ນັກທ່ອງທ່ຽວ ຊາວເກົາຫລີໃຕ້ ເສັຍຊີວິດຈາກອຸບັດຕິເຫດ ຣົຖບັ່ກກີ້ ຢູ່ວຽງວັງ

ສຸພັດຕາ
2024.01.04
ນັກທ່ອງທ່ຽວ ຊາວເກົາຫລີໃຕ້ ເສັຍຊີວິດຈາກອຸບັດຕິເຫດ ຣົຖບັ່ກກີ້ ຢູ່ວຽງວັງ ເສັ້ນທາງເຂດເມືອງວັງວຽງ. ເດືອນກໍຣະກະດາ 2022.
RFA

ໃນວັນທີ 3 ມົກກະຣາ 2024 ທີ່ຜ່ານມາ ເວລາປະມານ 12:00 ໂມງ ເກີດອຸບັດຕິເຫດ ຣົຖບັ່ກກີ້ (Buggy) ທີ່ຂັບໂດຍນັກທ່ອງທ່ຽວເກົາຫຼີໃຕ້ ເສັຍຫຼັກຕົກຂ້າງທາງ ຢູ່ບ້ານນາລ້ອງກວາງ ເມືອງວັງວຽງ ແຂວງວຽງຈັນ ເຮັດໃຫ້ຜູ້ຂັບຂີ່ຣົຖດັ່ງກ່າວ ເສັຍຊີວິດຄາທີ່. ຂະນະນີ້ ຮ່າງຂອງຜູ້ເສັຍຊີວິດ ໄດ້ຖືກຍ້າຍໄປຍັງໂຮງໝໍ ໃນນະຄອນຫຼວງວຽງຈັນແລ້ວ ແລະກໍາລັງຢູ່ໃນຂັ້ນຕອນຕິດຕໍ່ ແລະຊ່ອຍເຫຼືອຄອບຄົວຂອງຜູ້ເສັຍຊີວິດ.

ດັ່ງເຈົ້າໜ້າທີ່ ປະຈໍາສະຖານທູດເກົາຫຼີໃຕ້ ປະຈໍາປະເທດລາວ ນາງນຶ່ງ ກ່າວຕໍ່ວິທຍຸ ເອເຊັຽ ເສຣີ ໃນມື້ວັນທີ 4 ມົກກະຣາ 2024 ນີ້ວ່າ:

“ຄືວ່າຕອນນີ້ ມີແຕ່ເຮົາກໍາລັງດໍາເນີນການຊ່ວຍເຫຼືອ ຄອບຄົວ ທາງຜູ້ເສັຍຊີວິດເນາະ ແຕ່ວ່າ ຍັງບໍ່ຮູ້ວ່າ ເພິ່ນຈະຕັດສິນໃຈແນວໃດຫັ້ນນ່າ. ໂຕນີ້ ຍັງບໍ່ໄດ້ຄືບໜ້າຫຍັງເທື່ອເດີ້ເຈົ້າ. ຄະດີ ກະກໍາລັງດໍາເນີນຄະດີ ຕາມຂະບວນການຢູ່ເຈົ້າ.”

ອຸບັດຕິເຫດຄັ້ງນີ້ ເກີດຂຶ້ນລະຫວ່າງທີ່ກຸ່ມນັກທ່ອງທ່ຽວ ຊາວເກົາຫຼີໃຕ້ 5-6 ຄົນ ກໍາລັງຂີ່ຣົຖ ບັ່ກກີ້ (Buggy) ຕາມເສັ້ນທາງປູຢາງ ໄປຫາແຫຼ່ງທ່ອງທ່ຽວ ສໍາຄັນໃນເມືອງວັງວຽງ ເຊັ່ນບລູລາກູນ 2 ແລະ 3 ໂດຍຄັນທີ່ເກີດເຫດ ຖືວ່າ ຂີ່ຢູ່ທາງຫຼັງໝູ່ ແລະ ຄາດວ່າ ຜູ້ກ່ຽວຈະເລັ່ງຄວາມໄວ ເພື່ອໃຫ້ໄປທັນຫົວຂະບວນ ເມື່ອມາເຖິງທາງໂຄ້ງ ຈຶ່ງເກີດອຸບັດຕິເຫດຂຶ້ນ ແລະເນື່ອງຈາກຜູ້ກ່ຽວບໍ່ໄດ້ໃສ່ໝວກກັນກະທົບ ຈຶ່ງເຮັດໃຫ້ເສັຍຊີວິດ ໃນທີ່ເກີດເຫດທັນທີ.

