ເປັນມື້ສຸດທ້າຍ ທີ່ພັນຣະຍາ ເຫັນໜ້າ ທ່ານສົມບັດ

ອຸ່ນແກ້ວ
2022.12.14
ເປັນມື້ສຸດທ້າຍ ທີ່ພັນຣະຍາ ເຫັນໜ້າ ທ່ານສົມບັດ ຍານາງ ອຶ້ງ ຊຸ່ຍ ເມັ້ງ, ພັນຣະຍາ ຂອງທ່ານ ສົມບັດ ສົມພອນ, ໃນງານເສວະນາ “ຄາຣະວະ ມໍຣະດົກຄວາມຄິດ ແລະວຽກງານຂອງ ສົມບັດ ສົມພອນ” ໃນໂອກາດ ຄົບຮອບ 10 ປີ ການຫາຍໂຕໄປ ຂອງທ່ານສົມບັດ ສົມພອນ ທີ່ພັນຣະຍາ ແລະ ນາໆປະເທດ ຍັງທວງຖາມ ຄຳຕອບຈາກ ຣັຖບານ ສປປ ລາວ ຈົນເຖິງທຸກມື້ນີ້.
RFA

ຍາ​ນາງ ຊຸ່ຍ ເມັ້ງ ພັນຣະຍາ ຂອງທ່ານ ສົມບັດ ສົມພອນ ເຫັນທ່ານ ສົມບັດ ເປັນຄັ້ງສຸດທ້າຍ ໃນຕອນແລງ ວັນທີ 15 ເດືອນ ທັນວາ 2012. ທັງ ທ່ານ ສົມບັດ ແລະ ຍານາງ ຊຸ່ຍ ເມັ້ງ ຜູ້ເປັນເມັຽ ຂັບຣົຄົນລະຄັນ ມາຈາກບ່ອນເຮັດວຽກ ເພື່ອຈະກັບບ້ານ

ຍາ​ນາງ ຊຸ່ຍ ເມັ້ງ ກ່າວວ່າ:

ຂ້ອຍ ກັບ ລາວ ຂັບລົດຄົນລະຄັນ  ປະມານ 6 ໂມງ, 6:15 ຕອນແລງ ພວກເຮົາ ຂັບລົດຕາມຫລັງກັນກັບບ້ານ  ແລະ ຂ້ອຍຂັບຜ່ານປ້ອມຕຳຫລວດ ຂ້ອຍເບິ່ງແວ່ນລົດທາງຫລັງ ຂ້ອຍ ບໍ່ເຫັນລົດ​​ຂອງສົມບັດ ອີກເລີຍ.”

ໃນ​ເວລາທີ່ ຍານາງ ຊຸ່ຍເມັ້ງ ກັບຮອດບ້ານເວລາ ກໍ​​ເກີນ 6:30 ຕອນແລງໄປແລ້ວ, ແຕ່ ບໍ່ເຫັນ ທ່ານ ສົມບັດ ຜູ້ເປັນຜົວ ສະນັ້ນ ລາວ ກໍເລີຍໂທຫາຜົວ ແຕ່ ໂທ​ລະສັບຂອງ ທ່ານ ສົບບັດ ບໍ່ມີສັນຍານ ໃນເວລານັ້ນ.

ຍານາງ ຊຸ່ຍ ​ເມັ້ງ ກ່າວວ່າ:

ຂ້ອຍບໍ່ຄິດຫຍັງ ເພາະ ລາວມັກລືມເປີດມືຖື ປະມານ 10 ໂມງ ຂ້ອຍເລີ້ມອຸກໃຈ 10:30 ຂ້ອຍຕັດສິນໃຈອອກໄປຊອກຫາລາວ.”

ໃນ​ເບື້ອງຕົ້ນ ຄົນໃນຄອບຄົວ ຄິດວ່າ ທ່ານ ສົມບັດ ເກີດອຸບັດຕິເຫດ ສະນັ້ນເຂົາເຈົ້າ ຈຶ່ງໄປໂຮງໝໍຕ່າງໆ ແຕ່ ກໍບໍ່ເຫັນທ່ານ ສົມບັດ. ໃນເວລານັ້ນ ເປັນຕອນແລງ ວັນເສົາ ທີ 15 ທັນວາ 2012, ແລະ ຕໍ່ມາວັນອາທິດ ວັນທີ 16 ທັນວາ ຄອບຄົວ ກໍໄດ້ອອກໄປຊອກຫາທ່ານສົມບັດ ໝົດມື້ ທັງໂທຫາໝູ່ລາວ ແລະ ໄປຕາມຖານທີ່ຕ່າງໆ.

