ສີສຸກ ດາວເຮືອງ ກ່ອນຖືກ ຕັດສິນປະຫານຊີວິດ
2022.03.17
ສີສຸກ ດາວເຮືອງ ເປັນນັກໂທດຄ້າຂາຍຢາເສບຕິດຣາຍໃຫຍ່ ທີ່ມີການອຳພາງໂຕຕົນ ໄດ້ຢ່າງແນບນຽມ. ຖ້າຈັບໄຊຊະນະບໍ່ໄດ້ ທັງ ສີສຸກ ດາວເຮືອງ ແລະ ຄອນປະສົງ ກໍຄົງລອດໄປ ເນື່ອງຈາກການຊັກທອດ ຂອງ ໄຊຊະນະ ພໍ່ຄ້າຢາເສບຕິດ ຣາຍໃຫຍ່ທີ່ຫລາຍປະເທດ ຕ້ອງການໂຕນັ້ນສົ່ງຜົລໃຫ້ ຕຳຣວດລາວຕ້ອງໄດ້ດຳເນີນການ ຈັບກຸມ ທັງ ສີສຸກ ດາວເຮືອງ ແລະ ຄອນປະສົງ ໄປພ້ອມກັນ. ກ່ອນໜ້ານັ້ນ ໄຊຊະນະ ຖືກຕັດສິນຈຳຄຸກ ຕລອດຊີວິດຢູ່ປະເທດໄທຍຫລຸດໂທດຈາກປະຫານຊີວິດຍ້ອນໃຫ້ການເປັນປໂຍດ ແລະ ຄອນປະສົງກໍຖືກຕັດສິນປະຫານຊີວິດ ຢູ່ປະເທດລາວພ້ອມດ້ວຍພັກພວກ.
ມາເຖິງການດຳເນີນຄະດີ ຂອງ ສີສຸກ ດາວເຮືອງ ເຈົ້າໜ້າທີ່ຕ້ອງໃຊ້ເວລາເກືອບ 5 ປີ ຈຶ່ງສາມາດສຣຸບແລະຕັດສິນໄດ້. ສ່ວນໄຊຊະນະ ແລະ ຄອນປະສົງໃຊ້ເວລາພຽງນຶ່ງປີ. ໃນນີ້ ສີສຸກ ດາວເຮືອງຖືກຂໍ້ຫາສະຖານ ຄ້າ-ຂາຍ ຢາເສບຕິດ, ຟອກເງິນ ແລະ ຊື້-ຂາຍ ອາວຸດເສິກຜິດກົດໝາຍ. ຈາກຂໍ້ຫາດັ່ງກ່າວສານປະຊາຊົນ ນະຄອນຫລວງວຽງຈັນ ໄດ້ຕັດສິນປະຫານຊີວິດ ເມື່ອວັນທີ 3 ມີນາ 2022 ຜ່ານມາ. ສ່ວນພັກພວກອີກ 4 ຄົນ ກໍຖືກລົງໂທດຈຳຄຸກ.
ຕໍ່ກັບການຕັດສິນຄະດີດັ່ງກ່າວ ເຈົ້າໜ້າທີ່ທີ່ກ່ຽວຂ້ອງທີ່ບໍ່ປະສົງອອກຊື່ ແລະສຽງໄດ້ກ່າວຕໍ່ RFA ເມື່ອວັນທີ 13 ມີນາ 2022 ນີ້ວ່າ. ເປັນຄະດີທີ່ມີຂະບວນການ ທີ່ແນບນຽມຫລາຍຕ້ອງໃຊ້ ເວລາຫລາຍປີກ່ວາຈະສະສາງຄະດີໄດ້.
“ການຄ້າຂາຍຢາເສບຕິດ ມີລັກສະນະເພີ່ມຂື້ນການເຄື່ອນໄຫວ ຂອງກຸ່ມຄ້າຂາຍລັກສະນະທີ່ເລິກແລບ ແນບນຽນເປັນຣາຍທີ່ໃຫຍ່ ມັນກາປະຕິເສດບໍ່ໄດ້ທ່ານຜູ້ຄ້າຂາຍ ຢາເສບຕິດນີ້ນ່າ ເລ້ຫລ່ຽມກົນອຸບາຍມັນກາຊິເລິກແລບ ແນບນຽນເນາະ.”
