝົດ ຈະ​ບໍ່ປາກົດອອກ ໃຫ້​ເຫັນ​ພ້ອມ​ບາດ​ໂລດ. ວິທຍຸ​ເອ​ເຊັຍ​ເສຣີ ບໍ່ມີສ່ວນຮູ້ເຫັນ ຫຼືຮັບຜິດຊອບ ​​ໃນ​​ຂໍ້​ມູນ​ເນື້ອ​ຄວາມ ທີ່ນໍາມາອອກ.