ສັງຄົມລາວ ມີການໃຊ້ກຳລັງ ຮຸນແຮງຫຼາຍຂຶ້ນ ໃນປີ 2023

ພູວົງສ໌
2024.01.04
ສັງຄົມລາວ ມີການໃຊ້ກຳລັງ ຮຸນແຮງຫຼາຍຂຶ້ນ ໃນປີ 2023 ຮູບໂຕຢ່າງປະກອບ: ສູນຊ່ອຍເຫຼືອ ແມ່ຍິງແລະເດັກນ້ອຍ ທີ່ໄດ້ຮັບຜົລກະທົບ ຈາກການໃຊ້ຄວາມຮຸນແຮງ ທາງກາຍ, ທາງຈິດໃຈ, ທາງເພດ ແລະທາງຊັບສິນ ທີ່ສນັບສນຸນ ໂດຍຣັຖບານຍີ່ປຸ່ນ.
Credit to UNFPA Lao

ໃນຮອບປີ 2023 ທີ່ຜ່ານມາ, ໃນສັງຄົມລາວ ມີການໃຊ້ກຳລັງຮຸນແຮງ ຫຼາຍຂຶ້ນ ສາເຫດສ່ວນນຶ່ງ ກໍແມ່ນຍ້ອນ ເຣື່ອງເສຖກິຈ-ການເງິນ ແລະ ຢາເສບຕິດ ເປັນຕົ້ນ ລູກໜີ້ຕິດໜີ້ ແລ້ວບໍ່ຈ່າຍໜີ້ ຄືນເຈົ້າຂອງ ຕາມໄລຍະເວລາ ທີ່ຕົກລົງກັນໄວ້ ເຮັດໃຫ້ເຈົ້າໜີ້ ຕັດສິນໃຈ ໃຊ້ຄວາມຮຸນແຮງ ດ້ວຍວິທີການ ຍິງລູກໜີ້ ຈົນເສັຽຊີວິຕ ກໍມີ.

ດັ່ງຊາວບ້ານ ຢູ່ເມືອງຫ້ວຍຊາຍ ແຂວງບໍ່ແກ້ວ ທ່ານນຶ່ງ ກ່າວຕໍ່ວິທຍຸເອເຊັຽເສຣີ ໃນມື້ວັນທີ 21 ກັນຍາ 2023 ທີ່ຜ່ານມານັ້ນວ່າ:

“ສ່ວນຫຼາຍ ຢູ່ກາສິໂນນີ້. ສ່ວນຫຼາຍ ຈະເປັນການຕິດໜີ້ກັນບໍ່ ເຣື່ອງເອົາຢາເສບຕິດມາ ແລ້ວບໍ່ຈ່າຍເງິນກັນບໍ່. ສ່ວນຫຼາຍ ຈະເປັນຈັ່ງຊີ້ບໍ່. ໄດ້ຍິນເຂົາເຈົ້າ ລົງເຟສລົງຈັ່ງຊັ້ນເດ້.”

ທ່ານກ່າວຕື່ມວ່າ ໃນເຂດເສຖກິຈພິເສດ 3 ຫຼ່ຽມຄຳ ມີຄົນຫຼາກຫຼາຍສັນຊາຕ ເຂົ້າມາເຮັດວຽກ ແລະ ເຮັດທຸຣະກິຈ ໃນຂແນງການຕ່າງໆ. ໃນນີ້, ສ່ວນນຶ່ງ ແມ່ນກ່ຽວຂ້ອງ ກັບບັນຫາຢາເສບຕິດ. ສະນັ້ນ, ເມື່ອພວກເຂົາເຈົ້າ ມີຂໍ້ຂັດແຍ້ງກັນ ຈຶ່ງບໍ່ສາມາດ ຂໍຄວາມຊ່ອຍເຫຼືອ ຈາກເຈົ້າໜ້າທີ່ຕຳຣວດ ເພື່ອນຳໃຊ້ ຂະບວນການ ທາງກົດໝາຍໄດ້. ສະນັ້ນ, ພວກເຂົາເຈົ້າ ຈຶ່ງໃຊ້ກຳລັງຮຸນແຮງ ໃນການແກ້ໄຂບັນຫາ.