ສ່ວນປະຊາຊົນ ທີ່ເຝົ້າຕິດຕາມເຫດການເຣື່ອງນີ້ ກໍໄດ້ໃຫ້ຄວາມເຫັນວ່າ ທີຈິງຫລາຍຄົນກໍຄົງຄິດວ່າ ສີສຸກ ດາວເຮືອງ ຕ້ອງລອດຈາກຄະດີ ເພາະຖືກຈັບແຕ່ເດືອນເມສາ ປີ 2017 ໃນຂະນະທີ່ກຳລັງເດີນທາງໄປແຂວງຫລວງພຣະບາງ. ຈາກນັ້ນຂ່າວກໍມິດງຽບໄປ ກໍເຫັນແຕ່ ໄຊຊະນະ ແລະ ຄອນປະສົງຊຶ່ງສານໄດ້ຕັດສິນໄປແລ້ວ. ເພາະເບື້ອງຫລັງຂອງ ສີສຸກ ດາວເຮືອງເປັນຄົນທີ່ມີອິດທິພົລຫລາຍ ໃນການເຮັດທຸຣະກິຈ ແຕ່ພໍສານປະກາດຄຳຕັດສິນ ປະຫານຊີວິດເມື່ອວັນທີ 3 ມີນາ 2022 ຜ່ານມາປະຊາຊົນຫລາຍຄົນກໍຍັງຕັ້ງຂໍ້ສົງໃສ ຮູບທີ່ສື່ ປກສ ເອົາລົງຄືບໍ່ມີ ສີສຸກ ດາວເຮືອງ.
ດັ່ງປະຊາຊົນກ່າວວ່າ:
“ຕັດສິນຄະດີກ່ຽວກັບທ້າວ ສີສຸກ ດາວເຮືອງທັງໝົດ 5 ຄົນນຶ່ງໃນນັ້ນຄື ທ້າວ ສີສຸກ ດາວເຮືອງຄືຫາງສຽງຂອງປະຊາຊົນບໍ່ເຊື່ອຮູບຈຳເລີຍທັງຫ້າແມ່ນໃຜແນ່ຄື ສີສຸກ ດາວເຮືອງ ອັນນີ້ລະປະຊາຊົນຍັງສົງສັຍ.”
ຄວາມເຫັນປະຊາຊົນອີກທ່ານນຶ່ງ ທີ່ຕັ້ງຄຳຖາມວ່າພວກເຮົາແມ່ນຊາວບ້ານ ເມື່ອທາງການ ຕັດສິນຄະດີແຕ່ກັບອະທິບາຍຄະດີ ຫລືການສະແດງຮູບບໍ່ຣະອຽດ ເຮັດແນວໃດຊາວບ້ານຄື ເຮົາຊິໄປຮູ້ໄດ້ວ່າ ສີສຸກ ດາວເຮືອງ ແມ່ນໃຜ ເບິ່ງຄືວ່າທາງການບໍ່ເຕັມໃຈທີ່ຈະເຜີຍແຜ່ ຂ່າວນີ້ເພາະຮູບໃນຂ່າວທີ່ຢູ່ໃນສານຕັດສິນນັກໂທດ ກໍໃສ່ຜ້າອັດປາກອັດດັງ ບໍ່ຮູ້ວ່າໃຜແມ່ນ ສີສຸກ ດາວເຮືອງ.
“ປະຊາຊົນຕາສີ ຕາສາ ຊິຮູ້ໄດ້ແນວໃດວ່າ ຄວາມຈິງຢູ່ໃສກາຮູ້ໄດ້ ຈາກປາກຕໍ່ປາກຂອງປະຊາຊົນ ຫັ້ນແລ້ວທີ່ເຂົາຮູ້ເຂົາເຫັນເຫດການ ແລະຫລາຍພາກສ່ວນທີ່ ອອກມາຈາກຍາດພີ່ນ້ອງ ທີ່ຢູ່ໃນວົງຄະນະຂອງພັກ-ຣັຖເອງເວົ້າໃຫ້ຟັງ.”
