ຜູ້ທີ່ສົງໄສຕິດເຊື້ອ ພະຍາດໄຂ້ເລືອດດໍາ ຢູ່ພາກໃຕ້ຂອງລາວເພີ່ມຂຶ້ນ

ຈຳປາທອງ
2024.03.29
ຜູ້ທີ່ສົງໄສຕິດເຊື້ອ ພະຍາດໄຂ້ເລືອດດໍາ ຢູ່ພາກໃຕ້ຂອງລາວເພີ່ມຂຶ້ນ ຄົນເຈັບນອນໂຮງໝໍ ແຫ່ງນຶ່ງໃນ ສປປ ລາວ. ເດືອນທັນວາ ປີ 2023.
ນັກຂ່າວ ພົລເມືອງ

ສະເພາະໃນເດືອນມີນານີ້ ຢູ່ປະເທດລາວ ກວດພົບກໍລະນີສົງໄສ ເປັນພະຍາດໄຂ້ເລືອດດໍາ ຈໍານວນ 65 ຄົນ. ໃນນັ້ນ ຢູ່ແຂວງຈໍາປາສັກ ມີ 54 ກໍລະນີ ຄືເມືອງຈໍາປາສັກ ມີ 52 ກໍລະນີ ແລະເມືອງສຸຂຸມາ ມີ 2 ກໍລະນີ ແລະຢູ່ 2 ບ້ານ ຂອງເມືອງຄົງເຊໂດນ ແຂວງສາລະວັນ 11 ກໍລະນີ, ອີງຕາມການລາຍງານຂອງ ດຣ. ລັດຕະນະໄຊ ເພັດສຸວັນ ຫົວໜ້າກົມຄວບຄຸມພະຍາດຕິດຕໍ່ ກະຊວງສາທາລະນະສຸກ ຜ່ານທາງວິທະຍຸກະຈາຍສຽງແຫ່ງຊາດ ໃນວັນທີ 25 ມີນາ ນີ້. ແຕ່ລ່າສຸດ ໜັງສືພິມລາວພັທນາ ລາຍງານວ່າ ມີຜູ້ສົງໄສຕິດເຊື້ອພະຍາດນີ້ 78 ຄົນ.

ໃນກອງປະຊຸມຮ່ວມກັນ ລະຫວ່າງພາກສ່ວນທີ່ກ່ຽວຂ້ອງ ແຂວງຈໍາປາສັກ ແລະແຂວງສາລະວັນ ໄດ້ເວົ້າເຖິງການກວດພົບຜູ້ຕິດເຊື້ອ ມາແຕ່ອາທິດທີ່ແລ້ວ ແຕ່ຍັງບໍ່ຮູ້ສາເຫດວ່າ ເຊື້ອພະຍາດນັ້ນແຜ່ກະຈາຍອອກໄປໄດ້ແນວໃດ. ເຊື້ອພະຍາດນີ້ຍັງບໍ່ຮ້າຍແຮງ, ຍັງບໍ່ມີຜູ້ໃດເສຍຊີວິດຍ້ອນ, ທຸກຄົນທີ່ຕິດເຊື້ອ ປິ່ນ ປົວຫລາຍໝົດແລ້ວ. ເຈົ້າໜ້າທີ່ຜະແນກກະສິກໍາ ແລະປ່າໄມ້ ແຂວງຈໍາປາສັກທ່ານນຶ່ງ ກ່າວຕໍ່ວິທະຍຸເອເຊັຍເສຣີ ໃນວັນທີ 29 ມີນານີ້ວ່າ ແຂວງສາລະວັນ ມີຄົນຕິດເຊື້ອພະຍາດນີ້ມາຕັ້ງແຕ່ອາທິດທີ່ແລ້ວ, ເຈົ້າໜ້າທີ່ທີ່ກ່ຽວຂ້ອງ ໃນເຂດທີ່ພະຍາດລະບາດ ຍັງເຝົ້າລະວັງຢ່າງເຂັ້ມງວດ, ຫ້າມບໍ່ໃຫ້ເຄື່ອນຍ້າຍສັດ ແລະຊິ້ນສ່ວນສັດ ອອກ ຈາກເຂດທີ່ພະຍາດລະບາດເດັດຂາດ, ຖ້າຜູ້ໃດຝ່າຝືນ ຈະຖືກຈັບທັນທີ ດັ່ງທີ່

ທ່ານກ່າວວ່າ:

