ສົມບັດ ຢູ່ໃສ ນີ້ຄືຄຳຖາມ ເຖິງຣັຖບານລາວ ຕລອດ 10 ປີ
2022.12.15

ບັນດາອົງການຈັດຕັ້ງສາກົນ ລວມທັງໝົດ 74 ອົງການ ເຊັ່ນສະຫະພັນ ເພື່ອສິດທິມະນຸສ ສາກົນ,ອົງການນິຣະໂທສກັມສາກົນ ແລະອົງການເອເຊັຽ ເພື່ອສິດທິມະນຸສ ແລະການພັທນາ ໄດ້ອອກຖແລງການ ຖາມຣັຖບານລາວວ່າ ທ່ານ ສົມບັດ ສົມພອນຢູ່ໃສ? ນອກຈາກນີ້ ຖແລງການສະບັບລົງວັນທີ່ 13 ທັນວາ 2022 ຍັງມີຣາຍລະອຽດຕື່ມວ່າ ເນື່ອງໃນໂອກາດ ວັນຄົບຮອບ 10 ປີ ຂອງການບັງຄັບຫາຍສາບສູນ ທ່ານ ສົມບັດ ສົມພອນ, ຜູ້ນຳພາກປະຊາສັງຄົມລາວ, ພວກເຮົາ ອົງການຈັດຕັ້ງ ພາກປະຊາສັງຄົມ ຂໍຮຽກຮ້ອງອີກເທື່ອນຶ່ງ ໃຫ້ຣັຖບານລາວ ຊີ້ແຈງຄວາມຈິງ ກ່ຽວກັບຊະຕາກັມ ຂອງທ່ານ ສົມບັດ ສົມພອນ ຕໍ່ຍາດຕິພີ່ນ້ອງ, ຄອບຄົວຂອງທ່ານ ວ່າປັດຈຸບັນ ທ່ານ ສົມບັດ ສົມພອນ ຢູ່ໃສ. ພວກເຮົາ ຂໍຕຳນິ ທາງການລາວ ທີ່ບໍ່ຍອມນັບຖືສິດທິມະນຸສ ເປັນຕົ້ນ ບໍ່ຍອມສືບສວນ ການຫາຍສາບສູນ ຂອງທ່ານ ສົມບັດ ສົມພອນ ຢ່າງຈິງຈັງ.
ທ່ານ ສົມບັດ ສົມພອນ ຖືກລັກພາໂຕເມື່ອວັນທີ່ 15 ເດືອນທັນວາ ປີ 2012 ທີ່ນະຄອນຫຼວງວຽງຈັນ. ຜ່ານມາ ອົງການ ສະຫະປະຊາຊາຕ, ຣັຖບານຕ່າງປະເທດ ແລະອົງການສິດທິມະນຸສ ຫຼາຍອົງການ ໃນໂລກ ໄດ້ສະແດງຄວາມເປັນຫ່ວງຕລອດມາ ກ່ຽວການຫາຍສາບສູນ ຂອງທ່ານ ສົມບັດ ສົມພອນ ແລະໄດ້ຮຽກຮ້ອງໃຫ້ຣັຖບານລາວ ສືບສວນການຫາຍສາບສູນ ນີ້ຢ່າງມີປະສິດທິພາບ ແລະປະສິດທິຜົນ.
ເຣີ່ມແຕ່ເດືອນທັນວາ ປີ 2014, ນັກຊຽວຊານສິດທິມະນຸສ ຂອງສະຫະປະຊາຊາຕ ໄດ້ຮຽກຮ້ອງໃຫ້ທາງການລາວ ເປີດເຜີຍຂໍ້ມູນກ່ຽວກັບຄວາມຂືບໜ້າ ຂອງການສືບສວນ ການຫາຍສາບສູນ ຂອງທ່ານ ສົມບັດ ສົມພອນ ຕໍ່ຄອບຄົວຂອງທ່ານ ແລະສາກົນ. ໃນເວລາມີກອງປະຊຸມ ທວນຄືນການນັບຖືສິດທິມະນຸສ ໃນລາວເມື່ອ ປີ 2015 ແລະ ປີ 2020, ສະມາຊິກ ສະຫະປະຊາຊາຕ 11 ປະເທດ ກໍຍືນຂໍ້ສເນີ 15 ຂໍ້ ຮຽກຮ້ອງໃຫ້ຣັຖບານລາວ ສືບສວນການຫາຍສາບສູນ ຂອງ ທ່ານ ສົມບັດ ສົມພອນ.