ໃນຂະນະທີ່ ຄົນລາວ ແລະ ຄົນຕ່າງປະເທດ ຈຳນວນນຶ່ງ ທີ່ອາສັຍ ແລະ ເຮັດວຽກ ຢູ່ພາຍໃນ ເຂດເສຖກິຈພິເສດ 3 ຫຼ່ຽມຄຳ ພໍມີລາຍໄດ້ ແລະ ມີຊີວິຕ ການເປັນຢູ່ທີ່ດີ, ແຕ່ກໍຍັງມີຄົນລາວ ອີກຈຳນວນຫຼາຍ ຍັງປະສົບບັນຫາ ດ້ານເສຖກິຈ-ການເງິນ ເຮັດໃຫ້ພວກເຂົາເຈົ້າ ບໍ່ມີທາງອອກ ຈຶ່ງຕັດສິນໃຈ ໃຊ້ອາວຸດ ໃນການປຸ້ນ-ຈີ້ ເພື່ອລັກຊັບ ພໍ່ແມ່ປະຊາຊົນ ໃນເຂດດັ່ງກ່າວ.

ດັ່ງຊາວບ້ານ ຢູ່ບ້ານຈອມຈຸກ, ເມືອງຫ້ວຍຊາຍ ແຂວງບໍ່ແກ້ວ ທ່ານນຶ່ງ ກ່າວຕໍ່ວິທຍຸເອເຊັຽເສຣີ ໃນມື້ດຽວກັນນັ້ນວ່າ:

“ໂຈນອັນນັ້ນຫັ້ນແຫຼະ ຂີ້ລັກມັກຈົກຫັ້ນແຫຼະ. ແມ່ນໆ ປຸ້ນ-ຈີ້ກັນ. ແມ່ນແຫຼະ ປ້ອງກັນໂຕ ຢູ່ນອກໆກາສິໂນ, ຢູ່ໃນກາສິໂນ ອາຈມີຢູ່, ແຕ່ເຮົາເຂົ້າບໍ່ເຖິງເພິ່ນ.”

ໂຕຢ່າງເຫດການ ໃນການໃຊ້ກຳລັງຮຸນແຮງ ເກີດຂຶ້ນ ເມື່ອວັນທີ 10 ກັນຍາ ທີ່ຜ່ານມາ, ເຊິ່ງມີຜູ້ຊາຍ 2 ຄົນ ຄື ທ້າວ ບີລີ ອາຍຸ 18 ປີ ແລະ ທ້າວ ຊົວ ວາງ ອາຍຸ 20 ປີ ໄດ້ໃຊ້ອາວຸດປືນຈີ້ ເພື່ອຊິງຊັບຊາວບ້ານ ຢູ່ບ້ານປາກງາວ, ເມືອງຫ້ວຍຊາຍ ແຂວງບໍ່ແກ້ວ, ແຕ່ຖືກເຈົ້າໜ້າທີ່ຕຳຣວດ ໃນເຂດນັ້ນ ຍິງເສັຽຊີວິຕ ເພື່ອປ້ອງກັນໂຕ ຍ້ອນພວກກ່ຽວ ໃຊ້ອາວຸດປືນ ຍິງຕໍ່ສູ້.

ດັ່ງຊາວບ້ານ ຢູ່ບ້ານປາກງາວ, ເມືອງຫ້ວຍຊາຍ ແຂວງບໍ່ແກ້ວ ກ່າວວ່າ:

“ມັນນັ້ນຕີ້ ເຈົ້າໜ້າທີ່ເຂົາບໍ່ ມັນຄືຊິແບບ ເຂົາເຈົ້າປ້ອງກັນໂຕຕີ້ ແບບໄປ ເພາະວ່າເຂົາເຈົ້າມີອາວຸດ ມີຫຍັງແດ່, ຫັ້ນນ່າ ມີປືນມີຫຍັງຄົບໝົດເດ ພວກໂຈນ, ຫັ້ນນ່າ. ອື, ໜ້າຈະປະມານນີ້ແຫຼະ, ຈັບກຸມ ແລ້ວເຂົາກໍຕໍ່ສູ້ກັນ ແລ້ວເຂົາກໍຖືກເຈົ້າໜ້າທີ່ ຍິງສະກັດ.”

