ຢູ່ແຂວງຈຳປາສັກ ມີຜູ້ຕິດເຊື້ອພະຍາດໄຂ້ເລືອດດຳ ເຖິງ 54 ຄົນ

ຈຳປາທອງ
2024.03.25
ຢູ່ແຂວງຈຳປາສັກ ມີຜູ້ຕິດເຊື້ອພະຍາດໄຂ້ເລືອດດຳ ເຖິງ 54 ຄົນ ອາການຂອງຜູ້ທີ່ກິນຊີ້ນງົວ ຕາຍໂດຍບໍ່ຮູ້ສາເຫດ ຢູ່ເມືອງສຸຂຸມາ ແຂວງຈຳປາສັກ. ເດືອນມີນາ ປີ 2024.
Courtesy Photo

ກົມຄວບຄຸມພະຍາດຕິດຕໍ່, ກະຊວງສາທາຣະນະສຸຂ ຂອງລາວ ໄດ້ອອກແຈ້ງການໃນວັນທີ 20 ມີນາ ນີ້ວ່າ ໃນໄລຍະຕົ້ນເດືອນມີນານີ້ ມີຣາຍງານພົບກໍຣະນີສົງໄສ ພະຍາດໄຂ້ເລືອດດຳ ຫຼື ແອນແທຣັກຊ໌ ຕິດແປດ ຈາກສັດສູ່ຄົນ ຢູ່ 10 ບ້ານ ຂອງເມືອງສຸຂຸມາ ແລະເມືອງຈຳປາສັກ ແຂວງຈຳປາສັກ ທັງໝົດ 54 ຄົນ ຄືເພີ່ມຂື້ນຈາກກາງເດືອນດຽວກັນນີ້ ທີ່ມີຄົນຕິດ 14 ຄົນ, ແຕ່ບໍ່ມີຜູ້ ໃດເສັຽຊີວິດ.

ການຣະບາດຂອງພະຍາດດັ່ງກ່າວ  ແມ່ນເກີດຂື້ນ ຍ້ອນຄົນທີ່ໄດ້ຄົວຊີ້ນງົວ ທີ່ຕາຍຍ້ອນພະຍາດນັ້ນ ໄປກິນ.

ຣາຍງານເວົ້າວ່າ ຜູ້ຕິດເຊື້ອພະຍາດໄຂ້ເລືອດດຳ ທີ່ວ່ານັ້ນ ເປັນຈໍານວນຫຼາຍທີ່ສຸດ ເທົ່າທີ່ເຄີຍມີມາ ຢູ່ປະເທດລາວ.

ກ່ຽວກັບເຣື່ອງທີ່ວ່ານີ້, ຜູ້ປະກອບການຮ້ານອາຫານ ນາງນຶ່ງ ຢູ່ເມືອງຈຳປາສັກ  ໄດ້ກ່າວຕໍ່ວິທຍຸເອເຊັຽເສຣີ ໃນມື້ວັນທີ 25 ມີນານີ້ວ່າ: ການແຜ່ຣະບາດ ຂອງພະຍາດໄຂ້ເລືອດດຳ ຈາກສັດສູ່ຄົນ ຢູ່ໃນສອງເມືອງນີ້ ເຮັດໃຫ້ຊາວບ້ານ ແລະ ຜູ້ປະກອບການຮ້ານອາຫານ ຕ້ອງໄດ້ລະມັດລະວັງ, ງົດການບໍຣິໂພກ ແລະຈຳ ໜ່າຍອາຫານ ທີ່ມີຊີ້ນງົວເປັນສ່ວນປະກອບທັງໝົດ ຕາມແຈ້ງການ ທີ່ເມືອງວາງອອກ ແຕ່ຮ້ານອາຫານກໍເປີດປົກກະຕິຢູ່.

