46 ປີ ສະຖາປະນາ ຄຸນນະພາບຊີວິດ ບໍ່ໄດ້ເທົ່າທີ່ຄວນ

ສຸພັດຕາ
2021.12.02
46 ປີ ສະຖາປະນາ ຄຸນນະພາບຊີວິດ ບໍ່ໄດ້ເທົ່າທີ່ຄວນ ການນຳລາວ ວາງພວງມາລາ ວັນຊາດ ທີ 2 ທັນວາ 2021.
ຮູບພາບຈາກ ວິດີໂອ: LNTV

ວັນທີ່ 2 ທັນວາ 2021 ນີ້ ແມ່ນຄົບຮອບ 46 ປີ ວັນສະຖາປະນາ ສປປ ລາວ ຫຼືວັນຊາດລາວໃນປັດຈຸບັນ ແຕ່ດ້ວຍສະຖານະການຂອງໂຄວິດ-19 ຍັງຣະບາດຢ່າງຮຸນແຮງ ເຮັດໃຫ້ໜ່ວຍງານທັງພັກ-ຣັຖ, ປະຊາຊົນລາວ ແລະພາກສ່ວນຕ່າງໆ ບໍ່ໄດ້ຈັດງານສເລີມສລອງວັນດັ່ງກ່າວຂຶ້ນ.

ຕລອດໄລຍະເວລາ 46 ປີມານີ້ ມີຫຼາຍສິ່ງຫຼາຍຢ່າງ ໄດ້ຮັບການພັທນາທີ່ດີຂຶ້ນ ໂດຍສະເພາະ ດ້ານໂຄງຮ່າງພື້ນຖານສໍາຄັນ ເປັນຕົ້ນ ເສັ້ນທາງ, ຣະບົບໄຟຟ້າ, ນໍ້າປະປາ ແລະການສ້າງອາຊີບທີ່ໝັ້ນຄົງໃຫ້ປະຊາຊົນ ແຕ່ຊາວລາວຈໍານວນນຶ່ງພັດເຫັນວ່າ ຄຸນນະພາບຊີວິດການເປັນຢູ່ ຂອງປະຊາຊົນລາວໂດຍສ່ວນໃຫຍ່ ຍັງບໍ່ດີເທົ່າທີ່ຄວນ ແລະຄົນທຸກຍາກ ກໍຍັງມີເປັນຈໍານວນຫຼາຍ, ດັ່ງຊາວລາວຜູ້ນຶ່ງ ໃນນະຄອນຫຼວງວຽງຈັນ ກ່າວຕໍ່ວິທຍຸເອເຊັຽເສຣີ ໃນວັນທີ່ 2 ທັນວາ ນີ້ວ່າ:

“ເຮົາມາເບິ່ງແລ້ວ ມັນກະຈະເອົາອິຫຍັງມາເປັນການວັດແທກນີ້ ເຮົາເບິ່ງເຣື່ອງຄວາມຢູ່ດີກິນດີຂອງປະຊາຊົນ ໂຕນີ້ແຫຼະປະຊາຊົນສາມັນນີ້ແລ້ວ ມັນກະບໍ່ມີຫຍັງ ມີການແຕກຕ່າງກັນ.”

ຂະນະທີ່ ຊາວລາວທ່ານນຶ່ງ ໃນແຂວງວຽງຈັນ ກ່າວຕໍ່ວິທຍຸເອເຊັຽເສຣີ ໃນມື້ດຽວກັນນີ້ວ່າ ມີປະຊາຊົນລາວຈໍານວນຫຼາຍ ຢູ່ເຂດຊົນບົດຫ່າງໄກສອກຫຼີກ ບໍ່ມີວຽກເຮັດງານທໍາຢ່າງໝັ້ນຄົງ:

“ທຸກສິ່ງທຸກຢ່າງ ມັນກໍຢາກເຫັນການພັທນາຫັ້ນແລ້ວ ໃຫ້ມັນຈະເລີນແຫຼະເນາະ ເອົາໃນໃຈ ກໍຢາກໃຫ້ເບິ່ງແຍງປະຊາຊົນຫັ້ນແຫຼະ ການຢູ່ການກິນ ການໄປການມາ ຢາກໃຫ້ຣັຖບານຫັ້ນເອົາໃຈໃສ່ ໃຫ້ມີວຽກເຮັດງານທໍາ.”

