9 ປີ ແຫ່ງການສູນເສັຽ ນັກພັທນາ ອາວຸໂສດີເດັ່ນ
2021.12.14

ເຖີງວ່າ ເຫດການລັກພາຕົວ ທ່ານ ສົມບັດ ສົມພອນ ນັກພັທນາອາວຸໂສ ດີເດັ່ນຂອງລາວ ຄົບຮອບ 9 ປີ ແຕ່ ອົງການພາປະຊາສັງຄົມ ຫຼາຍອົງການ ຍັງຄົງເວົ້າເຖິງ ທ່ານ ສົມບັດ ສົມພອນ ແລະທວງຖາມນຳຣັຖບານລາວ.
ທ່ານ Phil Roberson, ຮອງຜູ້ອຳນວຍການ ສິ້ງຊອມດ້ານສິດທິມະນຸດ ຫຼື Human Rights Watch ປະຈຳຂົງເຂດເອເຊັຽ ໄດ້ກ່າວຕໍ່ ວິທຍຸເອເຊັຽເສຣີ ໃນວັນທີ 14 ທັນວາ 2021 ວ່າ:
“ມັນເປັນທີ່ກະຈ່າງແຈ້ງວ່າ ຣັຖບານລາວຮູ້ວ່າ ທ່ານ ສົມບັດ ຢູ່ໃສ ເພາະວ່າ ລາວຖືກລັກພາໂຕຢູ່ຕໍ່ໜ້າປ້ອມຍາມຕຳຣວດ.”
ທາງການລາວ ມີເຈຕນາທີ່ຈະປົກປິດ ກໍລະນີການຫາຍສາບສູນ ຂອງ ທ່ານ ສົມບັດ ສົມພອນ. ທ່ານ Phil Roberson ກ່າວວ່າ:
“ຣັຖບານລາວ ມີການປົກປິດ ໂດຍສະເພາະ ຢູ່ໃນພະນັກງານລະດັບສູງ ທີ່ພະຍາຍາມບໍ່ໃຫ້ມີການສືບສວນ ການຫາຍສາບສູນຂອງ ທ່ານ ສົມບັດ ສົມພອນ. ທັສນະຂອງພວກເຮົາ ກໍຄື ຣັຖບານລາວຮູ້ດີວ່າ ແມ່ນຫຍັງເກີດຂຶ້ນ ແລະ ຣັຖບານກໍພຍາຍາມປົກປິດ. ຂ້າພະເຈົ້າໝາຍຄວາມວ່າ ການຫາຍສາບສູນບໍ່ສເພາະແຕ່ ທ່ານ ສົມບັດ ສົມພອນ ແຕ່ ກໍຍັງມີຄົນອື່ນອີກ ສະນັ້ນ ພວກເຮົາຈຶ່ງຕ້ອງການໃຫ້ຣັຖບານລາວ ເຄົາຣົບ ສົນທິສັນຍາ ສາກົນຂອງສະຫະປະຊາຊາດ ວ່າດ້ວຍການຕ້ານ ການຫາຍສາບສູນ ດ້ວຍການບີບບັງຄັບ.”
ເຈົ້າໜ້າທີ່ຣັຖ ບໍ່ຕ້ອງການທີ່ຈະຊອກຫາຕົວ ທ່ານ ສົມບັດ ສົມພອນ ແລະ ຕັ້ງໃຈທີ່ຈະເຮັດເຣື່ອງມິດງຽບໄປ. ເຈົ້າໜ້າທີ່ອົງການຈັດຕັ້ງ ພາກປະຊາສັງຄົມ ທ່ານ ນຶ່ງ ໄດ້ກ່າວຕໍ່ວິທຍຸເອເຊັຽເສຣີ ວ່າ:
ນັກຂ່າວ: ມັນຄືດົນນານມາຮອດ 9 ປີ ຄືບໍ່ມີຄວາມຄືບໜ້າຫຍັງ ໃນການຊອກຫາ ທ່ານ ສົມບັດ ສົມພອນ.
