ເຣື້ອງທີ່ເກັບບັນທຶກໄວ້
2024-03-31
ກົມຄວບຄຸມ ພະຍາດຕິດຕໍ່ ລາຍງານວ່າ ພົບກໍລະນີສົງໄສຕິດພະຍາດ ໄຂ້ເລືອດດຳ 65 ຄົນໃນແຂວງຈຳປາສັກ, ແຕ່ເຈົ້າໜ້າທີ່ຢືນຢັນວ່າ ສາມາດຄວບຄຸມໄດ້.
2024-03-30
ໃນປີ 2024 ເປັນຕົ້ນມາ, ມີການປ່ອຍນໍ້າເສຍ ລົງແມ່ນໍ້າທໍາມະຊາດ ເກີດຂຶ້ນ 3 ຄັ້ງ ແລະ ອີກບັນຫາໜຶ່ງ ກໍຄື ງົວ ແລະ ຄວາຍ ຂອງປະຊາຊົນ ຕາຍແບບບໍ່ຮູ້ສາເຫດ ຂະນະທີ່ ເຈົ້າໜ້າທີ່ສາທາ ກໍາລັງຂຸ້ນຂ້ຽວປ້ອງກັນ ການລະບາດຂອງພະຍາດສັດ.
2024-03-29
ຈໍານວນຄົນ ທີ່ສົງໄສຕິດເຊື້ອພະຍາດໄຂ້ເລືອດດໍາ ຢູ່ເມືອງຈໍາປາສັກ ແລະເມືອງສຸຂຸມາ ແຂວງຈໍາປາສັກ ແລະຢູ່ເມືອງຄົງເຊໂດນ ແຂວງສາລະວັນ ທັງໝົດ 78 ຄົນແລ້ວ.
2024-03-27
ໜ່ວຍງານສາທະລະນະສຸກ ໄດ້ເຕືອນປະຊາຊົນ ໃຫ້ກວດກາເບິ່ງສິນຄ້າທີ່ໂຄສະນາເກີນຄວາມຈິງ ເພື່ອໃຫ້ແນ່ໃຈວ່າ ສິນຄ້າດັ່ງກ່າວ ມີກາ ອຢ ແລະ ເລກຈົດແຈ້ງຈາກກົມອາຫານ ແລະ ຢາ, ແລະ ຖ້າປະຊາຊົນບໍ່ແນ່ໃຈ ໃຫ້ກວດສອບຊື່ຜະລິດຕະພັນໄດ້ໃນເວບໄຊ້ ຂອງກົມອາຫານ ແລະ ຢາ.
2024-03-27
ຊາວບ້ານ ບ້ານມະນີລາດ ເມືອງໄຊບູລີ ແຂວງສວັນນະເຂດ ຍັງໄດ້ຮັບກິ່ນເໝັນຈາກໂຮງງານມັນຕົ້ນຂອງວຽດນາມ ສ້າງຄວາມເດືອດຮ້ອນຢ່າງໜັກ ເຖິງແມ່ນວ່າ ທາງການແຂວງສວັນນະເຂດ ໄດ້ມີຄໍາສັ່ງໃຫ້ໂຮງງານດັ່ງກ່າວ ປັບປຸງແກ້ໄຂ ບັນຫາແລ້ວຕັ້ງແຕ່ເດືອນກຸມພາແລ້ວກໍຕາມ.
2024-03-25
15 ມີນາ 2024 ທີ່ຜ່ານມານັກຮຽນຊັ້ນມັດທະຍົມປາຍ ຢູ່ເຂດເທດສະບານເມືອງວຽງທອງ ແຂວງບໍລິຄຳໄຊ ຈຳນວນ 13 ຄົນ ໃນນັ້ນເປັນຍີງ 4 ຄົນຖືກນຳໄປບໍາບັດຢູ່ສູນໜອງດົງພາຍຫຼັງປາຕີ້ເປີດເພັງດັງເກີນຂອບເຂດ ກາຍເວລາ ແລະ ມົ້ວສຸມສູບຢາສູບໄຟຟ້າ ແລະກີນກາເຟຄອລລາເຈັນ.
2024-03-25
ກົມຄວບຄຸມພະຍາດຕິດຕໍ່, ກະຊວງສາທາຣະນະສຸຂ ໄດ້ອອກແຈ້ງການໃນວັນທີ 20 ມີນາ ນີ້ວ່າ ໃນໄລຍະຕົ້ນເດືອນມີນານີ້ ມີຣາຍງານພົບກໍຣະນີສົງໄສ ພະຍາດໄຂ້ເລືອດດຳ ຫຼື ແອນແທຣັກຊ໌ ຕິດແປດ ຈາກສັດສູ່ຄົນ ຢູ່ 10 ບ້ານ ຂອງເມືອງສຸຂຸມາ ແລະເມືອງຈຳປາສັກ ແຂວງຈຳປາສັກ ທັງໝົດ 54 ຄົນ.
2024-03-19
ໂຄງການຊ່ອຍເຫລືອຂອງຣັຖບານ ອອສເຕຣເລັຍ, ມູນນິທິ Gillespie, ອົງການຊ່ອຍເຫລືອເດັກສາກົລ ປະຈໍາລາວ ແລະອົງການຍຸງລາຍໂລກ ເພື່ອຫລຸດຜ່ອນການແພ່ຣະບາດ ຂອງເຊື້ອພະຍາດໄຂ້ເລືອດອອກ ແລະພະຍາດໄຂ້ຍຸງລາຍອື່ນໆ ຢູ່ນະຄອນຫລວງວຽງຈັນ ແລະຢູ່ເຂດທີ່ມີໄຂ້ເລືອດອອກ ໃນລາວ ໄດ້ຮັບຜົລດີ.
