ພໍ່ຄ້າຢາເສບຕິດ ຣາຍໃຫຍ່ ຊາວມາເລເຊັຽ ຖືກຈັບຢູ່ລາວ

ຈຳປາທອງ
2024.01.03
ພໍ່ຄ້າຢາເສບຕິດ ຣາຍໃຫຍ່ ຊາວມາເລເຊັຽ ຖືກຈັບຢູ່ລາວ ຮູບໂຕຢ່າງປະກອບ: ຢາເສບຕິດ ເຈົ້າໜ້າທີ່ ຂອງປະເທດເພື່ອນບ້ານ ຍຶດໄດ້ຈາກເຄືອຂ່າຍຄ້າຢາເສບຕິດ ເມື່ອປີ 2022.
RFA

ຕໍາຣວດລາວ ຈັບພໍ່ຄ້າຢາເສບຕິດລາຍໃຫຍ່ ຄົນມາເລເຊັຽ ອາຍຸປະມານ 40 ປີ ແຕ່ຍັງບໍ່ຮູ້ຊື່ ຢູ່ສະຖານທີ່ແຫ່ງນຶ່ງ ໃນປະເທດລາວ. ມື້ວັນທີ 28 ທັນວາ 2023 ພາຍຫລັງທີ່ໄດ້ຮັບການປະສານງານ ຈາກຕ່າງປະເທດ, ແຕ່ຍັງບໍ່ຮູ້ຣາຍລະອຽດ ກ່ຽວກັບເຮື່ອງນີ້ເທື່ອ, ຮູ້ພຽງແຕ່ວ່າ ຜູ້ຕ້ອງຫາຄ້າຢາເສບຕິດລາຍໃຫຍ່ນີ້ ເປັນເປົ້າໝາຍຂອງທາງການໄທຍ ອີງຕາມຣາຍງານ ຂອງສໍານັກຂ່າວ “News Straits Times” ຂອງມາເລເຊັຽ ໃນມື້ວັນທີ 2 ມົກກະຣານີ້.

ເພື່ອຂໍຮູ້ຣາຍລະອຽດ ກ່ຽວກັບກໍຣະນີທີ່ວ່ານີ້ ວິທຍຸເອເຊັຽເສຣີ ໄດ້ຕິດຕໍ່ຖາມໄປຫາກະຊວງປ້ອງກັນຄວາມສງົບ ຂອງລາວ ໃນມື້ວັນທີ 3 ມົກກະຣານີ້ ແຕ່ໄດ້ຮັບຄໍາຕອບຈາກເຈົ້າໜ້າທີ່ ນາງນຶ່ງ ພຽງແຕ່ວ່າ ໄດ້ຈັບຊາວມາເລເຊັຽຄົນດັ່ງກ່າວນັ້ນແທ້ ແຕ່ຍັງບໍ່ທັນຮູ້ຣາຍລະອຽດເທື່ອ.

ອໍ໋ ເພິ່ນຍັງບໍ່ມີຣາຍລະອຽດມາໃຫ້ເທື່ອນ່າ. ເພິ່ນຍັງບໍ່ທັນໄດ້ຣາຍງານມາຫາທາງເຮົາເທື່ອ. ດຽວເຮົາໄດ້ຣາຍລະອຽດແນວໃດແລ້ວ ຊິຕອບກັບເດີ.

ໃນຂະນະດຽວກັນ ເຈົ້າໜ້າທີ່ ສໍານັກງານຄະນະກັມມະການປ້ອງກັນ ແລະປາບປາມຢາເສບຕິດ ຂອງໄທຍ ໄດ້ກ່າວວ່າ ປັດຈຸບັນ ເຈົ້າໜ້າທີ່ ທີ່ກ່ຽວຂ້ອງ ກໍາລັງປະສານງານໄປຫາທາງການລາວ ເພື່ອຂໍໃຫ້ສົ່ງຜູ້ຕ້ອງຫາ ໃຫ້ທາງການໄທຍສອບສວນ ແລະດໍາເນີນຄະດີ, ແລະວ່າ ຍັງບໍ່ສາມາດໃຫ້ຣາຍລະອຽດໄດ້, ຕ້ອງລໍຖ້າໄປຈົນກວ່າ ຈະມີການສຖແລງຂ່າວ ຢ່າງເປັນທາງການກ່ອນ ຂະນະນີ້ກໍາລັງລໍຖ້າໄປຮັບຕົວຜູ້ຕ້ອງຫາຄົນນີ້ຢູ່.

