ບໍ່ແກ້ວ ກວດພົບ ເຈົ້າໜ້າທີ່ຣັຖ ສໍ້ຣາດບັງຫຼວງ
2021.12.27

ຫ້ອງການກວດກາພັກ-ຣັຖ ແຂວງບໍ່ແກ້ວ ກວດກາໂຄງການລົງທຶນຂອງຣັຖ ປະຈໍາປີ 2021 ແລະພົບເຫັນ 1 ເປົ້າໝາຍ ທີ່ມີການສໍ້ຣາດບັງຫລວງ, ເຮັດໃຫ້ເກີດຄວາມເສັຍຫາຍເຖິງ 1,590 ລ້ານກີບ ໂດຍທີ່ພະນັກງານພັກ-ຣັຖແຂວງຫລາຍຄົນມີສ່ວນກ່ຽວຂ້ອງ ດັ່ງເຈົ້າໜ້າທີ່ແຂວງບໍ່ແກ້ວທ່ານນຶ່ງ ກ່າວຕໍ່ວິທຍຸເອເຊັຽເສຣີໃນມື້ວັນທີ 24 ທັນວານີ້ວ່າ:
“ອັນນັ້ນ 114 ໂຄງການນີ້ຄວາມໝາຍວ່າ 1 ໃນ 114 ໂຄງການຂອງທົ່ວປະ ເທດ ມັນບໍ່ແມ່ນສະເພາະແຂວງບໍ່ແກ້ວ ຊ່ວງເຂົາເຮັດໂຄງການຫັ້ນນ່າ ຂາຍນີ້ແບບມີສ່ວນຫລຸດ ແບບພັນທະບັດນັ້ນເດ໋ ເເຂົາເຮັດໂຄງການຂາຍໜີ້ແບບສ່ວນຫລຸດໜີ້ ປີ 2013-2014.”
ໃນເບື້ອງຕົ້ນ ຫ້ອງການກວດກາພັກ-ຣັຖແຂວງບໍ່ແກ້ວ ຣາຍງານວ່າ ການສໍ້ຣາດບັງຫລວງໃນຄັ້ງນີ້ ມີພະນັກງານພັກ-ຣັຖກ່ຽວຂ້ອງຫລາຍຄົນ ແລະຍຶດພາຫານະ ເປັນຣົດໃຫຍ່ 4 ຄັນ ແລະໄດ້ດໍາເນີນຄະດີ, ປະຕິບັດວິນັຍ, ໂຈະການຮ່ວມຊີວິດພັກ ຈໍານວນ 8 ຄົນ ແລະໃຫ້ອອກຈາກພັກ 9 ຄົນ. ສ່ວນລາຍລະອຽດກ່ຽວກັບໂຄງການ ທີ່ມີການສໍ້ຣາດບັງຫລວງນັ້ນ ເຈົ້າໜ້າທີ່ຫ້ອງການ ກວດກາພັກ-ຣັຖ ແຂວງບໍ່ແກ້ວ ຍັງບໍ່ສາມາດເວົ້າເຖິງໄດ້, ເພາະຍັງຕ້ອງໄດ້ສືບສວນສອບສວນຫາ ຜູ້ຮ່ວມຂະບວນການນໍາອີກຫລາຍຂັ້ນຕອນ ກ່ອນຈະໄດ້ຂໍ້ສລຸບ ແລະຣາຍງານຕໍ່ສະພາແຫ່ງຊາດ ແລະຣັຖບານລາວຊາບ ໃນຂັ້ນຕໍ່ໄປ.