“ແມ່ນຢູ່ວ່າພະຍາດເລືອດດຳໄຂ້ຣະບາດ ແຕ່ວ່າຮ້ານອາຫານເພິ່ນກະເປີດປົກກະຕິ ແຕ່ວ່າເຮົາບໍ່ໄດ້ຂາຍແຕ່ປະເພດສັດທີ່ເພິ່ນຫ້າມຫັ້ນນ່າ ຊີ້ນດິບ ປະເພດຊີ້ນງົວບໍ່ເຈົ້າ. ແມ່ນ, ມີແຕ່ປາຫັ້ນແຫຼະ ສ່ວນໃຫຍ່ກະຈະແມ່ນອາຫານຕ່າງປະເທດໂຕນີ້.”

ເຈົ້າໜ້າທີ່ໂຮງໝໍນ້ອຍ ຢູ່ເຂດໂນນຍາງ ເມືອງສຸຂຸມາ ຜູ້ບໍ່ປະສົງອອກຊື່ແລະຕຳແໜ່ງ ທ່ານນຶ່ງກ່າວວ່າ: ໃນປັດຈຸບັນ ຢູ່ໂຮງໝໍຂອງທ່ານ ຍັງບໍ່ມີຄົນຕິດເຊື້ອພະຍາດໄຂ້ເລືອດດຳ ເຂົ້າມາຮັກສາປິ່ນປົວ, ມີແຕ່ນອນປິ່ນປົວ ຢູ່ໂຮງໝໍເມືອງ ແຕ່ກໍບໍ່ຫລາຍຄົນພໍເທົ່າໃດ.

“ບໍ່, ບໍ່ມີ. ແມ່ນ ຢູ່ເມືອງກະບໍ່ຫຼາຍປານໃດ. ແຕ່ວ່າຢູ່ໂນນຍາງຍັງບໍ່ເຫັນ ບໍ່ພົບພໍ້ກໍຣະນີ.”

ແລະເຈົ້າໜ້າທີ່ທີ່ກ່ຽວຂ້ອງ ທ່ານນຶ່ງ ຢູ່ແຂວງຈຳປາສັກ ຊຶ່ງບໍ່ປະສົງອອກຊື່ ແລະຕຳແໜ່ງ ເຊັ່ນດຽວກັນນັ້ນ ກໍກ່າວວ່າ: ຂແນງສາທາຣະນະສຸຂແຂວງ ໄດ້ໄປກວດກາ ແລະໃຫ້ຄຳແນະນຳປະຊາຊົນ ເຣື່ອງສຸຂະສຶກສາ ໃນເຂດເມືອງສຸຂຸມາ ແລະເມືອງຈຳປາສັກ ທີ່ພົບການຣະບາດ ຂອງພະຍາດໄຂ້ເລືອດດຳນັ້ນ ແລ້ວ.

“ໂຕອັ່ນ ພະຍາດໄຂ້ເລືອດດຳນີ້ກະເກີດຢູ່ 2 ເມືອງເນາະ. ມີເມືອງຈຳປາສັກ ແລະກະເມືອງສຸຂຸມາຫັ້ນເນາະ ກະແມ່ນຄວາມຈິງ. ແຕ່ວ່າທາງສຸຂະສຶກສານີ້ ກະໄດ້ລົງ ໄດ້ລົງເຄື່ອນໄຫວ ເຮັດການໂຄສະນາໃຫ້ແກ່ກຸ່ມເປົ້າໝາຍທີ່ສຳຜັດ ແລະກະຄອບຄົວທີ່ວ່າເປັນພະຍາດຫັ້ນນ່າເນາະ. ໄດ້ລົງໄປແລ້ວ ແລະກະມີການໂຄສະນາຜ່ານ ສື່ອອນລາຍນ໌ເນາະ ແລະກະທາງວິທຍຸ ແມ່ນພວກເຮົາໄດ້ເຮັດແລ້ວເນາະ.”