ຍາ​ນາງ ຊຸ່ຍ ເມັ້ງ ກ່າວວ່າ:

ຕອນເຊົ້າ ເຮົາໄປແຈ້ງຄົນເສັຍນຳຕຳຫລວດ ພວກເຮົາຊອກຫາລາວ ວັນທິດໝົດມື້ ໂທຫາໝູ່ລາວ ໂທຫລາຍບ່ອນ, ບໍ່ມີໃຜຮູ້. ຕອນຂັບລົດ ຢູ່ເສັ້ນທາງ ພວກເຮົາ ເຫັນກ້ອງວົງຈອນປິດ ຕາມເສັ້ນທາງພວກເຮົາຈຶ່ງຂໍເບິ່ງກ້ອງວີດີໂອ ນຳ​​ຕຳຣວດ ພວກເຮົາ ເບິ່ງວີດີໂອ ຕາມຖະໜົນທ່າເດື່ອ.”

ໃນ​ຕອນເຊົ້າວັນຈັນ ທີ 17 ທັນວາ 2012, ຄອບຄົວຂອງ ທ່ານ ສົມບັດ ກໍໄດ້ໄປຫາເຈົ້າໜ້າທີ່ ຕຳຣວດທີ່ຮັບຜິດຊອບກ້ອງວົງຈອນປິດ ຢູນະຄອນຫລວງວຽງຈັນ ແລະ ຈຶ່ງປະກົດເຫັນພາບຕອນທີ່ຕຳຣວດຢຸດຣົທ່ານສົມບັດ

ຍາ​ນາງ ຊຸ່ຍ ເມັ້ງ ໄດ້ອະທິບາຍພາບ ຢູ່ໃນກ້ອງວົງຈອນປິດວ່າ:

ເຮົາເຫັນທ່ານ ສົມບັດ ວເລາ 6:30 ໂມງ ຫລື ກາຍ 6:30 ໜ້ອຍນຶ່ງ ຕຳຫລວດວ່າມີກ້ອງຕາມເສັ້ນທາງນີ້ ເປີດກ້ອງເຫັນ ທ່ານ ສົມບັດ ຖືກຢຸດຣົຢູ່ປ້ອມຕຳຫລວດ. ຕຳຫລວດຢືນຢູ່ຂ້າງຣົຖລາວ ແລະ ຄົງຈະບອກລາວລົງຈາກຣົແລ້ວ ລາວຍ່າງໄປໃນປ້ອມຕຳຫລວດ.” 

ຊຸ່ຍ ເມັ້ງ ຊຸ່ຍ​ເມັ້ງ: ພວກເຮົາເຫັນ ຜູ້ຊາຍຄົນນຶ່ງນຸ່ງເສື້ອ​​ສີມືດ ຊາຍຄົນນັ້ນ ຂີ່ລົດຈັກຈອດຕໍ່ໜ້າຣົຖສົມບັດ ແລ່ນໄປໃນປ້ອມຕຳຫລວດ ແລະ ອອກມາຂັບລົດສົມບັດ ອອກໄປ.”

ຊຸ່ຍ ເມັ້ງ: ຕໍ່ມາ ຣົກະບະສີຂາວຂັບມາ ເປີດໄຟຊາຍແລນ ຕຳຫລວດລໍຖ້າຣົຄັນນັ້ນມາຈອດຢູ່ໜ້າປ້ອມ ຂ້ອຍເຫັນສອງສາມຄົນ ມີສົມບັດຢູ່ນຳ ລາວຖືກນຳຕົວເຂົ້າໄປໃນລົດຄັນນັ້ນ ຣົຂ້ຽວຂັບອອກໄປ ຂະນະທີ່ ປະຕູລົດຍັງບໍ່ປິດມັນຖືກບັນທຶກພາບໄວ້ໄດ້ ຊັດເຈນ ນັ້ນ ເປັນຄັ້ງສຸດທ້າຍ ທີ່ໄດ້ເຫັນສົມບັດ.”

ອັນ​ນັ້ນ ຄື ເຫດການທີ່ທ່ານ ສົມບັດ ຖືກລັກພາໂຕໄປ ອີງຕາມຫຼັກຖານຈາກກ້ອງວົງຈອນປິ. ຕຳ​ຣວດຜູ້ນ້ອຍ ທີ່ເຝົ້າສູນກອງວົງຈອນປິດ ກໍ​​ຕົກຕະລຶງກັບພາບນັ້ນ, ຄອບຄົວ ທ່ານ ສົມບັດ ຂໍພາບຕົ້ນສະບັບ ແຕ່ ຕຳຣວດບໍ່ໃຫ້ ສະນັ້ນ ເຂົາເຈົ້າຈຶ່ງໃຊ້ໂທຣະສັບຖ່າຍວີດີໂອ ຢູ່ໜ້າຄອມພິວເຕີ.  

