ເຣື້ອງທີ່ເກັບບັນທຶກໄວ້
2024-01-09
ປັດຈຸບັນນີ້ ຊາວບ້ານຢູ່ເຂດອ້ອມແອ້ມ ໃກ້ກັບໂຮງງານຊີມັງ ໃນເມືອງວັງວຽງ ແຂວງວຽງຈັນ ໃນເຂດບ້ານຂັນໝາກ, ບ້ານໂພນຊູ ຍັງໄດ້ຮັບຜົລກະທົບ ໃນເຣື່ອງມົລພິດທາງອາກາດ ໂດຍສະເພາະ ຂີ້ຝຸ່ນ ຈາກຣົຖບັນທຸກ ໃນການຂົນຫິນ-ຊາຍຕ່າງໆ ເຂົ້າ-ອອກໂຮງງານ.
2024-01-06
ທ້າວ ວັນນານ້ອຍ ນິຍົມສິນ ເປັນເຈົ້າຂອງເພຈ ໄວໜຸ່ມ ສຸຂະພາບຈະເລີນພັນ, ອາສາສະໝັກ Global shaper Vientiane Hub ແລະຜູ້ບໍລິຫານ ໜ່ວຍງານສ້າງຄວາມອາສາມາດໃຫ້ກັບໄວໜຸ່ມ.
2024-01-05
ເກີດອຸບັດຕິເຫດ ທົ່ວປະເທດ ໃນໄລຍະສລອງປີໃໝ່ສາກົລ 2024 ລະຫວ່າງວັນທີ 29 ທັນວາ 2023 ຫາວັນທີ 2 ມົກກະຣາ 2024 ຖືວ່າຫຼຸດລົງ ເມື່ອທຽບໃສ່ປີທີ່ຜ່ານໆມາ.
2024-01-04
ເກີດອຸບັດຕິເຫດ ຣົຖບັ່ກກີ້ (Buggy) ຫຼືຣົຖອ໋ອບໂຣດ ທີ່ຂັບໂດຍນັກທ່ອງທ່ຽວເກົາຫຼີໃຕ້ ເສັຍຫຼັກຕົກຂ້າງທາງ ຢູ່ບ້ານນາລ້ອງກວາງ ເມືອງວັງວຽງ ແຂວງວຽງຈັນ ເຮັດໃຫ້ຜູ້ຂັບຂີ່ຣົຖດັ່ງກ່າວ ເສັຍຊີວິດຄາທີ່.
2024-01-04
ສັງຄົມລາວ ມີການໃຊ້ກຳລັງ ຮຸນແຮງຫຼາຍຂຶ້ນ ໃນຮອບປີ 2023 ທັງມາຈາກບັນຫາຢາເສບຕິດ ແລະ ບັນຫາຕ່າງໆ ທີ່ເປັນສິ່ງກະຕຸ້ນ ໃຫ້ມີການໃຊ້ ຄວາມຮຸນແຮງນັ້ນ.
2024-01-03
ພໍ່ຄ້າຢາເສບຕິດຣາຍໃຫຍ່ ຊາວມາເລເຊັຽ ຖືກຈັບຢູ່ລາວ ໃນຂໍ້ຫາບໍ່ມີເອກະສານ ເດີນທາງຖືກຕ້ອງ ແລະກ່ອນໜ້ານັ້ນ ຜູ້ກ່ຽວຖືກທາງການໄທຍ ຂຶ້ນບັນຊີດໍາ ຂໍ້ມູນຣາຍລະອຽດການຈັບໂຕ ໃນຄັ້ງນີ້ຍັງບໍ່ມີການເປີດເຜີຍ ຢ່າງເປັນທາງການເທື່ອ.
2023-12-30
ມີຮ້ານອາຫານ ບາງແຫ່ງ ຢູ່ນະຄອນຫຼວງວຽງຈັນ ໄດ້ລັກລອບນໍາເຂົ້າ ນໍ້າໝາກໄມ້ ທີ່ມີສ່ວນປະສົມ ຂອງກັນຊາ ຈາກປະເທດໄທຍ ມາວາງຂາຍ
2023-12-29
ຊາວນະຄອນຫຼວງວຽງຈັນ ໃນເຂດບ້ານຈັນສະຫວ່າງ ເມືອງສີໂຄດຕະບອງ ເດືອດຮ້ອນ ຍ້ອນນ້ຳປະປາ ບໍ່ໄຫຼ ຫຼືມາຄ່ອຍ ເປັນເວລາຫຼາຍກວ່າ 3 ເດືອນແລ້ວ
2023-12-20
ໃນ 3 ປີມານີ້ ຕໍາຣວດແຂວງຈໍາປາສັກ ຍຶດຢາບ້າ ໄດ້ເກືອບ 2 ລ້ານເມັດ ແລະ ສາມາດຈັບຜູ້ຕ້ອງສົງໄສໄດ້ 5,764 ຄົນ ໃນຈໍານວນ 8,303 ຄົນ, ໃນນັ້ນ ເປັນຜູ້ຄ້າ-ຂາຍ ຣາຍໃຫຍ່ 117 ຄົນ, ຣາຍຍ່ອຍ 1,016 ຄົນ ແລະ ຜູ້ເສບອີກ 4,631 ຄົນ.