ຈາກນັ້ນ, ໃນວັນທີ 17 ກັນຍາ ທີ່ຜ່ານມາ ຢູ່ແຖວໄຟແດງ ຫຼັກ 21 ເຂດບ້ານໂຄກສີວິໄລ, ເມືອງໄຊທານີ ນະຄອນຫຼວງວຽງຈັນ ທ້າວ ບຸນໝາຍ ອາຍຸ 30 ປີ ກໍໃຊ້ມີດຟັນ ແລະ ທຳຮ້າຍຮ່າງກາຍ ຂອງຜູ້ຊາຍຜູ້ນຶ່ງ ຈົນໄດ້ຮັບບາດເຈັບສາຫັດ ຍ້ອນຄວາມຫຶງຫວງ. ຈາກນັ້ນ, ກໍໄດ້ນຳເອົາຄຳ 1 ເສັ້ນ ແລະ ແຫວນອີກ 1 ວົງ ຂອງຜູ້ຊາຍ ທີ່ຜູ້ກ່ຽວ ໄດ້ລົງມືທຳຮ້າຍ ແລ້ວຫຼົບໜີໄປ.

ໄລຍະທີ່ຜ່ານມາ, ຢາເສບຕິດ ຊະນິດຕ່າງໆ ຍັງແຜ່ຫຼາຍ ຢູ່ໃນປະເທດລາວ ເຮັດໃຫ້ຜູ້ໃຊ້ຢາເສບຕິດ ບໍ່ສາມາດ ຄວບຄຸມໂຕເອງໄດ້ ແລະ ນຳໄປສູ່ ການໃຊ້ອາວຸດ ສົ່ງຜົລໃຫ້ ບຸກຄົນໃນຄອບຄົວ ແລະ ຄົນອ້ອມຂ້າງ ໄດ້ຮັບບາດເຈັບ ຫຼືເສັຽຊີວິຕ ເພີ່ມຂຶ້ນເລື້ອຍໆ.

ດັ່ງເຈົ້າໜ້າທີ່ຕຳຣວດ ທີ່ເຮັດວຽກ ດ້ານການປາບປາມ ຢາເສບຕິດ ຜູ້ບໍ່ປະສົງອອກຊື່ ແລະ ຕຳແໜ່ງ ທ່ານນຶ່ງ ກ່າວວ່າ:

“ກໍມີຢູ່ຄືກັນ ໃຊ້ຄວາມຮຸນແຮງ ທຳຮ້າຍຮ່າງກາຍ ຄົນໃນຄອບຄົວແນ່ ຄົນນອກຄອບຄົວແນ່. ບາງທີ ກະໃຊ້ອາວຸດ, ມີດ, ພ້າ ຫຼືວ່າໃຊ້ຄວາມຮຸນແຮງ ແບບວ່າ ບໍ່ໄດ້ໃຊ້ອາວຸດ. ຕາມລະບຽບກົດໝາຍ ຂອງບ້ານເມືອງຫັ້ນແຫຼະ, ຖ້າມັນຜິດ ເພິ່ນກໍຈັບ ມາຂັງຄຸກໄວ້ ຖ້າສານຕັດສິນ. ເສບຢາ ທຳຮ້າຍຮ່າງກາຍ ສ່ວນຫຼາຍ ແມ່ນປະເພດຢາບ້າ.”

ຜູ້ໃຊ້ຢາເສບຕິດ ສ່ວນໃຫຍ່ ຈະບໍ່ຮັບຜິດຊອບ ຕໍ່ໜ້າທີ່ ຂອງໂຕເອງ ເຊັ່ນ ບໍ່ໄປຮຽນ ແລະ ບໍ່ໄປເຮັດວຽກ. ສ່ວນນຶ່ງ ເປັນຍ້ອນພາຍຫຼັງ ເສບຢາເສບຕິດ ຮ່າງກາຍ ຂອງພວກເຂົາເຈົ້າ ຈະເສື່ອມໂຊມ, ສະພາບຈິຕໃຈ ບໍ່ເປັນປົກກະຕິ, ເລື່ອນລອຍ, ຊຶມເສົ້າ ແລະ ມີປະຕິກິຣິຍາ ຫຼອນຢາ, ເປັນຄົນຂີ້ຄ້ານ, ກິນບໍ່ໄດ້ ແລະ ນອນບໍ່ຫຼັບ. ສະນັ້ນ, ພວກເຂົາເຈົ້າ ຈຶ່ງບໍ່ມີລາຍໄດ້ ແລະ ໃຊ້ວິທີການລັກຊັບ ເວລາຕ້ອງການເງິນ ເພື່ອຊື້ຢາບ້າ.

