ນັກຮຽນ ເມືອງວຽງທອງ ຈັດປາຕີ້ເສບຄອລລາເຈັ້ນ ຖືກສົ່ງໄປບໍາບັດ

ໄຊຍາ
2024.03.25
ນັກຮຽນ ເມືອງວຽງທອງ ຈັດປາຕີ້ເສບຄອລລາເຈັ້ນ ຖືກສົ່ງໄປບໍາບັດ ຮູບໂຕຢ່າງປະກອບ: ຕຳຣວດ ນະຄອນຫຼວງ ຈັບກຸ່ມໄວໜຸ່ມ ມົ້ວສຸມຢາເສບຕິດ.
ນັກຂ່າວ ພົລເມືອງ

ເວລາ 03:20 ໂມງ ຂອງວັນທີ 15 ມີນາ 2024 ທີ່ຜ່ານມານັກຮຽນຊັ້ນມັດທະຍົມປາຍ ຢູ່ເຂດເທດສະບານເມືອງວຽງທອງ ແຂວງບໍລິຄຳໄຊ ຈຳນວນ 13 ຄົນ ໃນນັ້ນເປັນຍີງ 4 ຄົນຖືກນຳໄປບໍາບັດຢູ່ສູນໜອງດົງພາຍຫຼັງປາຕີ້ເປີດເພັງດັງເກີນຂອບເຂດກາຍເວລາ ແລະ ມົ້ວສຸມສູບຢາສູບໄຟຟ້າແລະກີນກາເຟຄອລລາເຈັນ.

ດັ່ງເຈົ້າໜ້າທີ່ທີ່ກ່ຽວຂ້ອງ ແຂວງບໍລິຄຳໄຊ ທ່ານກ່າວຕໍ່ວິທະຍຸເອເຊັຍເສລີ ວັນທີ 20 ມີນາ ນີ້ວ່າ.

“ສ່ວນຫຼາຍກໍຢູ່ຊ່ວງໄວລຸ້ນເນາະປະມານ 14-15 ປີປະມານ ມ.4 ມ.5 ມ.6 ນີ້ແຫຼະກໍສ່ວນຫຼາຍກໍຢູ່ໂຮງຮຽນດຽວນີ້ເນາະແຕ່ກໍເຂົາກໍໄປຊຸມຢູ່ແຖວເຮືອນຂອງພີ່ນ້ອງເຂົາຫຼັງຈາກນັ້ນຄົນດັ່ງກ່າວກໍສົ່ງແຂວງແລ້ວເອີຄອລລາເຈນນີ້ ມັນກໍມີສ່ວນປະສົມຂອງຢາເສບຕິດປະເພດຄອລລາເຈນ ຢາສູບໄຟຟ້າກາເຟມັນກໍຕິດພັນກັບຢາເສບຕິດ. ເຈົ້າໜ້າທີ່ໂຄສະນາຢູ່ແຕ່ຄົນຄົນມັນລັກເຮັດຄືໂຕຢ່າງ.

ໜັງສືພີມລາວພັດທະນາລາຍງານເມື່ອວັນທີ 11 ພຶດສະພາ 2023 ທີ່ຜ່ານມາສະເພາະກາເຟ ແລະ ຄອລລາເຈັນປະສົມຢາເສບຕິດຫຼາຍຊະນິດປະກອບດ້ວຍຢາອີ, Methamphetamine ແລະ ຢາທີ່ອອກລິດຕໍ່ຈິດປະສາດ. ຖ້າກີນແລ້ວຈະມ່ວນໄດ້ໝົດ ຄືນສາຍປາຕີ້ກໍາລັງນິຍົມແຕ່ມີຜົນຮ້າຍຕໍ່ສຸຂະພາບເຖີງຂັ້ນເສັຍຊີວິດ. ສ່ວນເຈົ້າໜ້າທີ່ທີ່ກ່ຽວຂ້ອງແຂວງບໍລິຄຳໄຊອີກທ່ານໜຶ່ງກ່າວວ່າກາເຟແລະຄອລລາເຈັນເປັນຢາເສບຕິດປະເພດໃໝ່ແລະເປັນຢາເສບຕິດທີ່ໃຫ້ໂທດຈຶ່ງມີຄຳສັ່ງຈາກຂັ້ນເທີງໃຫ້ປາບປາມ.

ດັ່ງທ່ານກ່າວວ່າ.

“ມັນກໍ່ໃຫ້ໂທດມັນມີຢາເສບຕິດຈໍານວນໜຶ່ງປົນຫັ້ນນ່າມັນເປັນຜະລິດອອກມາໃໝ່ຍັງບໍ່ໄດ້ບັນຈຸເຂົ້າໃນກົດໝາຍແຕ່ມີຄຳສັ່ງມັນທຽບເທົ່າກັບຢາເສບຕິດ.