ດັ່ງເຈົ້າໜ້າທີ່ ທີ່ກ່ຽວຂ້ອງຜູ້ຂໍສງວນຊື່ ແລະຕໍາແໜ່ງ ຢູ່ເມືອງວັງວຽງ ແຂວງວຽງຈັນ ທ່ານນຶ່ງ ກ່າວຕໍ່ວິທຍຸເອເຊັຽເສຣີ ໃນມື້ດຽວກັນນີ້ວ່າ:

“ອຸບັດຕິເຫດໂຕນີ້ ບົນພື້ນຖານ ຕາມເອົາຂໍ້ມູນກໍ ອັນນຶ່ງກໍແມ່ນເວົ້າເຣື່ອງເສັ້ນທາງ ເປັນທາງໂຄ້ງວ່າຈັ່ງຊັ້ນສາ. ແລ້ວຜູ້ຂັບຂີ່ຫັ້ນກໍຖືວ່າ ບາງເທື່ອຂັບຂີ່ບໍ່ເກ່ັງບໍ ແລ້ວຖືວ່່າລາວ ແລ່ນຣົຖເລີຍໂຄ້ງຫັ້ນແຫຼະເນາະ. ຕົກຮ່ອງນໍ້າຫັ້ນນ່າ ແລ້ວເຮັດໃຫ້ຣົຖເສັຍຫຼັກຫັ້ນເນາະ. ຄຸມຣົຖບໍ່ໄດ້ ເຮັດໃຫ້ລາວ ໄປຟາດໃສ່ຫຼ່ຽມເສົາ ກໍຖືວ່າເຮັດໃຫ້ຜູ້ກ່ຽວເສັຍຊີວິດ. ເຂັມຂັດນີ້ຂັດ ແຕ່ວ່າໂຕໝວກກັນກະທົບນີ້ ຄືຊິບໍ່ໄດ້ໃສ່ດອກ.”

ເພື່ອປ້ອງກັນ ແລະສະກັດກັ້ນ ບໍ່ໃຫ້ເກີດບັນຫາດັ່ງກ່າວ ແລະສົ່ງເສີມຄວາມປອດໄພ ໃຫ້ຊາຊົນ ແລະນັກທ່ອງທ່ຽວ ໃນເມືອງວັງວຽງ ທີ່ຜ່ານມາ ກໍໄດ້ອອກມາຕການກວດໃບຂັບຂີ່ ຂອງນັກທ່ອງທ່ຽວແລ້ວ ແຕ່ກໍຍັງພົບຂໍ້ທ້າທາຍ ໃນຫຼາຍດ້ານ ເປັນຕົ້ນ ຜູ້ປະກອບການ ໃຫ້ນັກທ່ອງທ່ຽວ ທີ່ບໍ່ມີໃບຂັບຂີ່ ຫຼື ຂັບຣົຖບໍ່ຊໍານານ ອີກທັງ ຣົຖບັ່ກກີ້ (Buggy) ນີ້ ເປັນຣົຖທີ່ອອກແບບມາ ເພື່ອໃຊ້ໃນທາງຕົມ, ທາງຂີ້ຊາຍ ການເອົາມາໃຊ້ໃນທາງຢາງ ດ້ວຍຄວາມໄວ ຈຶ່ງມີໂອກາດ ເກີດອຸບັດຕິເຫດໄດ້ງ່າຍ ກວ່າ.

ດັ່ງເຈົ້າໜ້າທີ່ ຜູ້ດຽວກັບຂ້າງເທິງ ກ່າວຕື່ມວ່າ:

“ຜ່ານມາ ໄທເຮົາກໍເຄີຍວ່າກັນແລ້ວ. ນຶ່ງ ເອີ້ນວ່າໃນການເອົາຣົຖໃຫ້ນັກທ່ອງທ່ຽວເຊົ່າເນາະ ບົນພິ້ືນຖານ ໄທເຮົາກໍວ່າ ເຣື່ອງໃບຂັບຂີ່. ແລ້ວກໍສິ່ງຮັບປະກັນ ເວົ້າເຣື່ອງປ້ອງກັນເຂົາຫັ້ນແຫຼະເນາະ ແຕ່ວ່າ ບາງເທື່ອມັນກະ ໃຫ້ແຕ່ເຈົ້າໜ້າທີ່ເຮົາຄຸມຫັ້ນນ່າ. ນັກທຸຣະກິຈ ກໍບໍ່ໃຫ້ຄວາມຮ່ວມມືນໍາຈຸເຮົາປານໃດ ອັນນັ້ນ ກໍວິທີຫາເງິນເຂົາ.”

