ພາກສ່ວນ ທີ່ກ່ຽວຂ້ອງ ເຣີ່ມກວດສອບ ຄະດີສວນພູຄຳ: ມາຟັງນຳກັນ

ຕລາດກະສິກັມ ສວນພູຄຳ ແຂວງຊຽງຂວງ
ຕລາດກະສິກັມ ສວນພູຄຳ ແຂວງຊຽງຂວງ (ນັກຂ່າວ ພົລເມືອງ)

0:00 / 0:00

ເຈົ້າຂອງສວນພູຄຳ ທີ່ຖືກ ອະດີດເຈົ້າແຂວງຊຽງຂວາງ ຍົກເລີກສັມປະທານ ຊີ້ແຈງວ່າ ຄະດີ ໄດ້ເຣີ່ມດຳເນີນ ການກວດສອບ ພາກສ່ວນກ່ຽວຂ້ອງແລ້ວ. ສ່ວນທາງດ້ານ ຜູ້ເສັຽຫາຍ ໄດ້ຮຽກຮ້ອງ ໃຫ້ເລັ່ງເຂົ້າສູ່ ຂະບວນການສານ ເພື່ອໃຫ້ຄວາມເປັນທັມ ຕໍ່ການຖືກກ່າວຫາ ຈົນກິຈການ ລົ້ມລະລາຍ.

ໄມຊູລີ: ສະບາຍດີ ທ່ານຜູ້ຟັງທີ່ເຄົາຣົບ… ຂໍຕ້ອນຮັບ ທ່ານເຂົ້າມາສູ່ຣາຍການ “ມາຟັງນຳກັນ” ສັປດານີ້ ມາຕິດຕາມ ການໃຫ້ສັມພາດ ຂອງຜູ້ເສັຽຫາຍ ກໍຄື ເຈົ້າຂອງກິຈການ ສວນພູຄຳ ຢູ່ແຂວງຊຽງຂວາງຢ່າງຣະອຽດ. ຫລ້າສຸດ ທ່ານ ໄດ້ໂພສ ຄຳຟ້ອງຮ້ອງ ເພື່ອຮຽກຮ້ອງ ໃຫ້ກວດກາ ສູນກາງດຳເນີນການກວດຄວາມເປັນຈີງ ແລະ ນຳເອົາຄະດີນີ້ ເຂົ້າສູ່ ຂະບວນການສານ ເພື່ອຈະໄດ້ໃຫ້ ສັງຄົມ ໄດ້ຮັບຮູ້ຄວາມເປັນຈີງ ທີ່ເກີດຂຶ້ນ.

ທ່ານຜູ້ຟັງ ມີຄວາມຄິດເຫັນແນວໃດ ກັບເຣື່ອງດັ່ງກ່າວນີ້ ຊ່ອຍອອກຄວາມເຫັນ ລົງໃສ່ ຊ່​ອງຄອມເມັ້ນຂອງພວກເຮົາໄດ້ ເພື່ອເປັນການຫາທາງອອກນຳກັນ. ເພາະຄະດີນີ້ ມັນກ່ຽວພັນເຖີງ ຄົນໃນພັກ ທີ່ໄດ້ລະເມີດ ສັນຍາ ໂດຍບໍ່ອີງໃສ່ ກົດໝາຽ. ສຳລັບມື້ນີ້ ດຳເນີນຣາຍການ ໂດຍ ໄມຊູລີ ແລະ ໄຊຍາ.

ໄຊຍາ: ສະບາຍດີ ທ່ານຜູ້ຟັງ… ມື້ນີ້ ທາງພວກເຮົາ ກໍຖືໂອກາດນີ້ ໃຫ້ຜູ້ເສັຽຫາຍ ກໍຄື ຜູ້ລົງທຶນ ພັທນາສວນພູຄຳ ໃນແຂວງຊຽງຂວາງ ໄດ້ລົງເລິກເຖີງ ຣາຍລະອຽດ ທີ່ແທ້ຈິງ ກ່ຽວກັບ ກໍຣະນີນີ້. ກ່ອນໜ້ານີ້ພວກເຮົາ ກໍໄດ້ສັມພາດແລ້ວ ແຕ່ຍັງ ບໍ່ໄດ້ລົງເລິກ ຣາຍລະອຽດ ປານໃດ. ແຕ່ການສັມພາດດັ່ງກ່າວແມ່ນໄດ້ຮັບ ຄວາມສົນໃຈ ຈາກນັກທຸຣະກິຈ ແລະ ສັງຄົມ ທົ່ວໄປ ທີ່ຍັງສົງໃສວ່າ ເຣື່ອງນີ້ ທີ່ມາທີ່ໄປມັນເປັນແນວໃດ ມື້ນີ້ ພວກເຮົາ ໄດ້ສັມພາດ ເຈົ້າຂອງກິຈການ ສວນພູຄຳ ໂຕຈິງສຽງຈິງ ເພື່ອໃຫ້ຄວາມກະຈ່າງແຈ້ງ ແກ່ສັງຄົມ ທົ່ວໄປ ໄດ້ຮັບຊາບ.

( ເຊີນທ່ານ ຟັງຣາຍລະອຽດ ຈາກສຽງ ທີ່ໄດ້ບັນທຶກໄວ້ ຂ້າງເທິງນັ້ນ)