ດຣ. ນັນທະສານ ວັນນະວົງ, ຮອງຫົວໜ້າຜແນກສາທາຣະນະສຸຂ ແຂວງຈຳປາສັກ ໄດ້ກ່າວຕໍ່ສື່ມວນຊົນ ຂອງທາງການແຂວງ ເຖິງບັນຫາໄຂ້ເລືອດດໍາ, ວິທີການຄວບຄຸມ ແລະປ້ອງກັນການລະບາດ ຮວມທັງວ່າ ໃຫ້ຄົນເຈັບ ທີ່ສົງ ໄສວ່າ ຕິດເຊື້ອ ພະຍາດໄຂ້ເລືອດດຳ ຟ້າວມາໂຮງໝໍ ຫຼື ສຸຂສາລາ ເພື່ອຮັກ ສາປິ່ນປົວ ແລະໂອກາດການເສັຽຊີວິດ ກໍຈະໜ້ອຍສຸດ.

“ຖ້າສົມ ມຸດວ່າເຮົາເຈັບເປັນແລ້ວ. ໃຫ້ພະຍາຍາມມາປິ່ນປົວໄວໆ ຢູ່ໂຮງໝໍເນາະ ຫຼືວ່າ ສຸຂສາລາ, ໂຮງໝໍເມືອງ ຫຼືໂຮງໝໍແຂວງກໍດີ. ຄັນວ່າມາໄວ ເຮົາກະຈະເຊົາໄວ. ຢາທີ່ປິ່ນປົວເຮົາກໍຈະມີ. ທີ່ດີຢ່າງນຶ່ງກະຄື ຖ້າໄດ້ຮັບການປິ່ນປົວແລ້ວ ໂອກາດເສັຽຊີວິດກໍຈະໜ້ອຍສຸດ. ຂໍໃຫ້ພໍ່ແມ່ປະຊາຊົນເຮົາ ເຈັບປ່ວຍແລ້ວ ກໍຂໍໃຫ້ມາໂຮງໝໍໄວໆ ຈະດີທີ່ສຸດ.”

ທ່ານກ່າວຕື່ມອີກວ່າ ການຕິດເຊື້ອພະຍາດໄຂ້ເລືອດດຳ ສາມາດຕິດໄດ້ດ້ວຍ 3 ຮູບແບບ ຄື 1. ທາງຜິວໜັງ ຈາກການສຳຜັດ ຈັບບາຍ ແລະຄົວຊີ້ນສັດ ທີ່ຕິດເຊື້ອນັ້ນກິນ, ຈະເຮັດໃຫ້ມີຕຸ່ມສີດຳຂຶ້ນຕາມມື, ຂໍ້ສອກ, ຂາ, ມີອາການໂຕດຳ, ມີໄຂ້, ປວດເມື່ອຍຕາມຕົນໂຕ ຊຶ່ງເປັນອາການ ທີ່ພົບຫຼາຍທີ່ສຸດ, 2. ທາງຣະບົບລະລາຍອາຫານ ເຮັດໃຫ້ເກີດອາການເຈັບກະເພາະ, ຖອກທ້ອງ ແລະ ປວດຮາກ ແລະ 3. ທາງຣະບົບຫາຍໃຈ ທີ່ເກີດຈາກ ການຫາຍໃຈເອົາສະປໍ (spore) ຂອງເຊື້ອພະຍາດ, ເຮັດໃຫ້ເກີດການຕິດເຊື້ອໃນປອດ ຊຶ່ງກໍພົບໜ້ອຍ. ແຕ່ຖ້າຕິດເຊື້ອໃນປອດແລ້ວ ຈະມີໂອກາດເສັຽຊີວິດສູງ.

ແຕ່ພະຍາດໄຂ້ເລືອດດຳ ທີ່ວ່ານີ້ ບໍ່ສາມາດຣະບາດຈາກຄົນສູ່ຄົນໄດ້ ແລະສາມາດປ້ອງກັນໄດ້ ໂດຍການສັກຢາວັກຊີນກັນພະຍາດ ໃຫ້ງົວ ທີ່ຍັງບໍ່ທັນຕິດ ເຊື້ອ. ປະກົດວ່າ ໃນກຸ່ມຜູ້ຊື້-ຂາຍງົວ ທາງສື່ສັງຄົມອອນລາຍນ໌ ໄດ້ຂາຍຢາວັກຊີນກັນພະຍາດທີ່ວ່ານີ້ ໃນລາຄາ ໂດສລະ 140,000 ກີບ.