ກ່ຽວກັບການສໍ້ຣາດບັງຫລວງ ຂອງເຈົ້າໜ້າທີ່ ຊຶ່ງເປັນພະນັກງານພັກ-ຣັຖທີ່ວ່ານີ້ ຊາວເມືອງຫ້ວຍຊາຍ ແຂວງບໍ່ແກ້ວຜູ້ນຶ່ງ ເວົ້າວ່າ ບໍ່ຮຸ້ຣາຍລະອຽດຈະແຈ້ງ ເຫັນແຕ່ພາກສ່ວນກ່ຽວຂ້ອງ ໄປກວດກາ ແລະອອກຣາຍງານແບບລວມໆ ຊຶ່ງຕົນເຫັນວ່າ ເມື່ອມີເຈົ້າໜ້າທີ່ພັກ-ຣັຖຄົນໃດກໍຕາມ ສວຍໃຊ້ໜ້າທີ່ຕໍາແໜ່ງ ສໍ້ຣາດບັງຫລວງ ທາງການແຂວງຕ້ອງລົງໂທດ ແລະປະຕິບັດວິນັຍຢ່າງເຂັ້ມງວດ.
“ຂະເຈົ້າກະກວດສອບ ເຫັນໄດ້ ແລ້ວຂະເຈົ້າກະອອກຣາຍງານພວກທີ່ວ່າສວຍໃຊ້ ເຄື່ອນໃຫວແນວບໍ່ດີ ຂະເຈົ້າກະເຮັດເດັດຂາດແລ້ວເດ໋ ດຽວນີ້.”
ແລະຊາວເມືອງຫ້ວຍຊາຍອີກຜູ້ນຶ່ງ ກໍເວົ້າຕໍ່ວິທຍຸເອເຊັຽເສຣີ ໃນມື້ດຽວກັນນີ້ວ່າ ການສວຍໃຊ້ໜ້າທີ່ ຕໍາແໜ່ງ ສໍ້ຣາດບັງຫລວງ ຂອງເຈົ້າໜ້າທີ່ພັກ-ຣັຖ ຍັງຈະພົບເຫັນຢູ່ອີກເລື້ອຍໆ ເພາະນັບຕັ້ງແຕ່ອາດີດ ຈົນມາຮອດປັດຈຸບັນ ກໍຍັງບໍ່ເຫັນວ່າຈະມີການລົງໂທດ ຫລືປະຕິ ບັດວິນັຍເຈົ້າໜ້າທີ່ພັກ-ຣັຖ ທີ່ສໍ້ຣາດບັງຫລວງຄົນໃດຢ່າງເຂັ້ມງວດຈັກທື່ອ:
“ຍັງຄືເກົ່າຫັ້ນແຫລະ ມັນກະເຮັດ ເຮັດແລ້ວບໍ່ແກ້ວຫັ້ນນ່າ ເຫັນບັນຫາລະ ມີການແກ້ໄຂປັບປຸງ ເຂົາກະສິມີການຫລຸດໜ້ອຍຖອຍລົງແນ່ ຄັນເຫັນແລ້ວ ບໍ່ມີການປັບປຸງ ກໍຄືເກົ່າຫັ້ນແລ້ວ.”
ກ່ຽວກັບເຣື່ອງທີ່ວ່ານີ້ ປະຊາຊົນລາວຜູ້ນຶ່ງ ຢູ່ນະຄອນຫລວງວຽງຈັນ ເວົ້າວ່າ ຄວນຈະຕິດ ຕາມ ກວດກາ ແລະປາບປາມ ການສໍ້ຣາດບັງຫລວງຢ່າງເຂັ້ມງວດ ແລະປະຕິບັດວິຍັຍຕໍ່ພະນັກງານພັກ-ຣັຖທຸກຄົນ ທີ່ມີສ່ວນກ່ຽວຂ້ອງ ເພື່ອເປັນແບບຢ່າງໃຫ້ເຈົ້າໜ້າທີ່ຄົນອື່ນໆ ບໍ່ປະຕິບັດຕາມ ແລະສິ່ງສໍາຄັນທີ່ສຸດ ກໍເພື່ອປ້ອງກັນບໍ່ໃຫ້້ງົບປະມານຂອງຣັຖຮົ່ວໄຫລ ຕົກໄປຢູ່ໃນມືຂອງກຸ່ມຄົນບໍ່ດີ ຊຶ່ງປັດຈຸບັນ ກິນແຕ່ສິນບົນ.
