ຂີ້ຝຸ່ນ ໂຮງງານຄອນກຣີດ ເມືອງໂພນໂຮງ ສືບຕໍ່ປິວໃສ່ເຮືອນຊາວບ້ານ
2024.03.12

ໂຮງງານຜລິຕຄອນກຣີດ ຂອງບໍຣິສັດ ຫົງຄຳຄອນກຣີດ ແລະ ກໍ່ສ້າງ ຈຳກັດ ຕັ້ງຢູ່ບ້ານໂພນສະຫວ່າງ, ເມືອງໂພນໂຮງ ແຂວງວຽງຈັນ ທີ່ສ້າງຕັ້ງມາແຕ່ ປີ 2017 ໄດ້ສົ່ງຜົລກະທົບ ຕໍ່ຊາວບ້ານ ທີ່ອາສັຍຢູ່ ອ້ອມຂ້າງໂຮງງານ, ໂດຍສະເພາະເຣື່ອງຂີ້ຝຸ່ນ ພັດປິວໃສ່ເຮືອນ ແລະ ສຽງດັງ ຈາກການຜລິຕຄອນກຣີດ.
ຈົນເຖິງມື້ວັນທີ 10 ຕຸລາ 2023 ທີ່ຜ່ານມາ, ມີຊາວບ້ານ ບ້ານໂພນສະຫວ່າງ ປະມານ 10 ປາຍຄອບຄົວ ໄດ້ຂຽນໃບສເນີ ໄປຫາສະພາປະຊາຊົນ ແຂວງວຽງຈັນ ໃຫ້ຊ່ອຍຫາແນວທາງ ແກ້ໄຂຜົລກະທົບ ໃຫ້ກັບຊາວບ້ານ, ແຕ່ກໍຍັງບໍ່ໄດ້ຮັບການແກ້ໄຂ ແຕ່ຢ່າງໃດ.
ດັ່ງຊາວບ້ານ ນາງນຶ່ງ ຢູ່ບ້ານໂພນສະຫວ່າງ, ເມືອງໂພນໂຮງ ແຂວງວຽງຈັນ ກ່າວຕໍ່ວິທຍຸເອເຊັຽເສຣີ ໃນມື້ວັນທີ 12 ມີນາ ນີ້ວ່າ:
“ມີຜົລກະທົບຕໍ່ປະຊາຊົນຫຼາຍ, ຊິມີວິທີແກ້ໄຂແນວໃດເນາະ ຊ່ອຍປະຊາຊົນນີ້ເນາະ. ບໍ່ມີການປ່ຽນແປງຈັກໜ້ອຍ ກະຍ້ອນຂີ້ຝຸ່ນນີ້ແຫຼະ ຍັງມີຄືເກົ່ານ່າ.”
ຊາວບ້ານນາງນີ້ ກ່າວອີກວ່າ ບັນຫາທີ່ຍັງພົບພໍ້ ໃນແຕ່ລະມື້ ກະຄືເຣື່ອງຂີ້ຝຸ່ນ ທີ່ພັດປິວ ໃສ່ເຮືອນຊານ ຂອງຊາວບ້ານ ທີ່ຢູ່ອ້ອມຂ້າງ ໂຮງງານດັ່ງກ່າວ ແລະ ເຣື່ອງສຽງດັງ ອັນເກີດຈາກ ການຜລິຕຄອນກຣີດ ພາຍໃນໂຮງງານ ເພາະມີສຽງດັງ ສ້າງຄວາມລຳຄານ ຕໍ່ຊາວບ້ານຢ່າງໜັກ. ສ່ວນຂໍ້ສເນີ ຂອງຊາວບ້ານ ກະຄືຢາກໃຫ້ ໂຮງງານດັ່ງກ່າວ ໂຍກຍ້າຍອອກ ຈາກເຂດບ້ານ ຫຼືຊຸມຊົນ ເພື່ອປ້ອງກັນ ບໍ່ໃຫ້ເກີດຜົລກະທົບ ຮຸນແຮງຂຶ້ນມາ ໃນອະນາຄົດ.
