ລາວ ສືບຕໍ່ຮ່ວມມື ກັບຈີນ ເຖິງແມ່ນວ່າ ມີຫຍັງເກີດຂຶ້ນ ກໍຕາມ: ມາຟັງນຳກັນ

ໄມ​ຊູ​ລີ ແລະ ໄຊ​ຍາ
2022.12.25
ລາວ ສືບຕໍ່ຮ່ວມມື ກັບຈີນ ເຖິງແມ່ນວ່າ ມີຫຍັງເກີດຂຶ້ນ ກໍຕາມ: ມາຟັງນຳກັນ ປະທານ ປະເທດຈີນ ທ່ານ ສີ ຈິ້ນຜິງ ກ່າວຄຳປາໄສ ໃນລະຫວ່າງພິທີເປີດ ກອງປະຊຸມໃຫຍ່ ຄັ້ງທີ 20 ຂອງພັກ ຄອມມິວນິສຈີນ ທີ່ນະຄອນຫຼວງ ປັກກິ່ງ ສປ ຈີນ, ວັນທີ 16 ເດືອນຕຸລາ ປີ 2022.
Xinhua via AP

ນະໂຍບາຍໂຄວິດ-19 ເປັນສູນ ຂອງຣັຖບານຈີນ ສ້າງຄວາມບໍ່ພໍໃຈ ຕໍ່ຊາວຈີນ ທັງພາຍໃນ ແລະ ຊາວຈີນພົ້ນທະເລ ຈົນເກີດ ການປະທ້ວງໃຫຍ່ ທົ່ວປະເທດ ເປັນປວັດການ. ສ່ວນລາວ, ເຖິງແມ່ນວ່າ ຈະມີຫຍັງເກີດຂຶ້ນ ກັບຈີນ ກໍຕາມ, ຍັງເດີນໜ້າ ຍຸທສາດຮ່ວມມື ຮອບດ້ານ ກັບຈີນ ຢູ່ຕໍ່ໄປ. 

ໄມຊູລີ: ສະບາຍດີ ທ່ານຜູ້ຟັງ ທີ່ເຄົາຣົບ... ຂໍຕ້ອນຮັບ ທ່ານຜູ້ຟັງ ເຂົ້າມາສູ່ ຣາຍການ “ມາຟັງນຳກັນ”, ສຳລັບ ສັປດານີ້, ພວກເຮົາ ຈະເວົ້າເຖິງ ຜົລກະທົບ ທີ່ຣັຖບານຈີນ ໃຊ້ນະໂຍບາຍ ຄວບຄຸມ ໂຄວິດ-19 ໃຫ້ກາຍ ເປັນສູນ, ຊຶ່ງກໍຣະນີ ດັ່ງກ່າວນີ້ ຜ່ານມາ ປະເທດຈີນ ກໍປະສົບກັບ ເສຖກິຈ ທົດຖອຍ ແລະ ຫລ້າສຸດ ສື່ຕ່າງປະເທດ ຣາຍງານ ກໍມີປະຊາຊົນຈີນ ທົ່ວປະເທດອອກມາ ປະທ້ວງ ຂັບໄລ່ ປະທານາທີບໍດີ ສີ ຈິ້ນຜິງ ທີ່ຍັງຄົງ ດຳເນີນນະໂຍບາຍ ໂຄວິດ-19 ເປັນສູນ. ນະໂຍບາຍນີ້ ມັນກະທົບ ຕໍ່ປະຊາຊົນຈີນ ເປັນວົງກ້ວາງ, ຊຶ່ງນັກອະດີດນັກລົງທຶນລາວ ທີ່ເຄີຍເຮັດວຽກ ກັບຈີນ ລະບຸວ່າ ປະເທດລາວ ກໍຫລີກລ້ຽງ ບໍ່ໄດ້ ທີ່ຈະໄດ້ຮັບ ຜົລກະທົບ ຕາມມາ.

ທ່ານຜູ້ຟັງ ທີ່ິຕິດຕາມຮັບຟັງ ຣາຍການ ຂອງພວກເຮົາ ຖ້າຕ້ອງການ ເຂົ້າຮ່ວມ ໃນຣາຍການ ດ້ວຍຮູບແບບສັມພາດ ກະຣຸນາ ສົ່ງເບີໂທຣະສັບ ຂອງທ່ານລົງໃນ ຊ່ອງຄອມເມັ້ນ ທີ່ກຳລັງ ອອກຣາຍການ ຢູ່ໃນຕອນນີ້ ແລ້ວພວກເຮົາ ຈະຕິດຕໍ່ຫາ ເພື່ອສັມພາດ ມາອອກຣາຍການ. ສຳລັບມື້ນີ້ ດຳເນີນ ຣາຍການໂດຍ ໄມຊູລີ ແລະ ໄຊຍາ.

