ເຣື້ອງທີ່ເກັບບັນທຶກໄວ້
2021-12-28
ເຈົ້າໜ້າທີ່ ປກສ ແຂວງຫຼວງພຣະບາງ ຈັບກຸ່ມຄົນບໍ່ດີ 9 ຄົນ ທີ່ກໍ່ເຫດລັກສາຍໄຟຟ້າ ຕາມແລວທາງຣົຖໄຟລາວ-ຈີນ ເພື່ອໄປຂາຍຫາລາຍໄດ້, ຊຶ່ງອີກ 1 ຄົນ ຢູ່ໃນລະຫວ່າງຫຼົບໜີ.
2021-12-28
ຫຼາຍແຂວງ ປະກາດ ບໍ່ອະນຸຍາດ ໃຫ້ຈັດງານ ສລອງ ຊຸມແຊວໃຫຍ່ ໃນໄລຍະ ປີໃໝ່ສາກົລ ປີ 2022ນີ້, ຫ້າມບໍຣິການ ເຄື່ອງດື່ມ ທີ່ມີທາດເຫຼົ້າ ເພື່ອປ້ອງກັນ ການຣະບາດເພີ່ມ ຂອງເຊື້ອໂຄວິດ-19.
2021-12-27
ແຂວງບໍ່ແກ້ວ ກວດກາ ໂຄງການລົງທຶນ ຂອງຣັຖປະຈໍາປີ 2021 ແລະ ກວດພົບ 1 ເປົ້າໝາຍ ທີ່ມີການ ສໍ້ຣາດບັງຫລວງ, ເສັຍຫາຍ 1,590 ລ້ານກີບ ໂດຍທີ່ພະນັກງານ ພັກ-ຣັຖ ຫລາຍຄົນ ມີສ່ວນກ່ຽວຂ້ອງ, ໃນນັ້ນ ໄດ້ມີການ ໂຈະການຮ່ວມ ຊີວິດພັກ 8 ຄົນ ແລະ ໃຫ້ອອກຈາກພັກ 9 ຄົນ.
2021-12-23
ຄົບຮອບ 25 ປີ ແຫ່ງການກໍ່ຕັ້ງ ມະຫາວິທຍາລັຍແຫ່ງຊາດ ຊຶ່ງຫຼັກ ສູດການຮຽນ, ການສອນ ມີການຂຍາຍໂຕເຖິງ 13 ຄະນະວິຊາ, ແຕ່ມາເຖິງປັດຈຸບັນນີ້ ມຊ ຍັງມີຫຼາຍຢ່າງ ທີ່ ມຊ ຈຳເປັນຕ້ອງ ພັທນາເພື່ອໃຫ້ ທຽບເທົ່າກັບ ນາໆປະເທດ.
2021-12-22
ຊາວບ້ານ ບ້ານຊຽງແດດ ເມືອງພູກູດ ແຂວງຊຽງຂວາງ ໃນໄລຍະທໍາອິດ ຈໍານວນ 40 ປາຍຄອບຄົວ ຈາກທັງໝົດ 161 ຄອບຄົວ ໃນກາງ ເດືອນທັນວາ ປີ 2021 ນີ້ ສ່ວນຄອບຄົວ ທີ່ຍັງບໍ່ທັນໄດ້ຮັບເງິນຊົດເຊີຍນັ້ນ ແມ່ນຈະໄດ້ຮັບການຊົດເຊີຍ ພາຍໃນຕົ້ນປີ 2022 ທີ່ຈະມາເຖິງນີ້.
2021-12-16
ສະຖານທູຕ ຣັສເຊັຽປະຈໍາ ປະເທດລາວ ແລະອົງການ ສະຫະປະຊາຊາດ ເພື່ອການພັທນາ ຫຼື UNDP ໄດ້ຊ່ອຍສ້າງ ອາຄານຝຶກວິຊາຊີບ ໃຫ້ຊາວໜຸ່ມ ຢູ່ເມືອງທ່າແຂກ ແຂວງຄໍາມ່ວນ ໂດຍມີເປົ້າໝາຍ ເພື່ອສົ່ງເສີມ ອາຊີບດານການກະເສດ ໃຫ້ແກ່ຊາວໜຸ່ມ ແລະເຍົາວະຊົນ ເພື່ອໃຫ້ເຂົາເຈົ້າ ສາມາດ ນໍາເອົາຄວາມຮູ້ ຈາກການ ຝຶກອົບຮົມນີ້ ໄປປະກອບ ອາຊີບ ແລະ ຫາລ້ຽງໂຕເອງໄດ້.
2021-12-16
ຄົນງານຈີນ ຜູ່ນຶ່ງ ທີ່ເຮັດວຽກ ຢູ່ບໍຣິສັດ ຮັບເໝົາຕິດຕັ້ງ ສາຍໄຟຟ້າ ຕາມແລວທາງ ຣົຖໄຟ ລາວ-ຈີນ ຢູເຂດ ບ້ານນາເລົາ ຫຼັກ 52 ເມືອງໂພນໂຮງ ແຂວງວຽງຈັນ ໄດ້ໃຊ້ດາບຂູ່ຈະຟັນ ຄົນງານລາວ ທີ່ເຮັດວຽກນຳກັນ.
