ນະຄອນຫຼວງວຽງຈັນ ລົງກວດກາ ສຽງດັງເກີນກຳນົດ ຈາກຮ້ານບັນເທີງ

ສິດນີ
2023.11.20
ນະຄອນຫຼວງວຽງຈັນ ລົງກວດກາ ສຽງດັງເກີນກຳນົດ ຈາກຮ້ານບັນເທີງ ນະຄອນຫຼວງວຽງຈັນ ໃນເວລາຄ່ຳຄືນ. ເດືອນກໍຣະກະດາ ປີ 2023.
ນັກຂ່າວ ພົລເມືອງ

ໃນວັນທີ 18-19 ພຶສຈິກາ 2023 ທີ່ຜ່ານມາ, ຄະນະສະເພາະກິຈ ແກ້ໄຂສຽງດັງເນືອງນັນ ຂອງຜແນກຖແລງຂ່າວ, ວັທນະທັມ ແລະທ່ອງທ່ຽວ ນະຄອນຫຼວງວຽງຈັນ ສົມທົບກັບເຈົ້າໜ້າທີ່ຕຳຣວດ ແລະພວກສ່ວນກ່ຽວຂ້ອງ ໄດ້ລົງກວດກາ ບັນຫາສຽງດັງເນືອງນັນ ຢູ່ຮ້ານອາຫານ ແລະ ຮ້ານບັນເທີງ ໃນຂົງເຂດຢູ່ເມືອງສີສັດຕະນາກ ແລະເມືອງຫາດຊາຍຟອງ ນະຄອນຫຼວງວຽງຈັນ. ໂດຍທ່ານ ແກ້ວວິໄລສັກ ແສນສັກດາ, ຮອງຫົວໜ້າ ຜແນກຖແລງຂ່າວ, ວັທນະທັມ ແລະ ທ່ອງທ່ຽວ ນະຄອນຫຼວງວຽງຈັນ ແລະທັງເປັນ ຫົວໜ້າຈຸ 3 ຂອງຄະນະສະເພາະກິຈ ແກ້ໄຂສຽງດັງເນືອງນັນ ໄດ້ກ່າວວ່າ:

(ບົດອ່ານ) “ການລົງເຄື່ອນໄຫວວຽກງານຄັ້ງນີ້ ແມ່ນອີງຕາມຂໍ້ຕົກລົງຂອງເຈົ້າຄອງນະຄອນຫຼວງວຽງຈັນ ເລຂທີ 940/ຈນວ. ເພື່ອແກ້ໄຂບັນດາຮ້ານອາຫານ ແລະຮ້ານບັນເທີງ ທີ່ດຳເນີນທຸຣະກິຈຜິດລະບຽບ ຄື ບໍ່ມີໃບອະນຸຍາຕດຳເນີນທຸຣະກິຈຮ້ານອາຫານ ແລະ ຮ້ານບັນເທີງ, ເປີດບໍຣິການກາຍໂມງທີ່ໄດ້ກຳນົດ, ເສບດົນຕຣີ ຫຼື ເປີດເຄື່ອງສຽງດັງກາຍລະບຽບທີ່ກຳນົດ, ເສບດົນຕຣີ ຫຼື ເປີດເຄື່ອງສຽງກາຍໂມງ ແລະ ມີສຽງດັງເນືອງນັນ.”

ກ່ຽວກັບເຣື່ອງນີ້, ວິທຍຸເອເຊັຽເສຣີ ໄດ້ສອບຖາມໄປຍັງ ເຈົ້າໜ້າທີ່ກ່ຽວຂ້ອງ ທ່ານນຶ່ງ ຢູ່ນະຄອນຫຼວງວຽງຈັນ ເຊິ່ງບໍ່ປະສົງອອກຊື່ແລະຕຳແໜ່ງ. ທ່ານໄດ້ກ່າວວ່າ ໄດ້ມີການສ້າງຕັ້ງຄະນະສະເພາະກິຈ ແກ້ໄຂສຽງດັງເນືອງນັນ ຈຳນວນ 4 ຈຸ ແຈກຢາຍລົງກວດກາຕລອດ 9 ຕົວເມືອງ ຂອງນະຄອນຫຼວງວຽງຈັນ.

