ເຣື້ອງທີ່ເກັບບັນທຶກໄວ້
2023-11-20
ຄະນະສະເພາະກິຈ ແກ້ໄຂສຽງດັງ ຂອງຜແນກຖແລງຂ່າວ, ວັທນະທັມ ແລະທ່ອງທ່ຽວ ນະຄອນຫຼວງວຽງຈັນ ສົມທົບກັບເຈົ້າໜ້າທີ່ຕຳຣວດ ແລະພວກສ່ວນກ່ຽວຂ້ອງ ໄດ້ລົງກວດກາ ບັນຫາສຽງດັງເນືອງນັນ ຢູ່ຮ້ານອາຫານ ແລະ ຮ້ານບັນເທີງ ໃນຂົງເຂດຢູ່ເມືອງສີສັດຕະນາກ ແລະເມືອງຫາດຊາຍຟອງ.
2023-11-17
ມາຮອດປັດຈຸບັນ ໂຮງໝໍແຂວງ ແລະ ໂຮງໝໍເມືອງ ຫຼາຍແຫ່ງ ໃນປະເທດລາວ ຍັງຂາດເຂີນ ອຸປະກອນ ທາງການແພດ ຈຳນວນຫຼາຍ ເຮັດໃຫ້ແພດໃນຂແນງການຕ່າງໆ ບົ່ງມະຕິພະຍາດ ໄດ້ແບບບໍ່ເຕັມທີ່ ເຮັດໃຫ້ເກີດຂໍ້ຜິດພາດ ຫຼາຍເທື່ອ ສົ່ງຜົລໃຫ້ຄົນເຈັບ ມີອາການຮຸນແຮງຂຶ້ນ ແລະ ສ່ຽງເສັຍຊີວິດ.
2023-11-09
ກົມຄວບຄຸມພະຍາດຕິດຕໍ່ ກະຊວງສາທາຣະນະສຸຂ ໄດ້ອອກແຈ້ງການເຖິງຫົວໜ້າ ຜແນກສາທາຣະນະສຸຂ 18 ແຂວງ ທົ່ວປະເທດ ໃຫ້ໂຈະການກິນຢາ ຂ້າແມ່ທ້ອງ ຊົ່ວຄາວ.
2023-11-09
ການສໍາຣວດໂຕຊີ້ບອກ ທາງສັງຄົມລາວ ພົບວ່າ ການຂາດສານອາຫານ ຂອງເດັກນ້ອຍລາວ ອາຍຸຕໍ່າກວ່າ 5 ປີ ເປັນອຸປະສັກ ຕໍ່ການພັທນາປະເທດລາວ ເຊິ່ງສ່ວນໃຫຍ່ ຢູ່ໃນກຸ່ມເດັກນ້ອຍ ທີ່ມີຖານະທຸກຍາກ, ກຸ່ມຊົນເຜົ່າ ແລະຢູ່ໃນພື້ນທີ່ຊົນນະບົດ, ພູດອຍ ຫ່າງໄກສອກຫຼີກ.
2023-11-08
ດຣ. ສະໜອງ ທອງຊະນະ ຮອງຣັຖມົນຕຣີ ກະຊວງສາທາຣະນະສຸຂ ກ່າວຕໍ່ກອງປະຊຸຸມ ປະຈຳປີ ຄັ້ງທີ 7 ຂອງສະມາຄົມໝໍຜ່າຕັດ ແຫ່ງປະເທດລາວວ່າ ທົ່ວປະເທດຂາດໝໍຜ່າຕັດ ຈຳເປັນຕ້ອງໄດ້ຝຶກອົບຮົມ ໝໍຜ່າຕັດເພີ່ມຕື່ມ ຂະນະທີ່ໃນສະພາບໂຕຈິງ ໂຮງໝໍຫຼາຍແຫ່ງຍັງຂາດອຸປະກອນການແພດ.
2023-11-07
ປະຊາຊົນ ແລະ ເຈົ້າໜ້າທີ່ ເຫັນວ່າ ມັນເປັນໄປໄດ້ຍາກ ທີ່ຈະແກ້ໄຂບັນຫາຢາເສບຕິດ ຢູ່ປະເທດລາວ ຍ້ອນວ່າ ຍັງມີຜູ້ໃຊ້ກັນຢ່າງແຜ່ຫຼາຍ.
2023-11-07
ການແກ້ໄຂຄະດີ ຢາເສບຕິດ ທັງໝົດ 10,843 ກໍຣະນີ, ຈັບຜູ້ຖືກກ່າວຫາ ໄດ້ 15,966 ຄົນ, ຍຶດຢາບ້າຊະນິດເມັດ ແລະເປັນຝຸ່ນ 32 ກວ່າຕັ່ນ ແລະຍຶດສານເຄມີ ເພື່ອຜລິດຢາເສບຕິດ 260 ກວ່າຕັ່ນ, ແຕ່ເຖິງແນວໃດກໍຕາມ ບັນຫາຢາເສບຕິດຖືວ່າ ຍັງຣະບາດຫຼາຍທີ່ສຸດ ໃນສັງຄົມປັດຈຸບັນ.
