ການປູກຝິ່ນໃນລາວ ຍັງມີຫຼາຍ, ສ່ວນໃຫຍ່ ຢູ່ໃນເຂດຮ່າງໄກ
2024.02.09
ເຈົ້າໜ້າທີ່ປ້ອງກັນຄວາມສງົບ ແຂວງຊຽງຂວາງ ໄດ້ທໍາລາຍສວນຝິ່ນ ທີ່ຊາວຊົນເຜົ່າ ລັກປູກຢູ່ ພູແຊວ ເມືອງພູກູດ ໃນເນື້ອທີ່ເກືອບເຖິງ 11,000 ຕາແມັດ ແລະຢູ່ແຂວງຫລວງນໍ້າທາ ເຈົ້າໜ້າທີ່ທໍາລາຍໄດ້ເກືອບເຖິງ 2,600 ຕາແມັດ ໃນໄລຍະຕົ້ນປີ 2024 ນີ້. ພ້ອມກັນນັ້ນ ໄດ້ສຶກສາອົບຮົມ ກ່າວເຕືອນ ແລະໃຫ້ຄວາມຮູ້ ກ່ຽວກັບຜົລຮ້າຍຂອງຝິ່ນ ເພື່ອໃຫ້ຊາວບ້ານ ເຂົ້າໃຈ.
ກ່ຽວກັບບັນຫາການລັກປູກຝິ່ນ ແລະສູບຝິ່ນນີ້ ເຈົ້າໜ້າທີ່ຜແນກປ້ອງກັນຄວາມ ສງົບ ແຂວງຫລວງນໍ້າທາ ກ່າວຕໍ່ວິທຍຸເອເຊັຍເສຣີໃນມື້ວັນທີ 9 ກຸມພານີ້ວ່າ ຍັງພົບເຫັນຢູ່ຫລາຍ ໂດຍສະເພາະ ຊາວບ້ານ ທີ່ອາສັຍຢູ່ເຂດຫ່າງໄກ ສອກ ຫລີກ ຍັງນິຍົມສູບຝິ່ນກັນຫລາຍສົມຄວນ.
“ໄລ່ເປນັບ້ານກະຊິມີຫລາຍບ້ານຢູ່. ຜູ້ທີ່ຊິສູບຝິ່ນ ວຽກງານບໍາບັດ ທໍາລາຍສວນ, ແຕ່ວ່າທາງເມືອງກໍໄດ້ບໍາບັດຈໍານວນນຶ່ງແລ້ວ ແຕ່ວ່າມັນບໍ່ໝົດ ມັນຍັງມີນໍ ຍັງມີຫລາຍ.”
ທ່ານເວົ້າວ່າ ປັດໄຈສໍາຄັນ ທີ່ເຮັດໃຫ້ການປູກຝິ່ນ ແລະການສູບຝິ່ນ ຍັງແພ່ຫລາຍ ໃນເຂດຫ່າງໄກ ສອກຫລີກນັ້ນ ເປັນຍ້ອນເຈົ້າໜ້າທີ່ ພາກສ່ວນທີ່ກ່ຽວຂ້ອງ ບໍ່ໄດ້ອອກໄປຕິດຕາມກວດກາ ຫລືລາດຕະເວນ ຢ່າງຕໍ່ເນື່ອງ ຍ້ອນບໍ່ມີງົບປະມານພຽງພໍ.
ເຈົ້າໜ້າທີ່ຫ້ອງການປົກຄອງ ເມືອງຫລວງນໍ້າທາ ແຂວງຫລວງນໍ້າທາ ກ່າວຕໍ່ວິທຍຸເອເຊັຽເສຣີ ໃນມື້ດຽວກັນນີ້ວ່າ ຍັງມີຊາວບ້ານຈໍານວນບໍ່ໜ້ອຍ ທີ່ຢູ່ຕາມເຂດພູດອຍ ປູກຝິ່ນ ແລະສູບຝິ່ນຫລາຍຢູ່ ເພາະຄວາມຊິນເຄີຍມາແຕ່ສໄມໂບຮານ ແລະຊາວບ້ານ ບໍ່ມີຄວາມຮູ້ ກ່ຽວກັບໄພອັນຕະລາຍຂອງຝິ່ນນັ້ນ.