ດັ່ງເຈົ້າໜ້າທີ່ ທີ່ເຮັດວຽກ ດ້ານການບຳບັດ ແລະ ປິ່ນປົວ ຜູ້ໃຊ້ສານເສບຕິດ ນາງນຶ່ງ ກ່າວວ່າ:

“ຄັນຖ້າວ່າພໍ່ແມ່ ບໍ່ມີເງິນໃຫ້ ແລ້ວກໍມັກລັກຊັບສິນ ພາຍໃນເຮືອນ. ນອກນັ້ນ, ກໍໄປເອົາຊັບສິນ ຄົນນອກບ້ານ ແບບວ່າ ຄົນອື່ນ ມາຊື້ກິນ. ບໍ່ໄປໂຮງຮຽນເລີຍ, ລະກະເສັຽສຸພາບ ຫັ້ນແຫຼະເນາະ ຮ່າງກາຍຊຸດໂຊມ. ບາງທີກະຂາດການສຶກສາ ບໍ່ຮຽນໜັງສືເລີຍ, ຊີ້ນ່າ ບໍ່ໄປໂຮງຮຽນເລີຍ.”

ສາເຫດໃຫຍ່ ທີ່ພາໃຫ້ ມີການໃຊ້ກຳລັງຮຸນແຮງ ໂດຍສະເພາະ ການຍິງກັນ ແລະ ຂ້າກັນ ກໍແມ່ນຢາເສບຕິດ, ເຊິ່ງໃນວັນທີ 12 ກັນຍາ ທີ່ຜ່ານມາ ເຈົ້າໜ້າທີ່ ຜແນກຕຳຣວດ ໄດ້ລົງໄປຈັບ ພວກຄ້າຢາເສບຕິດ ຢູ່ບ້ານນ້ຳຍາບ, ເມືອງພຽງ ແຂວງໄຊຍະບູຣີ, ແຕ່ເວລາໄປຮອດເຮືອນ ຂອງພວກຄ້າຢາເສບຕິດ ທີ່ມີທັງໝົດ 13 ຄົນ ພັດມີການແກະລະເບີດ ໃສ່ເຈົ້າໜ້າທີ່. ໃນນີ້, ທ້າວ ເຈັຽເນັ້ງ ຢາງ, ອາຍຸ 21 ປີ ໄດ້ແກະລູກລະເບີດ ແລະ ແລ່ນອອກມາຈາກເຮືອນ ມາຫາເຈົ້າໜ້າທີ່ຕຳຣວດ ແລະ ເມື່ອລະເບີດແຕກ ກໍເຮັດໃຫ້ຮ້ອຍຕຳຣວດຕຣີ ກຸດ ອານາສິດ ແລະ ທ້າວ ເຈັຽເນັ້ງ ຢາງ ເສັຽຊີວິຕຄາທີ່. ສ່ວນຮ້ອຍຕຳຣວດເອກ ອຳໄພ ວົງສຸວັນ, ເຈົ້າໜ້າທີ່ຕຳຣວດ ອີກທ່ານນຶ່ງ ທີ່ຖືກສະເກັດລະເບີດ ແຕກໃສ່ ກໍໄດ້ເສັຽຊີວິຕ ລະຫວ່າງຖືກນຳໂຕ ສົ່ງໂຮງໝໍ.