2021-12-14
ຄົບຮອບ 9 ປີ ການລັກພາຕົວ ທ່ານ ສົມບັດ ສົມພອນ ນັກພັທນາ ອາວຸໂສດີເດັ່ນຂອງລາວ, ອົງການຈັດຕັ້ງ ພາກປະຊາສັງຄົມ ຍັງຄົງເວົ້າເຖິງຕົວທ່ານ ແລະ ທວງຖາມ ຣັຖບານລາວ ໃນຂະນະທີ່ ຍານາງ ອຶ້ງ ຊຸ່ຍເມັ້ງ ຜູ້ເປັນເມັຽ ກໍໄດ້ຂຽນປຶ້ມ ກ່ຽວກັບຊີວິດ ແລະ ຜົລງານ ຂອງທ່ານ ສົມບັດ.
2021-12-14
ການຫາຍ ສາບສູນ ຂອງ ທ່ານສົມບັດ ສົມພອນ ນັກພັທນາ ອະວຸໂສ ດີເດັ່ນຊາວລາວ ແລະເຈົ້າຂອງລາງວັນ ແມັກໄຊ໋ໆ ປີ 2005 ຍັງບໍ່ມີຄວາມຄືບໜ້າ ໃນການ ສືບສວນ-ສອບສວນ ຈາກຣັຖບານລາວເທື່ອ ແລະໃນມື້ຄົບຮອບ 9 ປີນີ້ ຍານາງ ອຶ້ງ ຊຸ່ຍເມັ້ງ ພັລຍາ ຂອງທ່ານສົມບັດ ສົມພອນ ໄດ້ຈັດພິມ ປຶ້ມຊີວິດ, ຜົລງານ ແລະ ການຫາຍສາບສູນໄປ ຂອງທ່ານ.
2021-12-09
ອົງການສິທທິມະນຸດສາກົລ ຮຽກຮ້ອງໃຫ້ ຣັຖບານ ອັອສເຕຣເລັຽ ກົດດັນ ຣັຖບານລາວ ປັບປຸງ ເຣື່ອງສິທທິມະນຸດ ໃນວາຣະທີ່ຕາງໜ້າຣັຖບານ ທັງ 2 ຝ່າຍ ໄດ້ພົບພໍ້ກັນ ຜ່ານກອງປະຊຸມທາງໄກ ໃນວັນທີ 9 ທັນວາ 2021 ນີ້, ເຊິ່ງຫຼາຍພາກສ່ວນ ຄາດວ່າຫວັງວ່າ ຢາກໃຫ້ມີການແກ້ໄຂບັນຫາ ສິທທິມະນຸດໃນລາວ ໃນເຣື່ອງທີ່ຍັງບໍ່ໄປບໍ່ມານັ້ນ ເປັນຕົ້ນວ່າ ການຊອກຫາທ່ານ ສົມບັດ ສົມພອນ ທີ່ຖືກບັງຄັບໃຫ້ຫາຍສາບສູນ ເປັນເວລາ 9 ປີແລ້ວ, ແຕ່ການຊອກຫາໂຕທ່ານ ພັດຍັງບໍ່ມີຄວາມຄືບໜ້າໃດໆເລີຍ.
2021-12-06
ຣັຖບານລາວ ເປີດໃຊ້ ຣົຖໄຟລາວ-ຈີນ ຢ່າງເປັນທາງການ ທ່າມກາງ ຄວາມເປັນຫ່ວງ ກ່ຽວກັບ ໜີ້ສິນ ໂຄງການຣົຖໄຟ ທີ່ຈະຕ້ອງໃຊ້ຄືນ ແລະ ຜົລກະທົບ ຈາກການຣະບາດ ຂອງໂຄວິດ-19.
2021-12-02
ວັນຄົບຮອບ 46 ປີ ຂອງການ ສະຖາປະນາ ປະເທດລາວ ໃນວັນທີ່ 2 ທັນວາ 2021 ນີ້, ຊາວລາວຈໍານວນນຶ່ງ ເຫັນວ່າ ຄຸນນະພາບຊີວິດ ການເປັນຢູ່ ຂອງປະຊາຊົນລາວ ໂດຍສ່ວນໃຫຍ່ ຍັງບໍ່ດີເທົ່າທີ່ຄວນ ແລະຄົນທຸກຍາກ ຍັງມີຫຼາຍຢູ່.
2021-11-29
ຊາວບ້ານ ໂພນສີນວນ ນະຄອນຫລວງວຽງຈັນ 36 ຄອບຄົວ ຍັງຈະບໍ່ ຍ້າຍອອກຈາກ ດິນທີ່ພວກເຂົາເຈົ້າອາສັຍຢູ່ ຈົນກວ່າວ່າ ຈະໄດ້ຄ່າຊົດເຊີຍ ສິ່ງປຸກສ້າງ.
2021-11-29
ກະຊວງປ້ອງກັນປະເທດ ໄດ້ລົງວິນັຍນາຍທະຫານ ຍົດພັນໂທ ພາຍຫຼັງທີ່ຜູ້ກ່ຽວ ໄດ້ກໍ່ກຳແພງ ຕັນທາງທຽວ ຂອງຊາວບ້ານ ຈົນເຮັດໃຫ້ຊາວບ້ານເດືອດຮ້ອນ.
2021-11-29
ເຫດການ ເຈົ້າໜ້າທີ່ຕຳຣວດ ບັງຄັບໃຫ້ ຊາວບ້ານ 36 ຄອບຄົວ ອອກຈາກ ທີ່ດິນ ບ້ານໂພນສີວນ ແມ່ນປະຕິບັດ ຕາມຄຳຕັດສິນ ຂອງສານ.