ປະຊາຊົນອີກທ່ານນຶ່ງທີ່ບໍ່ປະສົງອອກຊື່ ແລະສຽງໃຫ້ຂໍ້ສັງເກດວ່າ ຄະດີສີສຸກ ດາວເຮືອງ ຫລື ຄະດີຄ້າຢາເສບຕິດໃຫຍ່ໆ ໃນປັດຈຸບັນມັນເປັນໄປບໍ່ໄດ້ທີ່ວ່າ ບໍ່ມີເຈົ້າໜ້າທີ່ເຂົ້າມາກ່ຽວຂ້ອງ ດັ່ງກຸ່ມຂອງໄຊຊະນະ, ຄອນປະສົງ ແລະ ສີສຸກ ດາວເຮືອງ ຄ້າຢາເສບຕິດຈົນຮັ່ງມີ ແລະ ຄະດີກໍດຳເນີນໄປແບບປິດໆ ບັງໆ ໂດຍທາງການບໍ່ອອກມາຖແລງຂ່າວ ໃຫ້ປະຊາຊົນໄດ້ຮັບຊາບຄວາມຄືບໜ້າໃດໆ ນອກຈາກເຫັນຈາກສື່ສັງຄົມອ໋ອນລາຍນ໌ເທົ່ານັ້ນ.
“ການແຜ່ຜາຍຢາເສບຕິດໃນ ສປປ ລາວຫລາຍຂື້ນຍ້ອນມີຕຳຣວດ ທະຫານ ມີສ່ວນພົວພັນຮັບສິນບົນເພື່ອໃຫ້ຄວາມສະດວກ ໃນການຂົນສົ່ງຢາເສບຕິດ ໃນລາວມາຍາວນນານ”
ຕໍ່ກັບການຕັດສິນຄະດີຂອງ ສີສຸກ ດາວເຮືອງທີ່ເປັນບັນຫາຄາໃຈຂອງປະຊາຊົນນັ້ນທາງ ເຈົ້າໜ້າທີ່ທ່ານນຶ່ງ ຂອງອົງການໄອຍາການປະຊາຊົນ ນະຄອນຫລວງວຽງຈັນ ກໍໄດ້ອອກມາ ຖແລງເຖິງຄວາມເປັນມາຕໍ່ການຕັດສິນປະຫານຊີວິດ ສີສຸກ ດາວເຮືອງ ເມື່ອວັນທີ 3 ມີນາ ຜ່ານມາ ໂດຍເນື້ອໃນຣະບຸວ່າ. ພາຍຫລັງທີ່ ທ້າວ ໄຊຊະນະ ແກ້ວພີມພາ ຖືກທາງເຈົ້າໜ້າທີ່ຕຳຣວດປະເທດໄທຍ ຈັບໂຕໃນຄັ້ງ ວັນທີ 19 ມົກກະຣາປີ 2017.