ສາລະວັນ ກໍຕິດຕັ້ງແຕ່ອາທິດທີ່ແລ້ວພຸ້ນ ທາງຜະແນກສາທາເພີ່ນກໍເວົ້າວ່າ ມັນຢູ່ໃນລະດັບປານກາງ ຜູ້ທີ່ຕິດບໍ່ໄດ້ເສັຍຊີວິດຈັກຄົນ ກໍຖືວ່າປົວດີໝົດ ຜູ້ໃຫຍ່ເພີ່ນກໍແຈ້ງການເຝົ້າລະວັງໝົດ ທົ່ວປະເທດຫັ້ນແຫລະ ຖ້າວ່າເຄື່ອນຍ້າຍສັດອອກຈາກເຂດທີ່ມີການລະບາດ ຖ້າພົບເຫັນການເຄື່ອນຍ້າຍ ບໍ່ວ່າແຕ່ສັດເປັນ ຫລືວ່າຊິ້ນສ່ວນສັດ ເພີ່ນກໍໃຫ້ສັ່ງຈັບເຂົ້າຄຸກໂລດດຽວນີ້.

ທ່ານກ່າວຕື່ມວ່າ ທາງການທີ່ກ່ຽວຂ້ອງຂອງແຂວງຈໍາປາສັກ ແລະແຂວງສາລະວັນ ໄດ້ປະຊຸມຮ່ວມກັນກັບທາງການທີ່ກ່ຽວຂ້ອງຂອງແຂວງອຸບົນຂອງໄທ ໃນມື້ວັນທີ 28 ມີນານີ້. ທາງຝ່າຍໄທກໍໄດ້ເຝົ້າລະວັງເລື່ອງການລະບາດ ຂອງເຊື້ອພະຍາດໄຂ້ເລືອດດໍານີ້ ແລະໃນເບື້ອງຕົ້ນ ທາງຝ່າຍໄທກໍໄດ້ໃຫ້ຢາຂ້າເຊື້ອຈໍານວນນຶ່ງແກ່ລາວ.

ພວກເຮົາກໍມີ ແຂວງຄູ່ຂະໜານກໍຄືຈໍາປາສັກ ອຸບົນ ແຂວງສາລະວັນກໍເປັນແຂວງຄູ່ຂະໜານກັບອຸບົນຄືກັນ ມື້ວານກໍໄປຮ່ວມປະຊຸມນໍາກັນຢູ່ ທີ່ດ່ານຊ່່ອງເມັກ ກັບປະສຸສັດໄທນໍ ເຮົາເຝົ້າລະວັງກັນຢູ່ ແລ້ວເພີ່ນກໍໄດ້ມອບຢາຂ້າເຊື້ອຈໍານວນນຶ່ງ ມາໃຫ້ທາງພວກເຮົານີ້ ເພື່ອເອົາລົງໄປແຈກຢາຍໃຫ້ເຂດທີ່ວ່າສັດຕາຍແລ້ວ ເອົາໄປສີດໄປປົນໄປຂ້າເຊື້ອ.

ຕັ້ງແຕ່ຕົ້ນເດືອນມີນາມານີ້ ຢູ່ເມືອງຈໍາປາສັກ ພະຍາດໄຂ້ເລືອດດໍາ ລະບາດຢູ່ 3 ບ້ານ ຄືບ້ານໃໝ່ກາງ, ບ້ານຈິກທາງໂງ ແລະບ້ານໜອງຫີນ ແລະຢູ່ເມືອງສຸຂຸມາ ລະບາດຢູ່ 6 ບ້ານ ຊຶ່ງໃນນັ້ນ ຮວມທັງບ້ານຈານ, ບ້ານກົງກຽນ, ບ້ານກຸດຕະບູນ, ບ້ານສຸຂຸມາ, ບ້ານໂນນຄຸ້ມ.

ເພື່ອປ້ອງກັນການລະບາດຂອງພະຍາດດັ່ງກ່າວ ສໍາລັບຢູ່ປະເທດໄທ ນາຍແພດ ໂອພາດ ການກະວິນພົງ ປະລັດກະະຊວງສາທາລະນະສຸກຂອງໄທ ໄດ້ປະກາດແຈ້ງເຕືອນ ໃນວັນທີ 27 ມີນານີ້ ໃຫ້ປະຊາຊົນໄທ ເຝົ້າລະວັງກ່ຽວກັບພະຍາດໄຂ້ເລືອດດໍາ ຫລື ແອນແທຣັກ ທີ່ສາມາດຕິດຈາກສັດ ສູ່ຄົນໄດ້, ເມື່ອສັງເກດເຫັນອາການສັດລ້ຽງ ງົວ ຄວາຍ ທີ່ຕາຍຜິດປົກກະຕິ  ໃຫ້ແຈ້ງເຈົ້າໜ້າທີ່ທີ່ກ່ຽວຂ້ອງໄປກວດກາ ແລະຫ້າມສໍາຜັດ, ເຄື່ອນຍ້າຍ ຫລືນໍາໄປກິນເດັດຂາດ, ຖ້າຜູ້ໃດໄດ້ສໍາຜັດ ແລະມີອາການຜິດປົກກະຕິ ໃຫ້ຟ້າວໄປພົບແພດໝໍດ່ວນ.