ອຸບັດຕິເຫດເທື່ອນີ້ ຖືເປັນຄັ້ງທໍາອິດ ທີ່ເກີດເຫດຈົນມີຜູ້ເສັຍຊີວິດ ທີ່ຜ່ານມາ ເຄີຍມີກໍຣະນີ ຣົຖບັ່ກກີ້ (Buggy) ຕໍາກັບຊາວບ້ານ ແລະຣົຖອື່ນໆມາກ່ອນແລ້ວ ແຕ່ບໍ່ເຄີຍເຖິງຂັ້ນມີຜູ້ເສັຍຊີວິດ.

ດັ່ງຊາວບ້ານ ຢູ່ເມືອງວັງວຽງ ແຂວງວຽງຈັນ ຜູ້ນຶ່ງ ກ່າວວ່າ:

“ແມ່ນແລ້ວ ໜ້າຈະເປັນກໍຣະນີທໍາອິດ ທີ່ຜ່ານມາ ມີແຕ່ເຈັບທັມມະດາ ມີແຕ່ອຸບັດຕິເຫດບໍ ອຸບັດຕິເຫດນັກທ່ອງທ່ຽວ ເອົາຣົຖບັ່ກກີ້ ໄປຕໍາເດັກນ້ອຍບໍ ຫຼືວ່າ ຕໍາກັບປະຊາຊົນທັມມະດາ ແລ້ວກໍບາດເຈັບທັມມະດານີ້ແຫຼະ ແຕ່ວ່າກໍຣະນີນີ້ນີ່ ໜ້າຈະເກີດອຸບັດຕິເຫດເອງ. ແລ້ວກໍຜິດພາດທາງເຕັກນິກໜ້ອຍນຶ່ງຫັ້ນແຫຼະ ແລ້ວກໍຣົຖໜ້າຈະປີ້ນນີ້ແຫຼະ.”

ຜູ້ປະກອບການສ່ວນຫຼາຍ ຈະແຈ້ງໃຫ້ລູກຄ້າກ່ອນສເມີວ່າ ຕ້ອງໃສ່ໝວກກັນກະທົບ ຫາກລູກຄ້າຕັດສິນໃຈ ບໍ່ປະຕິບັດຕາມຂໍ້ແນະນໍາ ກໍຕ້ອງຮັບຜິດຊອບຜົລກະທົບ ທີ່ຕາມມາເອງ ເພາະ ຣົຖບັ່ກກີ້ (Buggy) ນັ້ນ ເປັນຣົຖດັດສະພາບແບບນຶ່ງ ຈຶ່ງບໍ່ມີປະກັນຄຸ້ມຄອງໃຫ້ ນອກຈາກວ່າ ລູກຄ້າຈະຊື້ປະກັນ ເດີນທາງຈາກປະເທດຕົ້ນທາງມາກ່ອນແລ້ວ ຈຶ່ງອາດໄດ້ຮັບຄ່າຊົດເຊີຍ ຫາກມີອຸບັດຕິເຫດເກີດຂຶ້ນ, ດັ່ງນັ້ນ ການແກ້ໄຂບັນຫາດ້ວຍການບັງຄັບໃຫ້ນັກທ່ອງທ່ຽວ ໃສ່ໝວກກັນກະທົບ ອາດບໍ່ໄດ້ຜົລປານໃດ ຍ້ອນລູກຄ້າ ສາມາດໄປເຊົ່າຣົຖຮ້ານອື່ນໄດ້.

