ຄຸນນະພາບອາກາດ ໃນຫຼາຍແຂວງພາກເໜືອ ສູງກ່ວາເກນທີ່ກຳນົດ

ໄຊຍາ
2024.03.18
ຄຸນນະພາບອາກາດ ໃນຫຼາຍແຂວງພາກເໜືອ ສູງກ່ວາເກນທີ່ກຳນົດ ໝອກຄວັນປົກຄຸມທົ່ວແຂວງຫຼວງພຣະບາງ ສົ່ງຜົລກະທົບຕໍ່ສຸຂພາບ, ສິ່ງແວດລ້ອມ ແລະ ການສັນຈອນເກືອບທຸກປະເພດ. ວັນທີ 30 ມີນາ ປີ 2023.
ນັກຂ່າວ ພົລເມືອງ

ຣາຍງານຜົລການວັດແທກ ຝຸ່ນລະອອງທີ່ມີຂະໜາດນ້ອຍກ່ວາ 2.5 ໄມຄຣອນ (Micron) ຫຼື PM 2.5 ຂອງກະຊວງ ຊັບພະຍາກອນທັມມະຊາຕ ແລະສິ່ງແວດລ້ອມໃນວັນທີ 17 ມີນາທີ່ຜ່ານມາ ລະບຸວ່າ ຄຸນນະພາບອາກາດ ມີຄ່າສູງກ່ວາຄ່າມາຕຖານ ແລະຢູ່ໃນລະດັບທີ່ເຣີ່ມມີຜົລກະທົບ ຕໍ່ສຸຂະພາບໂດຍສະເພາະ ໃນແຂວງພາກເໜືອ ເປັນຕົ້ນແຂວງອຸດົມໄຊ, ແຂວງຫຼວງພຣະບາງ, ແຂວງບໍ່ແກ້ວ ແລະ ແຂວງຫຼວງນໍ້າທາ.

ໃນວັນທີ 15 ມີນາ 2024 ບ້ານດອນໄຊ, ເມືອງໄຊ, ແຂວງອຸດົມໄຊ ເປັນຈຸດທີ່ມີຄຸນນະພາບ ອາກາດ ບໍ່ດີທີ່ສຸດ ໂດຍມີຄ່າດັຊນີຝຸ່ນລະອອງ ຂະໜາດນ້ອຍ ຫຼື PM 2.5 ເຖິງ 114 ໄມໂຄຣກະຣາມ (Microgram) ຕໍ່ແມັດກ້ອນ ແລະມີດັຊນີຄຸນນະພາບ ອາກາດ ຫຼື AQI ຢູ່ທີ່ 170, ຮອງລົງມາແມ່ນຢູ່ບ້ານອຸດົມ ບໍລິເວນສະໜາມບິນບໍ່ແກ້ວ ທີ່ມີຄ່າ PM 2.5 ເຖິງ 103 ໄມໂຄຣກະຣາມຕໍ່ແມັດກ້ອນ ແລະມີຄ່າ AQI ຢູ່ທີ່ 161. ອັນດັບສາມແມ່ນຢູ່ບ້ານພູຊ້າງຄໍາ ບໍລິເວນສະໜາມບິນ ຫຼວງພຣະບາງ ທີ່ມີຄ່າ PM 2.5 ເຖິງ 99 ໄມໂຄຣກະຣາມຕໍ່ແມັດກ້ອນ ແລະມີຄ່າ AQI ຢູ່ທີ່ 158.

ຄຸນນະພາບອາກາດ ທີ່ເຣີ່ມສູງກ່ວາເກນທີ່ກໍານົດນີ້ ຍ້ອນມາຈາກໄລຍະປັດຈຸບັນ ເປັນໄລຍະທີ່ປະຊາຊົນເຣີ່ມຈູດປ່າ ຈູດໄຮ່ ເພື່ອກຽມດິນປູກຝັງ ແລ້ວແລະເຖິງແມ່ນວ່າ ຈະມີແຈ້ງການອອກມາ ສັ່ງຫ້າມປະຊາຊົນແລ້ວ ແຕ່ກໍຍັງມີຄົນລັກຈູດ ເຮັດໃຫ້ເກີດໄຟໄໝ້ລາມປ່າຕື່ມ.