ເພື່ອຄວບຄຸມ ພະຍາດສັດ ປະເພດງົວ-ຄວາຍ ຍ້ອນມີຊາວບ້ານ ຕິດເຊື້ອພະ ຍາດໄຂ້ເລືອດດຳ ຫ້ອງການກະສິກັມ ແລະປ່າໄມ້ ເມືອງສຸຂຸມາ ກໍໄດ້ອອກແຈ້ງການ ໃນວັນທີ 4 ມີນານີ້ ປະກາດເຂດ ຫ້າມຊື້ສັດ-ຂາຍສັດ, ຫ້າມເຄື່ອນຍ້າຍສັດ ພາຍໃນເມືອງຢ່າງເດັດຂາດ, ຫ້າມໂຮງຂ້າສັດ ແລະ ບ່ອນຂ້າສັດຍ່ອຍ ພາຍໃນເມືອງ ຂ້າງົວ ແລະຄວາຍ, ຫ້າມຄົວງົວ-ຄວາຍທີ່ຕາຍ ແບບບໍ່ຮູ້ສາເຫດເດັດຂາດ ແລະໃຫ້ທຳລາຍຖິ້ມ ດ້ວຍການຈູດເຜົາຢ່າງດຽວ.

ນັບແຕ່ເດືອນມົກກະຣາ ຫາເດືອນມີນາ 2024 ນີ້ ພົບງົວ, ຄວາຍ ແລະແບ້ ຂອງປະຊາຊົນ ຕາຍແບບບໍ່ຮູ້ສາເຫດ ຢູ່ເຂດເມືອງສຸຂຸມາ ແລະເມືອງຈຳປາສັກ

ແຂວງຈຳປາສັກ ທັງໝົດ ຫຼາຍກວ່າ 90 ໂຕແລ້ວ.

ແລະເມື່ອສັປດາທີ່ຜ່ານມາ ກໍໄດ້ມີງົວຕາຍໂດຍບໍ່ຮູ້ສາເຫດ ຢູ່ພາກກາງຂອງລາວ ເປັນຕົ້ນ ໃນວັນທີ 20 ມີນາ ພົບງົວຕາຍ ຢູ່ບ້ານໂພນສະຫວາດ ເມືອງເຟືອງ ແຂວງວຽງຈັນ ແລະໃນວັນທີ 23 ມີນາ ກໍພົບງົວຕາຍ ຢູ່ແຖວທ່າບັກແຄມຂອງ ບ້ານໂພນໄຊ ເມືອງປາກຊັນ ແຂວງບໍຣິຄຳໄຊ.

ອອກຄວາມເຫັນ

ອອກຄວາມ​ເຫັນຂອງ​ທ່ານ​ດ້ວຍ​ການ​ເຕີມ​ຂໍ້​ມູນ​ໃສ່​ໃນ​ຟອມຣ໌ຢູ່​ດ້ານ​ລຸ່ມ​ນີ້. ວາມ​ເຫັນ​ທັງໝົດ ຕ້ອງ​ໄດ້​ຖືກ ​ອະນຸມັດ ຈາກຜູ້ ກວດກາ ເພື່ອຄວາມ​ເໝາະສົມ​ ຈຶ່ງ​ນໍາ​ມາ​ອອກ​ໄດ້ ທັງ​ໃຫ້ສອດຄ່ອງ ກັບ ເງື່ອນໄຂ ການນຳໃຊ້ ຂອງ ​ວິທຍຸ​ເອ​ເຊັຍ​ເສຣີ. ຄວາມ​ເຫັນ​ທັງໝົດ ຈະ​ບໍ່ປາກົດອອກ ໃຫ້​ເຫັນ​ພ້ອມ​ບາດ​ໂລດ. ວິທຍຸ​ເອ​ເຊັຍ​ເສຣີ ບໍ່ມີສ່ວນຮູ້ເຫັນ ຫຼືຮັບຜິດຊອບ ​​ໃນ​​ຂໍ້​ມູນ​ເນື້ອ​ຄວາມ ທີ່ນໍາມາອອກ.