ຊາວບ້ານອີກທ່ານນຶ່ງ ຢູ່ບ້ານໂພນສະຫວ່າງ, ເມືອງໂພນໂຮງ ກ່າວວ່າ ໄລຍະທີ່ຜ່ານມາ ມີຊາວບ້ານ ເປັນຈຳນວນຫຼາຍ ພາກັນຮ້ອງຮຽນ ບັນຫາເຣື່ອງຂີ້ຝຸ່ນ ແລະ ສຽງດັງ ຈົນກາຍມາເປັນ ຂໍ້ຂັດແຍ້ງຂຶ້ນ ລະຫວ່າງຊາວບ້ານ ກັບໂຮງງານດັ່ງກ່າວ, ແຕ່ຕໍ່ມາ ເຈົ້າໜ້າທີ່ ຈາກພາກສ່ວນ ທີ່ກ່ຽວຂ້ອງ ກະໄດ້ລົງມາຕິດ-ກວດກາແລ້ວ. ແຕ່ມາຮອດປັດຈຸບັນ, ກະຍັງເຫັນຊາວບ້ານ ທີ່ອາສັຍຢູ່ ເຂດອ້ອມຂ້າງໂຮງງານ ຈຳນວນນຶ່ງ ຍັງໄດ້ຮັບຜົລກະທົບ ຄືເກົ່າ, ແຕ່ບໍ່ຮູ້ວ່າ ເຈົ້າໜ້າທີ່ ຈາກພາກສ່ວນທີ່ກ່ຽວຂ້ອງ ແລະ ໂຮງງານດັ່ງກ່າວ ແກ້ໄຂບັນຫາແນວໃດ ເພາະດຽວນີ້ ໄດ້ມິດງຽບໄປ.
ດັ່ງຊາວບ້ານ ທ່ານນີ້ ກ່າວຕໍ່ວິທຍຸເອເຊັຽເສຣີ ໃນມື້ດຽວກັນນີ້ວ່າ:
“ໄລຍະນີ້ ກະເຫັນເວົ້າກັນຢູ່ວ່າ ມັນກະທົບຝຸ່ນຫັ້ນແຫຼະ. ກະທົບ ກະແມ່ນຜູ້ທີ່ວ່າ ຢູ່ໃກ້ເດີ້ ເຮືອນພວກທີ່ຕິດ ກັບໂຮງງານ.”
ກ່ຽວກັບເຣື່ອງນີ້, ເຈົ້າໜ້າທີ່ ຜແນກຊັພຍາກອນ ທັມມະຊາດ ແລະ ສິ່ງແວດລ້ອມ ແຂວງວຽງຈັນ ນາງນຶ່ງ ກ່າວວ່າ ພາຍຫຼັງທີ່ໄດ້ຮັບການຮ້ອງຮຽນ ຈາກຊາວບ້ານ ບ້ານໂພນສະຫວ່າງ ແລ້ວ, ກະມີເຈົ້າໜ້າທີ່ ຈາກພາກສ່ວນ ທີ່ກ່ຽວຂ້ອງ ລົງໄປຕິດຕາມ-ກວດກາແລ້ວ. ສ່ວນຣາຍລະອຽດ ໃນການແກ້ໄຂ ບັນຫາດັ່ງກ່າວ ບໍ່ສາມາດໃຫ້ຂໍ້ມູນໄດ້.
ດັ່ງເຈົ້າໜ້າທີ່ ນາງນີ້ ກ່າວຕໍ່ວິທຍຸເອເຊັຽເສຣີ ໃນມື້ດຽວກັນນີ້ວ່າ:
“ແຈ້ງການຮ້ອງທຸກ ຂອງປະຊາຊົນ ບ້ານໂພນສະຫວ່າງ, ອັນເຮົາກະຍັງບໍ່ຮູ້ລະອຽດວ່າ ທາງຄະນະເພິ່ນ ໄດ້ລົມກັນຈັ່ງໃດເນາະ. ທາງຜແນກເຮົາ ບໍ່ສາມາດໃຫ້ຂໍ້ມູນໄດ້ເນາະ.”