ແລະກົມຄວບຄຸມໂລກ ກະຊວງສາທາລະນະສຸກຂອງໄທ ກໍໄດ້ສັ່ງໃຫ້ເຈົ້າໜ້າທີ່ທີ່ກ່ຽວຂ້ອງ ຢູ່ແຂວງທີ່ຕິດກັບປະເທດລາວ ເຝົ້າລະວັງຢ່າງເຂັ້ມງວດ, ບໍ່ໃຫ້ນໍາ ງົວ ຄວາຍ ເຂົ້າມາ ແລະມາເຖິງຂະນະນີ້ ກໍຍັງບໍ່ມີຜູ້ປ່ວຍເປັນພະຍາດໄຂ້ເລືອດດໍາ ດັ່ງເຈົ້າໜ້າທີ່ກົມທ່ານນຶ່ງກ່າວວ່າ:

(ພາສາໄທຍ) ທີ່ເຮົາຍັງບໍ່ພົບຜູ້ປ່ວຍ ແຕ່ໝາຍເຖິງວ່າ ສະຖານະການ ນະຕອນນີ້ ກໍຄືພື້ນທີ່ ແຖບຊາຍແດນ ຢ່າງປະເທດລາວ ມີຜູ້ປ່ວຍຢູ່ແລ້ວ ແລ້ວກໍຕິດກັບຊາຍແດນ ປະເທດໄທ ກໍເລີຍໃຫ້ເຝົ້າລະວັງໄວ້ ມີການປະຊາສໍາພັນທົ່ວປະເທດ ຕ້ອງສັງເກດອາການຂອງສັດລ້ຽງ ທາງກອງດ່ານຂອງປະສຸສັດ ມີການຄັດກອງພວກສັດ ທີ່ນໍາເຂົ້າ ຄືກໍລະນີ ທີ່ລັກລອບນໍາເຂົ້າມາ ເມື່ອກວດພົບ ກໍຕ້ອງທໍາລາຍຖິ້ມ.”

ກ່ຽວກັບຂ່າວດັ່ງກ່າວ ຊາວບ້ານຢູ່ແຂວງອຸບົນ ທີ່ຕິດກັບແຂວງຈໍາປາສັກ ແລະແຂວງສາລະວັນ ຈໍານວນນຶ່ງກໍຮູ້ແລ້ວ ແຕ່ກໍມີຈໍານວນນຶ່ງຍັງບໍ່ທັນຮູ້.

ຊາວບ້ານນາງນຶ່ງ ຢູ່ແຂວງອຸບົນ ທີ່ບໍ່ມີການລະບາດຂອງພະຍາດໄຂ້ເລືອດດໍາ ເວົ້າວ່າ ຍັງມີການຊື້-ຂາຍຊີ້ນງົວ ຊີ້ນຄວາຍ ປົກກະຕິຢູ່, ແຕ່ຫລາຍຄົນກໍຢ້ານ, ລະວັງ ບໍ່ກິນຊີ້ນດິບ.

(ພາສາໄທຍອີສານ) “ບໍ່ທັນມີ ກໍຍັງກິນຢູ່ ເພີ່ນກໍຂາຍຊີ້ນ ປົກກະຕິຢູ່ ກະຢ້ານຢູ່ ກະຢູ່ຫ່າງໆໂລກ ມີເຊື້ອບໍ່ກິນ.”     

ແລະປະຊາຊົນຢູ່ແຂວງດຽວກັນນີ້ນາງນຶ່ງ ກໍເວົ້າວ່າ ປັດຈຸບັນ ຢູ່ແຂວງອຸບົນ

ຍັງບໍ່ມີເຊື້ອພະຍາດໄຂ້ເລືອດດໍາ ໃນງົວ ໃນຄວາຍເທື່ອ, ງົວ ຄວາຍໃນຄອກຂອງນາງ ກໍປົກກະຕິຢູ່. ແຕ່ເມື່ອຮູ້ຂ່າວແລ້ວ ກໍຢ້ານ, ໄດ້ລະວັງ

(ພາສາໄທຍອີສານ) “ຄືຕອນນີ້ ຢູ່ຄອກກໍຍັງປົກກະຕິຢູ່ ບໍ່ໄດ້ຍິນຂ່າວວ່າ ມີເຊື້ອຢູ່ແຖວອຸບັນນີ້ ແຕ່ກໍຢ້ານເປັນທໍາມະດາ ບໍ່ກິນຊີ້ນດິບຢູ່ແລ້ວ.”  

