ເກີດເຫດ ສານເຄມີຮົ່ວໄຫຼ ຢູ່ບ້ານວຽງຈະເລີນ ນະຄອນຫຼວງວຽງຈັນ

ອຸ່ນແກ້ວ
2023.10.26
ເກີດເຫດ ສານເຄມີຮົ່ວໄຫຼ ຢູ່ບ້ານວຽງຈະເລີນ ນະຄອນຫຼວງວຽງຈັນ ເຫດການສານເຄມີຮົ່ວໄຫຼ ຢູ່ບ້ານວຽງຈະເລີນ, ນະຄອນຫຼວງວຽງຈັນ. ວັນທີ 25 ຕຸລາ 2023.
ຂໍຂອບໃຈຮູບພາບຈາກ ໜ່ວຍກູ້ໄພຊ່ວຍເຫຼືອ ແລະ ບັນເທົາທຸກ ນະຄອນຫຼວງວຽງຈັນ

ເກີດເຫດສານເຄມີ ປະເພດ ແອມໂມເນັຽຮົວໄຫຼ ຢູ່ເຂດ ບ້ານວຽງຈະເລີນ ເມືອງໄຊເສດຖາ ນະຄອນຫລວງວຽງຈັນ ແລະ ສົ່ງກິ່ນເໝັນ ກະທົບຕໍ່ສຸຂພາບຂອງປະຊາຊົນ.​ ໃນວັນທີ 25 ຕຸລາ 2023 ເວລາປະມານ 5 ໂມງ ແລງ, ສານເຄມີ ທີ່ຊື່ວ່າ ແອມໂມເນັຽ (Ammonia) ຮົ່ວອອກຈາກໂຮງງານນໍ້າກ້ອນ ຂອງນັກທຸຣະກິຈຊາວລາວ ຢູ່ເຂດບ້ານວຽງຈັນເລີນຮ່ອມ 14, ອີງຕາມຂໍ້ມູນຈາກທາງການລາວ.

ສານເຄມີດັ່ງກ່າວ ໄດ້ສົ່ງກິ່ນເໝັນ ໃນຣັດສະໝີຫຼາຍກິໂລແມັດ ສົ່ງຜົລເຮັດໃຫ້ປະຊາຊົນໃນບໍລິເວນດັ່ງກ່າວ ແລະ ຜູ້ຜ່ານໄປມາ ມີອາກາດແສບຄໍ, ນ້ຳມູກໄຫຼ, ແສບຕາ, ແສບດັງ.

ປະຊາຊົນທ່ານນຶ່ງ ທີ່ຢູ່ຫ່າງຈາກຈຸດເກີດເຫດ ປະມານ 500 ແມັດ ໄດ້ກ່າວຕໍ່ວິທຍຸ ເອເຊັຽເສຣີ ວັນທີ 26 ຕຸລາ ວ່າ:  

ອັນເຊົາແລ້ວ ຮ່ອມ ບ້ານຂ້ອຍນີ້ແຫຼະ. ເມັຽຂ້ອຍໄປຮັບລູກສາວ ຢູ່ອັນໂຮງຮຽນມາ ຫັ້ນ ກໍຈົນເກືອບຕາຍຫັ້ນແຫຼະ. ແສບຕາ, ແສບດັງ, ແສບຄໍ ເຂົາມາເຂົ້າວ່າ ແສບໆ ຄື ອັນ ຂິວ ຄືນໍ້າຢາຍ້ອມຜົມແຫຼະ. ພວກແອມໂມເນັຽເດ້ ຂ້ອຍກໍຈາກໂຮງງານມານີ້ ກໍປະມານ 500 ແມັດ.​

ທ່ານ ກ່າວຕື່ມວ່າ ເຫດການ ໃນວັນທີ 25 ຕຸລາ ທາງຂັ້ນເມືອງ ບໍ່ໄດ້ແຈ້ງໃຫ້ອົບພະຍົບປະຊາຊົນທີ່ຢູ່ໃກ້ຄຽງໄປພື້ນທີ່ອື່ນ ແຕ່ຢ່າງໃດ ສ່ວນວ່າ ສະຖານະການຫຼ້າສຸດ ແມ່ນ ກິ່ນເໝັນຈາກສານເຄມີ ຈາງແລ້ວ ໂຮງງານນໍ້າກ້ອນ ມີພະນັກງານມາເຮັດວຽກປົກກະຕິ ຂະນະທີ່ ໂຮງຮຽນຂອງລູກສາວໂຕເອງ ສັ່ງຢຸດການຮຽນ 1 ມື້.​