2024-03-18
ຕົ້ນເດືອນມີນາ ປີ 2024 ມີຊາວບ້ານ ຢູ່ເມືອງສຸຂຸມາ 3 ຄົນ ແລະ ກາງເດືອນດຽວກັນນັ້ນ ຊາວບ້ານອີກ 14 ຄົນຕິດເຊື້ອຈາກສັດ ດ້ວຍເຫດນີ້ ແຂວງຈໍາປາສັກ ຈຶ່ງຕ້ອງເຝົ້າລະວັງ ພະຍາດຈາກສັດ ຫຼື ພະຍາດໄຂ້ເລືອດດໍາ ທີ່ສາມາດແພ່ຈາກສັດສູ່ຄົນໄດ້ ຢ່າງໃກ້ຊິດ.
2024-03-18
ຝຸ່ນລະອອງທີ່ມີຂະໜາດນ້ອຍກ່ວາ 2.5 ໄມຄຣອນ (Micron) ຫຼື PM 2.5 ສູງກ່ວາຄ່າມາຕຖານ ແລະຢູ່ໃນລະດັບທີ່ເຣີ່ມມີຜົລກະທົບ ຕໍ່ສຸຂະພາບໂດຍສະເພາະ ໃນແຂວງພາກເໜືອ ເປັນຕົ້ນແຂວງອຸດົມໄຊ, ແຂວງຫຼວງພຣະບາງ, ແຂວງບໍ່ແກ້ວ ແລະ ແຂວງຫຼວງນໍ້າທາ.
2024-03-13
ທາງການລາວ ອອກແຈ້ງການ ຂຶ້ນລາຄາ ຢາກັນພະຍາດສັດລ້ຽງ ປະເພດ ງົວ, ຄວາຍ, ໝູ, ແລະ ສັດປີກ, ເຊິ່ງບາງປະເພດ ສູງຂຶ້ນ 2-3 ເທົ່າ ຂະນະທີ່ຜູ້ລ້ຽງສັດ ກ່າວວ່າ ໃນຕໍ່ໜ້າ ລາຄາຊີ້ນສັດ ຕ້ອງມີການຂຶ້ນລາຄາ ໄປຕາມຕົ້ນທຶນ.
2024-03-13
ນັບຕັ້ງແຕ່ຕົ້ນເດືອນ ມົກກະຣາ 2024 ມາຮອດປັດຈຸບັນ ໂດຍສະເພາະ ຢູ່ເມືອງສຸຂຸມາ ມີງົວ, ຄວາຍລົ້ມຕາຍໂດຍບໍ່ຮູ້ສາເຫດ ເຊິ່ງມີການຣະບາດຢູ່ 3 ບ້ານ ເຮັດໃຫ້ງົວ, ຄວາຍ ຕາຍແລ້ວ 70 ໂຕ ສ່ວນຢູ່ເຂດເມືອງຈໍາປາສັກ ມີການຣະບາດໃນ 9 ບ້ານ ເຮັດໃຫ້ທັງ ງົວ ແລະຄວາຍ ຕາຍແລ້ວ 21 ໂຕ.
2024-03-12
ໂຮງງານຜລິຕຄອນກຣີດ ຢູ່ບ້ານໂພນສະຫວ່າງ, ເມືອງໂພນໂຮງ ມີຂີ້ຝຸ່ນ ພັດປິວໃສ່ເຮືອນ ຂອງຊາວບ້ານ ຈຳນວນນຶ່ງ ຂະນະທີ່ທາງໂຮງງານ ເວົ້າວ່າ ແກ້ໄຂບັນຫາໝົດແລ້ວ ມີພຽງ 1 ຄອບຄົວເທົ່ານັ້ນ ທີ່ຍັງໄກ່ເກັ່ຽ ບໍ່ລົງໂຕ.
2024-03-11
ປະຊາຊົນບ້ານຈິກທາງໂງ ເມືອງຈໍາປາສັກ ແຂວງຈໍາປາສັກ ມີອາການໄຂ້ ແລະ ອອກຕຸ່ມຕາມຜິວໜັງ ຫຼັງຈາກກິນຊີ້ນສັດທີ່ຕາຍໂດຍບໍ່ຮູ້ສາເຫດ ເຮັດໃຫ້ທາງການແຂວງຈຳປາສັກ ອອກແຈ້ງການຄວບຄຸມແລະສະກັດກັ້ນ ການຣະບາດຂອງເຊື້ອ ທີ່ເຊິ່ງອາດສາມາດຕິດຕໍ່ ຈາກສັດສູ່ຄົນໄດ້.
2024-03-07
ວັນທີ 02 ມີນາ 2024 ຜ່ານມາ ຊາວບ້ານ 3 ຄົນ ຢູ່ບ້ານອຸທຸມພອນ ເມືອງສຸຂະມາ ແຂວງຈຳປາສັກ ຕິດເຊື້ອພະຍາດໄຂ້ເລືອດດຳ ຈາກການກິນຊີ້ນງົວຕາຍ ບໍ່ຮູ້ສາເຫດ ເຮັດໃຫ້ຄົນນຶ່ງມີ ອາການສາຫັດ ຕອນນີ້ ປິ່ນປົວຢູ່ໃນຫ້ອງສຸກເສີນ ຂອງໂຮງໝໍແຂວງຈຳປາສັກ.