2023-12-19
ໂຮງງານບົດຫິນ ແລະການຂຸດຄົ້ນບໍ່ແຮ່ ຢູ່ເຂດບ້ານຫ້ວຍຄໍາ ເມືອງສັງທອງ ນະຄອນ ຫລວງວຽງຈັນ ເຮັດໃຫ້ມີຂີ້ຝຸ່ນຫລາຍ ແລະກະຈາຍປົກຄຸມທົ່ວບ້ານ ເຊິ່ງຊາວບ້ານຫລາຍຄົນ ຢ້ານກໍ່ໃຫ້ເກີດບັນຫາສຸຂພາບຕາມມາພາຍຫຼັງ ຈຶ່ງຮຽກຮ້ອງໃຫ້ທາງການທີ່ກ່ຽວຂ້ອງ ແກ້ໄຂດ່ວນ.
2023-12-18
ສະຖານນະການ ຜູ້ຕິດເຊື້ອ HIV/AIDS ຢູ່ປະເທດລາວ ຍັງມີທ່າອ່ຽງເພີ່ມຂຶ້ນສູງ ຢ່າງຕໍ່ເນື່ອງ ເຊິ່ງໃນບົດຣາຍງານຫຼ້າສຸດ ພົບວ່າເພດຊາຍ ຕິດເຊື້ອຫຼາຍກວ່າເພດຍິງ.
2023-12-18
ແຕ່ປີ 2021 ຫາ 2023 ທາງການລາວ ປະຕິບັດວາລະແຫ່ງຊາຕ ວ່າດ້ວຍການແກ້ໄຂບັນຫາ ຢາເສບຕິດບໍ່ໄດ້, ຢາບ້າຍັງຣະບາດຫລາຍ ຈົນເຮັດໃຫ້ຕ້ອງໄດ້ຍືດເວລາ ອອກໄປຕື່ມອີກເຖິງປີ 2025 ເຊິ່ງການຣະບາດ ຂອງຢາເສບຕິດເພີ່ມຫຼາຍຂຶ້ນ ເຮັດໃຫ້ມີຜູ້ຕິດຢາເສບຕິດ ເພີ່ມຂຶ້ນເຊັ່ນກັນ.
2023-12-13
ປກສ ເມືອງເມິງ ແຂວງບໍ່ແກ້ວ ໄດ້ກວດພົບຢາບ້າ ຈໍານວນ 1,600,000 ເມັດ ຢູ່ເຂດບ້ານມອນແຫຼມ ແລະບ້ານຊຽງດາວ ແລະຈັບໂຕຜູ້ຕ້ອງສົງສັຍ ໄດ້ 1 ຄົນ ເພື່ອດໍາເນີນການສືບ ສວນ-ສອບສວນ ຂຍາຍຜົລ ຫາກຸ່ມແກ້ງ ມາດໍາເນີນຄະດີ ຕາມກົດໝາຍ.
2023-12-13
ອົງການສະຫະປະຊາຊາຕ ເພື່ອຕ້ານຢາເສບຕິດ ແລະ ອາຊຍາກັມ ຫຼື UNODC ອອກບົດຣາຍງານ ປະຈຳປີ 2023 ວ່າ ມີການສຳຣວດເຫັນ ເນື້ອທີ່ປູກຝິ່ນໃນລາວ ປະມານ 5,000 ເຮັກຕ້າຣ໌ ທີ່ສ່ວນໃຫຍ່ ຢູ່ໃນແຂວງຜົ້ງສາລີ, ຫົວພັນ ແລະ ຊຽງຂວາງ.
2023-12-12
ອົງການອະນາໄມໂລກ ແລະອົງການຄຸ້ມຄອງ ດ້ານຢາ ຂອງປະເທດປາກິສຖານ ພົບສານເຄມີ Ethylene Glycol ແລະ Diethylene Glycol ປົນເປື້ຶອນ ໃນປະຣິມານສູງ ຢູ່ຜລິຕພັນຢາ ສອງຊະນິດຄື Alergo Syrup ແລະ ຢາ Ulcofin ກໍ່ໃຫ້ເກີດອັນຕະຣາຍຕໍ່ຊີວິດ.