ດັ່ງທີ່ທ່ານກ່າວ ໃນມື້ດຽວກັນນັ້ນວ່າ:

(ພາສາໄທຍ) ໃນຂະນະນີ້ ທາງພວກເຮົາ ກໍກໍາລັງລໍຖ້າ ໄປຮັບຕົວຜູ້ຕ້ອງຫາຣາຍນີ້ຢູ່ ແຕ່ກໍຍັງບໍ່ທັນມີກໍານົດການ ທີ່ແນ່ນອນເທື່ອ. ຄັນມີຣາຍລະອຽດແລ້ວ ອາດອອກເປັນຂ່າວ ແລ້ວກໍແຈ້ງໃຫ້ຮັບຊາບອີກເທື່ອນຶ່ງ.

ມາເຖິງປັດຈຸບັນ ພາກສ່ວນທີ່ກ່ຽວຂ້ອງ ຂອງທາງການລາວ ຍັງບໍ່ທັນເປີດເຜີຍ ກ່ຽວກັບເຣື່ອງດັ່ງກ່າວນັ້ນເທື່ອ ແລະເຈົ້າໜ້າທີ່ສື່ມວນຊົນ ປ້ອງກັນຄວາມສງົບ ເວົ້າວ່າ ເຣື່ອງນີ້ແມ່ນຕໍາຣວດກວດກາຄົນເຂົ້າເມືອງ ກັບກົງສຸນ ສູນກາງ ຈະເປັນຜູ້ຖແລງຂ່າວ.

ໂຕນີ້ມັນບໍ່ທັນເຂົ້າໃຈນ່າ ຕມ. ພຸ້ນເປັນຜູ້ອັນນັ້ນນ່າ ກັບກົງສຸນເລີຍ ຢູ່ສູນກາງພຸ້ນເປັນຜູ້ຖແລງນ່າ ທາງກະຊວງພຸ້ນນ່າ ເຂົາເຈົ້າຣາຍງານໃຫ້ຂັ້ນເທິງ ຂັ້ນເທິງ ແລ້ວຈຶ່ງມຮທິດຕໍ່ໄປຫັ້ນນ່າ.

ເພື່ອຂໍຮູ້ຂໍ້ມູນເພີ່ມຕື່ມ ວິທຍຸເອເຊັຽເສຣີ ໄດ້ພະຍາຍາມຕິດຕໍ່ໄປຫາ ກົມຕໍາຣວດກວດກາຄົນເຂົ້າເມືອງ ແລະສະຖານທູດມາເລເຊັຽ ປະຈໍາລາວ ແຕ່ບໍ່ສາມາດຕິດຕໍ່ໄດ້.

ກ່ຽວກັບກໍຣະນີນີ້ ຜູ້ຮູ້ກົດໝາຍທ່ານນຶ່ງ ເວົ້າວ່າ ທາງການໄທຍ ບໍ່ສາມາດຂໍໂຕຜູ້ຕ້ອງຫາ ຣາຍນີ້ໄປດໍາເນີນຄະດີ ຢູ່ປະເທດໄທຍໄດ້. ຖ້າວ່າ ທາງການໄທຍ ມີໝາຍຈັບບຸກຄົນດັ່ງກ່າວ ຫລືເປັນເປົ້າໝາຍ ຕິດຕາມຈັບມາດົນແລ້ວ, ທາງການໄທຍ ຕ້ອງປະສານງານ ຫາສະຖານທູດທີ່ກ່ຽວຂ້ອງ ເພື່ອໃຫ້ສະຖານທູດນັ້ນ ຮັບຮູ້ນໍາ.

ກໍຣະນີທີ່ຖາມເນາະ ເປັນເປົ້າໝາຍທີ່ວ່າທາງການໄທຍຕ້ອງການໂຕ ຄັນລະຫວ່າງປະເທດລາວກັບໄທຍນີ້ກໍຕ້ອງປະສານຜ່ານທາງສະຖານທູດ ເຂົາເຈົ້າ.

ແຕ່ສໍາລັບປະຊາຊົນທົ່ວໄປ ແມ່ນຍັງບໍ່ທັນຮູ້ກ່ຽວກັບເຣື່ອງດັ່ງກ່າວ. ຕາມການສອບຖາມຂອງ ວິທຍຸເອເຊັຽເສຣີ ໄປຍັງປະຊາຊົນລາວ ຈໍານວນນຶ່ງ ແຕ່ບໍ່ມີຜູ້ໃດໃຫ້ຄວາມເຫັນໄດ້ ຍ້ອນຍັງບໍ່ທັນຮູ້ຂ່າວນີ້ຄັກແນ່.

