ຢາເສບຕິດແກ້ບໍ່ຕົກ ຣັຖບານຂຍາຍ ວາຣະແຫ່ງຊາຕ

ອຸ່ນແກ້ວ
2023.11.07
ຢາເສບຕິດແກ້ບໍ່ຕົກ ຣັຖບານຂຍາຍ ວາຣະແຫ່ງຊາຕ ຮູບໂຕຢ່າງ: ປກສ ສວັນນະເຂດ ບຸກຮ້ານຄາຣາໂອເກະ ຂອງຄົນຈີນ ຢູ່ບ້ານນາເລົ່າ ນະຄອນໄກສອນ ພົມວິຫານ ແລະ ສາມາດຈັບກຸ່ມຄົນ ທີ່ມົ້ວສຸມຢາເສບຕິດ ຈຳນວນນຶ່ງ ເມື່ອຫຼາຍປີກ່ອນ.
ນັກຂ່າວ ພົລເມືອງ

ຣັຖບານຂຍາຍເວລາ ວາຣະແຫ່ງຊາຕ ວ່າດ້ວຍ ການແກ້ໄຂບັນຫາ ຢາເສບຕິດ ໄປອີກສອງປີ ຈົນຮອດປີ 2025. ບັນຫາຢາເສບຕິດ ຍັງຄົງຣະບາດ ຢູ່ປະເທດລາວ ແລະ ຍັງມີການປ່ຽນແປງຮູບແບບ ເປັນຫຼາຍຢ່າງໃນການລັກລອບ ແລະ ລັກລອບເສບ ເຊິ່ງມັນເປັນໄປໄດ້ຍາກທີ່ຈະແກ້ໄຂ.

ເຈົ້າໜ້າທີ່ ທ່ານນຶ່ງ ໄດ້ກ່າວ ຕໍ່ວິທຍຸ ເອເຊັຽເສຣີ ວ່າ:

ໂອ້ຍາກ ມັນຂຍາຍລະ ແກ້ບໍ່ໄດ້ດອກ ແນວແຫຼ່ງຜລິດມັນມີຢູ່ ການຂົນສົ່ງເຂົາ ກະຄືເກົ່າ ມັນຊິໄປແກ້ໄດ້ຈັກເທື່ອ.

ປະຊາຊົນລາວ ແລະ ເຈົ້າໜ້າທີ່ ກໍເຂົ້າໃຈດີວ່າ ການແກ້ໄຂບັນຫາ ຢາເສບຕິດ ມັນບໍ່ແມ່ນເຣື່ອງທີ່ງ່າຍ.

ປະຊາຊົນລາວ ທ່ານນຶ່ງ ໄດ້ກ່າວຕໍ່ເອເຊັຽເສຣີ ວ່າ:

ມັນໄປເຮັດເຣື່ອງຢາມ່ວນ ເຣື່ອງກາເຟມ່ວນ ກາເຟມ່ວນຫັ້ນນະ ກາເຟຊອງລະລ້ານ ເປັນໂຄເຄນເປັນຫຍັງໄປ.

ປັດຈຸບັນ ພວກຄ້າຢາເສບຕິດ ໄດ້ມີການປ່ຽນຮູບແບບ ຢາເສບຕິດ ມາເປັນຮູບແບບຕ່າງໆ ເພື່ອໃຫ້ເຈົ້າໜ້າທີ່ກ່ຽວຂ້ອງກວດກາ ໄດ້ຍາກ.

ປະຊາຊົນ ທ່ານນີ້​ ກ່າວວ່າ:

ບໍ່ໝົດງ່າຍ ບໍ່ໝົດງ່າຍ ຄືເພິ່ນຕໍາຣວດ ບໍ່ໝົດງ່າຍດອກບ້ານເຮົາ ແຫ່ງໜັກໜ້າ.