ປັດຈຸບັນ ປະຊາຊົນ ທີ່ຢູ່ໃນເຂດລະບາດຂອງພະຍາດ ຢູ່ເມືອງຈໍາປາສັກແລະເມືອງສຸຂຸມາ ແຂວງຈໍາປາສັກ ແລະຢູ່ເມືອງຄົງເຊໂດນ ແຂວງສາລະວັນ ລະມັດລະວັງ, ປະຕິບັດຕາມການແຈ້ງເຕືອນ ຂອງທາງການ ຢ່າງເຄັ່ງຄັດ.

ແຕ່ເຖິງຢ່າງໃດກໍຕາມ ມາເຖິງປັດຈຸບັນ ກົມຄວບຄຸມພະຍາດຕິດຕໍ່ ກະຊວງສາທາລະນະສຸກຂອງລາວ ກໍຍັງບໍ່ຮູ້ວ່າ ສັດທີ່ຕາຍ ຊຶ່ງໄດ້ນໍາເອົາຕົວຢ່າງໄປວິເຄາະຫາເຊື້ອພະຍາດນັ້ນ ວ່າຕາຍຍ້ອນພະຍາດໄຂ້ເລືອດດໍາ ຫລືບໍ່, ແຕ່ກໍຍັງບໍ່ທັນຮູ້, ມີພຽງແຕ່ສົງໄສເທົ່ານັ້ນ ເພາະລັກສະນະອາການຕ່າງໆ ຂອງສັດຕາຍ ແລະຄົນທີ່ຕິດເຊື້ອ ຈາກສັດນັ້ນ ຄ້າຍຄືກັນຫລາຍ.

ອີງຕາມການລາຍງານຂອງ ດຣ. ລັດຕະນະໄຊ ໃນວັນທີ 25 ມີນານີ້, ປີ 2009 ປະເທດລາວ ມີການລະບາດຂອງພະຍາດໄຂ້ເລືອດດໍາ ຢູ່ 3 ບ້ານ ໃນເມືອງສາລະວັນ ແຂວງສາລະວັນ ແລະປີ 2010 ກໍລະບາດຢູ່ 3 ບ້ານອື່ນທີ່ຢູ່ໃນເມືອງດຽວກັນນີ້ ແລະມີກໍລະນີສົງໄສ 18 ຄົນ, ບໍ່ມີຜູ້ໃດເສັຍຊີວິດ, ປີ 2011 ລະບາດຢູ່ບ້ານຂ້ອຍນາງ  ເມືອງດຽວກັນນີ້, ມີຜູ້ຕິດເຊື້ອ 12 ຄົນ, ເສັຍຊີວິດ 1 ຄົນ, ປີ 2022 ມີຜູ້ຖືກສົງໄສເປັນພະຍາດໄຂ້ເລືອດດໍາ ຢູ່ເມືອງຄົງເຊໂດນ ແຂວງສາລະວັນ 1 ຄົນ, ບໍ່ເສັຍຊີວິດ ແລະປີ 2023 ຢູ່ເມືອງດຽວກັນນີ້ ກໍມີຜູ້ຖືກສົງໄສເປັນພະຍາດໄຂ້ເລືອດດໍາ 4 ຄົນ ແລະໃນເດືອນມັງກອນ 2024 ນີ້ ກໍມີຜູ້ຖືກສົງໄສເປັນພະຍາດນີ້ 16 ຄົນ ຢູ່ບ້ານ ພູດາວແຈ້ງ ແຂວງສາລະວັນ.

ອອກຄວາມເຫັນ

ອອກຄວາມ​ເຫັນຂອງ​ທ່ານ​ດ້ວຍ​ການ​ເຕີມ​ຂໍ້​ມູນ​ໃສ່​ໃນ​ຟອມຣ໌ຢູ່​ດ້ານ​ລຸ່ມ​ນີ້. ວາມ​ເຫັນ​ທັງໝົດ ຕ້ອງ​ໄດ້​ຖືກ ​ອະນຸມັດ ຈາກຜູ້ ກວດກາ ເພື່ອຄວາມ​ເໝາະສົມ​ ຈຶ່ງ​ນໍາ​ມາ​ອອກ​ໄດ້ ທັງ​ໃຫ້ສອດຄ່ອງ ກັບ ເງື່ອນໄຂ ການນຳໃຊ້ ຂອງ ​ວິທຍຸ​ເອ​ເຊັຍ​ເສຣີ. ຄວາມ​ເຫັນ​ທັງໝົດ ຈະ​ບໍ່ປາກົດອອກ ໃຫ້​ເຫັນ​ພ້ອມ​ບາດ​ໂລດ. ວິທຍຸ​ເອ​ເຊັຍ​ເສຣີ ບໍ່ມີສ່ວນຮູ້ເຫັນ ຫຼືຮັບຜິດຊອບ ​​ໃນ​​ຂໍ້​ມູນ​ເນື້ອ​ຄວາມ ທີ່ນໍາມາອອກ.