ດັ່ງທີ່ທ່ານ ກ່າວໃນມື້ວັນທີ 20 ພຶສຈິກາ ນີ້ວ່າ:

“ຢູ່ໃນຂໍ້ຕົກລົງທີ່ເຈົ້າຄອງແຕ່ງຕັ້ງມາຫັ້ນນ່າ. ອັ່ນເພິ່ນແບ່ງຈຸເປັນ 4 ຈຸເນາະ. ແຕ່ວ່າຄວາມຮັບຜິດຊອບ ຂອງແຕ່ລະເມືອງຫັ້ນ, ຮັບຜິດຊອບເມືອງສີນາກ (ເມືອງສີສັດຕະນາກ) ຫາດຊາຍຟອງ ນີ້ກະຊິແມ່ນຈຸ 3 ເນາະ. ຄັນທີ່ຜ່ານມາເຂົາເຈົ້າກໍໄດ້ລົງເຄື່ອນໄຫວແລ້ວຫັ້ນນ່າ ກະໄດ້ລົງຕິດຕາມເບິ່ງອອກຂ່າວອິຫຍັງຫັ້ນ. ແບບຕິດຕາມເບິ່ງປະຊາຊົນທີ່ຮ້ອງຟ້ອງມາວ່າ. ແຕ່ວ່າໂດຍສະເພາະ ກໍແມ່ນພວກເຮົາໄດ້ແກ້ໄຂໂຕທີ່ວ່າ ທຸຣະກິຈ ທີ່ມັນຂື້ນກັບພວກເຮົາຮັບຜິດຊອບ ຫັ້ນເນາະ.”

ທາງດ້ານ ຊາວນະຄອນຫຼວງວຽງຈັນ ທ່ານນຶ່ງ ກ່າວວ່າ ເຫັນດີທີ່ທາງການ ລົງມາກວດກາບັນຫາສຽງດັງເນືອງນັນ ຍ້ອນມັນໄດ້ກະທົບຕໍ່ການພັກຜ່ອນຂອງທ່ານຫຼາຍ, ແຕ່ກໍ່ເປັນກັງວົນວ່າ ການກວດກາດັ່ງກ່າວ  ອາດຈະເຮັດເປັນແບບສະເພາະກິຈ ບໍ່ຕໍ່ເນື່ອງ.

ດັ່ງທີ່ທ່ານ ກ່າວວ່າ:

“ກະເຫັນດີຫັ້ນແຫຼະທີ່ວ່າເພິ່ນໄດ້ລົງມືເຮັດແທ້ເນາະ. ແຕ່ວ່າກໍ່ບໍ່ຮູ້ວ່າ ການກວດກາແບບນີ້ ຈະມີການສືບຕໍ່ ການກວດກາລັກສະນະນີ້ອີກບໍ່ເນາະ! ກໍ່ຢາກໃຫ້ສືບຕໍ່ເຮັດວຽກ ຕຶ່ມອີກເນາະ. ເພາະວ່າ ມັນກະມີຫຼາຍບ່ອນທີ່ວ່າເຂົາເຈົ້າເປີດສຽງດັງເນືອງນັນເນາະ. ບໍ່ແມ່ນແຕ່ຮ້ານອາຫານ, ຮ້ານບັນເທີງເນາະ ຫຼືວ່າງານບຸນຕ່າງໆ ທີ່ວ່າເຂົາເຈົ້າມີການເປີດສຽງດັງເນືອງນັນແນວນີ້ເນາະ.”

ຂະນະທີ່ ເຈົ້າໜ້າທີ່ກ່ຽວຂ້ອງ ອີກທ່ານນຶ່ງ ເຊິ່ງບໍ່ປະສົງອອກຊື່ແລະຕຳແໜ່ງ ກ່າວວ່າ ບັນຫາສຽງດັງເນືອງນັນ ຈະເກີດຂື້ນຢູ່ທົ່ວໄປ ແຕ່ວ່າໃນເຂດ 4 ຕົວເມືອງໃນຂອງນະຄອນຫຼວງ ແມ່ນເປັນເຂດທີ່ພົ້ນເດັ່ນທີ່ສຸດ ຍ້ອນເປັນເຂດສູນກາງທາງເສຖກິຈ ແລະການທ່ອງທ່ຽວ ຂອງນະຄອນຫຼວງວຽງຈັນ.