ຜ່ານການດຳເນີນຄະດີ ຂອງທາງການໄທຍ ທ້າວ ໄຊຊະນະ ແກ້ວພີມພາ ໄດ້ໃຫ້ການຊັກ ທອດວ່າ ທ້າວ ສີສຸກ ດາວເຮືອງ ໄດ້ມີການເຄື່ອນໄຫວ ຄ້າຂາຍຢາເສບຕິດຮ່ວມກັບ ທ້າວ ໄຊນູເດັ່ງ ຄົນມາເລເຊັຍຢູ່ເຂດຊາຍແດນ ພາກໃຕ້ຂອງປະເທດໄທຍ ຕາມຄຳໃຫ້ການຂອງ ໄຊຊະນະແກ້ວພີມພາ ສະບັບລົງວັນທີ 21 ມົກກະຣາ ປີ 2017 ແລະ ມີຫລັກຖານການໂອນເງິນຄ່າຢາເສບຕິດຈາກ ທ້າວ ໄຊນູເດັ່ງ ທີ່ໄດ້ໂອນເງິນມາໃຫ້ຈຳເລີຍ ໂດຍຜ່ານບັນຊີ ຮ້ານແລກປ່ຽນເງິນຕຣາ ແຂວງໜອງຄາຍໃນປີ 2015-2016 ຮວມເປັນເງິນ 144 ລ້ານບາດໄທຍ ໃນນີ້ຄ່າຢາບ້າຈຳນວນ 1.6 ພັນມັດ ເທົ່າກັບ 3.2 ລ້ານເມັດ ນໍ້າໜັກ 320 ກິໂລກຣາມທີ່ຈຳເລີຍໄດ້ທຳການຄ້າຂາ ຍຮ່ວມກັບ ທ້າວ ໄຊນູເດັງ ໂດຍມີ ທ້າວ ຣາຊພົນ ເປັນຄົນໄປຮັບເອົາເງິນ ແລ້ວເອົາມາມອບໃຫ້ຈຳເລີຍຕາມຂໍ້ມູນ ຫລັກຖານທີ່ເຈົ້າໜ້າທີ່ໄທຍຢຶດໄດ້ ແລະ ກວດກາໂທຣະສັບມືຖື ຂອງທ້າວ ຣາຊພົນ ພົບເຫັນຈຳເລີຍມີການສົນທະ ນາກ່ຽວກັບການໂອນເງິນແຕ່ລະຄັ້ງໂດຍຜ່ານ ໂປຣແກຣມ ວ໋ອດແອັບ.
ຜ່ານການສືບຫາລັກຖານ ພົບວ່າຈຳເລີຍໄດ້ເງິນມາຈາກການກະທຳຜິດ ແລ້ວກໍເອົາໄປປ່ຽນເປັນການຊືື້ຣົຖຫລູລາຄາແພງ ມາວາງຂາຍ, ຊື້ທີ່ິດິນຈຳນວນຫລາຍຕອນ ແລະເອົາພັນທະບັດມູນຄ່າຫລາຍຕື້ ໃຫ້ບຸກຄົນກູ້ຢືມແຕ່ກົງກັນຂ້າມຈຳເລີຍ ໄດ້ເອົາໃບຕາດິນໄປເປັນຫລັກຊັບຄໍ້າປະກັນ ກູ້ຢືມເງິນຈາກທະນາຄານ ໃນນະຄອນຫລວງວຽງຈັນ ເພື່ອເຊື່ອງອຳຊ້ອນເງື່ອນກ່ຽວກັບທີ່ມາ ຂອງເງິນເພື່ອເຮັດໃຫ້ເງິນໄດ້ມາຈາກການກະທຳຜິດນັ້ນ ໃຫ້ຖືກຕ້ອງຕາມກົດໝາຍ.