ເມື່ອເດືອນກໍຣະກະດາ ປີ 2018, ຣັຖບານລາວ ໄດ້ສົ່ງບົດຣາຍງານການ ສືບຫາ ທ່ານ ສົມບັດ ສົມພອນ ໃຫ້ສະຫະປະຊາຊາຕ ແຕ່ເມື່ອອ່ານເບິ່ງແລ້ວ ຄະນະກັມມະການສິດທິມະນຸສ ສະຫະປະຊາຊາຕ ກໍຜິດຫວັງ ເພາະ ບົດຣາຍງານນັ້ນ ບໍ່ມີຂໍ້ມູນຣາຍລະອຽດຫຍັງຫຼາຍ ແລະທາງຄະນະກັມມະການສິດທິມະນຸສ ກໍໄດ້ຮຽກຮ້ອງອີກເທື່ອນຶ່ງ ໃຫ້ຣັຖບານລາວສືບສວນຕື່ມ.
ຫຼັງຈາກນັ້ນ ທ່ານ ຟິລິບ ອັລສຕັນ (Philip Alston) ຜູ້ຣາຍງານພິເສດ ຂອງສະຫະປະຊາຊາຕ ກໍໄປຢ້ຽມຢາມລາວ ເມື່ອເດືອນມິນາ ປີ 2019 ແລະໄດ້ຮຽກຮ້ອງໃຫ້ຣັຖບານລາວ ອະນຸຍາດໃຫ້ມີການສືບສວນ ການຫາຍສາບສູນຂອງທ່ານ ສົມບັດ ສົມພອນ ຢ່າງຄັກແນ່. ທາງດ້ານສະພາ ສິດທິມະນຸສສະຫະປະຊາຊາຕ ກໍສົ່ງຈົດໝາຍເຖິງ ຣັຖບານລາວ ສາມຄັ້ງ, ຄັ້ງລ້າສຸດເມື່ອປີ 2021 ທີ່ຜ່ານມາ ຮຽກຮ້ອງໃຫ້ ຣັຖບານລາວ ເປີດເຜີຍຊະຕາກັມ ຂອງທ່ານ ສົມບັດ ສົມພອນ.
ສະນັ້ນ ປີນີ້ ຊຶ່ງເປັນປີຄົບຮອບ ການຫາຍສາບສູນຂອງທ່ານ ສົມບັດ ສົມພອນ 10 ປີ, ບັນດາອົງການຈັດຕັ້ງສາກົນ 74 ອົງການ ຂໍຮຽກຮ້ອງອີກເທື່ອນຶ່ງ ໃຫ້ຣັຖບານລາວ ເອົາໃຈໃສ່ສືບສວນການຫາຍສາບສູນໄປຂອງທ່ານ ສົມບັດ ສົມພອນ.
ໃນມື້ດຽວກັນ ນັກຊ່ຽວຊານ ສິດທິມະນຸສ ສະຫະປະຊາຊາຕ ກໍອອກຖແລງການ ຖາມຣັຖບານລາວຄຳຖາມດຽວກັນ ຄື ປັດຈຸບັນ ທ່ານ ສົມບັດ ສົມພອນຢູ່ໃສ? ຖແລງການນັ້ນ ມີຣາຍລະອຽດວ່າ ຣັຖບານລາວ ຕ້ອງເພີ່ມຄວາມພະຍາຍາມ ຂຶ້ນຕື່ມໃນການສືບສວນ ການຫາຍສາບສູນໄປ ຂອງທ່ານ ສົມບັດ ສົມພອນ ຊຶ່ງຫາຍສາບສູນເປັນເວລາ 10 ປີແລ້ວ. ການສືບສວນນັ້ນ ຕ້ອງດຳເນີນໄປ ຢ່າງໜ້າເຊື່ອຖື ວ່ອງໄວ ເປັນເອກກະຣາຊ ແລະບໍ່ເຂົ້າຂ້າງອອກຂາ ເພື່ອຈະສາມາດ ຈັບຜູ້ກະທຳຜິດມາລົງໂທດໄດ້.
ພວກເຮົາ ຮຽກຮ້ອງອີກເທື່ອນຶ່ງ ໃຫ້ຣັຖບານລາວ ຂໍຄວາມຊ່ວຍເຫຼືອ ແລະການຮ່ວມມື ຈາກສາກົນໃນການສືບສວນ. ຢ່າລືມວ່າ ການບັງຄັບຫາຍສາບສູນ ບຸກຄົນໃດ ບຸກຄົນນຶ່ງ ເປັນການລະເມີດກົດໝາຍ ລະຫວ່າງຊາຕ.