ເມື່ອກ່ອນໜ້ານີ້ ພົລຕໍາຣວດໂທ ພານຸຣັດ ຫລັກບຸນ ເລຂາທິການສໍານັກງານ ຄະນະກັມມະການ ປ້ອງກັນ ແລະປາບປາມຢາເສບຕິດ ຂອງໄທຍ ໄດ້ກ່າວຜ່ານຖແລງການວ່າ ທາງສໍານັກງານ ຂອງພວກທ່ານ ໄດ້ດໍາເນີນການສືບສວນ ຊາວມາເລເຊັຽ ຜູ້ຕ້ອງສົງໄສຄົນນີ້ ຍ້ອນວ່າຜູ້ກ່ຽວມີສ່ວນສໍາຄັນ ໃນການຈັດຫາ ແລະ ປະສານງານ ກ່ຽວກັບເຣື່ອງການຄ້າຢາເສບຕິດ ໃນເຂດສາມຫລ່ຽມຄໍາ ນັບຕັ້ງແຕ່ປີ 2006 ເປັນຕົ້ນມາ. ຜູ້ກ່ຽວໄດ້ເຮັດວຽກ ຮ່ວມກັບເຄືອຂ່າຍຄ້າຢາເສບຕິດໃນໄທຍ, ລາວ, ຈີນ, ມາເລເຊັຽ ແລະສິງກະໂປ ແລະທັງໃຊ້ປະເທດໄທຍ ເປັນແຫລ່ງຟອກເງິນ ແລະເປັນທາງຜ່ານ ໃນການລັກຂົນສົ່ງຢາເສບຕິດ ຮວມທັງໄປປະເທດທີ 3 ເປັນຕົ້ນ ມາເລເຊັຽ, ໄຕ້ຫວັນ ແລະອອສເຕຣເລັຽ ອີງຕາມຣາຍງານ ຂອງສໍານັກຂ່າວ “News Straits Times” ຂອງມາເລເຊັຽ ໃນມື້ວັນທີ 2 ມົກກະຣານີ້.

ນອກຈາກນັ້ນ ຍັງມີຣາຍງານຕື່ມວ່າ ຊາວມາເລເຊັຽຄົນດັ່ງກ່າວ ມາຈາກຣັຖເປຣັກ (Perak State) ປະເທດມາເລເຊັຽ. ເຂົາຖືກຈັບ ໃນລະຫວ່າງທີ່ເດີນທາງເຂົ້າມາປະເທດລາວ ໃນຂໍ້ຫາ ບໍ່ມີເອກະສານເດີນທາງ ຂ້າມປະເທດ ຢ່າງຖືກຕ້ອງ ແລະໄດ້ຖືກທາງການໄທຍ ຂຶ້ນບັນຊີດໍາ ຫລັງຈາກເຈົ້າໜ້າທີ່ໄທຍ ຈັບຜູ້ຕ້ອງຫາ ຄ້າຢາເສບຕິດໄດ້ 7 ຄົນ ແລະຍຶດຂອງກາງ ເປັນຢາບ້າໄດ້ 998 ກິໂລ ຢູ່ແຂວງ ຣາຊບູຣີ ເມື່ອປີ 2023 ທີ່ຜ່ານມາ, ອີງຕາມຣາຍງານຂອງສໍານັກຂ່າວ ເບນາ ນິວສ໌ ທີ່ອີງໃສ່ຖແລງການ ຂອງທ່ານ Mohd Kamaruddin Md Din ຜູ້ອໍານວຍການ ກົມຕໍາຣວດ ສືບສວນຢາເສບຕິດ ຂອງມາເລເຊັຽ.

ອອກຄວາມເຫັນ

ອອກຄວາມ​ເຫັນຂອງ​ທ່ານ​ດ້ວຍ​ການ​ເຕີມ​ຂໍ້​ມູນ​ໃສ່​ໃນ​ຟອມຣ໌ຢູ່​ດ້ານ​ລຸ່ມ​ນີ້. ວາມ​ເຫັນ​ທັງໝົດ ຕ້ອງ​ໄດ້​ຖືກ ​ອະນຸມັດ ຈາກຜູ້ ກວດກາ ເພື່ອຄວາມ​ເໝາະສົມ​ ຈຶ່ງ​ນໍາ​ມາ​ອອກ​ໄດ້ ທັງ​ໃຫ້ສອດຄ່ອງ ກັບ ເງື່ອນໄຂ ການນຳໃຊ້ ຂອງ ​ວິທຍຸ​ເອ​ເຊັຍ​ເສຣີ. ຄວາມ​ເຫັນ​ທັງໝົດ ຈະ​ບໍ່ປາກົດອອກ ໃຫ້​ເຫັນ​ພ້ອມ​ບາດ​ໂລດ. ວິທຍຸ​ເອ​ເຊັຍ​ເສຣີ ບໍ່ມີສ່ວນຮູ້ເຫັນ ຫຼືຮັບຜິດຊອບ ​​ໃນ​​ຂໍ້​ມູນ​ເນື້ອ​ຄວາມ ທີ່ນໍາມາອອກ.

ຄວາມເຫັນ

Tiger
Jan 04, 2024 02:18 PM

ໄຫ່ໃຫຍ່ລົ້ນ ໄຫກາງບໍ່ເຕັມ ໄຫນ້ອຍບໍ່ມີ