2023-11-02
ຜແນກຖແລງຂ່າວ, ວັທນະທັມ ແລະທອ່ງທ່ຽວ ນະຄອນຫລວງວຽງຈັນ ຕຣຽມມາຕການແກ້ໄຂ ບັນຫາການສົ່ງສຽງດັງ ໃນເວລາວິການ ຈາກຮ້ານບັນເທີງ ແລະຮ້ານອາຫານ ຕ່າງໆ ໃນນະຄອນຫລວງວຽງຈັນເຣີ່ມແຕ່ເດືອນພຶສຈິການີ້ ພ້ອມຈັດຕັ້ງເບີ້ໂທຣະສັບສາຍດ່ວນ ເພື່ອຮັບຄຳຮ້ອງຮຽນ ຈາກປະຊາຊົນ.
2023-10-26
ສູນຂ່າວສານ ການແພດສຸຂສຶກສາ ກະຊວງສາທາຣະນະສຸຂ ເຜີຍແຜ່ຂໍ້ມູນວ່າ ມາຮອດວັນທີ 25 ຕຸລາ 2023 ທົ່ວປະເທດລາວ ມີຜູ້ຕິດເຊື້ອໄຂ້ຍຸງລາຍ ຫຼືໄຂ້ເລືອດອອກ ສະສົມແລ້ວ 31,957 ຄົນ ມີຜູ້ເສັຍຊີວິດສະສົມແລ້ວ 19 ຄົນ.
2023-10-26
ສານເຄມີ ປະເພດ ແອມໂມເນັຽ ຮົວໄຫຼ ຢູ່ເຂດບ້ານວຽງຈະເລີນ ເມືອງໄຊເສດຖາ ນະຄອນຫລວງວຽງຈັນ, ສົ່ງກິ່ນເໝັນ ກະທົບຕໍ່ສຸຂພາບຂອງປະຊາຊົນ ຂະນະທີ່ພາກສ່ວນທີ່ກ່ຽວຂ້ອງ ຍັງບໍ່ມີຣາຍລາຍອຽດກ່ຽວກັບ ບັນຫານີ້ເທື່ອ.
2023-10-25
ຮອງນາຍົກຣັຖມົນຕຣີ ກ່າວວ່າ ປະເທດລາວ ຍັງປະເຊີນກັບສິ່ງທ້າທາຍ ໃນການລືບລ້າງ ຄວາມທຸກຍາກ ຂອງປະຊາຊົນ ໂດຍສະເພາະແມ່ນ ປະຊາຊົນເຂດຊົນນະບົດ ແລະ ໃນຄອບຄົວທີ່ ມີລະດັບການສຶກສານ້ອຍ ແລະ ຍັງເສັຍໂອກາດ ໃນຂົງເຂດສາທາລະນະສຸຂ ແລະ ການສຶກສາ.
2023-10-20
ສູນສະຖິຕິແຫ່ງຊາຕ ຮ່ວມກັບ ສະຫະພາບຢຸໂຣບ ແລະອົງການຢູນິເຊບ ເຜີຍຜົນສໍາຣວດຄົວເຮືອນ ແຂວງຜົ້ງສາລີ ລະບຸວ່າ ແຂວງຜົ້ງສາລີ ມີອັດຕຣາເດັກນ້ອຍອາຍຸ 6 ເດືອນ ຫາ 5 ປີ ຂາດສານອາຫານ ເຮັດໃຫ້ຮ່າງກາຍສູງ ບໍ່ໄດ້ມາຕຖານ 42.4% ແລະ ນໍ້າໜັກຫຼຸດມາຕຖານ 21%.
2023-10-16
ວັນຕ້ານຢາເສບຕິດ ແຫ່ງຊາຕ ຂອງລາວ ຄົບຮອບ 22 ປີ ແລະ ບັນຫາຢາເສບ ຖືເປັນວາຣະແຫ່ງຊາຕ ຂະນະທີ່ ຢາເສບຕິດຍັງຣະບາດ ໄປທົ່ວປະເທດ, ມີຜູ້ຄົນເປັນຕົ້ນຊາວໜຸ່ມ ຈຳນວນຫຼາຍ ຍັງມົ້ວສຸມ ເສບສິ່ງເສບຕິດ, ນີ້ເປັນສ່ວນນຶ່ງຂອງບັນຫາ ທີ່ລໍຖ້າໃຫ້ຣັຖບານແກ້ໄຂຕໍ່ໄປ.
2023-10-13
ປະຊາຊົນ 5 ບ້ານຢູ່ເມືອງໄຊທານີ ນະຄອນຫລວງວຽງຈັນ ໄດ້ຮັບຜົລກະທົບຈາກຄວັນພິດ ຂອງໂຮງງານຊິລິຄັອນ ໂດຍສະເພາະຜູ້ເຖົ້າ ແລະເດັກນ້ອຍ ແສບດັງ, ອ່ອນເພັຽງ່າຍ, ເປັນຫວັດ ເປັນໄອ, ມີບັນຫາລະບົບທາງເດີນຫາຍໃຈ.
2023-10-11
ຫ້ອງການເມືອງຫົງສາ ແຂວງໄຊຍະບູຣີ ໄດ້ອອກແຈ້ງການ ໃນມື້ວັນທີ 5 ຕຸລານີ້ ເຖິງ ນາຍບ້ານ, ຜູ້ປະກອບການຂ້າສັດ, ຂາຍຊີ້ນ ແລະປະຊາຊົນ ພາຍໃນເມືອງ ຫ້າມຊື້-ຂາຍ ໝູລາດ ຢູ່ເຂດແຄມນໍ້າຂອງ ຊົ່ວຄາວ ຍ້ອນພະຍາດອະຫິວາໝູ ອາຟຣິກາຣະບາດ.