ໄຊຍາ: ສະບາຍດີ ທ່ານຜູ້ຟັງ ທີ່ເຄົາຣົບ... ມື້ນີ້ ພວກເຮົາ ມາເວົ້າເຖິງ ນະໂຍບາຍ ໂຄວິດ-19 ເປັນສູນ ທີ່ກຳລັງ ເປັນກະແສ ຕໍ່ຕ້ານ ຣັຖບານຈີນ ໃນປັດຈຸບັນ ຕາມສື່ ຕ່າງປະເທດ ຣາຍງານ ປະຊາຊົນ ເຖິງຂັ້ນໄລ່ ສີ ຈິ້ນຜິງ ອອກຈາກຕຳແໜ່ງ ປະຊາຊົນ ຕ້ອງການເລືອກຕັ້ງ ຕ້ອງການສິດເສຣີພາບ ບໍ່ຕ້ອງການ ໂຄວິດ-19 ເປັນສູນ, ຊຶ່ງຜ່ານມາ ບັນຫາ ນະໂຍບາຍ ໂຄວິດ-19 ເປັນສູນ ທີ່ຣັຖບານຈີນເຂັ້ມງວດ ທຸກຂັ້ນຕອນ ມັນກໍສົ່ງຜົລກະທົບ ມາເຖິງລາວ ດັ່ງເຊັ່ນ ນັກສຶກສາ ທີ່ຮຽນຢູ່ຈີນ, ຄົນລາວທີ່ອາສັຍຢູ່ຈີນ, ການຂົນສົ່ງສິນຄ້າ ທາງຣົຖ ຕາມແນວຊາຍແດນ ຍົກເລີກ ຮັບຊື້ເຄື່ອງປູກຝັງ ການກະເສຕ ແລະ ໂຄງການກໍ່ສ້າງ ຫລາຍໂຄງ ການທີ່ ຍັງຢູ່ ໃນລະຫວ່າງ ການກໍ່ສ້າງ ກໍຕ້ອງໂຈະ ຊົ່ວຄາວ. ເຣື່ອງພາກຣັຖບານເອງ ກໍຍັງບໍ່ໄດ້ ອອກມາ ຣາຍງານ ໃຫ້ໄດ້ຮັບຊາບ. ສະເພາະ ໃນກອງປະຊຸມສະພາຈະເວົ້າເຖິງ ແຕ່ແຜນພັທນາ ເສຖກິຈ-ສັງຄົມ ແລະ ເຣື່ອງການບໍຣິຫານ ຂອງອົງກອນຣັຖ. ຫົວຂໍ້ ໃນມື້ນີ້ ພວກເຮົາ ກໍໄດ້ຂໍ້ມູນ ບາງຢ່າງ ມາປະກອບກັນ ເພື່ອໃຫ້ທ່ານຜູ້ຟັງ ໄດ້ເຫັນພາບ ທີ່ນະໂຍບາຍ ໂຄວິດ-19 ເປັນສູນ ມັນສົ່ງຜົລກະທົບ ທັງໃນໂຕ ແລະ ນອກໂຕ ຂອງປະເທດລາວ.

(ເຊີນທ່ານ ຟັງຣາຍລະອຽດ ຈາກສຽງ ທີ່ໄດ້ບັນທຶກໄວ້ ຂ້າງເທິງນັ້ນ)

ອອກຄວາມເຫັນ

ອອກຄວາມ​ເຫັນຂອງ​ທ່ານ​ດ້ວຍ​ການ​ເຕີມ​ຂໍ້​ມູນ​ໃສ່​ໃນ​ຟອມຣ໌ຢູ່​ດ້ານ​ລຸ່ມ​ນີ້. ວາມ​ເຫັນ​ທັງໝົດ ຕ້ອງ​ໄດ້​ຖືກ ​ອະນຸມັດ ຈາກຜູ້ ກວດກາ ເພື່ອຄວາມ​ເໝາະສົມ​ ຈຶ່ງ​ນໍາ​ມາ​ອອກ​ໄດ້ ທັງ​ໃຫ້ສອດຄ່ອງ ກັບ ເງື່ອນໄຂ ການນຳໃຊ້ ຂອງ ​ວິທຍຸ​ເອ​ເຊັຍ​ເສຣີ. ຄວາມ​ເຫັນ​ທັງໝົດ ຈະ​ບໍ່ປາກົດອອກ ໃຫ້​ເຫັນ​ພ້ອມ​ບາດ​ໂລດ. ວິທຍຸ​ເອ​ເຊັຍ​ເສຣີ ບໍ່ມີສ່ວນຮູ້ເຫັນ ຫຼືຮັບຜິດຊອບ ​​ໃນ​​ຂໍ້​ມູນ​ເນື້ອ​ຄວາມ ທີ່ນໍາມາອອກ.