ລາວເຂົ້າຂ້າງ “ກຸນຂະແມ” ຈົນຄົນງານລາວ ໃນໄທຍ ເດືອດຮ້ອນ: ມາຟັງນຳກັນ

ໄມ​ຊູ​ລີ ແລະ ໄຊ​ຍາ
2023.03.12
ລາວເຂົ້າຂ້າງ “ກຸນຂະແມ” ຈົນຄົນງານລາວ ໃນໄທຍ ເດືອດຮ້ອນ: ມາຟັງນຳກັນ ທ່ານ ສາຍສະຫມອນ ໄຊຍະສອນ ປະທານ ສະຫະພັນມວຍລາວ ແຫ່ງຊາຕ.
ນັກຂ່າວ ພົລເມືອງ

ປະທານ ສະຫະພັນມວຍລາວ ແຫ່ງຊາດ ຖແລງຢືນຢັນວ່າ ຂໍສນັບສນູນ ແລະ ເຂົ້າຮ່ວມ ກຸນຂະແມ. ຕໍ່ການຖແລງດັ່ງກ່າວ, ຄົນງານລາວ ໃນໄທຍ ຖືກຄົນໄທຍເວົ້າໃສ່ ຕ່າງໆນາໆ ຈົນໄດ້ອອກມາ ວີ່ງວອນໃຫ້ຄົນໄທຍ ຊ່ອຍຄົນລາວ ໃຫ້ໄປທ່ຽວ ປະເທດລາວ ຄືດັ່ງຜ່ານມາ.

ໄມຊູລີ: ສະບາຍດີ ທ່ານຜູ້ຟັງທີ່ເຄົາຣົບ… ຂໍຕ້ອນຮັບ ທ່ານເຂົ້າມາສູ່ ຣາຍການ ມາຟັງນຳກັນ”, ສັປດານີ້ ຫົວຂໍ້ ໃນຣາຍການແມ່ນ ປະທານມວຍລາວ ເຂົ້າຂ້າງ ກຸນຂະແມ ຈົນຄົນງານລາວ ໃນໄທຍເດືອດຮ້ອນ. ສຳລັບປະເດັນນີ້ ຄົນງານລາວ ໃນໄທຍ ແລະ ຄົນໄທຍ ຕ່າງກໍອອກມາ ຕອບໂຕ້ ການຖແລງຂ່າວ ຂອງປະທານສະຫະພັນມວຍລາວ ແຫ່ງຊາດ ກັນຢ່າງດຸເດືອ. ໂດຍຈຸດສຳຄັນ ກໍຄື ຄົນໄທຍສ່ວນຫລາຍ ສະແດງອອກ ໃນສື່ສັງຄົມອ໋ອນລາຍນ໌ ວ່າ ຍົກເລີກການເດີນທາງ ໄປທ່ຽວລາວ ບໍ່ຊ່ອຍເຫລືອຄົນລາວ ຄົນໄທຍ ຖືກຫັກຫລັງ ເປັນຕົ້ນ. ຈາກກໍຣະນີນີ້ ຄົນງານລາວ ທີ່ໄປຂາຍແຮງງານ ໃນໄທຍ ຕ່າງກໍໄດ້ຮັບຜົນກະທົບ ໄປໃສ-ມາໃສ ກໍໄດ້ ລະມັດລະວັງ ເກີດຄວາມກັງວົນ ບໍ່ມີຄວາມປອດພັຍ ເພາະສັງຄົມໄທຍ ຕອບໂຕ້ ປະທານມວຍລາວ ຮຸນແຮງຫລາຍ ສົມທຽບໄດ້ວ່າ ຕັດສາຍສັມພັນ ກັບລາວກໍໄດ້.

ຄວາມຄຶດຄວາມເຫັນ ຂອງຄົນງານລາວ ຕໍ່ກໍຣະນີນີ້ ພວກເຮົາ ໄດ້ເກັບກຳ ມາສເນີໃຫ້ທ່ານ ໄດ້ຮັບຟັງກັນ ຫລືວ່າ ທ່ານມີຄວາມຄິດເຫັນແນວໃດ ກະຣຸນາ ຊ່ອຍອອກຄວາມເຫັນ ກັບພວກເຮົາດ້ວຍ ເພື່ອເປັນການແລກປ່ຽນ ຄວາມຄິດນຳກັນ. ຈັດຣາຍການ ໂດຍ ໄມຊູລີ ແລະ ໄຊຍາ.