ເຈົ້າໜ້າທີ່ອົງພາກປະຊາສັງຄົມ: “ຖືວ່າ ມັນກະມິດງຽບໄປຫຼາຍປີລະ. ໃນ 4-5 ປີ ທຳອິດ ມັນກະຖືວ່າ ເປັນປະເດັນຟົດຮ້ອນຢູ່ ແຕ່ວ່າ ຫຼັງໆ ກະເລີ່ມມິດງຽບ ເພາະວ່າ ຫຼາຍຄົນ ກໍບໍ່ຄ່ອຍໄດ້ກ່າວເຖິງເພິ່ນ. ຄວາມຈິງກະຫຼາຍຄົນຮູ້ຈັກເພິ່ນ. ທ່ານ ສົມບັດ ໃນນາມນັກພັທນາ ທີ່ເປັນຄົນລາວ ຢາກເຫັນປະເທດຊາດ ໄດ້ຮັບການພັທນາໃນຫຼາຍດ້ານ ໂດຍສເພາະ ໃນດ້ານການສຶກສາຫັ້ນ. ຂ້າພະເຈົ້າ ກະຮູ້ຈັກເພິ່ນໃນຖານະທີ່ເຮັດວຽກພັທນາ ຢູ່ ປະເທດລາວ ຢູ່ຫຼາຍໆແຂວງ” “ໂດຍສເພາະເຣື່ອງອົງການຈັດຕັ້ງທາງສັງຄົມ ຫຼືວ່າ ພາກສັງຄົມຂອງ ສປປ ລາວຫັ້ນ ເນາະ ກະເປັນທີ່ໜ້າເສັຽດາຍເນາະ ບຸກຄົນທີ່ມີຄວາມຮູ້ຄວາມສາມາດ ມີປະສົບການຖືກຫາຍໂຕໄປ ແລະ ກະບໍ່ສາມາດຊອກຫາມາເຫັນໄດ້ ກະໜ້າເສັຽດາຍສຸດໆ ມາຮອດປີນີ້ ກະປີທີ 9 ລະ. ອັນນີ້ ກະບໍ່ຊ່າງຊິວ່າ ນຳພາກຣັຖເພິ່ນເນາະ ຄັນວ່າ ຈະຊອກຫາ ເພິ່ນໜ້າຈະມີທາງອອກ ເພາະວ່າ ຫຼັກຖານຕ່າງໆ ຢູ່ໃນກ້ອງວົງຈອນປິດ ກະແມ່ນເຫັນວ່າ ມີຄົນພາໄປຫັ້ນນ່າ ມີເຈົ້າໜ້າທີ່ພາໄປ.”
ຈາກການເບິ່ງໃນກ້ອງວົງຈອນປິດ ວີດີໂອຫັ້ນ ກໍເຫັນຈົບເຈືອ ມີເຈົ້າໜ້າທີ່ ເປັນຄົນພາເພິ່ນໄປ ຫຼືວ່າ ພາຂຶ້ນອີກຣົຖຄັນນຶ່ງໄປເນາະ ແຕ່ກະໜ້າເສັຽດາຍຄັນວ່າ ມາຮອດປີນີ້ ກະຖືວ່າ ຄົບຮອບ 9 ປີລະ ທີ່ບໍ່ສາມາດຊອກຫາເພິ່ນມາຄືນໄດ້.
ນັກຂ່າວ: ແຕ່ວ່າ ມັນເປັນກໍລະນີມິດງຽບມາ 9 ປີນີ້ ເຮົາເບິ່ງໂດຍສ່ວນໃຫຍ່ ຜູ້ຊອກຫານີ້ ຊິຊອກຫາເພິ່ນຢູ່ເບາະ ຫຼືວ່າ ຕັ້ງຊິວ່າ ເມີນເສີຍ ປະຖິ້ມໃຫ້ມິດງຽບໄປ?
ເຈົ້າໜ້າທີ່ອົງພາກປະຊາຊົນສັງຄົມ: “ເບິ່ງລວມແລ້ວ ກະຄິດວ່າ ທາງເຈົ້າໜ້າທີ່ເພິ່ນກະຄົງຈະ ປະລະໄປແລ້ວລະ ເພາະວ່າ ບໍ່ເຫັນກ່າວຫາ ແລະ ກໍບໍ່ໄດ້ເວົ້າເຖິງເຣື່ອງນີ້ມາກໍນັບວ່າຫຼາຍປີແລ້ວ ແມ່ນເບິ່ງສະຖານະການ ກໍຄົງຈະມິດງຽບໄປຊື່ໆ.”
ນັກຂ່າວ: ຄິດວ່າ ຊິເຫັນໂຕບໍ່ ຂັ້ນຖ້າວ່າ ຊອກຫານີ້?