ເມື່ອເວົ້າເຖິງສະພາບຖນົນຫົນທາງ ຢູ່ຕາມເຂດຊົນບົດ ກໍຍັງເປັນທາງດິນແດງຢູ່, ການເດີນທາງລະຫວ່າງບ້ານ ໄປຫາເມືອງຍັງມີຄວາມຫຍຸ້ງຍາກ, ສ່ວນຣະບົບໄຟຟ້າ ແລະນໍ້າປະປານັ້ນ ຫາກໍຈະຕິດຕັ້ງເມື່ອບໍ່ຈັກປີມານີ້ ແລະອີກນຶ່ງປັດຈັຍ ທີ່ເຮັດບ້ານເມືອງ ໃນປະເທດລາວ ມີຄວາມຈະເລີນເຕີບໃຫຍ່ຂຶ້ນມາໄດ້ ສ່ວນນຶ່ງນັ້ນ ກໍຍ້ອນລູກຫຼານຊາວບ້ານເດີນທາງໄປເຮັດວຽກເຮັດງານຢູ່ປະເທດເພື່ອນບ້ານ ແລ້ວນໍາເງິນເຫຼົ່ານັ້ນກັບມາພັທນາ ບ້ານເກີດເມືອງນອນຂອງໂຕເອງ, ດັ່ງຊາວລາວຄົນນຶ່ງ ໃນເມືອງຄົງເຊໂດນ ແຂວງສາຣະວັນ ກ່າວຕໍ່ວິທຍຸເອເຊັຽເສຣີ ໃນມື້ດຽວກັນນີ້ວ່າ:

“ເອີ່ ມາເບິ່ງແລ້ວນີ້ກະ ຖືວ່າໄຄແນ່ຫັ້ນແລ້ວ ໄຄຂຶ້ນ ທາງບ້ານນີ້ກະດີຂຶ້ນກວ່າຫຼາຍເຕີບຫັ້ນແຫຼະ ຄິດວ່າຂຍາຍໂຕ ກະຍ້ອນການໄປ-ມາຫາເງິນປະເທດໃກ້ຄຽງຫັ້ນແລ້ວ ເຮົາເວົ້າເຖິງວ່າ ການເຮັດນານີ້ ຊິໄດ້ເຮືອນໄດ້ຊານນີ້ຍາກ ທາງບ້ານນີ້ກະດາຍ.”

IMG_8809.JPGສໍາລັບການພັທນາເສຖກິຈ-ສັງຄົມຂອງປະເທດລາວ ມາຮອດປີ 2021 ນີ້ ປະເທດລາວ ມີແຫຼ່ງພະລັງງານໄຟຟ້າທັງໝົດ 86 ແຫ່ງ ຮວມກໍາລັງການຜລິດ 10,448 ເມກາວັດ ແຕ່ປະຊາຊົນລາວ ປະມານ 530 ບ້ານ ເກືອບ 50,000 ຄອບຄົວ ຫຼືຄິດເປັນ 5% ຂອງຈໍານວນຄອບຄົວທັງໝົດໃນທົ່ວໄປເທດ ຍັງບໍ່ມີໄຟຟ້າໃຊ້ແບບຖາວອນ ໂດຍສະເພາະຄອບຄົວທຸກຍາກ ທີ່ອາສັຍຢູ່ຕາມເຂດຊົນບົດຫ່າງໄກສອກຫຼີກ. ສ່ວນອັດຕຣາເງິນເຟີ້ ໃນປີ 2021 ຢູ່ທີ່ 3,5% ຖືວ່າຢູ່ໃນຣະດັບປານກາງ ແລະມີທ່າທີວ່າຈະເພີ່ມຂຶ້ນເລື້ອຍໆ ແຕ່ເມື່ອທຽບໃສ່ລາຍໄດ້ຂັ້ນຕໍ່າຂອງຄົນລາວນັ້ນ ໄດ້ພຽງແຕ່ 1,100,000 ກີບ ຕໍ່ຄົນຕໍ່ເດືອນ ກໍຖືວ່າຂ້ອນຂ້າງສູງຫຼາຍ ສາເຫດເກີດມາຈາກ ການຄຸມຄອງເງິນຕຣາ, ອັດຕຣາແລກປ່ຽນ, ລາຄາສິນຄ້າ, ກໍາລັງການຜລິດສິນຄ້າພາຍໃນ ຍັງບໍ່ໄດ້ດີເທົ່າທີ່ຄວນ. ນອກຈາກນີ້ ບັນຫານີ້ສິນສາທາຣະນະຂອງປະເທດລາວ ນັບມື້ນັບຈະເພີ່ມຂຶ້ນ ໂດຍໃນປີ 2020 ທີ່ຜ່ານມາ ປະເທດລາວມີໜີ້ສາທາຣະນະສູງເຖິງ 13 ຕື້ ໂດລາສະຫະຣັຖ ກວມເອົາ 72% ຂອງ GDP ອີງຕາມການຣາຍງານຂອງກະຊວງການເງິນ, ດັ່ງທ່ານສອນໄຊ ສີພັນດອນ ຮອງນາຍົກຣັຖມົນຕຣີ ແລະຣັຖມົນຕຣີ ກະຊວງແຜນການແລະການລົງທຶນ ກ່າວຕໍ່ກອງປະຊຸມສມັຍສາມັນ ເທື່ອທີ່ 2 ຂອງສະພາແຫ່ງຊາດ ຊຸດທີ່ 9 ເມື່ອເດືອນພຶສຈິກາ 2021 ຜ່ານມາ ນີ້ວ່າ:

“ການຂຍາຍໂຕຂອງ GDP ແລ້ວລາຄາສິນຄ້າບາງປະເພດສູງຂຶ້ນ ອັດຕຣາແລກປ່ຽນ ໂດຍສະເພາະແມ່ນ ການຄຸ້ມຄອງອັດຕຣາແລກປ່ຽນ ຍັງບໍ່ທັນມີປະສິດທິຜົນທີ່ດີ ແລະກະສາມາດ ດັດສົມເງິນຕຣາຕ່າງປະເທດ ໃນຣະບົບທະນາຄານຍັງມີຈໍາກັດ ມີໜີ້ສາທາຣະນະ ເຊິ່ງເປັນການກົດດັນຕໍ່ເສຖກິຈຂອງຊາດ.”

ຂະນະທີ່ ທ່ານທອງລຸນ ສີສຸລິດ ເລຂາທິການໃຫຍ່ພັກປະຊາຊົນປະຕິວັດ ແລະປະທານປະເທດ ແຫ່ງສປປ.ລາວ ກໍໄດ້ກ່າວສູນທອນພົດ ໃນຕອນເຊົ້າຂອງວັນທີ່ 2 ທັນວາ 2021 ນີ້ ໂດຍຣະບຸວ່າ ນັບແຕ່ມື້ນີ້ເປັນຕົ້ນໄປ ປະຊາຊົນລາວທຸກໆເຜົ່າ ທຸກຊັ້ນວັນນະ ແລະທຸກເພດທຸກວັຍ ໄດ້ມີປະເທດທີ່ເປັນເອກຣາດ ມີອໍານາດອິທິປະຕັຍ ແລະຜືນແຜ່ນດິນອັນຄົບຖ້ວນ. ຕລອດ 46 ປີຜ່ານມາ ຜູ້ນໍາປະເທດລາວ ທຸກຍຸກທຸກສມັຍ ກໍໄດ້ສ້າງສາປະເທດຊາດ ໃຫ້ມີຄວາມຈະເລີນຮຸ່ງເຮືອງ ຈຶ່ງເຮັດໃຫ້ປະເທດລາວ ສາມາດດໍາລົງຄົງໂຕນັບມື້ນັບເຕີບໃຫຍ່ ເຂັ້ມແຂງ ແລະໜັກແໜ້ນຢ່າງບໍ່ຢຸດຢັ້ງ ຈົນມາເຖິງປັດຈຸບັນ, ດັ່ງທ່ານກ່າວສູນທອນພົດ ເນື່ອງໃນໂອກາດຄົບຮອບ 46 ປີ ວັນຊາດທີ່ 2 ທັນວາ 2021 ນີ້ ໃນຕອນນຶ່ງວ່າ:

“ການພັທນາຂອງ ສປປ.ລາວ ໄດ້ມີຜົລສໍາເຣັດອັນສໍາຄົນ ແລະເປັນບາດລ້ຽວປວັດສາດ ທີ່ນໍາເອົາ ຄວາມຈະເລີນກ້າວໜ້າ ມາສູ່ຄົນລາວ ຣະບອບປະຊາທິປະຕັຍປະຊາຊົນເຮົາ ມີສະຖຽນຣະພາບ ອັນໜັກແໜ້ນ ເຮັດໃຫ້ເສຖກິຈ-ສັງຄົມ ໄດ້ຮັບການຂຍາຍຕົວເປັນຈັງຫວະໄວ.”

