ງົວ, ຄວາຍ ເກືອບ 100 ໂຕ ຢູ່ແຂວງຈໍາປາສັກ ຕາຍແບບໍ່ຮູ້ສາເຫດ
2024.03.13

ແກ້ໄຂ ວັນທີ 19 ມີນາ 2024, ເວລາ 1.52.
ອີງຕາມບັນນາທິການ ປະຈຳວັນ ຈຶ່ງໄດ້ມີການແກ້ໄຂໂຕເລກຈຳນວນສັດລ້ຽງ ທີ່ຕາຍໂດຍບໍ່ຮູ້ສາຍເຫດ ຈາກ 97 ເປັນ 91 ໂຕ. ແກ້ໄຂໂດຍຈຳປາທອງ
ງົວ, ຄວາຍ ຕາຍແບບບໍ່ຮູ້ສາເຫດ 91 ໂຕ ຢູ່ແຂວງຈໍາປາສັກ ນັບຕັ້ງແຕ່ຕົ້ນເດືອນມົກກະຣາ 2024 ມາຮອດປັດຈຸບັນ ໂດຍສະເພາະ ຢູ່ເມືອງສຸຂຸມາ ທີ່ມີການຣະບາດຢູ່ 3 ບ້ານ ແລະມີງົວ ຄວາຍ ຕາຍ 70 ໂຕ ແລະຢູ່ເຂດເມືອງ ຈໍາປາສັກ ກໍຣະບາດໃນ 9 ບ້ານ ງົວ, ຄວາຍຕາຍ 21 ໂຕ ຊຶ່ງທາງພາກສ່ວນທີ່ກ່ຽວຂ້ອງ ຍັງບໍ່ສາມາດຮູ້ສາເຫດ ທີ່ແທ້ຈິງໄດ້, ແຕ່ກໍໄດ້ແຈ້ງເຕືອນຊາວບ້ານ ບໍ່ໃຫ້ກິນສັດທີ່ຕາຍຢ່າງເດັດຂາດ, ອີງຕາມລາຍງານຂອງຜແນກກະສິກັມ ແລະປ່າໄມ້ ແຂວງຈໍາປາສັກ.
ກ່ຽວກັບເລື່ອງນີ້ ວິທຍຸເອເຊັຽເສຣີ ໄດ້ຕິດຕໍ່ໄປຍັງຜະແນກກະສິກັມ ແລະປ່າໄມ້ ແຂວງຈໍາປາສັກ ເພື່ອຂໍຮູ້ຄວາມຄືບໜ້າເພີ່ມຕື່ມ ແຕ່ເຈົ້າໜ້າທີ່ໜ່ວຍງານທີ່ກ່ຽວ ຂ້ອງ ຍັງບໍ່ສາມາດເວົ້າໄດ້ ຈົນກວ່າ ຈະຮູ້ສາເຫດທີ່ແທ້ຈິງກ່ອນ.
ແຕ່ເຖິງຢ່າງໃດກໍຕາມ ເຈົ້າໜ້າທີ່ຂັ້ນເມືອງ ຢູ່ແຂວງຈໍາປາສັກ ທ່ານນຶ່ງກໍໄດ້ກ່າວຕໍ່ວິທຍຸເອເຊັຽເສຣີ ໃນມື້ວັນທີ 13 ມີນານີ້ວ່າ ພາກສ່ວນທີ່ກ່ຽວຂ້ອງຂອງແຂວງ ໄດ້ແຈ້ງກ່ຽວກັບເຣື່ອງດັ່ງກ່າວ ໄປຫາເມືອງຕ່າງໆ ບໍ່ໃຫ້ເຄື່ອນຍ້າຍສັດພາຍໃນເມືອງ ທີ່ມີການແຜ່ຣະບາດຂອງພະຍາດນັ້ນ.
