ຣັຖບານລາວ ຊຸດນີ້ ມີການໂຍກຍ້າຍ ສັບປ່ຽນຕຳແໜ່ງກັນ ຫລາຍທີ່ສຸດ ຂອງຣັຖບານລາວ ທີ່ເຄີຍມີມາ ເພື່ອປາບປາມ ການສໍ້ຣາສບັງຫລວງ ທີ່ສະສົມມາ ຫລາຍປີ ຈົນເຮັດໃຫ້ ເສຖກິຈ ທົດຖອຍ ປະຊາຊົນຂາດຄວາມເຊື່ອໝັ້ນ.
ໄມຊູລີ: ສະບາຍດີ ທ່ານຜູ້ຟັງ ທີ່ເຄົາຣົບ… ຂໍຕ້ອນຮັບທ່ານ ເຂົ້າສູ່ຣາຍການ “ມາຟັງນຳກັນ”. ສັປດານີ້ມາເວົ້າເຖິງເຣື່ອງ ການໂຍກຍ້າຍ ແລະ ສັບປ່ຽນຕຳແໜ່ງ ໃນຄະນະຣັຖບານລາວ ຊຸດນີ້, ຊຶ່ງຫລາຍຄົນ ກໍຕັ້ງຂໍ້ສົງໃສວ່າ ຍ້ອນເຫດອັນໃດ ຈຶ່ງຖືກໂຍກຍ້າຍ ແລະ ສັບປ່ຽນຕຳແໜ່ງ. ໂດຍໃນມື້ນີ້ ພວກເຮົາ ກໍພະຍາຍາມ ຊອກຫາຄຳຕອບ ພໍເປັນໄປໄດ້ ມາຣາຍງານ. ຫົວຂໍ້ ໃນມື້ນີ້ ແມ່ນ ຣັຖບານລາວຊຸດນີ້ ສັບປ່ຽນຕຳແໜ່ງ ເພື່ອປາບສໍ້ຣາສບັງຫລວງ. ດຳເນີນຣາຍການ ໂດຍ ໄມຊູລີ ແລະ ໄຊຍາ.
ໄຊຍາ: ສະບາຍດີ ທ່ານຜູ້ຟັງທີ່ເຄົາຣົບ… ປະເດັນທີ່ຮ້ອນແຮງ ແລະ ຫລາຍຄົນ ໃຫ້ຄວາມສົນໃຈວ່າ ທີ່ມາທີ່ໄປ ແນວໃດ ກັບການໂຍກຍ້າຍ ແລະ ສັບປ່ຽນຕຳແໜ່ງ ໃນຄະນະຣັຖບານລາວ ຊຸດນີ້ ພ້ອມນີ້ຄະນະຣັຖບານລາວ ຊຸດນີ້ ຖືວ່າ ມີການໂຍກຍ້າຍ ແລະ ສັບປ່ຽນຕຳແໜ່ງ ຫລາຍທີ່ສຸດ ເທົ່າທີ່ເຄີຍມີມາ. ເຣື່ອງນີ້ ພວກເຮົາ ກໍພະຍາຍາມ ຫາຄຳຕອບ ມາສເນີ ແຕ່ກໍເປັນ ເຣື່ອງຍາກຫລາຍ ເພາະໃນລະບົບການປົກຄອງ ແບບພັກດຽວ ການເປີດເຜີຍ ຄວາມຈິງບາງເຣື່ອງ ກ່ຽວກັບ ການບໍຣິຫານປະເທດ ກໍຖືກປິດລັບ ບໍ່ໃຫ້ປະຊາຊົນລາວ ແລະ ສື່ມວນຊົນ ທົ່ວໄປ ໄດ້ຮັບຊາບ.
…
( ເຊີນທ່ານ ຟັງຣາຍລະອຽດ ຈາກສຽງ ທີ່ໄດ້ບັນທຶກໄວ້ ຂ້າງເທິງນັ້ນ)