ຕາງໜ້າບໍຣິສັດ ຫົງຄຳຄອນກຣີດ ແລະ ກໍ່ສ້າງ ຈຳກັດ ທ່ານນຶ່ງ ກ່າວວ່າ ບັນຫາດັ່ງກ່າວນີ້ ທາງບໍຣິສັດ ບໍ່ໄດ້ລະເລີຍ ແຕ່ຢ່າງໃດ ພາຍຫຼັງທີ່ໄດ້ຮັບ ການຮ້ອງຮຽນ ຈາກຊາວບ້ານ ບ້ານໂພນສະຫວ່າງ ແລ້ວ ກໍໄດ້ມີການໄກ່ເກັ່ຽກັນ ລະຫວ່າງບໍຣິສັດ ກັບຊາວບ້ານ, ໂດຍມີພາກສ່ວນ ທີ່ກ່ຽວຂ້ອງ ຈາກທາງການ ເປັນພະຍານ.
ຂໍ້ສເນີ ຂອງຊາວບ້ານ ກະຄື ຢາກໃຫ້ໂຮງງານ ໂຍກຍ້າຍອອກຈາກເຂດ ບ້ານໂພນສະຫວ່າງ, ແຕ່ບໍຣິສັດ ບໍ່ສາມາດຮັບເອົາ ຂໍ້ສເນີນັ້ນໄດ້ ຈຶ່ງໄດ້ຕົກລົງໄກ່ເກັ່ຽ ກັບຊາວບ້ານວ່າ ບໍຣິສັດ ຈະສີດນ້ຳທຸກຄັ້ງ ທີ່ມີການຜລິຕຄອນກຣີດ, ຕິດຕັ້ງຕາໜ່າງ ກັນຂີ້ຝຸ່ນ ບໍ່ໃຫ້ພັດປິວໃສ່ເຮືອນ ຂອງຊາວບ້ານ, ຊ່ອຍເຫຼືອ-ພັທນາ ບ້ານໂພນສະຫວ່າງ ທຸກຢ່າງ ຫາກຊາວບ້ານ ຕ້ອງການຄວາມຊ່ອຍເຫຼືອ ເປັນຕົ້ນ ປັບປຸງເສັ້ນທາງ, ເຮັດບຸນສິນກິນທານ ແລະ ອື່ນໆ.
ແນວໃດກໍຕາມ, ຍັງມີຊາວບ້ານ ອີກ 1 ຄອບຄົວ ທີ່ຢູ່ຕິດກັບ ໂຮງງານຜລິຕຄອນກຣີດ ຍັງບໍ່ສາມາດ ໄກ່ເກັ່ຽກັນໄດ້, ສະພາປະຊາຊົນ ແຂວງວຽງຈັນ ຈຶ່ງສເນີໃຫ້ບໍຣິສັດ ຊື້ເອົາດິນ ແລະ ເຮືອນ ຂອງຊາວບ້ານ ດັ່ງກ່າວເລີຍ, ເຊິ່ງຄອບຄົວນັ້ນ ກໍຍອມຮັບຂໍ້ສເນີນີ້, ແຕ່ປັດຈຸບັນ ຢູ່ລະຫວ່າງລໍຖ້າ ການປະເມີນມູລຄ່າດິນ ແລະ ເຮືອນ ຫຼັງດັ່ງກ່າວນັ້ນ.
ດັ່ງຕາງໜ້າບໍຣິສັດ ທ່ານນີ້ ກ່າວຕໍ່ວິທຍຸເອເຊັຽເສຣີ ໃນມື້ດຽວກັນນີ້ວ່າ:
“ໂຮງງານເຮົາ ມີອະນຸຍາດຄັກແນ່, ອະນຸຍາດປຸກສ້າງ, ອະນຸຍາດອຸດສາຫະກັມ, ອະນຸຍາດສະພາບແວດລ້ອມ. ຂັດຂ້ອງມາ ເຮົາກະເຮັດສີດນ້ຳກັນ, ເຮັດຕາໜ່າງ. ບາດນີ້, ໄປເວົ້າກັນຢູ່ສະພາແຂວງ ກະເຊີນໄປແລ້ວ. ບາດນີ້, ເພິ່ນກະສເນີ 3 ເງື່ອນໄຂເນາະ. ບາດນີ້, ເຮົາກະເອົາຊີມັງ ໄປຊ່ອຍ ເຂົາເຈົ້າເຮັດທາງ, ເຮົາກະເອົາດິນແດງ ໄປຖົມທາງເຂົ້າບ້ານ ໃຫ້ເຂົາເຈົ້າ ຕາມນາຍບ້ານແນະນຳນ່າ.”
