ຣັສເຊັຽ, ຢູເອັນ ສ້າງອາຄານ ຝຶກອາຊີບໃຫ້ຊາວໜຸ່ມ

ສຸພັດຕາ
2021.12.16
ຣັສເຊັຽ, ຢູເອັນ ສ້າງອາຄານ ຝຶກອາຊີບໃຫ້ຊາວໜຸ່ມ ເປີດການນຳໃຊ້ ອາຄານຝຶກອົບຮົມ ວິຊາຊີບ ຊາວໜຸ່ມ, ແຂວງຄຳມ່ວນ, ວັນທີ 14 ທັນວາ 2021.
ຮູບພາບຈາກເພຈ: ຄຊປປລ ແຂວງຄຳມ່ວນ

ສະຖານທູຕ ຣັສເຊັຽປະຈໍາປະເທດລາວ ແລະອົງການສະຫະປະຊາຊາດ ເພື່ອການພັທນາ ຫຼື UNDP ໄດ້ຊ່ອຍສ້າງ ອາຄານຝຶກວິຊາຊີບ ໃຫ້ຊາວໜຸ່ມ ຢູ່ເມືອງທ່າແຂກ ແຂວງຄໍາມ່ວນ ໂດຍມີເປົ້າໝາຍ ເພື່ອສົ່ງເສີມ ອາຊີບດານການກະເສດ ໃຫ້ແກ່ຊາວໜຸ່ມ ແລະເຍົາວະຊົນ ເພື່ອໃຫ້ເຂົາເຈົ້າສາມາດນໍາເອົາຄວາມຮູ້ ຈາກການຝຶກອົບຮົມນີ້ ໄປປະກອບອາຊີບ ແລະຫາລ້ຽງໂຕເອງໄດ້, ດັ່ງເຈົ້າໜ້າທີ່ ຫ້ອງການບໍຣິຫານງານ ຊາວໜຸ່ມ ຜູ້ບໍ່ປະສົງອອກຊື່ ແລະຕໍາແໜ່ງ ທ່ານນຶ່ງ ກ່າວວ່າ:

“ທີ່ຜ່ານມາຊຸມເຮົາ ກໍບໍ່ທັນໄດ້ເຮັດຫຼາຍປານໃດ ວຽກກະສິກັມຊຸມເຮົານີ້ຍັງບໍ່ທັນໄດ້ລົງມືຈັດຕັ້ງປະຕິບັດ ຫາກໍຊິເຣີ່ມ ເວົ້າງ່າຍໆສາ ທາງເຮົາຈະສູນສະເພາະແລ້ວ ເຮົາກໍາລັງຈະຝຶກອົບຮົມໃຫ້ 20 ຄົນ ເປົ້າໝາຍຂອງເຮົາກະແມ່ນແນ່ນອນແຫຼະ ຝຶກໄປແລ້ວ ກໍຢາກໃຫ້ໄດ້ຣະດັບ 70-80% ຂອງຜູ້ມາຮຽນ ກໍຢາກໃຫ້ສາມາດສ້າງລາຍຮັບໄດ້ ໃຫ້ໄດ້ປະຕິບັດວ່າຊັ້ນສາ.”

ທ່ານກ່າວຕື່ມວ່າ ທີ່ຜ່ານມາ ການຝຶກອົບຮົມວິຊາຊີບ ໃຫ້ກັບຊາວໜຸ່ມພາຍໃນ ທີ່ ພາຍໃນແຂວງຄໍາມ່ວນນັ້ນ ຍັງບໍ່ໄດ້ຈັດຕັ້ງປະຕິບັດຢ່າງຈິງຈັງ ຍ້ອນງົບປະມານບໍ່ພຽງພໍ ແຕ່ປັດຈຸບັນ ກໍໄດ້ຮັບທຶນສນັບສນູນ ຈາກຕ່າງປະເທດຈໍານວນນຶ່ງ ຈຶ່ງສາມາດຈັດຝຶກອົບຮົມ ວິຊາຊີບໃຫ້ແກ່ຊາວໜຸ່ມທີ່ສົນໃຈ ຮຽນຮູ້ກ່ຽວກັບວຽກງານດ້ານກະເສດ ເປັນຕົ້ນ ການລ້ຽງກົບ, ລ້ຽງປາໃນໜອງຜ້າຢາງ, ການລ້ຽງຈີ່ນາຍ, ການຂຍາຍພັນພືດ, ການປູກຜັກໃນຄົວເຮືອນ ແລະການປູກເຫັດ ເຊິ່ງເປັນວຽກທີ່ສອດຄ່ອງ ກັບຄວາມຕ້ອງການຂອງທ້ອງຖິ່ນ.