“ໂອ! ໂຕນັ້ນຫັ້ນບໍ ແມ່ນເຫັນແລ້ວ ຄືວ່າເຫດການຢູ່ເມືອງເຮົາບໍ່ມີ ແຕ່ວ່າເຫັນຢູ່ແຈ້ງການຂອງຜແນກກະສິກໍາ ທາງເມືອງເພີ່ນກໍໄດ້ແຈ້ງ ພາກສ່ວນກະສິກໍາເພິ່ນກໍໄດ້ປະສານກັບກຸ່ມແລ້ວ.”
ຊາວບ້ານຜູ້ລ້ຽງງົວ ຄົນນຶ່ງ ຢູ່ໃນເຂດເມືອງ ທີ່ມີງົວ ຄວາຍ ຕາຍແບບບໍ່ຮູ້ສາ ເຫດນັ້ນ ເວົ້າວ່າ ພາຍຫລັງທີ່ມີເຫດການດັ່ງກ່າວເກີດຂຶ້ນ ຜູ້ລ້ຽງງົວ-ຄວາຍ ຫລາຍຄົນ ກໍພາກັນເຝົ້າລະວັງສັດລ້ຽງຂອງຕົນຢ່າງໃກ້ຊິດ ຍ້ອນຢ້ານສັດຕາຍແບບບໍ່ຮູ້ສາເຫດ ຊຶ່ງຫລາຍຄົນກໍເຊື່ອວ່າ ເປັນການແຜ່ຣະບາດ ຂອງພະຍາດ ສນິດນຶ່ງ ແຕ່ຍັງບໍ່ຮູ້ຄັກແນ່ວ່າ ເປັນພະຍາດຫຍັງແທ້.
“ຕາຍ ເປັນບາງບ້ານ ໂອ ເຣື່ອງງົວຕາຍມັນກໍບໍ່ຮູ້ແຫລະ ບໍ່ຮູ້ວ່າສາເຫດຫຍັງ ຄັນຕາຍກໍເອົາໄປຝັງໄປຫຍັງ ຢ້ານແຫລະເຣື່ອງນີ້ ລະວັງນໍ ຊ່ວງນີ້ນໍ ງົດຊື້ງົວ ຂາຍງົວແຫລະຊ່ວງນີ້ ຂ້າງົວໃນໂຮງຂ້າສັດ ກະບໍ່ໄດ້ມີໃນຕລາດເລີຍ ເພິ່ນລົງມາກວດກາຕິດຕາມແລ້ວ ດຽວນີ້ກະງົດລົງແລ້ວ.”
ພ້ອມດຽວກັນນີ້ ຊາວບ້ານອີກຜູ້ນຶ່ງກໍເວົ້າວ່າ ປັດຈຸບັນ ຢູ່ຫລາຍເມືອງ ກໍໄດ້ມີການງົດການເຄື່ອນຍ້າຍງົວ ຄວາຍ ເພື່ອປ້ອງກັນ ບໍ່ໃຫ້ພວກມັນ ຕາຍໃນວົງກວ້າງ ຊຶ່ງຜູ້ລ້ຽງສັດຫລຍຄົນ ກໍໃຫ້ຄວາມຮ່ວມມື ກັບເຈົ້າໜ້າທີ່ ເປັນຢ່າງດີ ໃນຂະນະທີ່ ຍັງບໍ່ທັນຮູ້ສາເຫດທີ່ແທ້ຈິງນັ້ນ.
“ເພາະວ່າໂຕນີ້ເພີ່ນຈະສັ່ງຫ້າມຢູ່ ຖ້າວ່າມີການຣະບາດ ເພີ່ນກະຊິໄດ້ສັ່ງໂຈະ ຄືກັນແຫລະ ຍັງບໍ່ທັນເຄື່ອນຍ້າຍອອກຈາກເມືອງ ມີການປ້ອງກັນຢູ່ ເຮົາກະຫລີກລ່ຽງໄວ້ກ່ອນ.”