ການສືບສວນຍັງພົບອີກວ່າໃນປີ 1997 ຈຳເລີຍຍັງໄດ້ໄປເຮັດວຽກກໍ່ສ້າງ-ຂົວທາງ ປີ 1999 ໄດ້ເປີດຮ້ານສ້ອມແປງຣົຖຈັກ ແລະຮ້ານຂາຍຣົຖ ຈັກມືສອງ ປີ 2002 ໄດ້ເປີດຮ້ານຂາຍຣົຖໃຫຍ່ມືສອງຊື້ນຳປະຊາຊົນໃສຂາຍຕໍ່. ປີ 2003 ໄດ້ແຕ່ງດອງກັບ ນາງ ບົວທອງ ໄຕຣປະດິດ.ໃນປີ 2007 ຈຳເລີຍໄດ້ເອົາທີ່ດິນພ້ອມເຮືອນຢູ່ບ້ານ ພຣະໄຊ ເມືອງສີສັດຕະນາກໄປຄໍ້າປະກັນ ກູ້ຢືມເງິນນຳທະນາຄານ ພາບບລິກ ຈຳນວນ 1 ແສນໂດລາຣ໌ສະຫະຣັຖດອກເບັ້ຍ 10%ຕໍ່ປີ ,ປີ 2011 ໄດ້ໄປກູ້ຢືມເງິນນຳທະນາຄານພົງສວັນ ຈຳນວນ 90 ລ້ານບາດໄທຍດອກເບັ້ຍ 12ຕໍ່ປີ ໂດຍເອົາໃບຕາດິນຈຳນວນ 14 ໃບເປັນຫລັກຊັບຄໍ້າປະກັນ. ນອກຈາກນີ້ຈຳເລີຍຍັງໄດ້ໂຄຕ້າຣົຖ ທີ່ຕິດຕັ້ງແກັສຈາກຣັຖບານເສັຍພາສີ 50% ຂອງມູນຄ່າພາສີຂອງຣັຖນຳເຂົ້າມາຈາກປະເທດ ສະຫະຣັຖ ອາເມຣິກາ, ເຢັຍຣະມັນ, ໄທຍ, ຢີ່ປຸ່ນ, ດູໄບ໋ ແລະ ໄຕ້ຫວັນ ຈຳນວນ 200 ປາຍຄັນ ຄັນລະ 9 ໝື່ນ ຫາ 1 ແສນໂດລາຣ໌ສະຫະຣັຖ.
ນອກຈາກນີ້ຍັງໄດ້ຊື້ຣົຖ ມາຈາກຕ່າງປະເທດເສັຍພາສີ 100% ຊື້ມາປະມານ 1,000 ຄັນ ແລ້ວນຳມາຂາຍ ແລະ ເອົາໄປແລກປ່ຽນທີ່ດິນພ້ອມເຮືອນ. ໃນປີ 2014 ໄດ້ກູ້ຢືມເງິນທະ ນາຄາຮ່ວມພັທນາຈຳນວນ 50 ລ້ານບາດໄທຍດອກເບັ້ຍ 11%ຕໍ່ປີ ໂດຍເອົາໃບຕາດິນຈຳ ນວນ 9 ໃບເປັນຫລັກຊັບຄໍ້າປະກັນໃນການກູ້ຢືມເງິນ.ປີ 2015 ໄດ້ກູ້ຢືມເງິນນທະນາຄານການຄ້າ ສາກົນຈຳນວນ 32 ລ້ານບາດໄທຍ ດອກເບັ້ຍ 11%ຕໍ່ປີ ໂດຍເອົາໃບຕາດິນຈຳນວນ 4 ໃບໄປເປັນຫລັກຊັບຄໍ້າປະກັນ.
ຕົກມາຮອດປີ 2016 ຈຳເລີຍໄດ້ກູ້ຢືມເງິນນຳທະນາຄານພົງສວັນ ຕື່ມອີກຈຳນວນ 100 ລ້ານບາດໄທຍ ໂດຍໃຫ້ທະນາຄານ ກຣຸງສີອາຍຸທຍາສາຂານະຄອນຫລວງວຽງຈັນ ຊື້ໜີ້ໃຫ້.
ຕໍ່ມາໃນເດືອນມົກກະຣາປີ 2016 ຍັງໄດ້ກູ້ຢຶມເງິນນຳ ທະນາຄານກຣຸງສີອາຍຸທຍາ ຈຳນວນ 24 ລ້ານບາດໄທຍ, ເງິນທີ່ກຸູ້ຢືມາແມ່ນເອົາໄປບໍຣິຫານ ຊື້ນໍ້າມັນຈາກບໍຣິສັດບາງຈາກປະເທດໄທຍ.