ນຶ່ງໃນ ສາເຫດນຶ່ງ ທີ່ແກ້ໄຂບັນຫາຢາເສບຕິດໄດ້ຍາກ ຍ້ອນວ່າ ມີໄພວ່າງງານເກີດຂຶ້ນ. ປະຊາຊົນ ອີກທ່ານນຶ່ງ ໄດ້ກ່າວວ່າ:

ສ່ວນຫຼາຍກະຊິເປັນຄົນວ່າງງານນີ້ບໍ້ ບໍ່ມີວຽກເຮັດງານທໍາ ສ່ວນຫຼາຍ ເຂົາກະມີແນວຄິດ ລວຍທາງລັດຫັ້ນນ່າ ຖືກພວກໃຫຍ່ຫັ້ນຈ້າງບໍ່ ຈັ່ງຊິນ່າ.

ຣັຖບານ ໄດ້ຂຍາຍເວລາ ຫຼື ສືບຕໍ່ວາຣະແຫ່ງຊາຕ ວ່າດ້ວຍການແກ້ໄຂບັນຫາຢາເສບຕິດ ໄປຮອດປີ 2025 ຫຼັງຈາກທີ່ໄດ້ປະກາດ ເປັນວາຣະແຫ່ງຊາຕ ໃນປີ 2021 ທີ່ຜ່ານມາ.

ພົນເອກ ວິໄລ ຫຼ້າຄໍາຟອງ ຣັຖມົນຕຣີ ກະປ້ອງກັນຄວາມສງົບ ໄດ້ກ່າວຢູ່ໃນກອງປະຊຸມສໄມສາມັນ ເທື່ອທີ 6 ຂອງສະພາແຫ່ງຊາຕ ຊຸດທີ່ 9 ຫຼື ກອງປະຊຸມສະພາ ໃນອາທິດທີ່ຜ່ານມາ ຕອນນຶ່ງວ່າ:

ສເນີໃຫ້ສືບຕໍ່ຂຍາຍເວລາ ໃນການຈັດຕັ້ງວາຣະແຫ່ງຊາຕ ວ່າດ້ວຍການແກ້ໄຂບັນຫາຢາເສບຕິດ ໄປຈົນຮອດປີ 2025 ຖືວ່າໝົດສໄມ ຂອງກອງປະຊຸມສະພາ ກໍຄື ໝົດສໄມການນໍາຂອງພັກເຮົາເນາະ. ໃຫ້ມັນຄຽງຄູ່ກັນໄປແນວນັ້ນ. ຂ້າພະເຈົ້າສເນີ ເນື່ອງຈາກວ່າ ມາຮອດມື້ນີ້ ມັນກະຍັງບໍ່ສາມາດແກ້ໄຂໄດ້ຢ່າງຂາດໂຕ. ມັນກະຍັງມີຢູ່ ຈັ່ງຊັ້ນລະຂໍສືບຕໍ່.

ພົນເອກ ວິໄລ ຍັງກ່າວຕື່ມອີກວ່າ:

ໃນການປະຕິບັດຮອບດ້ານ ໃນວຽກງານຕ້ານຢາເສບຕິດ ໄປຕາມຄໍາຂວັນທີ່ວ່າ ອັດສາມທາງ ມ້າງສາມເປົ້າ ເປັນເຈົ້າສາມຫຼັກ ຖືວ່າ ອັດສາມທາງຖືວ່າບໍ່ມີທາງໄປລະອັດໝົດເນາະ. ສາມເປົ້ານີ້ກະຊິແມ່ນພວກກິນ ເສບ ພວກຄ້າຂາຍພວກຊື້ນີ້ແຫຼະ. ອັນນີ້ກະຊິແມ່ນອັດແນວນັ້ນແຫຼະ ບາດນີ້ແມ່ນເຈົ້າສາມຫຼັກ ຫຼັກເປັນມືອາຊີບຫຼັກໂປ່ງໄສ ເດັດຂາດນີ້ແຫຼະ ຖືວ່າໄດ້ເຮັດແນວນັ້ນ.”