ທ່ານຍັງກ່າວອີກວ່າ ອັດຕຣາການຂຍາຍໂຕຂອງເສຖກິຈ ສເລັ່ຽເພີ່ມຂຶ້ນໃນແຕ່ລະໄລຍະ ຕໍ່ຫົວຄົນໄດ້ເພີ່ມຂຶ້ນ ຈາກ 114 ໂດລາສະຫະຣັຖ ໃນປີ 1985 ມາເປັນ 2,664 ໂດລາສະຫະຣັຖ ໃນປີ 2020, ສິ່ງສໍາຄັນແມ່ນ ສາມາດບັນລຸໃນການແກ້ໄຂຄວາມທຸກຍາກຂອງປະຊາຊົນລາວໃນປີ 2019 ຄອບຄົວທຸກຍາກຍັງເຫຼືອ 62,300 ປາຍຄອບຄົວ ຫຼືເທົ່າກັບ 5.16% ຂອງຄອບຄົວໃນທົ່ວປະເທດ.

ຫຼ້າສຸດນີ້ ໃນວັນທີ່ 24 ພຶສຈິກາ 2021 ທີ່ຜ່ານມາ ອົງການສະຫະປະຊາຊາດ ຍັງໄດ້ປະກາດຮັບຮອງໃຫ້ປະເທດລາວ ສາມາດຫຼຸດພົ້ນອອກຈາກ ສະຖານະພາບປະເທດດ້ອຍພັທນາໄດ້ ແຕ່ກໍຍັງຕ້ອງສືບຕໍ່ປະຕິບັດໄລຍະຂ້າມຜ່ານຕື່ມອີກ 5 ປີ ໃນຕໍ່ໜ້າ.

ໃນຂະນະດຽວກັນ ທ່ານ Antony Blinken ຣັຖມົນກະຊວງການຕ່າງປະເທດ ຂອງສະຫະຣັຖອະເມຣິກາ ໄດ້ຂຽນຈົດໝາຍອວຍພອນປະຊາຊົນລາວ ເນື່ອງໃນວັນຄົບຮອບ ວັນສ້າງຕັ້ງ ສປປ.ລາວ. ແລະປີນີ້ ກໍແມ່ນວັນຄົບຮອບ 5 ປີ ຂອງການຮ່ວມມືຮອບດ້ານ ລະຫວ່າງລາວ ແລະສະຫະຣັຖອະເມຣິກາ. ພວກເຮົາພູມໃຈ ທີ່ສອງປະເທດ ມີຄວາມສໍາພັນກັນດີຕລອດມາ.

ອອກຄວາມເຫັນ

ອອກຄວາມ​ເຫັນຂອງ​ທ່ານ​ດ້ວຍ​ການ​ເຕີມ​ຂໍ້​ມູນ​ໃສ່​ໃນ​ຟອມຣ໌ຢູ່​ດ້ານ​ລຸ່ມ​ນີ້. ວາມ​ເຫັນ​ທັງໝົດ ຕ້ອງ​ໄດ້​ຖືກ ​ອະນຸມັດ ຈາກຜູ້ ກວດກາ ເພື່ອຄວາມ​ເໝາະສົມ​ ຈຶ່ງ​ນໍາ​ມາ​ອອກ​ໄດ້ ທັງ​ໃຫ້ສອດຄ່ອງ ກັບ ເງື່ອນໄຂ ການນຳໃຊ້ ຂອງ ​ວິທຍຸ​ເອ​ເຊັຍ​ເສຣີ. ຄວາມ​ເຫັນ​ທັງໝົດ ຈະ​ບໍ່ປາກົດອອກ ໃຫ້​ເຫັນ​ພ້ອມ​ບາດ​ໂລດ. ວິທຍຸ​ເອ​ເຊັຍ​ເສຣີ ບໍ່ມີສ່ວນຮູ້ເຫັນ ຫຼືຮັບຜິດຊອບ ​​ໃນ​​ຂໍ້​ມູນ​ເນື້ອ​ຄວາມ ທີ່ນໍາມາອອກ.