ຊາວບ້ານອີກທ່ານນຶ່ງ ທີ່ໃກ້ຄຽງ ໄດ້ກ່າວວ່າ:

ມື້ສານນີ້ ມີແສບກຫູແສບຕາ ແຕ່ມື້ນີ້ ມັນເຂົາແລ້ວ ປົກຕິ ມື້ນີ້ ເປັນຕອນແລງ. ກໍປິດປະຕູ ເຕືອນໆ ກັນ ແຊັດຫາກັນ ແລ້ວກໍວ່າ ເອີ ປິດປະຕູ ແລ້ວ. ມັນກໍໄຄຂຶ້ນ ຫັ້ນນ່າ ແຕ່ ຢູ່ອາກາດຂ້າງນອກ ມັນກໍໝັກຄືກັນ ບໍ່ເຖິງກັບ ເຂົ້າໂຮງໝໍ ບໍ່ເຖິງກັບອາການໜັກ ອິຫຍັງ ຫັ້ນນ່າໃ ສະເພາະແຕ່ຮູ້ສຶກວ່າ ເອີ ແສບຫູ ແສບຕາ ຜິດປົກກະຕິ ທົ່ວໄປແບບນີ້ໃ ກໍຢ້ານຢູ່ ກໍຢ້ານມັນເປັນອັນຕລາຍ ເພາະວ່າ ຄໍາວ່າ ສານເຄມີເນາະ ໃຜກໍຢ້ານຫັ້ນນ່າ.

ໃນເວລາທີ່ເກີດເຫດ​ ຣົຖກໍຕິດ ຍິງເຮັດໃຫ້ເກີດສະພາບແອອັດ ຍ້ອນວ່າ ເວລາດັ່ງກ່າວ ເປັນເວລາທີ່ຄົນເລີກວຽກ.

ຊາວບ້ານຜູ້ທີ່ຂີ່ຣົຖຜ່ານ ໄປເຂດດັ່ງກ່າວ ໄດ້ກ່າວວ່າ:​

ຣົຖຕິດຫຼາຍຫັ້ນນ່າ ຫັນໃຈຍາກ ກໍາລັງເລີກວຽກ ເລີກງານແດ່ຫັ້ນນ່າ ມັນກໍຣົຖ ກໍຕິດຫຼາຍ ກໍສ່ວນຫຼາຍ ຄົນເຂດຄົນ ບາງຄົນ. ເຂົາເຈົ້າ ບາງຄົນກໍບໍ່ໄດ້ໃສ່ຜ້ານປິດປາກ ແຕ່ສໍາລັບນ້ອງແທ້ ໃສ່ຕລອດ ສ່ວນຫຼາຍແມ່ນບໍ່ໄດ້ໃສ່ແຫຼະ ສ່ວນຫຼາຍບາງຄົນກໍຫັນໃຈຈົນບໍ່ໄດ້ ເປັນວິນ ເປັນລົມຫັ້ນນ່າ. ຫັນໃຈຍາກຫັ້ນນ່າ ແຖວນີ້ ແທ້ ກໍບໍ່ໄດ້ກິ່ນ ແຕ່ບໍ່ຮູ້ວ່າ ແຖວໃກ້ຫັ້ນ ກໍນ່າຈະຍັງກິ່ນເຫຼືອບໍ່​ ເພາະວ່າ ມັນກໍມີລົມພັດຢູ່ ບາງຊ້ວງ ຫັ້ນນ່າ. ມັນພັດໄປທາງອື່ນນ່າ ກໍເປັນໄປໄດ້.​

ສາເຫດເປັນຍ້ອນ ວາວຖັງແກສ ມີການຊໍາລຸດ ຈຶ່ງເຮັດໃຫ້ສານເຄມີຮົ່ວໄຫຼ. ເຈົ້າໜ້າທີ່ ໜ່ວຍກູ້ໄພຊ່ວຍເຫຼືອ ແລະ ບັນເທົາທຸກ ນະຄອນຫລວງວຽງຈັນ ໄດ້ກ່າວວ່າ:

ກໍຄືມື້ວານນີ້ເນາະ ພວກເຮົາໄດເຮັບແຈ້ງເວລາ 5 ໂມງແລງ ຫຼັງຈາກພວກເຮົາໄປຮອດ ໄດ້ລົງກວດສອບວ່າ ມີສານເຄມີຮົ່ວໄຫຼອອມາ. ທາງເຮົາ ຈຶ່ງໄດ້ມີການພົ່ນນໍ້າແລ້ວ ກໍຫາວິທີແກ້. ຕາມເຈົ້າຂອງໂຮງງານນໍ້າກ້ອນເພິ່ນ ຣາຍງານພວກເຮົາເນາະ ເປັນວາວຖັງສານເຄມີ ມີການຊໍາລຸດ ກໍເກີດເຫດຫັກຈັ່ງຊີ້ນ່າ.