ໄຊຍາ: ສະບາຍດີ ທ່ານຜູ້ຟັງ… ຕອນນີ້ ກຸນຂະແມ ເປັນກະແສແຮງຫລາຍ ໃສື່ສັງຄົມອ໊ອນລາຍນ໌ ພາຍຫລັງ ປະທານມວຍລາວ ແຫ່ງຊາດ ຖແລງຂ່າວພາດພີງ ຫລາຍບັນຫາ ເຖີງສະມາຄົມມວຍໄທຍ. ບັນຫານີ້ ຄົນໄທຍ ເບິ່ງວ່າ ຄົນລາວ ຍັງມີອະຄະຕິ ກັບຄົນໄທຍ ທັງທີ່ວ່າ ຫລາຍຢ່າງ ທີ່ຄົນລາວ ຍັງອາສັຍຄົນໄທຍ. ແຕ່ພໍເກີດບັນຫາ ກຸນຂະແມ ລາວຈະເປັນກາງ ກັບກາຍເປັນວ່າ ເຂົ້າຂ້າງ ກັມພູຊາ ຈົນເຮັດຄົນໄທຍ ຕອບໂຕ້ ປະທານມວຍລາວ ແຫ່ງຊາດ ຢ່າງໜັກ ຜ່ານສື່ສັງຄົມອ໋ອນລາຍນ໌ ຈົນສົ່ງຜົນເຮັດໃຫ້ຄົນງານລາວ ໃນໄທຍ ໄດ້ຮັບຄວາມເດືອດຮ້ອນ ຈົນໄດ້ອອກມາ ວີ່ງວອນໃຫ້ຄົນໄທຍ ຢ່າເຂົ້າໃຈຜິດນັ້ນບໍ່ແມ່ນ ທັງໝົດຄົນລາວ ຈະຄິດແນວນັ້ນ ກັບຄົນໄທຍ ມັນກໍເປັນຄົນດຽວ ທີ່ເວົ້າແນວນັ້ນ. ແນວໃດກໍຂໍໃຫ້ຄົນໄທຍ ໄປທ່ຽວລາວ ເພື່ອຊ່ອຍເຫລືອ ເສຖກິຈລາວ ແລະ ຊ່ອຍຄົນລາວ ທີ່ມາເຮັດວຽກ ໃນໄທຍ.

(ເຊີນທ່ານ ຟັງຣາຍລະອຽດ ຈາກສຽງ ທີ່ໄດ້ບັນທຶກໄວ້ ຂ້າງເທິງນັ້ນ)

ອອກຄວາມເຫັນ

ອອກຄວາມ​ເຫັນຂອງ​ທ່ານ​ດ້ວຍ​ການ​ເຕີມ​ຂໍ້​ມູນ​ໃສ່​ໃນ​ຟອມຣ໌ຢູ່​ດ້ານ​ລຸ່ມ​ນີ້. ວາມ​ເຫັນ​ທັງໝົດ ຕ້ອງ​ໄດ້​ຖືກ ​ອະນຸມັດ ຈາກຜູ້ ກວດກາ ເພື່ອຄວາມ​ເໝາະສົມ​ ຈຶ່ງ​ນໍາ​ມາ​ອອກ​ໄດ້ ທັງ​ໃຫ້ສອດຄ່ອງ ກັບ ເງື່ອນໄຂ ການນຳໃຊ້ ຂອງ ​ວິທຍຸ​ເອ​ເຊັຍ​ເສຣີ. ຄວາມ​ເຫັນ​ທັງໝົດ ຈະ​ບໍ່ປາກົດອອກ ໃຫ້​ເຫັນ​ພ້ອມ​ບາດ​ໂລດ. ວິທຍຸ​ເອ​ເຊັຍ​ເສຣີ ບໍ່ມີສ່ວນຮູ້ເຫັນ ຫຼືຮັບຜິດຊອບ ​​ໃນ​​ຂໍ້​ມູນ​ເນື້ອ​ຄວາມ ທີ່ນໍາມາອອກ.