ນັກຊ່ຽວຊານ ສິດທິມະນຸສ ສະຫະປະຊາຊາຕ ຂຽນໃນຖແລງການ ສະບັບນີ້ຕື່ມວ່າ ທ່ານ ສົມບັດ ສົມພອນ ເປັນບຸກຄົນ ທີ່ພະຍາຍາມ ພັທນາເຂດຊົນນະບົດ ຂອງລາວ ແລະພະຍາຍາມ ຊ່ວຍເຫຼືອ ປະຊາຊົນລາວ ທີ່ສູນເສັຍທີ່ດິນ ໃຫ້ແກ່ໂຄງການຕ່າງໆ.
ການຫາຍສາບສູນໄປ ຂອງທ່ານ ສົມບັດ ສົມພອນ ໄດ້ສົ່ງຜົນກະທົບຕໍ່ສັງຄົມ ໃນປະເທດລາວ ເຮັດໃຫ້ຊາວລາວຄົນອື່ນໆ ຢ້ານ ບໍ່ກ້າປາກບໍ່ກ້າເວົ້າ.
ຜູ້ຫາຍສາບສູນ ແລະພີ່ນ້ອງ ຄອບຄົວ ຂອງພວກເຂົາ ກໍມີສິດທີ່ຈະຮູ້ຄວາມຈິງ ແລະມີສິດທີ່ຈະໄດ້ຮັບຄວາມເປັນທັມ ຊຶ່ງໃນກໍຣະນີຂອງທ່ານ ສົມບັດ ສົມພອນ ພີ່ນ້ອງ ຄອບຄົວ ຂອງທ່ານ ລໍຄອຍຄວາມຈິງແລະຄວາມຍຸຕິທັມນັ້ນ ມາເປັນເວລາຫຼາຍປີແລ້ວ.
ສະນັ້ນ ອີກເທື່ອນຶ່ງ ພວກເຮົາ ສະພາສິດທິມະນຸສ ສະຫະປະຊາຊາຕ ຂໍຮຽກຮ້ອງໃຫ້ທາງການລາວ ສືບສວນການຫາຍສາບສູນ ຂອງທ່ານ ສົມບັດ ສົມພອນ ແລະຂອງບຸກຄົນອື່ນໆໃນລາວ ຢ່າງຄັກແນ່. ນອກຈາກນີ້ ນັກຊ່ຽວຊານດ້ານສິດທິມະນຸສ ສະຫະປະຊາຊາຕ ກໍຍັງຮຽກຮ້ອງຣັຖບານລາວ ໃຫ້ສັຕຍາບັນ ຕໍ່ສົນທິສັນຍາ ວ່າດ້ວຍ ການບັງຄັບຫາຍສາບສູນ ຊຶ່ງຣັຖບານລາວ ໄດ້ເຊັນຮັບເອົາ ແຕ່ປີ 2008.
ເມື່ອວັນທີ່ 12 ເດືອນທັນວາ ປີ 2022, ພັນທະມິຕ ເພື່ອປະຊາທິປະໄຕ ໃນລາວ ຊຶ່ງເປັນອົງການຈັດຕັ້ງຂອງຊາວລາວ ໃນຕ່າງປະເທດ ເພື່ອຕໍ່ສູ້ໃຫ້ມີປະຊາທິປະໄຕ ໃນລາວ ກໍໄດ້ປະທ້ວງ ຢູ່ນະຄອນຫຼວງ ບຣັສເຊລ (Brussel) ເມືອງຫຼວງຂອງປະເທດແບລຢ້ຽມ ໃນເວລາມີກອງປະຊຸມ ສຸດຍອດອາຊ້ຽນ-ສະຫະພາບຢູໂຣບ, ຍານາງ ບຸນທອນ ຈັນທະລາວົງ-ວິເຊີ ປະທານພັນທະມິຕ ເພື່ອປະຊາທິປະໄຕ ໃນລາວ ກ່າວວ່າ ຢູ່ປະເທດລາວ ຍັງມີການລ່ວງລະເມີດສິດທິ ມະນຸສ ຫຼາຍຢ່າງ ເຊັ່ນການລັກພາໂຕ ທ່ານ ສົມບັດ ສົມພອນ.
“ຂາດສິດທິມະນຸສ ຂາດສິດທິໃນການໂຮມຊຸມນຸມ ຂາດສິດທິໃນການສະແດງຄວາມຄິດເຫັນ ສິດທິໃນການຮັບຂ່າວສານຂໍ້ມູນ. ນັກເຄື່ອນໄຫວເພື່ອສິດທິມະນຸສ ຖືກບັງຄັບຫາຍສາຍສູນ ເຊັ່ນທ້າວ ອັອດ ໄຊຍະວົງ ແລະທ່ານ ສົມບັດ ສົມພອນ.”