ເຈົ້າໜ້າທີ່ທ່ານນີ້​ ກ່າວຕື່ມວ່າ ເຈົ້າໜ້າທີ່ຈາກຫຼາຍໜ່ວຍງານ ລວມທັງເຈົ້າໜ້າທີ່ຕໍາຣວດ ແລະ ທະຫານ ໄດ້ເຂົ້າມາຈັດລະບຽບພື້ນທີ່ເກີດເຫດ ໂດຍສະເພາະ ເຈົ້າໜ້າທີ່ໄດ້ຊ່ວຍລະບາຍ ການສັນຈອນ. ເຈົ້າໜ້າທີ່ຕ້ອງໃຊ້ເວລາ 6 ຊົ່ວໂມງ ໃນຄວບຄຸມການຮົ່ວໄຫຼ ຂອງສານເຄມີ ແລະ ກິ່ນເໝັນເຣີ່ມຈາງລົງແລ້ວ.

ເຈົ້າໜ້າທີ່ຂອງໜ່ວຍກູ້ໄພ ຊ່ວຍເຫຼືອ ແລະ ບັນເທົາທຸກ ນະຄອນຫລວງວຽງຈັນ ໄດ້ກ່າວຕື່ມອີກວ່າ: 

ຕອນ 10 ໂມງເຄິ່ງ ພວກເຮົາອອກໄປເອົານໍ້າ ທາງເຈົ້າໜ້າທີ່ ທາງທະຫານ. ສານເຄມີ ເພິ່ນເຂົ້າມາກວດສອບແລ້ວ ກໍບໍ່ໄດ້ພົ່ນນໍ້າ ເພາະວ່າ ຫຼັງຈາກພວກເຮົາໄປເອົານໍ້າມາແລ້ວ ກໍຊ່າງສາມາດແປງໄດ້ແລ້ວ ຈັ່ງຊີ້ນ່າ. ມື້ຄືນນີ້ ກໍຢູ່ຈົນຮອດ 11 ໂມງເຄິ່ງ ຖືວ່າ ຈະລ້າງແລ້ວເດ້. ມາເຖິງປັດຈຸບັນນີ້ ກໍລະຫວ່າງ 10 ແມັດ ອ້ອມແອ້ມ ເຂດນັ້ນຫັ້ນ ກໍນ່າຊິໄດ້ກິ່ນຢູ່ ຫາກບໍ່ແຮງ. ອາດຊິໄດ້ກິ່ນຢູ່ ເປັນບາງຄັ້ງຄາວ ມັນກໍຊິບໍ່ມີແຮງຄືຕອນມັນໄຫຼອອກມາຈັ່ງຊີ້ນ່າ.​

ສານແອມໂມເນັຽ ເປັນສານອັນຕະຣາຍຕໍ່ຮ່າງກາຍ ແລະ ຖ້າຄົນສູດດົມເຂົ້າໃນປະລິມານຫຼາຍ ຈະເຮັດໃຫ້ເສັຽຊີວິດໄດ້ ແລະ ຜູ້ສໍາຜັດກັບສານເຄມີ ດັ່ງກ່າວ ຈະຕ້ອງຂ້ຽວໄປລ້າງນໍ້າສະອາດ.

