ທາງການລາວ ເລັ່ງຕິດຕາມຜູ້ໃຊ້ອິນເຕີເນັດ ໃນປະເທດ
2024.07.11

ຄະນະກໍາມະການ ຄຸ້ມຄອງອິນເຕີເນັດແຫ່ງຊາດ ໄດ້ມອບໃຫ້ຜະແນກ ເຕັກໂນໂລຊີ ແລະການສື່ສານ ໃນແຕ່ລະເມືອງ ຂອງແຂວງຕ່າງໆ ທົ່ວປະເທດ ໃຊ້ເຄື່ອງມໍນີເຕີ (ເຄື່ອງຕິດຕາມ) ລົງພື້ນທີ່ ຕິດຕາມໂຕບຸກຄົນ ທີ່ເຜີຍແຜ່ຂໍ້ມູນຂ່າວສານ ຫລືສະແດງຄວາມເຫັນ ໃນລັກສະນະວິພາກວິຈານ ການເຮັດວຽກຂອງເຈົ້າໜ້າທີ່ລັດ ແລະການບໍລິຫານຂອງລັດຖະບານ, ອີງຕາມຄໍາເວົ້າ ຂອງເຈົ້າໜ້າທີ່ ທີ່ກ່ຽວຂ້ອງໂດຍກົງທ່ານໜຶ່ງ ຕໍ່ວິທຍຸເອເຊັຽເສຣີ ໃນມື້ວັນທີ 11 ກໍລະກົດນີ້.
“ເອີ! ມັນສ່ວນຫລາຍຂໍ້ມູນທີ່ຂ່າວປອມ ຢູ່ທາງຝັ່ງເຮົານີ້. ແມ່ນການທີ່ປະຊາຊົນເຮົາບໍ່ເຂົ້າໃຈລະບົບທີ່ ອັນນີ້ນ່າ ປະຊາຊົນເຮົາຮັບຮູ້ແຕ່ຝ່າຍດຽວ ແລ້ວກໍໄປລົງຂໍ້ມູນທີ່ຄາດເຄື້ອນ ກັບຄວາມຈິງຫັ້ນນ່າ. ມີປະຊາຊົນກຸ່ມນ້ອຍໆ ບໍ່ ທີ່ເກັບກໍາຂໍ້ມູນຜິດ ໂຕຢ່າງວ່າຄືປັດຈຸບັນນີ້ ຈະແຊລະບົບເງິນຕາເນາະ ເໜັງຕີງຫລາຍຫັ້ນນ່າ. ປະຊາຊົນບາງກຸ່ມຫລືບາງຄົນເນາະ ກໍໄດ້ເສບຂ່າວທີ່ບິດເບືອນ ກໍມາລົງໄປຫັ້ນນ່າ ເວົ້າງ່າຍໆວ່າປະຊາຊົນຜູ້ບໍ່ເຂົ້າໃຈຫັ້ນລົງ ໃສ່ຮ້າຍປ້າຍສີກັບພັກລັດເຮົາຫັ້ນນ່າ ວ່າພັກລັດເຮົາຄວບຄຸມບໍ່ໄດ້ ແຕ່ໂຕຈິງຫັ້ນ ມັນກໍບໍ່ແມ່ຄວາມຈິງຫັ້ນນ່າ.”
ເຈົ້າໜ້າທີ່ ຜະແນກເຕັກໂນໂລຊີ ແລະການສື່ສານ ຢູ່ພາກກາງຂອງລາວ ທ່ານໜຶ່ງ ກ່າວເຖິງເລື້ອງ ທີ່ປະຊາຊົນໃນທົ່ວປະເທດ ເຂົ້າເຖິງ ແລະສະແດງຄວາມເຫັນ ຜ່ານສື່ສັງຄົມອອນລາຍຫລາຍ ໃນປັດຈຸບັນວ່າ ຖ້າຫາກຂໍ້ມູນໃດ ທີ່ເຫັນວ່າ ເປັນຄໍາເຫັນດ້ານລົບ ກ່ຽວກັບລັດຖະບານ ແລະບໍ່ມີມູນຄວາມຈິງນັ້ນ ພາກສ່ວນທີ່ກ່ຽວຂ້ອງ ສາມາດກວດສອບ ແລະຕິດຕາມຫາໂຕຜູ້ກ່ຽວໄດ້.