ດັ່ງເຈົ້າໜ້າທີ ທີ່ກ່ຽວຂ້ອງເມືອງຫຼວງພຣະບາງ ແຂວງຫຼວງພຣະບາງ ກ່າວຕໍ່ວິທຍຸເອເຊັຍເສຣີ ໃນວັນທີ 18 ມີນາ 2024 ວ່າ:

“ຂະເຈົ້າເຣີ່ມຈູດປະມານ ຕາມເພິ່ນໂທມາຫ້ອງການນີ້ ຕົ້ນເດືອນນີ້ ແລ້ວກໍມີແຈ້ງການໄປເນາະ ປະມານຕັັ້ງແຕ່ເດືອນ 12 ເພາະວ່າ ເຮົາຮູ້ໝົດວ່າ ຍາມໜາວຂະເຈົ້າຈະຈູດຫັ້ນນ່າ. ເຮົາກໍແຈ້ງການໄປຮ່ວມປະຊຸມ ອິຫຍັງທຸກບ້ານ ທີ່ວ່າຂະເຈົ້າເຮັດໄຮ່ເຮັດຫຍັງຫັ້ນແຫຼະ. ຖ້າຜູ້ໃດເຮັດແລ້ວຈັບໄດ້ ຈະມີການປັບໃໝ ແຕ່ວ່າເຂົາເຈົ້າກໍລັກຈູດ ລັກເຮັດຫັ້ນແຫຼະ. ບ່ອນໃດທີ່ເຮົາໄປກວດພົບເຫັນ ເຮົາກໍຫ້າມບໍ່ໃຫ້ຂະເຈົ້າເຮັດແຕ່ວ່າ ຂະເຈົ້າກໍມີບ່ອນທີ່ ເຮົາໄປບໍ່ຮອດບໍ່ເຖິງ.”

ຢູ່ເມືອງຫຼວງນໍ້າທາ ແຂວງຫຼວງນໍ້າທາມີຄ່າ PM 2.5 ຢູ່ທີ່ 90 ແລະ ມີຄ່າ AQI ຢູ່ທີ່ 150 ເຊິ່ງຢູ່ໃນເກນມີຜົລກະທົບເລັກນ້ອຍ ຕໍ່ສຸຂະພາບ. ປັດຈຸບັນ ຍັງບໍ່ທັນເຖິງໄລຍະທີ່ຊາວບ້ານ ຈະມີການຈູດໄຮ່ ຫຼາຍ ເມື່ອທຽບໃສ່ປີກາຍ ທີ່ເຣີ່ມຈູດໃນໄລຍະທ້າຍເດືອນມີນາ ຫາຕົ້ນເດືອນເມສາ.

ດັ່ງເຈົ້າໜ້າທີ່ ທີ່ກ່ຽວຂ້ອງຢູ່ແຂວງຫຼວງນໍ້າທາ ຍານາງກ່າວວ່າ:

“ກໍມີໃດແລງໆ ກໍມີເປັນຄວັນມົວໆ ໄປຫັ້ນນ່າແບບວ່າບໍ່ໄດ້ຈູດປ່າໃຫຍ່ ອິຫຍັງນ່າ ຈູດແບບເຮັດສວນອິຫຍັງ ຜັກທັມມະດາ ທາງທີ່ວ່າຫ່າງໄກສອກຫຼີກ ປະມານນີ້ກໍຄືຊິມີເລັກໆນ້ອຍໆ ເພາະວ່າເຮົາໄປເມືອງໄປຫຍັງ ກໍສັງເກດເຫັນຢູ່ ແບບວ່າຂະເຈົ້າຖາງໄວ້ຫັ້ນນ່າ. ຊ່ວງນີ້ກໍເຫັນ 2-3 ມື້ນີ້ແດ່ ບໍ່ຮູ້ວ່າຕໍ່ໄປອີກຖ້າຮອດທ້າຍເດືອນສາມ ຕົ້ນເດືອນສີ່ ຄືຈັ່ງປີກາຍຢ້ານວ່າ ຈະເປັນຄືເກົ່າຫັ້ນນ່າ ເພາະວ່າປີກາຍ ມັນເປັນປະມານທ້າຍເດືອນ 3, ຕົ້ນເດືອນ 4 ເນາະ. ເປັນຄວັນມົວ ຢູ່ຕລອດທ້ອງຟ້າຈົນປ່ຽນສີ.”