ເຈົ້າໜ້າທີ່ອົງພາກປະຊາຊົນສັງຄົມ: “ຄັນຖ້າວ່າ ຊອກຫາໃນໄລຍະໃໝ່ໆຫັ້ນ ຄິດວ່າເຫັນເນາະ ຄຶດວ່າເຫັນ ເພາະວ່າ ເຮົາເຫັນຈາກຫຼັກຖານກະຄືວ່າ ຖືກເຈົ້າໜ້າທີ່ລົງຣົດອີກຄັ້ນນຶ່ງ ລະກະຂຶ້ນຣົຖໄປອີກຄັນນຶ່ງ ຄຶດວ່າ ຄົນໃນຮູ້ ການຈັດຕັ້ງກໍຈະຮູ້ ເນາະໃນເບື້ອງຕົ້ນ ຫຼືວ່າ ໃນປີທຳອິດຫັ້ນ ພຽງແຕ່ວ່າ ຣະບົບພາຍໃນ ບໍ່ສາມາດກວດກາອີ່ຫຍັງໄດ້ ເພິ່ນກະບໍ່ເປີດເຜີຍຕໍ່ສາທາຣະນະຊົນຫຼາຍ ມັນກໍເລີຍເປັນເຣື່ອງທີ່ຂ້ອນຂ້າງຈະຍາກ ຄົນພາຍນອກຈະເຂົ້າໃຈໃນລະບົບ ຖ້າວ່າ ເພິ່ນບໍ່ເປີດເຜີຍຫັ້ນນ່າ.”
ນັກຂ່າວ: ເຮົາມີຄວາມຄາດຫວັງຫຍັງໃນການຊອກຫາ ທ່ານ ສົມບັດ ນີ້?
ເຈົ້າໜ້າທີ່ອົງພາກປະຊາສັງຄົມ: “ໂດຍລວມແລ້ວ ກໍໄດ້ແຕ່ຄຶດ ພັລນາວ່າ ຄັນຖ້າເພິ່ນຍັງຢູ່ ກໍໃຫ້ເພິ່ນໄດ້ກັບຄືນມາ ສູ່ຄອບຄົວຂອງເພິ່ນ.”
ການລັກພາຕົວ ແລະ ການບີບບັງຄັບ ໃຫ້ບຸກຄົນ ຕ້ອງຫາຍສາບສູນໄປນັ້ນ ເປັນເຣື່ອງລະອຽດອ່ອນ ແລະ ເກີດຢູ່ສະເພາະແຕ່ຢູ່ລາວ ແຕ່ຍັງຢູ່ຫຼາຍປະເທດ. ເຈົ້າໜ້າທີ່ ອົງການຈັດຕັ້ງ ທາງສັງຄົມຂອງລາວ ອີກທ່ານນຶ່ງ ໄດ້ກ່າວວ່າ: “ປະເທດເຮົາ ຖ້າເຮົາເບິ່ງພາບກວ້າງໆ ຄືເຮົາຮູ້ຫັ້ນແຫຼະເນາະ ຄະດີນີ້ ມັນເປັນຄະດີທີ່ລະອຽດອ່ອນ ມັນລໍ້ແຫຼມຄັນຊິວ່າ ຄືປະເທດອື່ນເຮົາກະເຫັນຫຼາຍ ກໍລະນີ້ເດ້ເນາະ ຕົວຢ່າງປະເທດເພື່ອນບ້ານຕ່າງໆ ມັນກະເປັນຄະດີທີ່ວ່າ ສັງຄົມໃຫ້ຄວາມສົນໃຈຢູ່ ແຕ່ສຸດທ້າຍລະມັນກະຫາຍງຽບໄປເລີຍ ຜູ້ກະທຳຜິດລອຍນວນ ຂັ້ນຊິວ່າເນາະ.”