“ຄັນຖ້າເພິ່ນຕັ້ງໜ້າຕັ້ງຕາ ເຮັດແທ້ນີ້ ປາບການສໍ້ຣາດບັງຫລວງມັນກະດີ ແຕ່ມາເບິ່ງປັດຈຸບັນນີ້ ໂອ້ຍ ກິນແຕ່ສິນບົນນ່າ ສັມປະທານໄດ້ຢ່າງຫລວງຫລາຍແລ້ວ ກະຍື່ນກັນຢູ່ກ້ອງໂຕະ.”
ໃນຂະນະດຽວກັນ ປະຊາຊົນລາວຈໍານວນນຶ່ງ ໃຫ້ຄວາມເຫັນ ຜ່ານສື່ສັງຄົມອອນລາຍນ໌ ທ້ອງຖິ່ນວ່າ ການໄປຕິດຕາມກວດກາໂຄງການຕ່າງໆຂອງເຈົ້າໜ້າທີ່ ຍັງບໍ່ເຂັ້ມງວດປານ ໃດ ຍ້ອນປະເທດລາວມີພັກການເມືອງດຽວ, ພາກສ່ວນທີ່ໄປກວດກາ ກໍມາຈາກໜ່ວຍງານຂອງພັກ ແລະຣັຖຄືກັນ. ດັ່ງນັ້ນ ການຕິດຕາມກວດກາ ຈຶ່ງຍັງເຮັດບໍ່ໄດ້ດີເທົ່າທີ່ຄວນ.
ເມື່ອເດືອນກັນຍາທີ່ຜ່ານມານີ້ ກະຊວງການເງິນ ກໍໄດ້ປະຕິບັດວິນັຍຕໍ່ພະນັກງານ ສ່ວຍສາອາກອນ ຜແນກການເງິນແຂວງຫົວພັນ 2 ຄົນ ຄືທ່ານ ມີຈວນ ພົມເມືອງງາ ຫົວໜ້າສ່ວຍສາອາກອນ ແລະທ່ານ ພູເພັດ ສີສົມທອງ ຮອງຫົວໜ້າສ່ວຍສາອາກອນ ຍ້ອນໄດ້ຣະເມີດ ຣະບຽບ ແລະກົດໝາຍ ແລະກ່ອນໜ້ານັ້ນ ຄືໃນປີ 2020 ອົງການກວດກາແຫ່ງຣັຖ ແລະອົງການຕ້ານການສໍ້ຣາດບັງຫລວງ ໄດ້ກວດກາໂຄງການຕ່າງໆຈໍານວນ 650 ເປົ້າໝາຍໃນທົ່ວປະເທດ ແລະໄດ້ກວດພົບຫລາຍໂຄງການ ທີ່ບໍ່ປະຕິບັດຕາມຣະບຽບກົດໝາຍ, ສ້າງຄວາມເສັຍຫາຍໃຫ້ແກ່ ຣັຖ ຫລາຍເຖິງ 1,561 ຕື້ປາຍກີບ ແລະກວດພົບຜູ້ກະທໍາຄວາມຜິດ 24 ຄົນ. ໃນນັ້ນເປັນພະນັກງານພັກ-ຣັຖ 16 ຄົນ, ມູລຄ່າເສັຍຫາຍ 208 ຕື້ປາຍກີບ, 331 ລ້ານບາດ ແລະ 14 ລ້ານໂດລາສະຫະຣັຖ.
ເວົ້າເຣື່ອງຄວາມໂປ່ງໃສຢູ່ ສປປລາວ, ປີ 2020 ອົງການຄວາມໂປ່ງໃສສາກົນ ຫລື Transparency International ໄດ້ຈັດໃຫ້ລາວ ຢູ່ໃນອັນດັບທີ 137 ຈາກທັງໝົດ 180 ປະເທດ ຄືຂື້ຮ້າຍກວ່າປີ 2019 ທີ່ຖືກຈັດໃຫ້ຢູ່ໃນອັນດັບທີ 130.