ຍາ​ນາງ ຊຸ່ຍເມັ້ງ ກ່າວວ່າ:

ພວກເຮົາ ກໍຂ້ຽວອອກມາກ່ອນຕຳຫວດ ຈະຢຸດພວກເຮົາ, ພວກເຮົາກັບໄປຂໍພາບວີດີໂອຕົ້ນສະບັບອີກ ແຕ່ຫ້ອງການທີ່ເປັນສູນກ້ອງວີດີໂອ​​ຖືກປິດ, ຕຳຫລວດກໍບໍ່ຢູ່ ບໍ່ມີໃຜສາມາດເຂົ້າຫ້ອງວີດີໂອໄດ້ ຕອນນີ້.” 

ຕໍ່​ມາພາບວີດີໂອ ເຫດການລັກພາໂຕ ທ່ານ ສົມບັດ ຖືກເຜີຍແຜ່ ຢູ່ອິນເຕີ້ຣ໌ເນັຕ ເຮັດໃຫ້ໂລກຕົກຕະລຶງ ມີສຽງວິຈານຕາມມາ​, ສ່ວນວ່າ ເຈົ້າໜ້າທີ່ຕຳຣວດລາວ ປະຕິເສດ ບໍ່ມີສ່ວນກ່ຽວຂ້ອງ.

ທ່ານ ສົມ​ບັດ ເປັນເຫຍື່ອການຫາຍສາບສູນ ແບບບັງຄັບ ແລະ ເປັນການລັກພາໂຕ ທີ່ລະເມີດສິດທິມະນຸສ ສະນັ້ນ ສະຫະພາບຢູໂຣບ ຫຼື  EU ຈຶ່ງຕິດຕາມເຣື່ອງນີ້ຢ່າງໃກ້ຊິດ ເພາະວ່າ ມັນເປັນເຣື່ອງການລະເມີດສິທິມະນຸສຢ່າງຮ້າຍແຮງ.

ຫລາຍ​ຄົນເວົ້າວ່າ ທ່ານ ສົມບັດ ເຂົ້າຮ່ວມຈັດກອງປະຊຸມ ພາກປະຊາຊົນເອເຊັຽ​-ຢູໂຣບ ຫຼື AEPF ໃນເດືອນ ຕຸລາ 2012 ຢູ່ນະຄອນຫລວງວຽຈັນ ນັ້ນຄືເຫດຜົຫຼັກທີ່ ທ່ານ ຖືກລັກຖາໂຕ. ຢູ່ໃນກອງປະຊຸມດັ່ງກ່າວ ມີພາກປະຊາຊົນທົ່ວໂລກ ລວມທັງຄົນລາວ ເຂົ້າຮ່ວມ ເວົ້າເຣື່ອງ​​ທີ່ດິນ ແລະ ບັນຫາຜົກະທົບ ຈາກໂຄງການພັນາຂອງຣັຖ ຢ່າງເປີດກ້ວາງ.

ຢູ່​ປະເທດລາວ, ມັນເປັນເຣື່ອງທີ່ຫຼໍ້ແຫຼມ ທີ່ປະຊາຊົນຈະວິພາກ ວິຈານ ໂຄງການພັນາຂອງຣັຖ ໂດຍເພາະ ການສັມປະທານທີ່ດິນ, ການສ້າງເຂື່ອນ ແລະ ໂຄງການພັນາອື່ນໆ ທີ່ມີການຍົກຍ້າຍ ປະຊາຊົນ.    

ທ່ານ ສົມ​ບັດ ກ່າວປາໃສ​ ​ສະທ້ອນຄວາມເຊື່ອ ຂອງລາວ ກ່ຽວ​ກັບພັດທະນາແບບຍືນຍົງ ຄຽງຄູ່ກັບທັມມາພິບານ ຈຳເປັນຕໍ່ອະນາຄົ​​ປະເທດ ໃນຂະນະທີ່ ຣັບານລາວ ເຫັນວ່າກອງປະຊຸມເປັນພັຍຕໍ່ຄວາມໝັ້ນຄົງ ຂອງຕົນ.  