ນອກຈາກນີ້ ຍານາງ Shalmali Guttal, ຜູ້ອຳນວຍການ ອົງການ Focus on the Global South ຊຶ່ງເປັນອົງການຈັດຕັ້ງ ພາກປະຊາສັງຄົມ ແລະ ເປັນຜູ້ທີ່ເຄີຍຮ່ວມງານ ກັບທ່ານ ສົມບັດ ໄດ້ກ່າວຕໍ່ເອເຊັຽເສຣີ ວ່າ:
“ພວກເຮົາໄດ້ອອກ ຖແລງການຮ່ວມກັບອົງການຈັດຕັ້ງອື່ນໆ ແລະ ລວມທັງສ່ວນບຸກຄົນ ໂດຍພື້ນຖານແລ້ວ ພວກເຮົາໄດ້ເວົ້າ ຕລອດ 9 ປີ ເຈົ້າໜ້າທີ່ ບໍ່ມີຄວາມຄືບໜ້າ ໃນການຫາຕົວ ທ່ານ ສົມບັດ ແລະ ບໍ່ມີການດຳເນີນການ ທີ່ພໍຈະເຊື່ອຖືໄດ້ ໃນການຄົ້ນຫາ ວ່າ ທ່ານ ສົມບັດ ຢູ່ໃສ ແລະ ໃຜເປັນຜູ້ລັກພາໂຕລາວ. ພວກເຮົາຕ້ອງການຄຳຕອບຈາກເຈົ້າໜ້າທີ່ ແລະ ເຣື່ອງນີ້ ມັນມີຂໍ້ສົງໄສຫຼາຍຢ່າງ ເພາະວ່າ ການຫາຍສາບສູນແບບບີບບັງຄັບ ເປັນຜົລສະທ້ອນໃຫ້ແກ່ຄອບຄົວ ຂອງທ່ານ. ພວກເຮົາຍັງຈະສືບຕໍ່ຖາມຫາ ທ່ານ ສົມບັດ ຈົນກະທັ້ງ ພວກເຮົາຈະໄດ້ຄຳຕອບ ແລະ ຄວາມຍຸຕິທັມ ໃຫ້ແກ່ ທ່ານ ສົມບັດ ແລະ ຄອບຄົວ ຂອງທ່ານ. ພວກເຮົາໄດ້ຮຽກຮ້ອງໃຫ້ຜູ້ບໍຣິຈາກເງິນ ຣັຖບານລາວ ແລະ ນັກການທູດທີ່ມີສາຍສຳພັນ ກັບຣັຖບານລາວ ເພື່ອໃຫ້ທວງຖາມວ່າ ເປັນຫຍັງເຣື່ອງ ທ່ານ ສົມບັດ ຈຶ່ງມິດງຽບ ແລະ ການປະຊຸມ ໂຕະມົນກັບຣັຖບານລາວ ມີການຍົກເຣື່ອງບັນຫາສິດທິ ມະນຸດຂຶ້ນມາເວົ້າບໍ່ ແລະ ມີບັນຫາເຣື່ອງສິດທິຂອງປະຊາຊົນລາວບໍ່. ເຈົ້າໜ້າທີ່ຣັຖ ມີການເຄົາຣົບສິດທິ ຂອງພົລເມືອລາວ ຫຼື ບໍ່. ພວກເຮົາບໍ່ໄດ້ຖາມເຖິງເງື່ອນໄຂ ແຕ່ ພວກເຮົາຢາກໃຫ້ຜູ້ບໍຣິຈາກ ແລະ ຄູ່ຮ່ວມພັທນາຂອງ ຣັຖບານລາວ ຖາມເຖິງຂໍ້ຜູ້ພັນ ແລະ ຂໍ້ເທັດຈິງ ໃນເວລາທີ່ປະຊຸມກັບຣັຖບານ.”
ເມື່ອນັກຂ່າວຖາມ ຍານາງ ຊໍມາລີ ວ່າ ເຫດການຜ່ານໄປ 9 ປີແລ້ວ ແຕ່ ຣັຖບານຍັງມິດມຽບເຣື່ອງ ທ່ານ ສົມບັດ, ຍານາງ ຄິດວ່າ ຣັຖບານຈິງຈັງກັບການຊອກຫາຕົວ ທ່ານສົມບັດບໍ່?