ກ່ຽວກັບເຣື່ອງນີ້, ຍາດຕິພີ່ນ້ອງ ແລະ ໝູ່ເພື່ອນ ຂອງຜູ້ເສັຽຊີວິຕ ລວມເຖິງປະຊາຊົນທົ່ວໄປ ທີ່ໄດ້ຮັບຮູ້ ກ່ຽວກັບເຫດການນີ້ ຕ່າງກໍຮູ້ສຶກເສັຽໃຈ ກ່ຽວກັບເຫດການ ທີ່ເກີດຂຶ້ນ ພ້ອມຢາກໃຫ້ ພາກສ່ວນທີ່ກ່ຽວຂ້ອງ ດຳເນີນການແກ້ໄຂ ບັນຫາດັ່ງກ່າວນີ້ ແບບຮີບດ່ວນ ແລະ ເຖິງແມ່ນວ່າ ພວກເຂົາເຈົ້າ ຈະຮັບຮູ້ເຖິງ ບັນຫາຢາເສບຕິດ ໃນເຂດບ້ານໂຕເອງ, ແຕ່ກໍບໍ່ຕ້ອງການ ເວົ້າຫຍັງຫຼາຍ ຍ້ອນຢ້ານບໍ່ປອດພັຍ.

ໃນຮອບຫຼາຍປີ ທີ່ຜ່ານມາ ຊາວໜຸ່ມລາວ ໃນຫຼາຍເມືອງ ແລະ ຫຼາຍແຂວງ ຍັງມີການຊື້-ຂາຍ ແລະ ນຳໃຊ້ຢາເສບຕິດ ຢ່າງແຜ່ຫຼາຍ, ເຊິ່ງສ່ວນຫຼາຍ ມີການນຳເຂົ້າ ມາຈາກທາງພາກເໜືອ ຂອງປະເທດ, ໂດຍສະເພາະ ແຂວງບໍ່ແກ້ວ ແລະ ເຖິງແມ່ນວ່າ ເຈົ້າໜ້າທີ່ຕຳຣວດ ໃນທ້ອງຖິ່ນ ຈະດຳເນີນ ການປາບປາມ ແລ້ວບາງສ່ວນ, ແຕ່ຢາບ້າ ແລະ ຢາເສບຕິດ ຊະນິດຕ່າງໆ ກໍຍັງແຜ່ຫຼາຍ ແລະ ບໍ່ທັນໄດ້ຮັບການແກ້ໄຂ ພໍເທົ່າໃດ.

ດັ່ງຊາວບ້ານ ຢູ່ບ້ານນາຊິງ, ເມືອງພຽງ ແຂວງໄຊຍະບູຣີ ອີກທ່ານນຶ່ງ ກ່າວວ່າ:

“ເອີ, ສ່ວນຫຼາຍ ກໍມາທາງບໍ່ແກ້ວ ທາງຕົ້ນເຜິ້ງ ພຸ້ນແຫຼະ, ຈາກບໍ່ແກ້ວ ພຸ້ນແຫຼະ. ສ່ວນໃຫຍ່ ຈະເປັນວັຍຣຸ້ນນ່າ ຢາກລອງ ຢາກຫຍັງນີ້ນ່າ. ປະມານກໍຊິ 20 ປີ ລົງມານີ້ແຫຼະ, ຫຍໍ້ທໍ້ຫຼາຍ. ກໍບໍ່ແນ່ໃຈຄືກັນ, ແຕ່ໄລຍະນີ້ ມີແຕ່ເພິ່ນ ເລັ່ງປາບປາມໄດ໋, ແຕ່ກໍຄືວ່າແຫຼະ ຄືສະພາບບ້ານເຮົາ ມັນຢາກງຽບໆ ແບບຄ້າຍໆຄື ກວດລ້າງເລື້ອຍໆ.”

ສຳລັບສາເຫດ ທີ່ເຮັດໃຫ້ ບັນຫາຢາບ້າ ແລະ ຢາເສບຕິດ ຍັງແຜ່ຫຼາຍ ຢ່າງຕໍ່ເນື່ອງ ໃນຫຼາຍບ້ານ ແລະ ຫຼາຍເມືອງ ຂອງແຂວງໄຊຍະບູຣີ ຈົນເຮັດໃຫ້ເກີດບັນຫາ ການໃຊ້ຄວາມຮຸນແຮງ ທຳຮ້າຍຮ່າງກາຍ ບຸກຄົນໃນຄອບຄົວ, ລັກຊັບພໍ່ແມ່ປະຊາຊົນ ໃນທ້ອງຖິ່ນນັ້ນ, ສ່ວນຫຼາຍ ມັກເກີດຂຶ້ນ ໃນເຂດນອກ ເນື່ອງຈາກ ພາກສ່ວນທີ່ກ່ຽວຂ້ອງ ບໍ່ທັນມີງົບປະມານ ແລະ ບຸກຄະລາກອນພຽງພໍເທື່ອ.