ທ່ານກ່າວຕື່ມວ່າສ່ວນນໍ້າສະຕຣີງ 2 ຂວດທີ່ກຸ່ມນັກຮຽນນໍາມາປາຕີ້ນັ້ນ, ມັນບໍ່ໄດ້ເປັນຢາເສບຕິດແຕ່ມັນເປັນເຄື່ອງດື່ມຊູກຳລັງທີ່ນັກຮຽນນຳມາປະສົມຄອລລາເຈັນ, ຈຶ່ງໄດ້ຢຶດທັງນໍ້າສະຕຣິງປະສົມຄອລລາເຈັ້ນ 2 ຂວດ, ຊອງກາເຟຄອລລາເຈັ້ນແລະຕູ້ລຳໂພງພ້ອມດອກໄຟແສງສີເພື່ອນໍາໄປສືບສວນ-ສອບສວນ.

ສ່ວນເຈົ້າໜ້າທີ່ແຂວງບໍລິຄໍາໄຊ ທີ່ກ່ຽວຂ້ອງທີ່ໄດ້ຈັດສົ່ງນັກຮຽນທັງໝົດໄປທີ່ສູນບໍາບັດຢູ່ສູນໜອງດົງກໍໄດ້ກ່າວວ່າ. ການກະທຳດັ່ງກ່າວແມ່ນເຮັດໃຫ້ເປັນບົດຮຽນເພື່ອໃຫ້ກຸ່ມນັກຮຽນຢ້ານເພື່ອບໍ່ໃຫ້ເຮັດຜິດຄັ້ງຕໍ່ໄປອີກ.

“ໝາຍຄວາມວ່າເອົາໄປແລ້ວກໍສົ່ງຂື້ນມາໄປໃຫ້ຮູ້ໃຫ້ເຂົາຢ້ານສື່ໆ ບໍ່ແມ່ນເອົາໄປເລີຍເດ້ເຮັດຄືເຮັດຈິງເປັນບົດຮຽນໃຫ້ເຂົາຢ້ານສື່ ໆ ນ່າບໍ່ແມ່ນວ່າເອົາໄປແລ້ວເອົາໄປຂັງຄຸກ ບໍ່ແມ່ນເອົາໄປແລ້ວໃຫ້ເຂົາຮູ້ຢ້ານພໍເຮັດໃຫ້ເດັກນ້ອຍມັນຢ້ານສື່ໆ ເດ້ ບໍ່ໃຫ້ມັນຫຼົງຜິດຕໍ່ໄປເດ້.

ດ້ານຜູ້ປົກຄອງນັກຮຽນຈາກເມືອງວຽງທອງກ່າວວ່າພໍ່ແມ່ຜູ້ປົກຄອງຂອງນັກຮຽນສ່ວນຫຼາຍຈະບໍ່ຮູ້ວ່າລູກມົ້ວສຸມຢາເສບຕິດ ບາງຄົນຄິດວ່າລູກກີນພຽງແຕ່ເຫຼົ້າເບັຍກັນສື່ໆ ບໍ່ຮູ້ວ່າຄອລລາເຈັ້ນຫຼືກາເຟທີ່ຊອງເປັນສີບົວແລະສີອື່ນ ໆ ຈະເປັນສານເສບຕິດແຕ່ຄິດວ່າເປັນເຄື້ອງດື່ມຊູ ກຳລັງ.

ດັ່ງທ່ານກ່າວວ່າ.

“ບໍ່ຮູ້ສ່ວນຫຼາຍລະແມ່ນບໍ່ຮູ້ເພາະວ່າລູກຫຼານກໍໄປນໍາສັງຄົມແມ່ນຫຍັງແລ້ວສ່ວນຫຼາຍໄກຫູໄກຕາພໍ່ແມ່ກໍຈັ່ງເຮັດຫັ້ນນ່າພໍ່ແມ່ບາງຄົນກໍບໍ່ຮູ້ຊໍ້າວ່າເຂົາເຈົ້າກີນຫຍັງຫັ້ນນ່າບາງເທື່ອກໍບໍ່ຮູ້ຊໍ້າມີແຕ່ກີນເຫຼົ້າກີນເບັຍກີນຫຍັງສື່ໆ ບໍ່ຮູ້ວ່າມີອີ່ຫຍັງເໜືອຈາກຫັ້ນບາງ ເທື່ອຄອລລາເຈັ້ນມັນກໍເປັນສີບົວສີຫຍັງເພິ່ນກໍຄິດວ່າເປັນເຄື່ອງດື່ມຊູກຳລັງລອກກຳລັງໄປແມ່ນຫຍັງຊັ້ນນ່າ.