ທ້າວ ສີສຸກ ດາວເຮືອງ ຖືກຈັບໂຕໃນວັນທີ 1 ເມສາ ປີ 2017 ພ້ອມ ທ້າວ ທົງໄຊ ແລະ ນາງ ວິປະກອນ ໂດຍເຈົ້າໜ້າທີ່ກວດຄົ້ນເຮືອນ ທ້າວ ສີສຸກ ພົບເຫັນຢາໄອສ໌ 3 ຖົງນ້ອຍນໍ້າໜັກ 12.4 ກຣາມ ແລະ ກັນຊາແຫ້ງ 1 ຖົງນໍ້າໜັກ 29,9 ກຣາມ. ຕໍ່ການກະທຳຂອງ ທ້າວ ສີສຸກ ດາວເຮືອງ ເປັນການກະທຳຜິດທາງອາຍາໃນຂໍ້ຫາການຄ້າຂາຍຢາເສບຕິດ, ການຟອກເງິນ, ການຊື້ຂາຍອາວຸດເສິກ ແລະ ວັດຖຸຣະເບີດໂດຍບໍ່ຖືກຕ້ອງຕາມກົດໝາຍ. ເນື່ອງຈາກວ່າຈຳເລີຍໄດ້ມີການເຄື່ອນໄຫວ ຄ້າຂາຍຢາເສບຕິດຂ້າມຊາດ. ການກະທຳດັ່ງກ່າວມັນໄດ້ແຕະຕ້ອງ ເຖິງເສຖກິຈຂອງຊາດ, ລະບຽບການຄວບຄຸມແລະການປ້ອງກັນການຜລິດຢາເສບຕິດ, ແຕະຕ້ອງເຖິງຄວາມສງົບຂອງຊາດ, ແຕະຕ້ອງເຖິງກຳມະສິດສ່ວນໂຕຂອງບຸກຄົນອື່ນ, ສ້າງຄວາມບໍ່ເປັນລະບຽບຮຽບຮ້ອຍ ໃຫ້ແກ່ສັງຄົມ ທັງໆ ທີ່ວ່າຈຳເລີຍກໍມີສະຕິຊຳປະຊັນຍະສົມບູນດີ ແລະ ມີອາຍຸກະສຽນທາງອາຍາຄົບຖ້ວນແລ້ວແຕ່ກໍຍັງຈົງໃຈກະທຳລົງໄປໂດຍບໍ່ເຄົາຣົບກົດໝາຍຈຶ່ງຖືວ່າຈຳເລີຍທີ 1 ໄດ້ກະທຳຜິດມາຕຣາ 2 ຂໍ້ 2 ວັກ 4 ຂອງກົດໝາຍວ່າດ້ວຍການປັບປຸງມາຕຣາ 146 ຂອງກົດ ໝາຍອາຍາສະບັບປີ 2005 ແລະ ມາຕຣາ 75,76 ຂອງກົດໝາຍວ່າດ້ວຍຢາເສບຕິດສະ ບັບປີ 2013ມາຕຣາ 64 ວັກ 2 ແລະ ມາຕຣາ 77 ວັກ 2 ຂອງກົດໝາຍອາຍາປີ 2005.
ເມື່ອສານພິຈາຣະນາແລ້ວ ຈຶ່ງເຫັນຄວນລົງໂທດຈຳຄຸກ ທ້າວ ສີສຸກ ດາວເຮືອງ ໃຫ້ປະຕິບັດໂທດປະຫານຊີວິດ ພ້ອມນີ້ສານຍັງໄດ້ຕັດສິນຢຶດຊັບສິນ ທີ່ມີສ່ວນກ່ຽວຂ້ອງ ແລະໄດ້ມາຈາກກະທຳຜິດເຂົ້າເປັນຂອງຣັຖ ດັ່ງຣົຖພາຫະນະຫລືຣົຖທັງໝົດ, ວັດຖຸມີຄ່າຈຳນວນນຶ່ງທີ່ບໍ່ໄດ້ຕີເປັນມູນຄ່າ, ເງິນກີບ 53,840 ຕື້ປາຍກີບ ຂອງ ທ້າວ ສີສຸກ ດາວເຮືອງທີ່ເອົາໃຫ້ທ້າວ ຈິດຕະກອນກູ້ຢືມ ແລະທີ່ດິນຈຳນວນນຶ່ງ ພ້ອມກັບສາງນໍ້າມັນຢູ່ບ້ານນາຄວາຍໃຕ້ ເມືອງໄຊເສດຖາ ນະຄອນຫລວງວຽງຈັນ.