ຜູ້ຂາຍຢາປົວພະຍາດສັດລ້ຽງ ຢູ່ແຂວງຈໍາປາສັກ ນາງນຶ່ງ ເວົ້າຕໍ່ວິທຍຸເອເຊັຽເສລີ ໃນມື້ວັນທີ 13 ມົກກະຣານີ້ວ່າ ພາຍຫລັງເກິດມີງົວ, ຄວາຍ ຕາຍຫລາຍ ຜູ້ລ້ຽງຫລາຍຄົນ ກໍພາກັນສັ່ງຊື້ຢາ ຕ້ານເຊື້ອພະຍາດຈາກຮ້ານຂອງນາງ ຈົນຢາໝົດ ແລະຕ້ອງໄດ້ສັ່ງມາເພີ່ມ, ແຕ່ຢາ ທີ່ຊາວບ້ານ ໄດ້ຊື້ໄປນັ້ນ ບໍ່ແມ່ນຢາປົວພະຍາດ ທີ່ເກີດຂຶ້ນ ຫາກເປັນພຽງຢາຕ້ານເຊື້ອຊື່ໆ.
“ຕອນນີ້ຫັ້ນພະຍາດງົວກໍາລັງລະບາດ ເພິ່ນມາຊື້ເປັນຈໍານວນຫລາຍ ຍັງບໍ່ທັນມີເຄື່ອງໃຫ້ເຂົາ ເພາະວ່າເຮົາສັ່ງເຄື່ອງບໍ່ໄດ້ ໂຕນີ້ຫັ້ນເຮົາມີໂຕກັນຢູ່ ແຕ່ວ່າເຄື່ອງເຮົາຫັ້ນຍັງບໍ່ທັນມາ ສ່ວນຫລາຍມັນບໍ່ມີຢາປົວ ມີແຕ່ແບບຕ້ານເຊື້ອ.”
ທີ່ແຂວງອຸບົນ ຂອງໄທ ຊຶ່ງມີຊາຍແດນຕິດກັບແຂວງຈໍາປາສັກ ກໍໄດ້ມີການເຝົ້າລະວັງ ເລື້ອງນີ້ຢ່າງເຂັ້ມງວດ ແລະເມືອງຕ່າງໆ ກໍໄດ້ຕິດຕາມ ອາການຂອງສັດລ້ຽງ ຮວມທັງຫ້າມບໍ່ໃຫ້ມີການເຄື່ອນຍ້າຍງົວ ຄວາຍ ມາຈາກຝັ່ງລາວເຂົ້າມາ ເພື່ອປ້ອງກັນບໍ່ໃຫ້ເຊື້ອພະຍາດດັ່ງກ່າວ ແຜ່ຣະບາດມາຝັ່ງໄທຍ.
ດັ່ງເຈົ້າໜ້າທີ່ຫ້ອງການປະສຸສັດ ແຂວງ ອຸບົນ ເວົ້າວ່າ:
(ພາສາໄທຍ) “ຕອນນີ້ ໄດ້ມີໜັງສືແຈ້ງໄປຫາເຈົ້າເມືອງ ທົ່ວແຂວງ ໃຫ້ເຝົ້າລະວັງໄວ້ກ່ອນ ເຝົ້າລະວັງອາການງົວ, ຄວາຍ, ແບ້ ຖ້າມັນຕາຍ ແບບຜິດປົກກະຕິ ແລະມີເລືອດສີດໍາ ໄຫລອອກມາຈາກຮູທະວານ ກໍໃຫ້ແຈ້ງພາກສ່ວນທີ່ກ່ຽວຂ້ອງດ່ວນ ແລະໃຫ້ງົດການນໍາສັດເຂົ້າມາຈາກຝັ່ງລາວ ຮວມທັງຜະລິດຕະພັນປະເພດຊີ້ນສັດນໍາດ້ວຍ.”