ທີ່ຜ່ານມາ, ເຈົ້າໜ້າທີ່ແກ້ໄຂຄະດີຢາເສບຕິດໄດ້ທັງໝົດປະມານ 10,000 ​ຄະດີ, ຈັບຜູ້ຕ້ອງຫາໄດ້້້ເກຶອບ 16,000​ ຄົນ, ຍຶດຢາເສບຕິດໄດ້ນໍ້າໜັກ 32 ຕັນ, ຍຶດສານເຄມີຕັ້ງຕົ້ນ ປະເພດຕ່າງໆ 260 ຕັນ ອີງຕາມຂໍ້ມູນຈາກ ພົນເອກ ວິໄລ ຫລ້າຄໍາຟອງ ຣັຖມົນຕຣີກະຊວງປ້ອງກັນຄວາມສງົບ.  

ສໍາລັບວຽກງານ ທີ່ເປັນວາຣະແຫ່ງຊາຕ ວ່າດ້ວຍການແກ້ໄຂບັນຫາຢາເສບຕິດ ທີ່ຣັຖບານໄດ້ປະກາດເອົາໄວ້ໃນປີ 2021 ລວມມີ:

  1. ສ້າງຄວາມຮັບຮູ້ເຂົ້າໃຈ ຜົລຮ້າຍຂອງຢາເສບຕິດ ໃຫ້ແກ່ສັງຄົມ ທັງສຶກສາອົບຮົມ.
  2. ສ້າງ, ປັບປຸງ ກົດຫມາຍ ແລະ ນິຕິກັມ ໃຕ້ກົດຫມາຍທີ່ກ່ຽວຂ້ອງ ກັບບັນຫາຢາເສບຕິດ.
  3. ປັບປຸງກົງຈັກການ ຈັດຕັ້ງ ແລະ ຍົກລະດັບຄວາມສາມາດ ຂອງອົງການປົກປ້ອງ ກົດຫມາຍ, ອົງການຕຸລາ.
  4. ຍົກສູງປະສິດທິພາບ ດ້ານການຄຸ້ມຄອງ ແລະ ຊີ້ນໍາການຈັດຕັ້ງ ປະຕິບັດຮອບດ້ານ.
  5. ປັບປຸງຂີດຄວາມສາມາດ ໃນການແກ້ໄຂບັນຫາຢາເສບຕິດ ທີ່ເກີດຂຶ້ນຢູ່ໃນຄວາມຮັບຜິດຊອບຂອງຕົນ ຂອງການຈັດຕັ້ງ ຕ່າງໆກ່ຽວຂ້ອງ.
  6. ເພີ່ມທະວີ ວຽກງານການຮ່ວມມື ສາກົລ.

ສໍາລັບວາຣະແຫ່ງຊາຕວ່າດ້ວຍການແກ້ໄຂບັນຫາຢາເສບຕິດ ໄດ້ກໍານົດເວລາໃນການຈັດຕັ້ງປະຕິບັດເປັນເວລາ 2 ປີ ເຄິ່ງ ແຕ່ກາງປີ 2021-2023 ຫລັງຈາກນັ້ນ ຣັຖບານໄດ້ປະເມີນຄືນຜົນການຈັດຕັ້ງປະຕິບັດຕົວຈິງຜ່ານມາ ບົນພື້ນຖານນັ້ນເພື່ອກໍານົດທິດທາງໃນຕໍ່ໜ້າຕາມເຫັນສົົມຄວນ.

ຄະດີດັງທີ່ເປັນຂ່າວ ທີ່ຜ່ານມາລວມມີ:

  • ໃນວັນທີ 3 ມີນາ 2022, ທ້າວ ສີສຸກ ດາວເຮືອງ ພໍ່ຄ້າຢາເສບຕິດລາຍໃຫຍ່ຂອງລາວ ທີ່ເປັນເຄືອຂ່າຍ ທ້າວ ໄຊຊະນະ ແກ້ວພິມພາ ໄດ້ຖືກສານປະຊາຊົນ ນະຄອນຫລວງວຽງຈັນ ຕັດສິນປະຫານຊີວິດ ໃນຂໍ້ຫາຄ້າຢາເສບຕິດ.