ຊາວບ້ານ ຢູ່ເມືອງຫຼວງນໍ້າທາ ແຂວງຫຼວງນໍ້າທາ ກ່າວວ່າເຖິງແມ່ນວ່າທຸກປີ ຈະມີການອອກແຈ້ງການຫ້າມຈູດໄຮ່ອອກມາ ແຕ່ກໍຍັງມີການລັກຈູດຍ້ອນປະຊາຊົນ ສ່ວນຫຼາຍຍັງເຮັດໄຮ່, ເຮັດນາ ແລະ ເຮັດສວນ ເປັນອາຊີບຫຼັກ. ປັດຈຸບັນຊາວບ້ານ ໄດ້ເຣີ່ມກຽມຖາງພື້ນທີ່ ຫຼາຍບ່ອນແລ້ວ ແລະບາງພື້ນທີ່ ໃນເຂດນອກ ກໍໄດ້ກຽມບຸກເບີກປ່າ ເພື່ອເຮັດສວນຢາງພາລານໍາ.

ດັ່ງທ່ານກ່າວວ່າ:

“ເຂົາຖາງນີ້ພາກເໜືອກໍຫຼາຍເດ້ ເພາະວ່າປະຊາຊົນສ່ວນຫຼາຍ ເຂົາກໍຍັງເຮັດໄຮ່ເດ້ ເຂົາກຳລັງຖາງຍັງບໍ່ຈູດເທື່ອ ໃກ້ຈະຮອດສົງການນີ້ແຫຼະ ສ່ວນຫຼາຍເຂົາຈະຈູດກ່ອນ ສົງການຫັ້ນນ່າ. ຊ່ວງເດືອນ 4 ເຮັດໄຮ່ແທ້ໆ ມັນກໍບໍ່ຫຼາຍດອກ ສ່ວນຫຼາຍກໍມີແຕ່ເຂດນອກ ສ່ວນຫຼາຍ ເຂົາຈະບຸກເບີກ ເຮັດສວນຢາງພາລານີ້ແຫຼະ. ເຂົາຈະຖາງກ່ອນເນາະ ເພາະວ່າພາກເໜືອດິນ ມັນແມ່ນດິນພຽງແດ່ ດິນມັນຢູ່ພູຢູ່ປ່າເດ້. ເຂົາຕ້ອງໄດ້ຖາງ ແລ້ວກໍຈູດ ຈະບໍ່ສາມາດໃຊ້ຣົຖໄຖໄດ້.”

ດ້ານຊາວບ້ານຢູ່ຫຼັກ 32 ເມືອງໄຊ ແຂວງອຸດົມໄຊກ່າວວ່າ ປົກກະຕິໃນເຂດບ້ານນີ້ ມີການຈູດໄຮ່ ຈູດນາຢູ່ ແຕ່ປັດຈຸບັນຍັງບໍ່ຮອດຣະດູການຈູດໄຮ່ເທື່ອ ໂດຍຈະເຣີ່ມຈູດກັນຫຼາຍໃນໄລຍະກ່ອນໜ້າຝົນ.

ດັ່ງທ່ານກ່າວວ່າ:

“ຈູດໄຮ່ຈູດນາຫວາຈູດຢູ່ ແຕ່ວ່າດຽວນີ້ເຂົາຍັງບໍ່ໄດ້ຈູດຫັ້ນນ່າ. ເຂດນີ້ເຂົາຍັງບໍ່ໄດ້ຈູດເທື່ອເດີ້. ກໍແມ່ນເດືອນສີ່, ເດືອນຫ້າ ຕິ ເພາະວ່າ ຈູດດຽວນີ້ ເຮົາກໍບໍ່ມີຝົນເນາະ ບໍ່ໄດ້ປົກເຂົ້າຫັ້ນນ່າ.”