ໃນມື້ຕໍ່ມາ ຜູ້ຕາງໜ້າອົງການສິດທິ ມະນຸສສາກົນ ກໍໄດ້ຈັດພິທີຖແລງຂ່າວເນື່ອງໃນໂອກາດ ວັນຄົບຮອບ 10 ປີຂອງການຫາຍສາບສູນ ຂອງທ່ານ ສົມບັດ ສົມພອນ ຢູ່ບາງກອກ ປະເທດໄທ ແລະຍານາງ ອຶ້ງ ຊຸ່ຍ ເມັ້ງ ພັນຣະຍາຂອງທ່ານ ສົມບັດ ສົມພອນ ໄດ້ກ່າວຕອນນຶ່ງວ່າ:
“ຂ້າພະເຈົ້າ ຢາກໃຫ້ພວກເຮົາຣະນຶກເຖິງທ່ານ ສົມບັດແລະຜົນງານທີ່ທ່ານໄດ້ສ້າງໄວ້.”
ໃນວັນທີ່ 14 ທັນວາ 2022, ຫ້ອງການເອເຊັຽ ຕາວັນອອກ-ປາຊີຟິກ ກະຊວງການຕ່າງປະເທດ ສະຫະຣັຖ ກໍຕອບອີເມລ ຂອງວິທະຍຸເອເຊັຽ ເສຣີ ວ່າ:
“ສະຫະຣັຖ ຍັງເປັນຫ່ວງ ກັບການຫາຍສາບສູນ ຂອງທ່ານ ສົມບັດ ສົມພອນ ຜູ້ນຳພາກປະຊາສັງຄົມຂອງລາວນັ້ນຢູ່. ພວກເຮົາໄດ້ຫາລື ກ່ຽວກັບການຫາຍສາບສູນ ຂອງທ່ານ ສົມບັດ ສົມພອນ ແລະບັນຫາສິດທິມະນຸສອື່ນໆ ກັບຣັຖບານລາວ. ພວກເຮົາ ຈະສືບຕໍ່ຮຽກຮ້ອງ ໃຫ້ຣັຖບານລາວ ສືບສວນການຫາຍສາບສູນດັ່ງກ່າວ ຢ່າງຮອບຄອບ ແລະໂປ່ງໃສ.”
ສຳລັບທາງຝ່າຍຣັຖບານລາວ, ວິທະຍຸເອເຊັຽເສຣີ ໄດ້ຕິດຕໍ່ຫາ ກະຊວງການຕ່າງປະເທດລາວ ແລະຜູ້ຮັບສາຍ ໃຫ້ໂທຫາກົມສົນທິສັນຍາ; ເມື່ອໂທໄປກໍໄດ້ຕອບຄຳຊີ້ແຈງວ່າ:
“ໃນໄລຍະ ເວລານີ້ ຄະນະກົມ ບໍ່ຢູ່ຈັກຄົນ.”
ເຖິງຢ່າງໃດກໍດີ ເມື່ອວັນທີ່ 10 ທັນວາ 2022 ຊຶ່ງເປັນວັນສິດທິມະນຸສ ສາກົນ ທາງການລາວ ກໍໄດ້ຈັດພິທີສລອງ ວັນສິດທິມະນຸສດັ່ງກ່າວ ຮ່ວມກັບຜູ້ຕາງໜ້າ ອົງການສະຫະປະຊາຊາຕ, ສະຫະພາບຢູໂຣບ ແລະບັນດາທູຕານຸທູຕ ຂອງຫຼາຍປະເທດ ຢູ່ນະຄອນຫຼວງວຽງຈັນ ອີງຕາມໜັງສືພິມວຽງຈັນໄທມ໌.
ໃນພິທີດັ່ງກ່າວ ທ່ານ ທອງປານ ສວັນເພັດ ຮອງຣັຖມົນຕຣີ ກະຊວງການຕ່າງປະເທດລາວ ໄດ້ກ່າວໃນພິທີວ່າ ຣັຖບານລາວ ຈະສືບຕໍ່ຮ່ວມມືກັບ ສະພາສິດທິມະນຸສ ແຫ່ງສະຫະປະຊາຊາຕ ແລະອົງການສາກົນອື່ນໆ ເພື່ອສົ່ງເສີມ ແລະປົກປ້ອງສິດທິມະນຸສ.