ທ້າວ ສີສຸກ ດາວເຮືອງ ຖືຈັບໂຕໄດ້ໃນເດືອນເມສາ ປີ 2017 ຢູ່ແຂວງຫລວງພຣະບາງ.

  • ໃນວັນທີ 19 ທັນວາ 2019 ນີ້, ສານອຸທອນ ຂອງໄທຍ ພິພາກສາ ໃຫ້ທ້າວ ໄຊຊະນະ ແກ້ວພິມພາ ຈໍາຄຸກ ຕລອດຊີວິດ ຄືເກົ່າ.

ຕາມຣາຍງານ ຂອງສານອຸທອນ ຣະບຸວ່າ ພະຍານຫຼັກຖານ ທີ່ທ້າວໄຊຊະນະ ແກ້ວພິມພາ ຂໍຍື່ນ ອຸທອນນັ້ນ, ບໍ່ມີນໍ້າໜັກພໍ ທີ່ຈະຫຼຸດ ຜ່ອນໂທສໄດ້, ເຖິງແມ່ນວ່າ ທ້າວ ໄຊຊະນະ ຈະເປັນຄົນລາວ ແລະ ມີຂບວນການຢູ່ນອກປະ ເທດໄທຍ, ແຕ່ເຮັດຜິດ ກົດໝາຍ ໃນປະເທດໄທຍ ຈຶ່ງຕ້ອງ ດໍາເນີນຄດີ ລົງໂທດ ຕາມກົດໝາຍ ຂອງໄທຍ.

ໃນວັນທີ 20 ເດືອນມີນາ ປີ 2018, ສານອາຍາຊັ້ນຕົ້ນ ຂອງໄທຍ ຕັດສິນ ປະຫານຊີວິດ  ທ້າວ ໄຊຊະນະ ແກ້ວພິມພາ, ແຕ່ ສານ ພິຈາຣະນາ ຫຼຸດໂທສ ໃຫ້ມາເປັນ ຈໍາຄຸກ ຕລອດຊີວິດ ເນື່ອງຈາກທ້າວ ໄຊຊະນະ ຮັບສາຣະພາບ ຂໍ້ມູນບາງຢ່າງ ຕໍ່ສານ. ຕໍ່ມາ, ທ້າວໄຊຊະນະ ໄດ້ຂໍ ຍື່ນອຸທອນ ພາຍຫຼັງ ທີ່ສານອຸທອນ ພິພາກສາ ໃຫ້ທ້າວ ໄຊຊະນະ ແກ້ວພິມພາ ຈໍາຄຸກ

ທ້າວ ໄຊຊະນະ ແກ້ວພິມພາ ພ້ອມກັບ ພັກພວກ 2 ຄົນ ຄືທ້າວ ຊຸມພອນ ພນົມໄພ ແລະທ້າວ ລັດສະພົນ ລັດສະພົນພະກອນ ຖືກເຈົ້າໜ້າທີ່ ຕໍາຣວດໄທຍ ຈັບໃນເດືອນມົກຣາ  2017 ແລະ ຖືກດໍາເນີນຄດີ ໃນຂໍ້ຫາ ສົມຄົບກັນ ຕັ້ງແຕ່ 2 ຄົນ ຂຶ້ນໄປ, ມີຢາບ້າ ໄວ້ໃນຄອບຄອງ ເພື່ອຈໍາໜ່າຍ.

ຜູ້ຕ້ອງຫາທັງ 3 ຄົນ ສົມຄົບກັນ ວາງແຜນ ເປັນຂບວນການ ລັກລອບນໍາ ຢາເສບຕິດ ຈໍານວນ 1 ລ້ານ 2 ແສນເມັດ ມູລຄ່າ 144 ລ້ານບາດ ເຂົ້າມາ ປະເທດໄທຍ ເພື່ອລໍາລຽງ ສົ່ງໄປໃຫ້ ເຄືອຂ່າຍພາກໃຕ້ ຂອງໄທຍ ແລະ ປະເທດ ມາເລເຊັຽ.