ຍານາງ ຕອບວ່າ: “ອັນນີ້ຍັງມີຂໍ້ສົງໃສຫຼາຍ ຄວາມຈິງກໍຄື ຂັ້ນຖ້າວ່າ ຣັຖບານຢາກຊອກຫາ ທ່ານ ສົມບັດ ແທ້ໆ ເຮົາກໍມີພາບວີດີໂອ ຈາກກ້ອງວົງຈອນປິດ, ນະຄອນຫລວງວຽງຈັນ ກໍບໍ່ໃຫຍ່ ແລະ ກໍມີພິຍານຫຼາຍຄົນ ລວມທັງເຈົ້າໜ້າທີ່ຜູ້ທີ່ຢຸດຣົດ ທ່ານ ສົມບັດ ຊຶ່ງມັນບໍ່ຍາກທີ່ຈະແກ້ໄຂເຣື່ອງນີ້ ແລະ ກໍຍັງມີອີກຫຼາຍປະເທດທີ່ສເນີໃຫ້ການຊ່ວຍເຫຼືອຣັຖບານລາວ ທາງດ້ານວິຊາການ ແລະ ເຮົາກໍບໍ່ຮູ້ວ່າ ຣັຖບານລາວ ໄດ້ຮັບເອົາການຊ່ວຍເຫຼືອທາງດ້ານວິຊາການນັ້ນ ຫຼື ບໍ່. ພວກເຮົາບໍ່ຮູ້ວ່າ ຣັຖບານລາວ ດຳເນີນການແນວໃດ ແລະ ຣັຖບານລາວ ກໍບໍ່ໄດ້ບອກໃຫ້ຮູ້ວ່າ ດຳເນີນການແນວໃດແດ່, ແຕ່ຖ້າ ຣັຖບານຕັ້ງໃຈຊອກຫາ ທ່ານ ສົມບັດແທ້ໆ ນັ້ນ ມັນກໍຄົງບໍ່ເປັນການຍາກ.”
ນອກຈາກນີ້ ຍານາງ ອຶ້ງ ຊຸ່ຍເມັ້ງ ພັລຍາ ຂອງທ່ານສົມ ບັດ ກໍໄດ້ຂຽນປື້ມກ່ຽວກັບຊີວິດ ແລະ ຜົລງານຂອງທ່ານສົມບັດ. ອຶ້ງ ຊຸ່ຍເມັ້ງ ພັລຍາຂອງ ທ່ານ ສົມບັດ ສົມພອນ ໄດ້ເວົ້າເຖິງເຫດຜົລໃນການຂຽນປຶ້ມ ວ່າ: “ເມື່ອ ຂ້າພະເຈົ້າ ເລີ່ມຂຽນປຶ້ມ ຂ້າພະເຈົ້າ ໄດ້ຖາມຕົວເອງວ່າ ເປັນຫຍັງຈະຕ້ອງເວົ້າເຖິງສິ່ງທີ່ເກີດຂຶ້ນ ແຕ່ ກໍຄືກັບ ຍານາງ ອັງຄະນາ ໄດ້ຮູ້ດີວ່າ ຄວາມເຈັບປວດ ແລະ ບາດແຜຂອງເຮົາ ມັນຍັງຢູ່ ບໍ່ວ່າເວລາດໃດກໍຕາມ ບາດແຜມັນກໍຍັງຄົງຝັງຢູ່ໃນຈິດໃຈ. ຍານາງ ຊຸມເມັງ ກ່າວຕື່ມອີກວ່າ: ດ້ວຍເຫດຜົລນີ້ ລາວຈຶ່ງຕັດສິນໃຈ ຂຽນປຶ້ມ ເພື່ອບັນທຶກຊີວິດ ແລະ ຜົລງານຂອງ ທ່ານ ສົມບັດ ເພື່ອໃຫ້ຜົລງານຂອງ ທ່ານ ຍັງຄົງຢູ່. ທ່ານ ສົມບັດ ສົມພອນ ນັກພັທນາອາວຸໂສດີເດັ່ນຂອງລາວ ໄດ້ຮັບຣ່າງວັນ ຣາມອນ ແມັກໄຊໄຊ ໃນປີ 2005 ໃນສາຂາການພັທນາຊຸມຊົນ. ທ່ານ ສົມບັດ ສົມພອນ ຖືກລັກພາໂຕໄປໃນວັນທີ 15 ທັນວາ ປີ 2012 ຢູ່ ຕໍ່ໜ້າປ້ອມຍາມຕຳຣວດ ຖນົກທ່າເດື່ອ ເມືອງສີສັດຕະນາກ ນະຄອນຫລວງວຽງຈັນ. ການລັກຖາຕົວໃນເວລານັ້ນ ມີເຈົ້າໜ້າທີ່ຢູ່ໃນເຄື່ອງແບບຕຳຣວດຮ່ວມຂບວນການຢູ່ນຳ ອີງຕາມຫຼັກຖານຈາກກ້ອງວົງຈອນປິດ.