ດັ່ງຜູ້ປະກອບການ ເຊົ່າຣົຖບັ່ກກີ້ (Buggy) ຢູ່ເມືອງວັງວຽງ ແຂວງວຽງຈັນ ທ່ານນຶ່ງ ກ່າວວ່າ:

“ເຮົາກໍມີ ກະມີແລ້ວເນາະ ເພາະວ່າ ເຮົາກໍໃຫ້ໃສ່ໝວກກັນນ໋ອກ ແຕ່ວ່າມັນເປັນຄວາມປະສົງ ຂອງລູກຄ້າເອງ. ເຮົາກໍບໍ່ສາມາດບັງຄັບໄດ້ ເຈົ້າຈະໃສ່ບໍ່ໃສ່ ກໍເຣື່ອງຂອງເຈົ້າ. ຂ້ອຍມີໃຫ້ ເຣື່ອງນີ້ມັນແກ້ບໍ່ຕົກ ບໍ່ໄດ້ ຄັນວ່າເຮົາບໍ່ໃຫ້ ສິບໍ່ໃຫ້ເຊົ່າ ບໍ່ໃຫ້ຊື້ ເຂົາກໍໄປຮ້ານອື່ນ ເພາະວ່າ ມັນມີຫຼາຍຮ້ານ ເຂົາກໍບໍ່ໄດ້ງໍ້ຮ້ານເຮົາ ອັນນີ້ມັນແລ້ວແຕ່ລູກຄ້າ ແລ້ວແຕ່ພືງປະສົງ.”

ກ່ອນໜ້ານີ້ ໃນວັນທີ 2 ມົກກະຣາ 2024 ທີ່ຜ່ານມາ ກໍເກີດເຫດນັກທ່ອງທ່ຽວ ຕ່າງຊາຕຄອບຄົວນຶ່ງ ຖືກໂຈນຜູ້ຊາຍ 2 ຄົນ ຂີ່ຣົຖຈັກສີດໍາ ບໍ່ມີປ້າຍທະບຽນ ດຶງກະເປົ໋າ ລະຫວ່າງທາງ ທີ່ນັກທ່ອງທ່ຽວຕ່າງຊາຕ ຄອບຄົວນີ້ ກໍາລັງຖີບຣົຖ ທີ່ເຊົ່າຈາກໂຮງແຮມ ໄປທ່ຽວຖ້ໍາປູຄໍາ ເຂດບ້ານນາທອງ ເມືອງວັງວຽງ ແຂວງວຽງຈັນ.

ເບື້ອງຕົ້ນ ພົບວ່າ ມີຊັບສິນເສັຍຫາຍໄປຈໍານວນນຶ່ງ ໃນນັ້ນມີກ້ອງຖ່າຍຮູບ, ເງິນ 100 ໂດລ້າຣ໌ສະຫະຣັຖ ແລະ ອີກ 50 ຢູໂຣ ລວມທັງ ບັດ ATM 2 ໃບ ແລະ ໜັງສື ພາສປອດ ທັງໝົດ 4 ຄົນ, ພໍ່, ແມ່, ລູກ ເບື້ອງຕົ້ນ. ທາງໂຮງແຮມ ທີ່ຄອບຄົວຄົນຕ່າງຊາຕນິີ້ໄປພັກ ໄດ້ພາໄປແຈ້ງຄວາມແລ້ວ. 

ອອກຄວາມເຫັນ

ອອກຄວາມ​ເຫັນຂອງ​ທ່ານ​ດ້ວຍ​ການ​ເຕີມ​ຂໍ້​ມູນ​ໃສ່​ໃນ​ຟອມຣ໌ຢູ່​ດ້ານ​ລຸ່ມ​ນີ້. ວາມ​ເຫັນ​ທັງໝົດ ຕ້ອງ​ໄດ້​ຖືກ ​ອະນຸມັດ ຈາກຜູ້ ກວດກາ ເພື່ອຄວາມ​ເໝາະສົມ​ ຈຶ່ງ​ນໍາ​ມາ​ອອກ​ໄດ້ ທັງ​ໃຫ້ສອດຄ່ອງ ກັບ ເງື່ອນໄຂ ການນຳໃຊ້ ຂອງ ​ວິທຍຸ​ເອ​ເຊັຍ​ເສຣີ. ຄວາມ​ເຫັນ​ທັງໝົດ ຈະ​ບໍ່ປາກົດອອກ ໃຫ້​ເຫັນ​ພ້ອມ​ບາດ​ໂລດ. ວິທຍຸ​ເອ​ເຊັຍ​ເສຣີ ບໍ່ມີສ່ວນຮູ້ເຫັນ ຫຼືຮັບຜິດຊອບ ​​ໃນ​​ຂໍ້​ມູນ​ເນື້ອ​ຄວາມ ທີ່ນໍາມາອອກ.