ເມືອງຈອມເພັດ ແຂວງຫຼວງພຣະບາງ ວັນທີ 18 ມີນາ 2024 ກໍເຣີ່ມພົບເຫັນຄັວນໄຟສີຂາວ ລອຍຢູ່, ຄັວນໄຟນີ້ເກີດຈາກໄຟໄໝ້ລາມປ່າ ທີ່ປະຊາຊົນລັກຈູດປ່າ ບໍ່ແມ່ນການຈູດໄຮ່ ຂອງປະຊາຊົນເທື່ອ ແຕ່ໃນໄລຍະທ້າຍເດືອນມີນາ ຫາເດືອນເມສານີ້ ຄິດວ່າສະພາບອາກາດຈະມີຄວາມຮຸນແຮງຂຶ້ນ ຍ້ອນເປັນຣະດູການທີ່ປະຊາຊົນ ເຣີ່ມຈູດໄຮ່ ເພື່ອກຽມດິນປູກຝັງແລ້ວ.

ດັ່ງຊາວບ້ານ ເມືອງຈອມເພັດ ແຂວງຫຼວງພຣະບາງ ທ່ານກ່າວວ່າ:

“ອາກາດທ້ອງຟ້ານີ້ ເຕັມແຕ່ຄັວນໝົດຫັ້ນນ່າ ຜ່ານມາກໍເບົາບາງແຕ່ວ່າມື້ນີ້ບໍ່ເຫັນຮອດຕາເວັນເລີຍ. ຕາມເບິ່ງກໍໄຟລາມປ່າເດ ສ່ວນຫຼາຍເປັນໄຟໄໝ້ລາມທົ່ວໄປທີ່ຂະເຈົ້າລັກຈູດ ຂະເຈົ້າລັກຈູດຕາມປ່າ ບາງຄົນກໍໄປໂລະປ່າ ໂລະຫຍັງ ມັນຕຶບຂະເຈົ້າຜ່ານໄຟຂະເຈົ້າກໍຈູດ ໄລຍະປະມານໝໍ່ ສົງການ ຫຼືວ່າທ້າຍເດືອນນີ້ແຫຼະ ຊິເຂົາເດືອນໜ້ານີ້ໜັກເລີຍ ເພາະແມ່ນຊ່ວງລະດູເຂົາຈູດທຸກປີ ແຕ່ຜ່ານມາເປັນຝຸ່ນ ເກີດຈາກຂະເຈົ້າໂລະຈູດ ປ່າທົ່ວໄປສື່ໆ ຂະເຈົ້າບໍ່ທັນຈູດໄຮ່ຈູດຫຍັງເທື່ອ.”

ປັດຈຸບັນເປັນໄລຍະທີ່ປະເທດລາວ ກຳລັງເຂົ້າສູ່ລະດູແລ້ງ. ມີການຈູດເຟືອງຢູ່ຕາມທົ່ງນາ ເພື່ອກຽມການປູກເຂົ້າ, ມີທັງການຈູດປ່າເຮັດໄຮ່ ແລະໄຟໄໝ້ປ່າ ທັງໃນປະເທດລາວ ແລະຢູ່ປະເທດເພື່ອນບ້ານ ແລະມີການຈູດເຜົາຂີ້ເຫຍື້ອ ສະຊາຍ ຊຶ່ງທັງໝົດນັ້ນ ເປັນສ່ວນສໍາຄັນທີ່ເຮັດໃຫ້ຄ່າດັຊນີຄຸນນະພາບອາກາດ ຫຼື AQI ແລະຄ່າດັຊນີຝຸ່ນລະອອງ ຂະໜາດນ້ອຍ ຫຼື PM 2.5 ໃນຫຼາຍພື້ນທີ່ ຂອງລາວ ສູງກວ່າມາຕຖານ ແລະຢູ່ໃນລະດັບທີ່ເປັນອັນຕະລາຍ ຕໍ່ສຸຂພາບ.