ຄຽງຄູ່ກັນນີ້ ການເປີດສູນຝຶກອົບຮົມ ວິຊາຊີບແຫ່ງດັ່ງກ່າວ ກໍຍັງເປັນນຶ່ງໃນໂຄງການ ເສີມຂຍາຍໂອກາດດ້ານສັງຄົມແລະເສຖກິຈ ທີ່ມີເປົ້າໝາຍ ເພື່ອພັທນາຄວາມສາມາດ ຂອງຊາວໜຸ່ມ ແລະສນັບສນູນໃຫ້ພວກເຂົາເຈົ້າ ເຂົ້າມາມີບົດບາດໃນການພັທນາທ້ອງຖິ່ນໄດ້.

ສໍາລັບໄລຍະຕົ້ນນີ້ ທາງສູນຝຶກອົບຮົມວິຊາຊີບ ຈະເປີດຮັບສມັກຊາວໜຸ່ມ ໃນກຸ່ມເປົ້າໝາຍ ຊຸດທໍາອິດຈໍານວນ 20 ຄົນ ເພື່ອຝຶກອົບຮົມໃນໄລຍະສັ້ນ 3 ເດືອນ ຫຼັງຈາກເຂົ້າຝຶກອົບຮົມສໍາເຣັດແລ້ວ ພວກເຂົາເຈົ້າກໍຈະໄດ້ຮັບໃບຢັ້ງຢືນ ແລະຄໍາປຶກສາກ່ຽວກັບການປະກອບອາຊີບດ້ານການກະເສດ.

ຂະນະດຽວກັນ ຊາວໜຸ່ມແຂວງຄໍາມ່ວນຈໍານວນນຶ່ງ ພັດຍັງມັກເລືອກ ໄປສແວງໂຊກ ຊອກຫາເຮັດວຽກເຮັດງານທໍາ ຢູ່ຕ່າງປະເທດ ໂດຍສະເພາະປະເທດໄທຍ ຫຼາຍກວ່າຈະຮຽນວິຊາຊີບ ເນື່ອງຈາກພວກເຂົາເຈົ້າບໍ່ຄ່ອຍມີເງິນ ທີ່ຈະສົ່ງໂຕເອງຮຽນ ໃນໄລຍະທີ່ຕ້ອງຮຽນວິຊາຊີບນັ້ນ, ດັ່ງພະນັກງານບໍຣິສັດຈັດຫາງານໃຫ້ແກ່ຄົນງານລາວ ທີ່ຕ້ອງການໄປເຮັດວຽກ ທີ່ປະເທດໄທຍ ທ່ານນຶ່ງ ກ່າວຕໍ່ວິທຍຸເອເຊັຽເສຣີ ເມື່ອວັນທີ່ 16 ທັນວານີ້ວ່າ:

“ທາງບ້ານເຮົານີ້ ເພິ່ນຈະຂາດໃນເຣື່ອງການ ວຽກເຮັດງານທໍາເນາະ ຊ່ວງວິກິຈໂຄວິດ-19 ແບບນີ້ ຊອກວຽກຍາກຈັ່ງຊີ້ນ່າ ສ່ວນຫຼາຍຢູ່ເຂດນອກເນາະ ສະນັ້ນເພິ່ນຈຶ່ງຕັດສິນໃຈ ໄປເຮັດວຽກຢູ່ທາງຝັ່ງໄທຍ ນິຍົມໄປຖືວ່າຫຼາຍໆ ຂອງພົລເມືອງຂອງປະເທດເຮົາເນາະ.”

ນອກຈາກນີ້ ຊາວລາວຈໍານວນບໍ່ໜ້ອຍ ໃນເຂດຫ່າງໄກສອກຫຼີກ ຫຼືຜູ້ທີ່ມີຖານະທຸກຍາກ ຍັງນິຍົມເລືອກເດີນທາງໄປເຮັດວຽກທີ່ປະເທດໄທຍ ຍ້ອນໄດ້ຮັບຄ່າຈ້າງຫຼາຍກວ່າຢູ່ລາວ 2-3 ເທົ່າ ແລະມີຄວາມສົນໃຈໜ້ອຍທີ່ຈະໄປຮຽນວິຊາຊີບ, ດັ່ງພະນັກງານ ບໍຣິສັດຈັດຫາງານ ໃຫ້ແກ່ຄົນງານລາວ ທີ່ຕ້ອງການໄປເຮັດວຽກທີ່ປະເທດໄທຍ ອີກນາງນຶ່ງ ກ່າວໃນມື້ດຽວກັນນີ້ວ່າ:

“ໂຮງງານນີ້ ສ່ວນຫຼາຍມັນກະບໍ່ຄ່ອຍຈະມີຫຼາຍ ແຕ່ວ່າຢູ່ໄທຍພວກໂຮງງານອີ່ຫຍັງໃຫຍ່ໆ ທີ່ຂະເຈົ້າຕ້ອງການແຮງງານມັນມີຫຼາຍ ຂະເຈົ້າຄິດວ່າໄປໄທຍ ຄ່າໃຊ້ຈ່າຍອີ່ຫຍັງມັນໄດ້ດີກ່ອນ ເພາະວ່າຢູ່ນີ້ຄືເປັນກັມມະກອນ ເຣີ່ມຕົ້ນກໍທີ່ວ່າຈ້າງ ກໍຢູ່ 1 ລ້ານ ຫາລ້ານປາຍກີບ ກໍປະມານ 3,000-4,000 ບາດ ແຕ່ວ່າ ໄປຊິໄດ້ຢູ່ ເປັນ 9,000, 10,000, 15,000 ບາດເບາະ.”

ຍານາງກ່າວຕື່ມວ່າ ສໍາລັບຊາວໜຸ່ມລາວທີ່ສົນໃຈ ເດີນທາງໄປເຮັດວຽກຢູ່ຕ່າງປະເທດ ແມ່ນເປັນກຸ່ມຊາວໜຸ່ມໃນຄອບຄົວທຸກຍາກ ຂາດໂອກາດທາງດ້ານການສຶກສາ ແລະຢູ່ເຂດຊົນບົດຫ່າງໄກສອກຫຼີກ ໂດຍສະເພາະໃນແຂວງພາກເໜືອ ແລະພາກໃຕ້ເປັນຕົ້ນ ແຂວງຈໍາປາສັກ, ສວັນນະເຂດ, ສາຣະວັນ ແລະແຂວງຄໍາມ່ວນ.

ໃນໄລຍະທີ່ຜ່ານມາ ສໍາລັບການສມັກເຂົ້າຝຶກອົບຮົມ ກັບສູນຝຶກວິຊາຊີບ ພາຍໃນລາວ ຍັງບໍ່ໄດ້ເປັນທີ່ນິຍົມປານໃດ ຍ້ອນບັນດາຊາວໜຸ່ມລາວຫຼາຍຄົນ ທີ່ຢູ່ໃນຄອບຄົວທຸກຍາກ ຕ້ອງເຮັດວຽກເພື່ອຫາລາຍໄດ້ ແລະບໍ່ມີເງິນເປັນຄ່າໃຊ້ຈ່າຍ ສໍາລັບເຂົ້າ ຮັບການຝຶກອົບຮົມວິຊາຊີບ, ດັ່ງຊາວໜຸ່ມລາວ ຢູ່ເມືອງໜອງບົກ ຜູ້ນຶ່ງກ່າວວ່າ:

“ຍັງບໍ່ທັນສົນໃຈເທື່ອ ແບບຂະເຈົ້າບໍ່ມີເງິນ ບໍ່ມີຫຍັງຫັ້ນ ສົ່ງຮຽນຫັ້ນນ່າ ຊິຂ້າມໄປຫາເອື້ອຍ ມັນກໍຕ້ອງໄດ້ໃຊ້ເງິນຫຼາຍ.”

ແຕ່ຢ່າງໃດກໍຕາມ ການເຂົ້າຝຶກອົບຮົມວິຊາຊີບ ກໍຍັງເປັນທີ່ສົນໃຈຂອງຊາວໜຸ່ມລາວຈໍານວນນຶ່ງ ໂດຍສະເພາະ ຜູ້ທີ່ຮຽນບໍ່ຈົບຊັ້ນມັທຍົມປີທີ່ 7 ແລະຜູ້ທີ່ບໍ່ມີໃບຢັ້ງຢືນ ຮັບຮອງການສຶກສາ ຍ້ອນວ່າ ການເຂົ້າຝຶກອົບຮົມວິຊາຊີບ ຢູ່ສູນຝຶກອາຊີບ ໃຊ້ເວລາຮຽນບໍ່ດົນ ກໍຈົບຫຼັກສູດ ອີກຍັງໄດ້ຮັບໃບຢັ້ງຢືນ ພາຍຫຼັງຮຽນຈົບ ແລະມີວຽກເຮັດງານທໍາຮອງຮັບ, ດັ່ງຊາວໜຸ່ມລາວ ຢູ່ເມືອງທ່າແຂກ ອີກຜູ້ນຶ່ງ ກ່າວໃນມື້ດຽວກັນນີ້ວ່່າ:

“ອັນໂຮງຮຽນວິຊາຊີບຫັ້ນຫວາ ແບບວ່່າໃຫ້ຖືວ່າ ເຮົາຊິຮຽນບໍ່ຈົບມັທຍົມ ຫຼືວ່າອີ່ຫຍັງ ເຮົາກໍສາມາດຮຽນຕໍ່ໄດ້ ແລ້ວເວລາຈົບມາ ເພິ່ນກໍຊິຊອກວຽກເຮັດໃຫ້ນໍາ ອັນນັ້ນປີດຽວກໍຈົບ.”