“ພວກກໍລະນີພວກຂ່າວປອມ ພວກ ອັນເຂົາສ້າງກະແສເຂົ້າມາສະເພາະຫັ້ນນ່າ. ມັນຈະກວດສອບໄດ້ ແມ່ນໆ ມາຈາກແຫລ່ງທາງໃດນີ້ແຫລະ ແມ່ນ ເພາະວ່າຄືໃນລາວມັນຈະໄດ້ໃຊ້ເບີຂອງເຮົາ ໃນການລັອກອິນ (ເຂົ້າ) ແຕ່ລະຄັ້ງ ແມ່ນ ກ່ຽວຂ້ອງກັບໂຕນີ້ເລີຍ. ແມ່ນໆ.”
ເມື່ອກ່ອນໜ້ານີ້ ທ່ານ ມີນາໄຊ ພິລາວົງ, ຫົວໜ້າສູນອິນເຕີເນັດແຫ່ງຊາດ ກະຊວງເຕັກໂນໂລຊີ ແລະການສື່ສານ, ຫົວໜ້າຫ້ອງການກອງເລຂາ ຄະນະກໍາມະການຄຸ້ມຄອງອິນເຕີເນັດແຫ່ງຊາດ ໄດ້ລາຍງານໃນມື້ວັນທີ 25 ມິຖຸນາ ທີ່ຜ່ານມາ ຕໍ່ກອງປະຊຸມສະຫລຸບວຽກງານ ຂອງຄະນະກໍາມະການຄຸ້ມຄອງອິນເຕີເນັດແຫ່ງຊາດ ປະຈໍາ 6 ເດືອນຕົ້ນປີ 2024 ແລະວາງທິດທາງແຜນການໃນຕໍ່ໜ້າວ່າ ທາງໜ່ວຍງານຂອງທ່ານ ໄດ້ກວດກາຄືນ ນິຕິກໍາ ທີ່ກ່ຽວຂ້ອງກັບການນໍາໃຊ້ ອິນເຕີເນັດ ເພື່ອສ້າງຄວາມປັ່ນປ່ວນ, ຄວາມແຕກແຍກ, ໃສ່ຮ້າຍປ້າຍສີ, ສ້າງຂໍ້ມູນບິດເບືອນ ທີ່ສົ່ງຜົນບໍ່ດີ ຕໍ່ສະຖຽນລະພາບ ແລະການບໍລິ ຫານປະເທດຂອງພັກ-ລັດ.
ແລະຄະນະກໍາມະການ ຄຸ້ມຄອງອິນເຕີເນັດແຫ່ງຊາດ ກໍຈະດໍາເນີນການແກ້ໄຂບັນຫາ ອາດສະຍາກໍາ ແລະການຕົວະຍົວະ ຫລອກລວງ ຜ່ານລະບົບອິນເຕີເນັດ ແລະແກ້ງຄອນເຊັນເຕີ, ການຮົ່ວໄຫລຂອງເອກກະສານພັກ-ລັດ ແລະຂໍ້ມູນສ່ວນບຸກຄົນ, ຕິດຕາມກວດກາ ບັນດາສື່ ແລະເວັບໄຊລາມົກ ອານາຈານ, ເກມ-ການພະນັນອອນລາຍ, ກາສິໂນອອນລາຍ, ຫວຍເຖື່ອນ, ການຄ້າປະເວນີ ແລະ (ຂາຍ) ຢາເສບຕິດອອນລາຍ ດັ່ງທີ່ທ່ານກ່າວຕື່ມວ່າ:
“ອໍ! ຄຸ້ມຄອງອັນ ຄວາມປອດໄພ ຂອງອິນເຕີເນັດ ຂະເຈົ້າ ຄື ຊ້ວງໄລຍະນີ້ ຂະເຈົ້າກໍຈະມີໂຕເກັບຄ່າຄຸ້ມຄອງ ເກັບຄ່າບໍລິການຫັ້ນນ່າ ຂອງອິນເຕີເນັດ ແມ່ນແຫລະ ຖ້າເຮົາເວົ້າເປັນເງິນກີບ ມັນກໍເດືອນໜຶ່ງ 3,000 ກີບຕໍ່ເບີ. ຜູ້ທີ່ໃຊ້ເບີ ຜູ້ທີ່ຂະເຈົ້າລົງທະບຽນເບີ ແຕ່ລະເບີຫັ້ນນ່າ. ມັນມີກໍລະນີຄຸ້ມຄອງ ໃນບາງກໍລະນີ ມີບັນຫາພວກເອກກະສານ ໃນກໍລະນີທີ່ແບບວ່າ ຄືຊ້ວງນີ້ມັນຈະມີພວກສະແກັມເມີ ທາງພວກນີ້ຫລາຍ ໂຕຄ່າບໍລິການໂຕນີ້ ໃນການຄຸ້ມຄອງຂໍ້ມູນ ການຮົ່ວໄຫລຂອງຂໍ້ມູນ.”
