ເຈົ້າຂອງ ສວນພູຄຳ ຮຽກຮ້ອງ ໄປຍັງ ສະພາ ຊ່ອຍແກ້ໄຂ ຄະດີ ສວນພູຄຳ: ມາຟັງ ນຳກັນ
2023.07.03
ເປັນເວລາ ສອງປີຜ່ານໄປ ຄະດີສວນພູຄຳ ທີ່ຖືກທາງການ ແຂວງຊຽງຂວາງ ປະກາດຍົກເລີກ ກິຈການຍັງບໍ່ມີ ຄວາມຄືບໜ້າ ຈາກພາກສ່ວນ ທີ່ກ່ຽວຂ້ອງ. ປັດຈຸບັນ ທ່ານ ພູຄຳ, ເຈົ້າຂອງ ກິຈການ ຕ້ອງໄດ້ລົບໜີ ອອກນອກປະເທດ ເພາະຖືກ ທາງການແຂວງຊຽງຂວາງ ຕັ້ງຂໍ້ກ່າວຫາ ຮຸນແຮງ ເພື່ອຄວາມປອດພັຍ ຕ້ອງໄດ້ ຂໍລີ້ພັຍ. ສ່ວນຄະດີ ສວນພູຄຳ, ທ່ານ ພູຄຳ ຍັງລໍຖ້າ ຄຳຕອບ ຈາກທາງການລາວຢູ່ ເພາະຄະດີນີ້ ຍັງບໍ່ໄດ້ ເຂົ້າສູ່ ຂະບວນການ ຂອງກົດໝາຍ ຍ້ອນຜູ້ຖືກຟ້ອງຮ້ອງ ຄື ອະດີດ ເຈົ້າແຂວງຊຽງຂວາງ.
ໄມຊູລີ: ສະບາຍດີ ທ່ານຜູ້ຟັງທີ່ເຄົາຣົບ… ຂໍຕ້ອນຮັບ ທ່ານເຂົ້າສູ່ ຣາຍການ “ມາຟັງນຳກັນ” ສັປດານີ້ພິເສດ ພວກເຮົາ ໄດ້ນຳເອົາ ສັມພາດພິເສດ “ຄະດີສວນພູຄຳ” ຢູ່ທີ່ ແຂວງຊຽງຂວາງ ມາສເນີ ໃຫ້ທ່ານໄດ້ຮັບຊາບ ຄວາມຄືບໜ້າ ຂອງຄະດີ. ໃນຫົວຂໍ້ “ເຈົ້າຂອງ ສວນພູຄຳ ຮຽກຮ້ອງ ໄປຍັງ ສະພາ ຊ່ອຍແກ້ໄຂ ຄະດີ ສວນພູຄຳ”.
ຄະດີນີ້ ຜ່ານມາ ໄດ້ສອງປີແລ້ວ ຍັງບໍ່ມີຄໍາຕອບ ຈາກທາງການ ແຂວງຊຽງຂວາງ ແລະ ພາກສ່ວນທີ່ກ່ຽວຂ້ອງ ເຖີງແມ່ນວ່າ ທ່ານ ພູຄຳ ເຈົ້າຂອງ ກິຈການ ໄດ້ຟ້ອງຮ້ອງ ໄປຍັງ ກວດກາພັກ-ຣັຖ ນັບແຕ່ ປີ 2021. ໂດຍສວນພູຄຳ ໄດ້ຖືກທາງການ ແຂວງຊຽງຂວາງ ຍົກເລີກສັນຍາ ກິຈການ ສວນພູຄຳ ທັງທທີ່ວ່າ ສວນພູຄຳ ບໍ່ໄດ້ເຮັດຜິດກົດໝາຍ. ດຳເນີນການ ທຸກຢ່າງ ຕາມກົດໝາຍ. ມື້ນີ້ ໄຊຍາ ໄດ້ສັມພາດ ທ່ານ ພູຄຳ ທີ່ລີ້ໄພ ຢູ່ຕ່າງປະເທດ ເຊິ່ງທ່ານ ໄດ້ຮຽກຮ້ອງ ໄປຍັງ ສະພາແຫ່ງຊາຕ ຊ່ອຍແກ້ໄຂ ຄະດີນີ້ດ້ວຍ. ເພາະວ່າ ທ່ານບໍ່ສາມາດ ທີ່ຈະໄປ ຕໍ່ສູ້ຄະດີ ໃນປະເທດລາວໄດ້. ທ່ານໄດ້ຮຽກຮ້ອງ ຂໍຄວາມເປັນທັມ ເຖິງວ່າ ຈະບໍ່ໄດ້ຫຍັງ ແຕ່ກໍຂໍ ໃຫ້ສານ ໄດ້ຕັດສິນວ່າ ໃຜຜິດ-ໃຜຖືກ ເພື່ອເຮັດໃຫ້ ສັງຄົມໄດ້ຮັບຮູ້ ຄວາມຈິງ ບໍ່ດັ່ງນັ້ນ ພູຄຳ ຈະຖືກກ່າວຫາວ່າ ເປັນຄົນຜິດ. ຕິດຕາມ ການສັມພາດ ຂອງໄຊຍາໄດ້.
(ສຽງສັມພາດ ໂດຍ: ໄຊຍາ)
...
ໄມຊູລີ: ທ່ານ ຜູ້ຟັງ ທີ່ເຄົາຣົບ, ນັ້ນກໍຄື ສັມພາດ ຄະດີສວນພູຄຳ ທີ່ແຂວງຊຽງຂວາງ ປະກາດຍົກເລີກສັນຍາ ທັງທີ່ສວນພູຄຳ ບໍ່ໄດ້ເຮັດຜິດກົດໝາຍ. ທ່ານຟັງແລ້ວ ມີຄວາມເຫັນແນວໃດ ກະຣຸນາ ຊ່ອຍອອກຄວາມເຫັນ ກັບພວກເຮົາດ້ວຍ ຫຼື ທ່ານຕ້ອງການ ເຂົ້າຮ່ວມ ໃນຣາຍການ ດ້ວຍຮູບແບບສັມພາດ ກະຣຸນາສົ່ງ ເບີໂທຣະສັບ ຂອງທ່ານ ລົງໃນຊ່ອງຄອມເມັ້ນ ແລ້ວພວກເຮົາ ຈະໂທຫາ. ມາຮອດນີ້ ຣາຍການຂອງພວກເຮົາ ໝົດເວລາລົງແລ້ວ, ກັບມາພົບກັນໃໝ່ ໃນໂອກາດໜ້າ. ສະບາຍດີ.
…
(ເຊີນທ່ານ ຟັງຣາຍລະອຽດ ຈາກສຽງ ທີ່ໄດ້ບັນທຶກໄວ້ ຂ້າງເທິງນັ້ນ)