ຍາ​ນາງ ຊຸ່ຍ ເມັ້ງ ກ່າວວ່າ:

ມີເຈົ້າໜ້າທີ່ນອກເຄື່ອງແບບ ຢູ່ກອງປະຊຸມ ເຂົາເຈົ້າຖ່າຍຮູບ ບັນທຶກ ທຸກຢ່າງ ແລະ 8 ອາທິດຕໍ່ມາ ສົມບັດ ກໍຖືກລັກພາໂຕ.”

ຫຼັງ​ຈາກ ທ່ານ ສົມບັດ ຖືກລັກພາ ໂຕໄປແລ້ວ ຫຼາຍຄົນທີ່ເຄີຍຮ່ວມງານ ກັບ ທ່ານ ສົມບັດ ກໍຮູ້ສຶກບໍ່ປອດພັຍ ແລະ ຖືກທາງການລາວ ຂຶ້ນບັນຊີດຳ.  

ທ່ານ ວາລເດັນ ເບລໂລ (Walden Bello) ອະ​ດີຕ ສະພາຊິກສະພາແຫ່ງຊາຕ ຟິປິນສ໌ ໄດ້ກ່າວວ່າ: ໂດຍພື້ນຖານແລ້ວ ຂ້ອຍຄິດວ່າ​ ​ກອງປະຊຸມ ເປີດໂອກາດໃຫ້ຄົນ ໄດ້ເວົ້າບັນຫາທີ່ດິນຂອງຕົນ ຂ້ອຍຄິດວ່າຣັຖຖະບານລາວຈັດສາກ ເພື່ອເປັນການຕົບຕາຄົນ ຂ້ອຍຮູ້ສຶກວ່າສົມບັດ ເປັນຄົນໂດດເດັ່ນ ເຈົ້າໜ້າທີ່ຈຶ່ງຈັດການ​​ລາວ ຢູ່ນະຄອນຫລວງວຽງຈັນ ມີຂ່າວວ່າ ມີລາຍຊື່ຄົນທີ່ຖືກຂຶ້ບັນຊີດຳ  ໃຜຊິເປັນຄົນຕໍ່ໄປ ມີຄົນ​​​ໜີໄປໄທ ຍ້ອນຖືກຂຶ້ນບັນຊີດຳ ມັນຄືກັບ ເຫດການຊຸມປີ 1970 ຕອນຄອມມູນິດປະເທດລາວ ຢຶດອຳນາດ.”

ເວ​ລາດຽວກັນ ທາງການລາວເວົ້າວ່າ ການລັກພາຕົວ ອາດ​​ພົວພັນກັບທຸລະກິຈ ແລະ ທາງການລາວ ປະຕິເສດ ການຊ່ວຍເຫລືອ ທາງວິຊາການຈາກສາກົນ ເພື່ອຊອກຫາບຸກຄົນ ແລະ ປ້າຍລົດໃນວີດີໂອ ໂດຍ ທາງການລາວ ໃຫ້ເຫດຜົວ່າ ບໍ່ຈຳເປັນພິສູດຫຍັງ.

ຕໍ່​ກັບ​ເຣື່ອງ​ດັ່ງ​ກ່າວ ທ່ານ

ວາລເດັນ ເບລໂລ (Walden Bello) ກ່າວ​ວ່າ:

ຕອນໄປລາວ ພວກເຮົາຢາກຮູ້ວ່າ ຣັຖບານລາວ ຈະເປີດເຜີຍເຣື່ອງສົມບັດ ຫລືບໍ່ ຣັຖບານລາວ ຕອບແບບ ບໍ່ຮູ້ ບໍ່ເຫັນ ແຕ່ພັດມີ​​ວີດີໂອ, ສະນັ້ນ ມັນຟັງບໍ່ຂຶ້ນປານໃດ ຈຶ່ງຢາກໃຫ້ຣັຖການລາວຮູ້ວ່າ ເຮົາເປັນຫ່ວງສົມບັດ ເປັນການເຕືອນທາງການລາວ ໃຫ້ປ່ອຍສົມບັດ.”  

ສຸດ​ທ້າຍ ຣັຖບານລາວ ກໍຍອມອອກມາຖະແຫລງຢູ່ ນະຄອນ ເຈນິວາ (Geneva) ປະເທດວິສເຊີຣ໌ແລນດ໌ ໃນປີ 2015.