ເມື່ອກ່ອນໜ້ານີ້ ຄືໃນມື້ວັນທີ 14 ພຶດສະພາ ທີ່ຜ່ານມາ ທະນາຄານ ແຫ່ງ ສປປ ລາວ ໄດ້ຈັດກອງປະຊຸມ ໃນຫົວຂໍ້ “ສ້າງຄວາມເຂັ້ມແຂງ ວຽກງານອິນເຕີເນັດແຫ່ງຊາດ ແລະວຽກງານຂ່າວສານ” ໃຫ້ຄວາມຮູ້ ຄວາມເຂົ້າໃຈ ກ່ຽວກັບການຕິດຕາມ ແລະຕອບໂຕ້ຂ່າວ ໃຫ້ທັນການ ແລະໄດ້ແນະນໍາ ວິທີການຕ່າງໆ ເປັນຕົ້ນ ການຄຸ້ມຄອງຂໍ້ມູນຂ່າວສານ ຜ່ານອິນເຕີເນັດ, ການກະກຽມເນື້ອໃນຂ່າວ, ຂັ້ນຕອນໃນການຖະແຫລງຂ່າວ, ການໂຄສະນາ ນໍາພາຫາງສຽງຂອງສັງຄົມ ຜ່ານສື່ມວນຊົນ ແລະແກ້ໄຂບັນຫາ ຜ່ານສື່ສັງຄົມອອນລາຍ ຮວມເຖິງບັນຫາອາດສະຍາກໍາທາງລະບົບຄົມມະນາຄົມ (Cyber Crime).
ພາກສ່ວນທີ່ກ່ຽວຂ້ອງ ໄດ້ກໍານົດ ໃຫ້ປະຊາຊົນ ລົງທະບຽນ ເບີໂທລະສັບ ໂດຍໃຫ້ລະບຸຕົວຕົນ ແລະບ່ອນຢູ່ຢ່າງຄັກແນ່, ຈ່າຍຄ່າບໍລິການ ຮັກສາຄວາມປອດໄພເດືອນລະ 3,000 ກີບຕໍ່ເບີ. ຖ້າຫາກຜູ້ໃດ ເປີດບັນຊີເຟສບຸກ ເພື່ອເຜີຍແຜ່ຂໍ້ມູນຂ່າວສານ ກໍຕ້ອງໄດ້ຂຶ້ນທະບຽນ ຊຶ່ງທັງໝົດ ແມ່ນມີເປົ້າໝາຍດຽວກັນ ຄືໃຫ້ປະຊາຊົນ ຜູ້ໃຊ້ເຄື່ອງມືສື່ສານ ຕ້ອງຢູ່ພາຍໃຕ້ ການຄວບຄຸມຂອງລັດ ດັ່ງເຈົ້າໜ້າທີ່ທີ່ກ່ຽວຂ້ອງ ອີກທ່ານໜຶ່ງກ່າວວ່າ:
“ຄຸ້ມຄອງອິນເຕີເນັດ ມັນຊິຄຸ້ມຄອງຫລາຍອັນ ຄຸ້ມຄອງທັງສື່ ຄຸ້ມຄອງທາງພື້ນຖານໂຄງລ່າງ ກໍເວົ້າເລື້ອງຄອນເຊັນເຕີ ແມ່ນຫຍັງ ພວກນີ້ກໍແມ່ນໝົດແຫລະ. ຂ່າວປອມ ແມ່ນໆ ຄຸ້ມຄອງເບິດ ເລີ້ມແລ້ວ ເຈົ້າ ລົງທະບຽນຊິມກໍກ່ຽວ ກໍມີການຖືບັດປະຊາຊົນຖ່າຍຮູບລົງທະບຽນ ອິຫຍັງທຸກຢ່າງ ກໍຖືວ່າເລີ້ມໃຊ້. ອ່າ!ແຫ່ງຊາດ ກໍຊິມີຂອງແຫ່ງຊາດ ແລ້ວກໍຂອງແຕ່ລະພາກ ກໍເຮັດຕ່າງຫາກ ຈຸດປະສົງດຽວກັນ ແມ່ນໆ ດໍາເນີນການແລ້ວ ແຕ່ວ່າຍັງບໍ່ທັນປະກາດໃຫ້ສາທາລະນະຮັບຮູ້.”