ຂະນະທີ່ ເຈົ້າໜ້າທີ່ ກະຊວງອຸດສາຫະກັມ ແລະ ການຄ້າ ທ່ານນຶ່ງ ທີ່ຂໍສງວນຊື່ ແລະ ຕຳແໜ່ງ ກ່າວວ່າ ບັນຫາທີ່ເກີດຂຶ້ນ ກັບໂຮງງານຜລິຕຄອນກຣີດ ຕ້ອງໄປເບິ່ງວ່າ ໂຮງງານ ກັບບ້ານ ຫຼືເຮືອນ ຂອງປະຊາຊົນ ໃຜຕັ້ງຂຶ້ນ ມາກ່ອນກັນ ເພາະປັດຈຸບັນ ກະມີຫຼາຍບໍຣິສັດ, ຫຼາຍໂຮງງານ ທີ່ເກີດຂໍ້ຂັດແຍ້ງ ໃນລັກສະນະນີ້, ໂດຍສະເພາະ ເຣື່ອງຂີ້ຝຸ່ນ, ເຣື່ອງສຽງດັງ ແລະ ກິ່ນເໝັນ-ຂິວ. ທາງໂຮງງານ ບໍ່ສາມາດໂຍກຍ້າຍ ອອກຈາກເຂດຊຸມຊົນໄດ້ ກະຕ້ອງມີແຜນການ ສະກັດກັ້ນຂີ້ຝຸ່ນ ແລະ ສຽງດັງ ຫຼືຜົລກະທົບອື່ນໆ ໃຫ້ໄດ້ມາຕຖານ ເພື່ອບໍ່ໃຫ້ສົ່ງຜົລກະທົບ ຕໍ່ຊາວບ້ານ ທີ່ອາສັຍຢູ່ ອ້ອມຂ້າງໂຮງງານ.
ສ່ວນແນວທາງ ຂອງກະຊວງອຸດສາຫະກັມ ແລະ ການຄ້າ ກໍໄດ້ອອກມາຕການ ແລະ ແນວທາງປະຕິບັດ ສຳລັບບໍຣິສັດຕ່າງໆ ທີ່ຈະສ້າງຕັ້ງໂຮງງານ ຫ້າມສ້າງຕັ້ງ ຢູ່ໃກ້ກັບເຂດຊຸມຊົນ ຢ່າງໜ້ອຍ 7 ກິໂລແມັຕ ເພື່ອປ້ອງກັນ ຜົລກະທົບ ທີ່ອາຈເກີດຂຶ້ນ ກັບສິ່ງແວດລ້ອມ ແລະ ສັງຄົມ.
ສຳລັບບໍຣິສັດ ຫົງຄຳຄອນກຣີດ ແລະ ກໍ່ສ້າງຈຳກັດ ແມ່ນເປັນບໍຣິສັດ ຂອງຄົນລາວລົງທຶນ 100%, ເປີດມາແລ້ວ ຫຼາຍກວ່າ 10 ປີ. ປັດຈຸບັນ, ດຳເນີນການຜລິຕຄອນກຣີດ ແລະ ການກໍ່ສ້າງຕ່າງໆ ມີທັງໝົດ 4 ສາຂາ ປະກອບມີ ສາຂາບ້ານໜອງໜ້ຽວ, ສາຂາບ້ານນ້ອຍຊຽງດາ ໃນນະຄອນຫຼວງວຽງຈັນ, ສາຂາບ້ານໂພນສະຫວ່າງ ເມືອງໂພນໂຮງ ແຂວງວຽງຈັນ ແລະ ສາຂາເຂດເສຖກິຈ ຫຼັກ 10 ແຂວງສວັນນະເຂດ.