ດັ່ງຊາວບ້ານ ຢູ່ບ້ານໃກ້ຄຽງ ເມືອງພຽງ ແຂວງໄຊຍະບູຣີ ທ່ານນຶ່ງ ກ່າວວ່າ:

“ຖືກລະເບີດຕີ້ ສ່ວນຫຼາຍ ມັນບ້ານເຂດນອກນ່າ ທີ່ວ່າເກີດເຫດ. ແມ່ນ ສ່ວນຫຼາຍ ມັນຢູ່ເຂດນອກ. ຫຼາຍເຕີບຢູ່ ປະມານເທົ່າໃດລະ. ມັນເປັນທາງຍາກເນາະ ທາງມັນເປັນດິນແດງ, ຫັ້ນນ່າ ບໍ່ແມ່ນທາງລາດຍາງ, ຫັ້ນນ່າ. ບັນຫາຢາເສບຕິດນີ້ ຍັງເລັ່ງສະກັດກັ້ນຢູ່ຫວາ ມັນແບບວ່າ ກອງກຳລັງເພິ່ນ ກໍເຂົ້າບໍ່ເຖິງ ບໍ່ທົ່ວເຖິງດີປານໃດ, ຫັ້ນນ່າ.”

ທີ່ຜ່ານມາ, ບັນຫາການນຳໃຊ້ຢາບ້າ ແລະ ຢາເສບຕິດ ສ່ວນຫຼາຍ ແມ່ນເກີດຂຶ້ນ ໃນກຸ່ມຊາວໜຸ່ມລາວ ໃນເຂດນອກ ທີ່ບໍ່ໄດ້ຮຽນໜັງສື, ແຕ່ຖ້າຜູ້ໃດ ຮຽນໜັງສືຢູ່ ຖ້າຫາກວ່າຕິດຢາເສບຕິດ ສຸດທ້າຍແລ້ວ ພວກເຂົາເຈົ້າ ກໍຈະປະລະການຮຽນ, ເຊິ່ງທາງການລາວ ແລະ ພາກສ່ວນທີ່ກ່ຽວຂ້ອງ ກໍພະຍາຍາມແກ້ໄຂ ບັນຫາດັ່ງກ່າວນີ້ ເປັນຕົ້ນ ສຶກສາອົບຮົມ ແລະ ໃຫ້ຄວາມຮູ້ ກ່ຽວກັບອັນຕຣາຍ ຂອງສານເສບຕິດ ໃຫ້ຊາວໜຸ່ມລາວ ທີ່ໃຊ້ຢາເສບຕິດ ແລະ ສ່ຽງ ທີ່ຈະໃຊ້ສານເສບຕິດ.

ດັ່ງເຈົ້າໜ້າທີ່ ທີ່ເຮັດວຽກ ດ້ານການໂຄສະນາ-ປະຊາສັມພັນ ກ່ຽວກັບໂທສ ຂອງການເສບຢາເສບຕິດ ນາງນຶ່ງ ກ່າວ່າ:

“ກໍໄດ້ສຶກສາອົບຮົມເນາະ ແລ້ວກໍໄດ້ເອົາເຂົ້າ ນຳບົດຮຽນ ກ່ຽວກັບວິຊາປ້ອງກັນຊາຕ ກັບພະລະສຶກສາ ແລ້ວກໍໄດ້ເອົາມາ ສຶກສາອົບຮົມເນາະ. ເອົາພວກທີ່ວ່າ ຢູ່ໃນໂຮງຮຽນແດ່ ແລ້ວກໍເຈາະຈົງ ເອົາພວກທີ່ວ່າ ກຸ່ມສ່ຽງເນາະ. ກຸ່ມທີ່ວ່າ ມັນແຜ່ຫຼາຍເນາະ ຍ້ອນວ່າ ຄືພວກນັກຮຽນ ກໍບໍ່ຄ່ອຍປານໃດ. ຕິດແບບນີ້ຫຼາຍເນາະ (ສານເສບຕິດ) ດຽວນີ້ນ່າເນາະ ແບບວ່າພວກ ອັນທີ່ວ່າ ແບບວ່າປະລະຢູ່ບ້ານ ແບບທີ່ວ່າ ບໍ່ແມ່ນນັກຮຽນເຮົາ, ຫັ້ນນ່າ. ເຂົາເຈົ້າຢູ່ນຳບ້ານ ແລ້ວເຂົາກໍໄປ ຊຸມແຊວກັນກາງຄືນ ຫຼືວ່າ ໄປເຮັດວຽກເຮັດຫຍັງລະ ແລ້ວເຂົາເຈົ້າກໍຢາກອັນນັ້ນນ່າ ກໍຢາກທົດລອງນ່າ.”

ບໍ່ພຽງແຕ່ ການໃຊ້ສານເສບຕິດ ແລ້ວມີການໃຊ້ຄວາມຮຸນແຮງ ເທົ່ານັ້ນ, ຫຼາຍໆເຫດການ ທີ່ມີການໃຊ້ຄວາມຮຸນແຮງ ກໍມີແຮງຈູງໃຈ ມາຈາກເຣື່ອງອື່ນໆ, ເຊິ່ງຫຼ້າສຸດນີ້ ກໍມີການຄາຕກັມ ແມ່ຍິງລາວ ຊື່ຍານາງ ພະນັດດາ ແລ້ວປ່ອຍສົບ ໃຫ້ໄຫຼຕາມແມ່ນ້ຳຂອງ ຢູ່ໃກ້ເຂດເສຖກິຈພິເສດ 3 ຫຼ່ຽມຄຳ, ເມືອງຕົ້ນເຜິ້ງ ແຂວງບໍ່ແກ້ວ ຈົນເປັນຂ່າວໃຫຍ່ ໃນທ້າຍເດືອນທັນວາ ປີ 2023 ທີ່ຜ່ານມານັ້ນ ແລະ ເຈົ້າໜ້າທີ່ ທີ່ກ່ຽວຂ້ອງ ກໍຍັງສືບສວນສອບສວນຢູ່ ວ່າສາເຫດ ຂອງການຄາຕກັມ ແມ່ຍິງລາວ ຄົນດັ່ງກ່າວ ມາຈາກສາເຫດໃດກັນແທ້. ສບາຍດີ.

ອອກຄວາມເຫັນ

ອອກຄວາມ​ເຫັນຂອງ​ທ່ານ​ດ້ວຍ​ການ​ເຕີມ​ຂໍ້​ມູນ​ໃສ່​ໃນ​ຟອມຣ໌ຢູ່​ດ້ານ​ລຸ່ມ​ນີ້. ວາມ​ເຫັນ​ທັງໝົດ ຕ້ອງ​ໄດ້​ຖືກ ​ອະນຸມັດ ຈາກຜູ້ ກວດກາ ເພື່ອຄວາມ​ເໝາະສົມ​ ຈຶ່ງ​ນໍາ​ມາ​ອອກ​ໄດ້ ທັງ​ໃຫ້ສອດຄ່ອງ ກັບ ເງື່ອນໄຂ ການນຳໃຊ້ ຂອງ ​ວິທຍຸ​ເອ​ເຊັຍ​ເສຣີ. ຄວາມ​ເຫັນ​ທັງໝົດ ຈະ​ບໍ່ປາກົດອອກ ໃຫ້​ເຫັນ​ພ້ອມ​ບາດ​ໂລດ. ວິທຍຸ​ເອ​ເຊັຍ​ເສຣີ ບໍ່ມີສ່ວນຮູ້ເຫັນ ຫຼືຮັບຜິດຊອບ ​​ໃນ​​ຂໍ້​ມູນ​ເນື້ອ​ຄວາມ ທີ່ນໍາມາອອກ.