ກ່ຽວກັບເລື້ອງນະໂຍບາຍ ໃຫ້ປະຊາຊົນທຸກຄົນ ທີ່ໃຊ້ໂທລະສັບ ຕ້ອງໄດ້ລົງທະບຽນ ດ້ວຍການສະແກນໃບໜ້າ ແລະສະແດງບັດປະຈໍາໂຕ ແມ່ນເພື່ອນໍາໃຊ້ເປັນຂໍ້ມູນ ໃນການຕິດຕາມໂຕຜູ້ກະທໍາຜິດ ມາລົງໂທດຕາມກົດໝາຍໄດ້. ຜູ້ໃດບໍ່ປະຕິບັດຕາມ ກໍຈະບໍ່ສາມາດ ໃຊ້ເບີໂທລະສັບ ແລະສັນຍານອິນເຕີເນັດ ໃນລາວໄດ້ ດັ່ງຊາວນະຄອນຫລວງວຽງຈັນ ຜູ້ໜຶ່ງກ່າວຕໍ່ວິທຍຸເອເຊັຽເສຣີ ໃນມື້ວັນທີ 11 ກໍລະກົດນີ້ວ່າ:
“ເບີຂ້ອຍຫັ້ນລົງແລ້ວ. ເບີຂ້ອຍຫັ້ນ ເພາະວ່າລົງ ຖ້າບໍ່ລົງທະບຽນນີ້ ມັນກໍຕັດໄປ ມັນຊິໃຊ້ບໍ່ໄດ້ຕີ້ເບາະ ແມ່ນ ກໍດົນແລ້ວ ແຕ່ 2019 ຈັ່ງຊີ້ບໍ່. ຖ້າບໍ່ລົງທະບຽນ ໂຄນີ້ມັນຈະບໍ່ສາມາດນໍາໃຊ້ໄດ້ເລີຍ ເຈົ້າ.”
ອີງຕາມຂໍ້ຕົກລົງ ວ່າດ້ວຍການຂຶ້ນທະບຽນເລກໂທລະສັບ ວັນທີ 30 ສິງຫາທີ່ຜ່ານມາ, ມາດຕາ 28 ລະບຸວ່າ ສໍາລັບຜູ້ນໍາໃຊ້ ເລກໂທລະສັບ ແບບບໍ່ໄດ້ຂຶ້ນທະບຽນ-ບໍ່ຖືກກົດໝາຍ, ມອບ ແລະໂອນ ໃຫ້ບຸກຄົນອື່ນ ໂດຍບໍ່ຂຶ້ນທະບຽນ ໃໝ່ ໃຫ້ຖືກຕ້ອງກັບຜູ້ນໍາໃຊ້ໂຕຈິງ ຈະຖືກປັບໃໝ 1 ລ້ານກີບ, ຮັບຂຶ້ນທະບຽນເລກໂທລະສັບ ໂດຍບໍ່ໄດ້ຮັບອະນຸຍາດ, ບໍ່ໃຫ້ການຮ່ວມມືໃນການຂຶ້ນທະ ບຽນ ແລະປອມແປງເອກະສານ ຫລືຂໍ້ມູນ ມາຂຶ້ນທະບຽນ ຈະຖືກປັບໃໝ 1 ລ້ານກີບ. ສ່ວນການນໍາເລກໝາຍໂທລະສັບ ຂອງຕ່າງປະເທດ ເຂົ້າມາເພື່ອຈໍາໜ່າຍ ຈະຖືກປັບໃໝ 5 ລ້ານກີບ ແລະຖ້າຫາກກໍ່ຄວາມວຸ້ນວາຍໃນສັງຄົມ ແລະສົ່ງຜົນກະທົບ ຕໍ່ວຽກງານປ້ອງກັນຊາດ ປ້ອງກັນຄວາມສະຫງົບ ຈະຖືກປັບໃໝ 10 ລ້ານກີບ.