ທ່ານກ່າວຕື່ມວ່າ ການໄປຕິດຕາມ ກວດກາການປູກຝິ່ນ ເຊັ່ນຢູ່ໃນເຂດບ້ານ ນໍ້າຂຸ່ນ ເມືອງຫລວງນໍ້າທາ ແມ່ນຂ້ອນຂ້າງຫຍຸ້ງຍາກ ໃນການເດີນທາງ ເພາະຢູ່ໄກ ປະມານ 30-40 ກິໂລແມັດ ແລະເສັ້ນທາງເຂົ້າໄປຍາກລໍາບາກ, ເຮັດໃຫ້ເຈົ້າໜ້າທີ່ ຫາກໍໄດ້ເຂົ້າໄປທໍາລາຍ ສວນຝິ່ນຖິ້ມ.
“ໄກເຕີບໄດ໋ເວິຍ ມີແຕ່ຣົຖຈັກນີ້ແຫລະຮອດນ່າ 30-40 ຫລັກພຸ້ນເດີ. ຍາກສົມຄວນຮອດນໍ້າຂຸ່ນນ່າ ມັນກະມີຊົນເຜົ່າກຸຍ ມັນກະມີຊົນເຜົ່າຢ້າວ.”
ເຈົ້າໜ້າທີ່ ພາກສ່ວນທີ່ກ່ຽວຂ້ອງ ໄດ້ທໍາລາຍສວນຝິ່ນ ຢູ່ເຂດບ້ານນໍ້າຂູ່ນ ເມືອງຫລວງນໍ້າທາ ໃນເນື້ອທີ່ປະມານ 2,600 ຕາແມັດ.
ໃນຂະນະດຽວກັນ ເຈົ້າໜ້າທີ່ ຜແນກຊັພຍາກອນທັມມະຊາຕ ແລະສິ່ງແວດລ້ອມ ແຂວງຊຽງຂວາງ ກໍເວົ້າວ່າ ການລັກປູກຝິ່ນຢູ່ໃນແຂວງນີ້ ຮວມທັງຢູ່ເມືອງ ທີ່ຕິດກັບແຂວງຫົວພັນ ແມ່ນຍັງພົບເຫັນຊາວຊົນເຜົ່າລັກປູກຫລາຍຢູ່, ແຕ່ຈະປູກຫລາຍ ຫລືໜ້ອຍນັ້ນ ແມ່ນຂຶ້ນຢູ່ກັບຄວາມຕ້ອງການຝິ່ນຂອງຊາວບ້ານ.
ທ່ານເວົ້າວ່າ ຊາວບ້ານທີ່ລັກປູກຝິ່ນ ກໍມີຫລາຍ, ແຕ່ສ່ວນໃຫຍ່ທີ່ພົບເຫັນ ບໍ່ແມ່ນປູກເພື່ອຂາຍ ຫລືປູກເປັນຂະບວນການ ແຕ່ປູກເພື່ອນໍາໃຊ້ພາຍໃນຄອບຄົວ ແລະຢູ່ໃນເຂດບ້ານເທົ່ານັ້ນ.
“ປູກຝິ່ນບໍ ມີລະເບາະ. ໂອ້...ຫລາຍໄດ໋ ຄິດວ່າປີນີ້ນິ່ ມີຂ້ອນຂ້າງຫລາຍ. ມັນກະເປັນບາງປີນໍ ບາງປີມັນກະຫລຸດລົງ ປີນີ້ເຂົາຜູ້ເຄັ່ງຄັດ. ເຂົາກະປູກຫລາຍ ສ່ວນຫລາຍກະແມ່ນເຜົ່າມົ້ງຫັ້ນແຫລະ ສ່ວນຫລາຍເຂົາປູກ ເຂົາຮັບໃຊ້ຄອບຄົວເຂົານ່າ.”
ແຕ່ຊາວບ້ານຜູ້ນຶ່ງຢູ່ແຂວງ ຫົວພັນ ກໍເວົ້າຕໍ່ວິທຍຸເອເຊັຽເສຣີໃນມື້ດຽວກັນນີ້ວ່າ ດຽວນີ້ ການປູກຝິ່ນ ແລະສູບຝິ່ນ ຂ້ອນຂ້າງຫລຸດລົງຫລາຍແລ້ວ ເພາະທາງການ ແລະອົງການຈັດຕັ້ງສາກົລ ເພິ່ນໄດ້ມາໂອ້ລົມ ໃຫ້ຄວາມຮູ້ ແລະກ່າວເຕືອນ ເຖິງພັຍອັນຕະລາຍຂອງການສູບຝິ່ນ. ດັ່ງນັ້ນຈຶ່ງເຮັດໃຫ້ຊາວບ້ານສ່ວນຫລາຍ ປູກຝິ່ນ ແລະສູບຝິ່ນຫລຸດລົງ, ແຕ່ເຖິງແມ່ນວ່າ ການປູກ ແລະສູບຝິ່ນ ຈະຫລຸດລົງຂ້ອນຂ້າງຫລາຍ ແຕ່ກໍບໍ່ໝາຍຄວາມວ່າ ການປູກແລະສູບຝິ່ນ ຈະໝົດໄປຈາກປະເທດລາວ ເພາະຍັງມີຊາວບ້ານຊົນເຜົ່າ ນິຍົມປູກ ແລະສູບຝິ່ນເປັນປະຈໍາຢູ່.