ເມື່ອວັນທີ 7 ມີນານີ້ ກົມປະສຸສັດຂອງໄທ ໄດ້ແຈ້ງເຕືອນ ໃຫ້ລະວັງພະຍາດຕິດຕໍ່ ໃນງົວ, ຄວາຍ ທີ່ເກີດຂຶ້ນຢູ່ຝັ່ງລາວ ຊຶ່ງໃນນັ້ນໄດ້ລະບຸວ່າ ເປັນພະຍາດແອນແທຣັກ (Anthrax) ຊຶ່ງເປັນພະຍາດ ທີ່ສາມາດຕິດຕໍ່ຈາກສັດສູ່ຄົນ ທີ່ຕົ້ນ ຕໍ ເກີດຈາກເຊື້ອແບກທີເຣັຽ ທີ່ມີຊື່ວ່າ “Bacillus Anthracis” ທີ່ປົນເປື້ອນຢູ່ໃນຫຍ້າ ແລະນໍ້າ ເຮັດໃຫ້ງົວ, ຄວາຍ ທີ່ກິນເຂົ້າໄປ ມີໂອກາດເປັນພະຍາດນັ້ນໄດ້ສູງ ແລະເມື່ອສັດຕາຍແລ້ວ ສາມາດແຜ່ເຊື້ອພະຍາດ ໄດ້ທາງອຸດຈາຣະ, ປັດສາວະ ແລະອະໄວຍະວະ ພາຍໃນ ຈະມີເລືອດສີດໍາ ໄຫລອອກມາທາງຮູທະວານຂອງສັດ ຊຶ່ງທາງກົມປະສຸສັດຂອງໄທ ໄດ້ສັ່ງໃຫ້ດ່ານຊາຍແດນໄທຍ-ລາວ ເຂັ້ມງວດກວດກາ ບໍ່ໃຫ້ມີການລັກເຄື່ອນຍ້າຍງົວ ຄວາຍ ເຂົ້າມາ.
ຂໍ້ມູນທາງການແພດ ຍັງລະບຸອີກວ່າ ເມື່ອສັດຕິດເຊື້ອທີ່ວ່ານັ້ນແລ້ວ ຈະມີໄລຍະພັກເຊື້ອ 1 ຫາ 3 ວັນ ຫຼື ອາດຈະຮອດ 14 ວັນ, ຖ້າຕິດເຊື້ອຮຸນແຮງກໍຈະຕາຍ ກະທັນຫັນ ໂດຍບໍ່ສະແດງອາການອອກມາໃຫ້ເຫັນ, ສັດຈະລົ້ມ ຊັກ, ກ້າມຊີ້ນຈັງ ແລ້ວຕາຍ ພ້ອມກັບມີເລືອດໄຫຼ ອອກມາຈາກຮູທະວານ ຈາກປາກ, ດັງ ແລະ ຈາກຮູຂົນ. ຖ້າມີອາການຮ້າຍແຮງ ສັດຈະມີໄຂ້ສູງ 41-42 ອົງສາ. ກຳມະຈອນຈະເຕັ້ນ ແລະຫາຍໃຈໄວ, ສັດບໍ່ກິນອາຫານ ອ່ອນເພັຍ. ງົວ ຄວາຍ ຈະບໍ່ຄ້ຽວເອື້ອງ. ທ້ອງເບັງ ອາຈົມແຫຼວ ແກມເລືອດ ແລະຈະຕາຍ ພາຍໃນ 12 ຫາ 24 ຊົ່ວໂມງ.
ເມື່ອກ່ອນໜ້ານີ້ ຊາວບ້ານ 4 ຄົນ ຢູ່ແຂວງຈໍາປາສັກ ທີ່ກິນຊີ້ນສັດຕາຍ ດ້ວຍພະຍາດດັ່ງກ່າວ ໄດ້ມີອາການເປັນໄຂ້ ອອກຕຸ່ມຕາມຜິວໜັງ ແລະມີເລືອດເປັນສີດໍາ ຢູ່ບໍລິເວນຕຸ່ມນັ້ນ.