ດັ່ງທີ່ທ່ານ ກ່າວວ່າ:

“ກະຢ່າງວ່າຫຼາຍແຫຼະ ຫຼາຍຢູ່ໄດ໋ ປະຊາຊົນຮ້ອງຟ້ອງມານ່າ ກະມີຫຼາຍ ກະບໍ່ສະເພາະແຕ່ວ່າຢູ່ເມືອງໃດເມືອງນຶ່ງ. ແຕ່ວ່າຢູ່ຄັນ 4 ຕົວເມືອງໃນແຮ່ງຍາກວ່າ ຍາກວ່າຫຼາຍຫັ້ນແຫຼະ ເພາະວ່າມັນແອອັດເດ້.”

ສຳລັບມາຕການແກ້ໄຂບັນຫາ ສຽງເນືອງນັນດັ່ງກ່າວ, ທ່ານ ນາງ ວິໄລວອນ ຈັນທະລາຕີ, ຫົວໜ້າຜແນກຖແລງຂ່າວ, ວັທນະທັມ ແລະທ່ອງທ່ຽວ ໄດ້ຖແລງ ໃນທ້າຍເດືອນຕຸລາ 2023 ທີ່ຜ່ານມາວ່າ ຮ້ານອາຫານ ແລະຮ້ານບັນເທີງ ຈະຕ້ອງໄດ້ປະຕິບັດຕາມລະບຽບກົດໝາຍ ວາງອອກ ກໍຄືການບໍ່ເປີດເພງ ຫຼືເສບດົນຕຣີ ສຽງດັງເນືອງນັນ ຫຼາຍກວ່າ 80 ເດຊິເບລ ແລະ ບໍ່ເປີດຮ້ານ ກາຍເວລາ ທີ່ທາງການວາງອອກ.

ດັ່ງທີ່ຍານາງ ກ່າວວ່າ:

“ສະເພາະຮ້ານອາຫານ ກາງແຈ້ງ ຖືວ່າແມ່ນປະຕິບັດຕາມຂໍ້ຕົກລົງ 986 ຂອງທ່ານຣັຖມົນຕຣີຫັ້ນ ແມ່ນໃຫ້ປິດເວລາ 23 ໂມງ. ປິດແນວໃດ. ປິດແມ່ນປິດເສບດົນຕຣີ ປິດການຮັບບໍຣິການ ແລະຄະນະກັມມະການ ພວກເຮົາ ກະໄດ້ຕົກລົງກັນວ່າ: ພວກເຮົາຈະອະນຸຍາດ ໃຫ້ເຈົ້າຂອງຮ້ານ ໄດ້ມີເວລາ 1 ຊົ່ວໂມງ ໃນການມອດໄຟ ໃນການເຄຼັຽເອົາລູກຄ້າອອກ ບໍ່ເກີນ 0 ໂມງເນາະ ຕ້ອງໄດ້ຖືວ່າປິດຮ້ານທັງໝົດ.”

ອີງຕາມຄຳເວົ້າຂອງ ທ່ານ ແກ້ວວິໄລສັກ ແສນສັກດາ, ຮອງຫົວໜ້າ ຜແນກຖແລງຂ່າວ, ວັທນະທັມ ແລະ ທ່ອງທ່ຽວ ນະຄອນຫຼວງວຽງຈັນ ແລະທັງເປັນ ຫົວໜ້າຈຸ 3 ຂອງຄະນະສະເພາະກິຈ ແກ້ໄຂສຽງດັງເນືອງນັນ ໄດ້ລະບຸວ່າ ຜ່ານການກວດກາດັ່ງກ່າວ ພົບຮ້ານເປົ້າໝາຍທີ່ລະເມີດ ລະບຽບການ ປະກອບມີ ເມືອງສິສັດຕະນາກ 5 ຮ້ານ ແລະ ເມືອງຫາດຊາຍຟອງ 2 ຮ້ານ.