“ກໍບໍ່ນິຍົມແລ້ວ ແຕ່ວ່າມີບາງກຸ່ມນ່າເຂົາລັກປູກ ແບບວ່າ ສ່ວນຫລາຍມັນຈະເປັນຄົນເຜົ່າມົ້ງເນາະ. ປູກເນາະ ມີແຕ່ຢູ່ເຂດນອກເມືອງ ແຖວພູດອຍພຸ້ນ. ເຂົາປູກນ່າ ປູກກະບໍ່ຂາຍດອກ ເຂົາປູກກະເປັນຢາຮັບໃຊ້ຄອບຄົວເຂົາຊື່ໆດອກນ່າ.”
ກ່ຽວກັບເຣື່ອງນີ້ ອົງການສະຫະປະຊາຊາຕ ຕ້ານຢາເສບຕິດ ແລະອາສຍາກັມ ຫລື UNODC ໄດ້ເຜີຍແຜ່ບົດຣາຍງານ “ການສໍາຣວດການປູກຝິ່ນ ໃນເຂດເອເຊັຽຕາເວັນອອກສຽງໃຕ້ ປະຈໍາປີ 2023” ໃນມື້ວັນທີ 12 ທັນວາ 2023 ທີ່ລະບຸວ່າ ເຂດເອເຊັຽຕາເວັນອອກສ່ຽງໃຕ້ ຖືເປັນພາກພື້ນ ທີ່ສໍາຄັນ ໃນການປູກຝິ່ນ ແລະຜລິດເຮໂຣອິນ ມາຕັ້ງແຕ່ອະດີດ ຈົນເຖິງປັດຈຸບັນນີ້.
ສະເພາະ ຢູ່ລາວ ມີພື້ນທີ່ປູກຝິ່ນ ໃນທົ່ວປະເທດ ປະມານ 5,700 ເຮັກຕ້າຣ໌ ຢູ່ໃນ 7 ແຂວງ ຄື ຜົ້ງສາລີ, ຫົວພັນ, ຫລວງພຣະບາງ, ອຸດົມໄຊ, ບໍ່ແກ້ວ, ຊຽງຂວາງ ແລະແຂວງຫລວງນໍ້າທາ ແລະລາວ ກໍຍັງເປັນປະເທດ ທີ່ປູກຝິ່ນຫລາຍເປັນອັນດັບ 3 ຂອງໂລກ ຮອງລົງມາຈາກປະເທດ ອັຟການິສຖານ
ແລະພະມ້າ.
ຣັຖບານລາວ ຖືຝິ່ນ ເປັນຢາເສບຕິດປະເພດນຶ່ງ ທີ່ມີຜົລຮ້າຍຕໍ່ສັງຄົມ ດັ່ງນັ້ນຈຶ່ງເຂັ້ມງວດ ໃນການຕິດຕາມ ກວດກາ ແລະປາບປາມ ການປູກຝິ່ນ ໃນໄລຍະ 10 ປີມານີ້ ໂດຍສະເພາະຢູ່ແຂວງພາກເໜືອ ທີ່ຍັງມີພື້ນທີ່ປູກຝິ່ນຫລາຍ. ເປົ້າໝາຍ ກໍແມ່ນເພື່ອຫລຸດຜ່ອນ ບັນຫາການປູກຝິ່ນໃນລາວ ໂດຍທີ່ຈະແກ້ໄຂບັນຫາຄວາມທຸກຍາກ ໃນເຂດຊົນນະບົດຫ່າງໄກ ດ້ວຍການເຮັດໃຫ້ປະຊາຊົນ ມີອາຊີບ ແລະມີລາຍໄດ້ທີ່ໝັ້ນຄົງ.