ທ່ານ ພົງ​ສະຫວັດ ບຸບຜາ ໂຕແທນ​​ຣັຖະບານລາວ ກ່າວວ່າ:

ຣັຖບານລາວ ຕົກຕະລຶງກັບການຫາຍສາບສູນຂອງສົມບັດພວກເຮົາແປກໃຈວ່າ ເປັນຫຍັງລາວຈຶ່ງຫາຍຕົວໄປຂໍຢືນຢັນວ່າ ຣັຖບານລາວ ບໍ່ມີຫຍັງປິດບັງ ຣັ​​ບານ ເປັນຫ່ວງການຫາຍສາບສູນ ຂອງລາວ ບາງອົງການ ກ່າວຫາ ຣັຖບານລາວຢູ່ເບື້ອງຫລັງ ຄຳກ່າວຫານີ້ ບໍ່ມີມູນຄວາມຈິງ ໂດຍ ພຽງແຕ່ໃສ່ ພາບວີດີໂອ ຂອງຕຳຫລວດ ຕຳຫລວດ ໃຫ້ຄວາມຮ່ວມມື ແກ່ຄອບຄົວແລະພີ່ນ້ອງ ອະນຸຍາດໃຫ້ເບິ່ງ ແລະ ຖ່າຍເອົາພາບວີດີໂອ ຢືນຢັນວ່າ ເຈົ້າໜ້າລາວສືບສວນ ຢ່າງຈິງຈັງ ແລະ ຈະດຳເນີນການ ຕໍ່ໄປອີກ.”

ແຕ່ ທ່ານ ສະ​ຈວດ ຟອກສ໌ ນັກຂຽນວັດສາຕລາວ ໄດ້ກ່າວວ່າ:

ຂ້ອຍບໍ່ທຳທ່າ ຮູ້ສິ່ງທີ່ເກີດຂຶ້ນກັບ ທ່ານ ສົມບັດ, ຂ້ອຍຄິດວ່າ ມັນພໍແລ້ວ ທີ່ຣັຖບານຢຸດສືບສວນ ອອກມາເວົ້າແບບນີ້ ໃຜຊິເສັຍໜ້າ? ນີ້ແມ່ນຄຳຖາມ ທີ່ຂ້ອຍຕ້ອງການຄຳຕອບ.”

ຄອບ​ຄົວ ຂອງທ່ານ ສົມບັດ ຍັງຄາໃຈຢູ່ວ່າ ທ່ານ ສົມບັດ ເຮັດຫຍັງຜິດ ແລະ ຣັບານຄວນສືບສວນ ສອບສວນ ຢ່າງໂປ່ງໃສ.

ຍາ​ນາງ ຊຸ່ຍ ເມັ້ງ ພັນຣະຍາຂອງທ່ານສົມບັດ ກ່າວ​ວ່າ: “ຢາກ​ໃຫ້ບາງຄົນອະທິບາຍວ່າ ສົມບັດເຮັດຜິດຫຍັງ? ຖ້າວ່າບໍ່ຜິດ, ຖ້າວ່າສ່ວນບຸກຄົນກະທຳ ໃຫ້ຊອກຫາຄົນ​​ ລັກພາຕົວລາວໄປໃຫ້ແດ່ ຄິດ​ວ່າ ເປັນຄວາມຮັບຜິດຊອບ ຂອງຣັບານ ຕ້ອງສືບສວນ ຢ່າງໂປ່ງໃສ ແລະ ປ່ອຍສົມບັດກັບມາ.”

ອອກຄວາມເຫັນ

ອອກຄວາມ​ເຫັນຂອງ​ທ່ານ​ດ້ວຍ​ການ​ເຕີມ​ຂໍ້​ມູນ​ໃສ່​ໃນ​ຟອມຣ໌ຢູ່​ດ້ານ​ລຸ່ມ​ນີ້. ວາມ​ເຫັນ​ທັງໝົດ ຕ້ອງ​ໄດ້​ຖືກ ​ອະນຸມັດ ຈາກຜູ້ ກວດກາ ເພື່ອຄວາມ​ເໝາະສົມ​ ຈຶ່ງ​ນໍາ​ມາ​ອອກ​ໄດ້ ທັງ​ໃຫ້ສອດຄ່ອງ ກັບ ເງື່ອນໄຂ ການນຳໃຊ້ ຂອງ ​ວິທຍຸ​ເອ​ເຊັຍ​ເສຣີ. ຄວາມ​ເຫັນ​ທັງໝົດ ຈະ​ບໍ່ປາກົດອອກ ໃຫ້​ເຫັນ​ພ້ອມ​ບາດ​ໂລດ. ວິທຍຸ​ເອ​ເຊັຍ​ເສຣີ ບໍ່ມີສ່ວນຮູ້ເຫັນ ຫຼືຮັບຜິດຊອບ ​​ໃນ​​ຂໍ້​ມູນ​ເນື້ອ​ຄວາມ ທີ່ນໍາມາອອກ.