ທ່ານ ໝໍ ຈາກໂຮງໝໍມິຕພາບ 150 ຕຽງ ໄດ້ກ່າວວ່າ:

ປົກຕິແລວ້ ເຮົາຕ້ອງໄດ້ຢູ່ ຫ່າງຈາກບ່ອນທີ່ວ່າ ຂົງເຂດທີ່ ທີ່ຊົມໃຊ້ ຫຼືວ່າ ມີສານເຄມີຮົ່ວໄຫຼ. ບາດນີ້ ບັງເອີນເຮືອນເຮົາຢູ່ແຖວນັ້ນເນາະ. ກໍຕ້ອງບໍ່ສູດດົມແຫຼະ ກໍຊິຕ້ອງໄດ້ໃສ່ຜ້າອັດປາກອັດດັງ ແລ້ວກໍມີການລ້າງຊໍາລະໂຕເອງ. ເອີ້ນວ່າ ສະເກົາ ຫົວນີ້ເນາະ ສະຜົມມີຫຍັງຕ່າງໆ ດ້ວຍນໍ້າສະອາດຫຼາຍຮອບ ແລ້ວ ກໍມານຸ່ງເຄື່ອງໃໝ່. ຖ້າຖືກຕາ ມີແຕ່ລ້າງຢ່າງດຽວ ແລ້ວກໍລໍຢູ່ໃກ້ກັບແສງ ລ້າງນໍ້າສະອາດຢ່າງດຽວ ບໍ່ໃຫ້ໃສ່ຢາອື່ນໆ ອີກຕື່ມ.​

ທ່ານ ໝໍ ທ່ານນີ້​ ກ່າວຕື່ມວ່າ ຫາກ ສານແອມໂມເນັຽ ຕິດເຄື່ອງນຸ່ງຫົ່ມ ຕ້ອງເອົາໃສ່ຖົງຢາງສີແດງ ເຊິ່ງເປັນຖົງຢາງສໍາລັບສໍາເກັບມ້ຽນສິ່ງຕິດເຊື້ອ ແລ້ວເອົາໄປຖິ້ມເລີຍ ແລ້ວໄປລ້າງຊໍາລະໂຕເອງ ດ້ວຍນໍ້າສະອາດຫຼາຍໆຄັ້ງ ແລະ ບໍ່ໃຫ້ເອົາເຄື່ອງນຸ່ງຫົ່ມທີ່ຕິດແອມໂມເນັຽ ໄປເຜົາໄຟຖິ້ມ ຍ້ອນເຮົາບໍ່ຮູ້ວ່າ ພາຍໃນເຄື່ອງນຸ່ງຫົ່ມນັ້ນ ມີປະຣິມານສານແອມໂມເນັຽ ຫຼາຍໜ້ອຍປານໃດ ຈົນເຮັດໃຫ້ເກີດມົລພິດທາງອາກາດໄດ້.​

ວິທຍຸ ເອເຊັຽເສຣີ ໄດ້ຕິດຕໍ່ຫາ ເຈົ້າໜ້າທີ່ຕໍາຣວດ ແລະ ທະຫານ ເມືອງໄຊເສດຖາ ເພຶື່ອຖາມຂໍ້ມູນກ່ຽວກັບເຫດການນີ້ ແຕ່ເຈົ້າໜ້າທີ່ ບໍ່ໄດ້ໃຫ້ຣາຍລະອຽດເພີ່ມຕື່ມແຕ່ຢ່າງໃດ.​

ອອກຄວາມເຫັນ

ອອກຄວາມ​ເຫັນຂອງ​ທ່ານ​ດ້ວຍ​ການ​ເຕີມ​ຂໍ້​ມູນ​ໃສ່​ໃນ​ຟອມຣ໌ຢູ່​ດ້ານ​ລຸ່ມ​ນີ້. ວາມ​ເຫັນ​ທັງໝົດ ຕ້ອງ​ໄດ້​ຖືກ ​ອະນຸມັດ ຈາກຜູ້ ກວດກາ ເພື່ອຄວາມ​ເໝາະສົມ​ ຈຶ່ງ​ນໍາ​ມາ​ອອກ​ໄດ້ ທັງ​ໃຫ້ສອດຄ່ອງ ກັບ ເງື່ອນໄຂ ການນຳໃຊ້ ຂອງ ​ວິທຍຸ​ເອ​ເຊັຍ​ເສຣີ. ຄວາມ​ເຫັນ​ທັງໝົດ ຈະ​ບໍ່ປາກົດອອກ ໃຫ້​ເຫັນ​ພ້ອມ​ບາດ​ໂລດ. ວິທຍຸ​ເອ​ເຊັຍ​ເສຣີ ບໍ່ມີສ່ວນຮູ້ເຫັນ ຫຼືຮັບຜິດຊອບ ​​ໃນ​​ຂໍ້​ມູນ​ເນື້ອ​ຄວາມ ທີ່ນໍາມາອອກ.