 ຜູ້ປົກຄອງນັກຮຽນຍານາງກ່າວວ່າກຸ່ມນັກຮຽນຊັ້ນມັດທະຍົມປາຍຈໍານວນໜຶ່ງຢູ່ເມືອງວຽງທອງຈະມີປາຕີ້ມົ້ວສຸມຢາເສບຕິດກັນຫຼາຍຍ້ອນພວກເຂົາເຈົ້າບໍ່ຟັງຄວາມຜູ້ໃຫຍ່ແຕ່ຖ້າບ້ານ ໃດມີເຈົ້າໜ້າທີ່ກວດກາຕັກເຕືອນຈະບໍ່ມີປະກົດການດັ່ງກ່າວໃຫ້ເຫັນ.

ດັ່ງຍານາງກ່າວໃນມື້ດຽວກັນວ່າ.

“ຄໍາເກີດກໍຫຼາຍວຽງທອງຢາກຂ້ອນຂ້າງຢາກວ່າຫຼາຍຢູ່ເດ້ສ່ວນຫຼາຍເຂົາຄິດຢາກຫຼີ້ນກີນຊຸມແຊວກັນແລ້ວເຂົາກໍເອົາມາເສບມາກີນຫັ້ນນ່າ, ຮູ້ແຕ່ວ່າເຂົາບອກກໍບໍ່ຟັງຈັ້ງຊິນ່າຫຼາຍຄົນກໍຊອກອີ່ຫຍັງຈັ່ງຊິນ່າເຂົາກໍບໍ່ຢ້ານຖ້າເຂົາບໍ່ເຈິກັບໂຕເອັງເຂົາຄິດວ່າເປັນເລື່ອງປົກກະຕິພວກໄວລຸ້ນຫັ້ນນ່າສ່ວນຫຼາຍເຂົາເຈົ້າກໍຕັກເຕືອນຄືແຖວບ້ານເຮົານີ້ສົບນານີ້ເຄີຍກີນແລ້ວບ້ານກໍໄລ່ເດ້ດຽວນີ້ກໍມິດມິດໄປຫຼາຍແລ້ວ.

 ວັນທີ 18 ມີນາ 2024 ແມ່ນຍິງລາວອາຍຸ 18 ປີ ຈາກແຂວງສາລະວັນກີນຄອລລາເຈັ້ນແລ້ວຊ໊ອກເສັຍຊີວິດຢູ່ບ້ານນາດູ່ ເມືອງລະຄອນເພັງ ແຂວງສາລະວັນ. ວັນທີ 29 ຕຸລາ 2023 ເກີດເຫດແມ່ຍີງ ບ້ານໂພນສະຫວ່າງ ນະຄອນໄກສອນພົມວິຫານ ແຂວງສະຫວັນນະເຂດກີນຄອລລາເຈັ້ນແລ້ວຊ໊ອກຖືກສົ່ງໄປໂຮງໝໍ. ວັນທີ 06 ເມສາ 2023 ມີຜູ້ເຄາະຮ້າຍເປັນເພດຊາຍກີນນໍ້າໃບກະທ້ອມ, ຄອລລາເຈັ້ນ ແລະ ກາເຟມ່ວນຈົນໄດ້ຖືກສົ່ງໄປໂຮງໝໍແຂວງສະຫວັນນະເຂດ.

ອອກຄວາມເຫັນ

ອອກຄວາມ​ເຫັນຂອງ​ທ່ານ​ດ້ວຍ​ການ​ເຕີມ​ຂໍ້​ມູນ​ໃສ່​ໃນ​ຟອມຣ໌ຢູ່​ດ້ານ​ລຸ່ມ​ນີ້. ວາມ​ເຫັນ​ທັງໝົດ ຕ້ອງ​ໄດ້​ຖືກ ​ອະນຸມັດ ຈາກຜູ້ ກວດກາ ເພື່ອຄວາມ​ເໝາະສົມ​ ຈຶ່ງ​ນໍາ​ມາ​ອອກ​ໄດ້ ທັງ​ໃຫ້ສອດຄ່ອງ ກັບ ເງື່ອນໄຂ ການນຳໃຊ້ ຂອງ ​ວິທຍຸ​ເອ​ເຊັຍ​ເສຣີ. ຄວາມ​ເຫັນ​ທັງໝົດ ຈະ​ບໍ່ປາກົດອອກ ໃຫ້​ເຫັນ​ພ້ອມ​ບາດ​ໂລດ. ວິທຍຸ​ເອ​ເຊັຍ​ເສຣີ ບໍ່ມີສ່ວນຮູ້ເຫັນ ຫຼືຮັບຜິດຊອບ ​​ໃນ​​ຂໍ້​ມູນ​ເນື້ອ​ຄວາມ ທີ່ນໍາມາອອກ.