ສໍາລັບອາຄານຝຶກອົບຮົມ ວິຊາຊີບຊາວໜຸ່ມ ແຂວງຄໍາມ່ວນນີ້ ໄດ້ຮັບງົບປະມານສນັບສນູນ ຈາກສະຖານທູຕຣັສເຊັຽ ປະຈໍາປະເທດລາວ ແລະອົງການສະຫະປະຊາຊາດ ເພື່ອການພັທນາ ຈໍານວນ 329,000 ໂດລາສະຫະຣັຖ. ໃນນີ້ ກວມເອົາຄ່າໃຊ້ຈ່າຍສໍາລັບກໍ່ສ້າງອາຄານ 2 ຊັ້ນ, ຊິມັງເສີມເຫຼັກ ມີຂນາດ 10x28 ແມັດ ແບ່ງເປັນ 6 ຫ້ອງ  ເປັນເງິນຈໍານວນ 220,000 ໂດລາສະຫະຣັຖ ສ່ວນທີ່ເຫຼືອອີກປະມານ 109,000 ໂດລາສະຫະຣັຖ ຈະຖືກນໍາໃຊ້ສໍາລັບພັທນາຫຼັກສູດຝຶກອົບຮົມ, ຈັດຊື້ອຸປະກອນ ແລະການບໍຣິຫານອື່ນໆ.

ສູນຝຶກວິຊາຊີບແຫ່ງດັ່ງກ່າວນີ້ ດໍາເນີນການກໍ່ສ້າງສໍາເຣັດແລ້ວ ໃນເດືອນພຶສຈິກາ ປີ 2021 ແລະເປີດນໍາໃຊ້ຢ່າງເປັນທາງການ ເມື່ອວັນທີ່ 14 ເດືອນທັນວາ 2021 ທີ່ຜ່ານມາ.

ໃນໄລຍະການແຜ່ຣະບາດຂອງເຊື້ອໂຄວິດ-19 ຫົວໜ່ວຍແຮງງານທັງພາຍໃນ ແລະຕ່າງປະເທດຈໍານວນຫຼາຍ ຕ້ອງປິດກິຈການຊົ່ວຄາວ ເຮັດໃຫ້ມີຄົນລາວ ຫວ່າງງານ ຈໍານວນ 439,082 ຄົນ. ໃນນັ້ນ ກວມເອົາຄົນງານລາວ ທີ່ຢູ່ພາຍໃນປະເທດແຕ່ເດີມ ແລະຄົນງານລາວ ທີ່ເດີນທາງກັບມາຈາກຕ່າງປະເທດ ແລະໃນຈໍານວນນີ້ ກໍບໍ່ສາມາດຊອກເຮັດວຽກ ພາຍໃນປະເທດໄດ້.

ອອກຄວາມເຫັນ

ອອກຄວາມ​ເຫັນຂອງ​ທ່ານ​ດ້ວຍ​ການ​ເຕີມ​ຂໍ້​ມູນ​ໃສ່​ໃນ​ຟອມຣ໌ຢູ່​ດ້ານ​ລຸ່ມ​ນີ້. ວາມ​ເຫັນ​ທັງໝົດ ຕ້ອງ​ໄດ້​ຖືກ ​ອະນຸມັດ ຈາກຜູ້ ກວດກາ ເພື່ອຄວາມ​ເໝາະສົມ​ ຈຶ່ງ​ນໍາ​ມາ​ອອກ​ໄດ້ ທັງ​ໃຫ້ສອດຄ່ອງ ກັບ ເງື່ອນໄຂ ການນຳໃຊ້ ຂອງ ​ວິທຍຸ​ເອ​ເຊັຍ​ເສຣີ. ຄວາມ​ເຫັນ​ທັງໝົດ ຈະ​ບໍ່ປາກົດອອກ ໃຫ້​ເຫັນ​ພ້ອມ​ບາດ​ໂລດ. ວິທຍຸ​ເອ​ເຊັຍ​ເສຣີ ບໍ່ມີສ່ວນຮູ້ເຫັນ ຫຼືຮັບຜິດຊອບ ​​ໃນ​​ຂໍ້​ມູນ​ເນື້ອ​ຄວາມ ທີ່ນໍາມາອອກ.