ສະເພາະຢູ່ປະເທດລາວ, ນັກໂທດ ປະຫານ ທີ່ລໍການປະຫານຊີວິດຢູ່ນັ້ນ ໃນນັ້ນແມ່ນ ທ້າວ ສີສຸກ ດາວເຮືອງ, ນັກໂທດຄ້າຢາເສບຕິດ ຣາຍໃຫຍ່ ໃນລາວ ທີ່ຖືກສານຕັດສິນໂທດ ປະຫານຊີວິດ ເມື່ອປີ 2022 ລວມທັງ ທ້າວ ຄອນປະສົງ ສຸກກະເສີມ ແລະ ຜູ້ຮ່ວມຂະບວນການອີກ 7 ຄົນ ທີ່ຖືກສານຕັດສິນລົງໂທດ ປະຫານຊີວິດ ໃນປີ 2020 ໂດຍທັງໝົດນັ້ນ ແມ່ນເຄືອຂ່າຍຂອງ ທ້າວ ໄຊຊະນະ ແກ້ວພີມພາ ນັກໂທດຄ້າຢາເສບຕິດຣາຍໃຫຍ່ ໃນລາວ ທີ່ຖືກຈັບຢູ່ປະເທດໄທຍ ແລະ ຖືກສານໄທຍຕັດສິນປະຫານຊີວິດ, ແຕ່ຕໍ່ມາໄດ້ຮັບການຫຼຸດໂທດ ເຫຼືອຈຳຄຸກຕລອດຊີວິດ.

ນອກຈາກນີ້​ ເຈົ້າໜ້າທີ່ຕໍາຣວດນະຄອນຫລວງວຽງຈັນ ໄດ້ຈັບ ທ້າວ ຄອນປະສົງ ສຸກກະເສີມ ອາຍຸ 47 ປີ ນັກຄ້າຢາເສບຕິດ ໃນວັນທີ 10 ມົກກະຣາ 2017. ທ້າວ ຄອນປະສົງ ເປັນນັກຄ້າຢາເສບຕິດລາຍໃຫຍ່ ກວ່າກຸ່ມອື່ນໆ ໃນຈຳນວນ ກຸ່ມຄ້າຢາເສບຕິດ 5 ກຸ່ມທີ່ຖືກຈັບ.

ອອກຄວາມເຫັນ

ອອກຄວາມ​ເຫັນຂອງ​ທ່ານ​ດ້ວຍ​ການ​ເຕີມ​ຂໍ້​ມູນ​ໃສ່​ໃນ​ຟອມຣ໌ຢູ່​ດ້ານ​ລຸ່ມ​ນີ້. ວາມ​ເຫັນ​ທັງໝົດ ຕ້ອງ​ໄດ້​ຖືກ ​ອະນຸມັດ ຈາກຜູ້ ກວດກາ ເພື່ອຄວາມ​ເໝາະສົມ​ ຈຶ່ງ​ນໍາ​ມາ​ອອກ​ໄດ້ ທັງ​ໃຫ້ສອດຄ່ອງ ກັບ ເງື່ອນໄຂ ການນຳໃຊ້ ຂອງ ​ວິທຍຸ​ເອ​ເຊັຍ​ເສຣີ. ຄວາມ​ເຫັນ​ທັງໝົດ ຈະ​ບໍ່ປາກົດອອກ ໃຫ້​ເຫັນ​ພ້ອມ​ບາດ​ໂລດ. ວິທຍຸ​ເອ​ເຊັຍ​ເສຣີ ບໍ່ມີສ່ວນຮູ້ເຫັນ ຫຼືຮັບຜິດຊອບ ​​ໃນ​​ຂໍ້​ມູນ​ເນື້ອ​ຄວາມ ທີ່ນໍາມາອອກ.