ເຊັ່ນດຽວກັບ ຄະນະສະເພາະກິດ ຢູ່ເມືອງຈັນທະບູຣີ ກໍ່ໄດ້ລົງກວດກາພົບຮ້ານທີ່ລະເມີດລະບຽບການ ຈຳນວນ 8 ຮ້ານ, ຊຶ່ງຮ້ານທັງໝົດ ຈະຖືກເຮັດບັນທຶກປັບໃໝ ຕາມລະບຽບການ.

ນອກຈາກນີ້ແລ້ວ ໃນໄລຍະນີ້, ທາງການນະຄອນຫຼວງວຽງຈັນ ກໍຍັງໄດ້ວາງອອກມາຕການ ຄວບຄຸມສຽງດັງເນືອງນັນ ຢູ່ໃນງານບຸນຕ່າງໆ ເປັນຕົ້ນ ງານບຸນຊ່ວງເຮືອ ນະຄອນຫຼວງວຽງຈັນ ແລະ ງານບຸນນະມັສການ ພຣະທາດຫຼວງວຽງຈັນ.

ໂດຍໃນງານບຸນນະມັສການ ພຣະທາດຫຼວງວຽງຈັນ ທີ່ຈະມາຮອດນີ້, ຄະນະກັມມະການຈັດງານດັງກ່າວ ຈະອະນຸຍາດໃຫ້ ນຳໃຊ້ເຄື່ອງສຽງປະເພດ ໂທຣະໂຄ່ງ ແລະເຄື່ອງສຽງ ຂອງເວທີກາງ ທີ່ປະຈຳຢູ່ໃນງານ. ຂະນະທີ່, ຮ້ານຄ້າຂາຍສາມາດນຳໃຊ້ ໄມຄ໌ (Microphone) ຫ້ອຍໃສ່ແອວ ມີລຳໂພງ ແລະສະປີກເກີ້ (Speaker) ຕິດຢູ່, ປັກເລີແບບຖື, ຕູ້ລຳໂພງແບບບໍ່ມີແອມ ແລະບໍ່ມີເບສ. ຖ້າຫາກຮ້ານຄ້າຂາຍ ຕ້ອງການໃຊ້ຕູ້ລຳໂພງ ແບບມີແອມ ແລະເບສ ຈະຕ້ອງມາລົງທະບຽນ ພ້ອມທັງເສັຽຄ່າລົງທະບຽນ ນຳຄະນະກັມມະການ. ທັງນີ້, ຖ້າຜູ້ໃດລະເມີດລະບຽບການດັ່ງກ່າວ ຈະຖືກປັບໃໝ. ໂດຍທາງການ ໃຫ້ເຫດຜົລວ່າ ຕ້ອງການຈຳກັດ ຈຳນວນເຄື່ອງສຽງ ບໍ່ໃຫ້ຫຼາຍຮ້ານ ເອົາມາປະທະສຽງກັນ.

ອອກຄວາມເຫັນ

ອອກຄວາມ​ເຫັນຂອງ​ທ່ານ​ດ້ວຍ​ການ​ເຕີມ​ຂໍ້​ມູນ​ໃສ່​ໃນ​ຟອມຣ໌ຢູ່​ດ້ານ​ລຸ່ມ​ນີ້. ວາມ​ເຫັນ​ທັງໝົດ ຕ້ອງ​ໄດ້​ຖືກ ​ອະນຸມັດ ຈາກຜູ້ ກວດກາ ເພື່ອຄວາມ​ເໝາະສົມ​ ຈຶ່ງ​ນໍາ​ມາ​ອອກ​ໄດ້ ທັງ​ໃຫ້ສອດຄ່ອງ ກັບ ເງື່ອນໄຂ ການນຳໃຊ້ ຂອງ ​ວິທຍຸ​ເອ​ເຊັຍ​ເສຣີ. ຄວາມ​ເຫັນ​ທັງໝົດ ຈະ​ບໍ່ປາກົດອອກ ໃຫ້​ເຫັນ​ພ້ອມ​ບາດ​ໂລດ. ວິທຍຸ​ເອ​ເຊັຍ​ເສຣີ ບໍ່ມີສ່ວນຮູ້ເຫັນ ຫຼືຮັບຜິດຊອບ ​​ໃນ​​ຂໍ້​ມູນ​ເນື້ອ​ຄວາມ ທີ່ນໍາມາອອກ.