ສຳລັບຄວາມອັນຕະລາຍ ຂອງສະພາບອາກາດ PM 2.5 ຄວາມເຂັ້ມຂຸ້ນແຕ່ 0-25 ຄຸນນະພາບອາກາດດີຫຼາຍ ເໝາະສໍາລັບທຸກຄົນເຮັດກິຈກັມກາງແຈ້ງ ເຊັ່ນດຽວກັບຄ່າ 26-37 ຄຸນນະພາບອາກາດດີເໝາະ ສໍາລັບປະຊາຊົນທົ່ວໄປ ໃນການເຮັດກິຈກັມກາງແຈ້ງ ແລະການທ່ອງທ່ຽວ. ຄວາມເຂັ້ມຂຸ້ນ 38-50 ສຳລັບປະຊາຊົນທົ່ວໄປ ສາມາດເຮັດກິຈກັມກາງແຈ້ງ ປົກກະຕິ ແຕ່ຕ້ອງເບິ່ງແຍງ ພິເສດ ຖ້າມີການເບື້ອງຕົ້ນເຊັ່ນໄອ, ຫາຍໃຈບໍ່ສະດວກ ຄວນຫຼີກລ້ຽງກິຈກັມກາງແຈ້ງ ເຊັ່ນກັນ. ຄວາມເຂັ້ມຂຸ້ນອາກາດ 51-90 ສຳລັບປະຊາຊົນທົ່ວໄປ ຫຼີກເວັ້ນກິຈກັມກາງແຈ້ງ ແລະໃຊ້ອຸປະກອນປ້ອງກັນ ຖ້າຜູ້ໃດໄອ, ຫາາຍໃຈລຳບາກ, ແສບຕາຄວນໄປປຶກສາແພດ.

ສ່ວນຄວາມເຂັ້ມຂຸ້ນແຕ່ 91-150 ປະຊາຊົນທົ່ວໄປຄວນຫຼີກເວັ້ນກິຈກັມ ກາງແຈ້ງພ້ອມທັງເຝົ້າລະວັງສຸຂະພາບ. ຄວາມເຂັ້ນຂຸ້ນແຕ່ 151-250 ປະຊາຊົນທົ່ວໄປ ຄວນຫຼີກເວັ້ນກິຈກັມກາງແຈ້ງ ພ້ອມທັງເຝົ້າລະວັງສຸຂະພາບ ແລະໃຊ້ອຸປະກອນປ້ອງກັນຕົນເອງ ແລະ 251 ຂຶ້ນໄປ ທຸກຄົນຄວນຫຼີກລ້ຽງກິຈກັມກາງແຈ້ງ, ພື້ນທີ່ທີ່ມີມົນລະພິດທາງອາກາດສູງ ຖ້າມີອາການຜິດປົກກະຕິ ທາງສຸຂະພາບຈາກສາເຫດທີ່ໄດ້ຮັບມົນລະພິດ ຄວນໄປປຶກສາແພດ ຢ່າງຮີບດ່ວນ.

ອອກຄວາມເຫັນ

ອອກຄວາມ​ເຫັນຂອງ​ທ່ານ​ດ້ວຍ​ການ​ເຕີມ​ຂໍ້​ມູນ​ໃສ່​ໃນ​ຟອມຣ໌ຢູ່​ດ້ານ​ລຸ່ມ​ນີ້. ວາມ​ເຫັນ​ທັງໝົດ ຕ້ອງ​ໄດ້​ຖືກ ​ອະນຸມັດ ຈາກຜູ້ ກວດກາ ເພື່ອຄວາມ​ເໝາະສົມ​ ຈຶ່ງ​ນໍາ​ມາ​ອອກ​ໄດ້ ທັງ​ໃຫ້ສອດຄ່ອງ ກັບ ເງື່ອນໄຂ ການນຳໃຊ້ ຂອງ ​ວິທຍຸ​ເອ​ເຊັຍ​ເສຣີ. ຄວາມ​ເຫັນ​ທັງໝົດ ຈະ​ບໍ່ປາກົດອອກ ໃຫ້​ເຫັນ​ພ້ອມ​ບາດ​ໂລດ. ວິທຍຸ​ເອ​ເຊັຍ​ເສຣີ ບໍ່ມີສ່ວນຮູ້ເຫັນ ຫຼືຮັບຜິດຊອບ ​​ໃນ​​ຂໍ້​ມູນ​ເນື້ອ​ຄວາມ ທີ່ນໍາມາອອກ.