ຣັຖບານ ຍັງປະເຊີນກັບ ສິ່ງທ້າທາຍ ໃນການລືບລ້າງ ຄວາມທຸກຍາກ
2023.10.25

ກອງປະຊຸມລະດັບຊາຕ ວ່າດ້ວຍ ປະຊາກອນ ແລະ ການພັທນາ ຫຼື National Conference on Population and Development (NCDP) ປະຈໍາປີ 2023 ພາຍໃຕ້ຫົວຂໍ້ ຊຸກຍູ້ການພັທນາເສຖກິຈ-ສັງຄົມ ຢ່າງຕັ້ງໜ້າ, ໂດຍການນຳໃຊ້ຜົລປໂຍດ ແລະ ເພີ່ມຄວາມສາມາດຂອງປະຊາກອນ ໃນວັນທີ 23-24 ຕຸລາ 2023 ທີ່ຜ່ານມານັ້ນ, ທ່ານ ກິແກ້ວ ໄຂຄໍາພິທູນ ຮອງນາຍົກຣັຖມົນຕຣີ ກ່າວວ່າ ປະເທດລາວ ຍັງປະເຊີນກັບສິ່ງທ້າທາຍ ໃນການລືບລ້າງຄວາມທຸກຍາກ ຂອງປະຊາຊົນ ໂດຍສະເພາະແມ່ນ ປະຊາຊົນ ບັນດາຊົນເຜົ່າ ຢູ່ເຂດຊົນນະບົດ ແລະ ໃນຄອບຄົວທີ່ ມີລະດັບການສຶກສາຕ່ໍາ ແລະ ໃນກຸ່ມ ປະຊາກອນ ທີ່ມີຄວາມສ່ຽງ ເຊັ່ນ ແມ່ ເດັກເກີດໃໝ່, ເດັກນ້ອຍ ແລະ ຊາວໜຸ່ມ-ເຍົາວະຊົນ ຍັງເສັຍໂອກາດ ອັນໃຫຍ່ຫລວງ ໃນຂົງເຂດສາທາລະນະສຸຂ ແລະ ການສຶກສາ.
ສອດຄ່ອງກັບ ເຈົ້າໜ້າທີ່ ທີ່ກ່ຽວຂ້ອງ ແຂວງສວັນນະເຂດ ກ່າວວ່າ ຕັ້ງແຕ່ປີ 2021 ກະຊວງທີ່ກ່ຽວຂ້ອງ ໂຈະງົບປະມານ ຂອງກອງທຶນຫລຸດຜ່ອນຄວາມທຸກຍາກ ຂອງແຂວງສວັນນະເຂດ ເຮັດໃຫ້ ແຂວງພົບພໍ້ ສິ່ງທ້າທາຍ ທີ່ໜັກໜ່ວງ ຄື ແຂວງຂາດງົບປະມານ ຊຸກຍູ້ແຜນການຫລຸດຜ່ອນ ພາວະ ຂາດໂພຊະນະການໃນເດັກນ້ອຍ ອາຍຸຕ່ໍາກວ່າ 5 ປີ ແລະ ແຜນສົ່ງເສີມການປູກຝັງລ້ຽງສັດ ຂອງປະຊາຊົນ ຈົນເຮັດໃຫ້ເດັກນ້ອຍ ພາຍໃນແຂວງອອກຮຽນ ທັງທີ່ ບໍ່ທັນຈົບການສຶກສາ ພາກບັງຄັບ ຍ້ອນ ພໍ່ແມ່ບໍ່ມີເງິນສົ່ງຮຽນ. ປະຊາຊົນ ບໍ່ມີທີ່ດິນເພື່ອເຮັດການຜລິດ ເພື່ອສ້າງລາຍໄດ້ໃຫ້ຄອບຄົວ ເພາະວ່າດິນສ່ວນຫລາຍ ມີເຈົ້າຂອງ ທີ່ເປັນນາຍທຶນ ຫລື ເປັນຂອງຣັຖ ໝົດ.
ສະນັ້ນ ພາກຣັຖຄວນເອົາໃຈໃສ່ ດ້ານງົບປະມານ ກອງທຶນຫລຸດຜ່ອນຄວາມທຸກຍາກ ເພື່ອຍົກລະດັບ ຄວາມຮູ້, ລາຍຮັບ ແລະ ພາລະນາໄມ ຂອງປະຊາຊົນ ໃຫ້ສາມາດຕອບສະໜອງ ກັບຄວາມຕ້ອງການ ຂອງການພັທນາ ຮີບດ່ວນ ໃນຕໍ່ໜ້າໄດ້.
ດັ່ງ ເຈົ້າໜ້າທີ່ ທີ່ກ່ຽວຂ້ອງ ແຂວງສວັນນະເຂດ ກ່າວຕໍ່ ວິທຍຸ ເອເຊັຽເສຣີ ໃນວັນທີ 25 ຕຸລາ ນີ້ວ່າ:
“ສົມມຸດວ່າ ກະສິກັມມັນເຂັ້ມແຂງແລ້ວເນາະ ສຸຂພາບກໍດີຂຶ້ນ ເງິນກໍເຫລືອ ວ່າຊັ້ນສາເນາະ. ເກັບສົ່ງລູກສົ່ງເຕົ້າໄດ້ ສວັນນະເຂດນີ້ ເຮົາເບິ່ງຜີວເຜີນເນາະ ມັນລັກສະນະ ຄື ຫລວງພຣະບາງ ຄັນເບິ່ງຕາມຕົວເມືອງ ອາດຈະເຣີນເນາະ ຄັນອອກນອກເມືອງໄປ ມັນຄົນລະແນວເດ້. ຄວາມໄລຍະຫ່າງ ລະຫວ່າງ ເມືອງກັບບ້ານ ແຕກໂຕນກັນຫລາຍ ບາງບ້ານນີ້ ນຸ່ງເຄື່ອງມື້ນຶ່ງ 2 ຊຸດ ຄືຢູ່ບ້ານນອກ ເຂົາເຈົ້ານີ້ ຊຸດນຶ່ງຈະກຸ້ມເປັນປີ. ເຮົາກິນເຂົ້າຢູ່ໃນເມືອງນີ້ 3 ຄາບ. ບາງບ້ານ ຢູ່ບ້ານນອກ ເຂົາເຈົ້າ ບາງເທື່ອ ກໍມື້ນຶ່ງ ບໍ່ໄດ້ກິນເຂົ້າ ວ່າຊັ້ນສາ. ບໍ່ໄດ້ເວົ້າເປັນມື້ ເປັນທິດພຸ້ນແຫລະ ກິນໝາກໄມ້ ໝາກຕອກ ວັນໆ ໄປ.”
ຂະນະທີ່ ແຂວງຊຽງຂວາງ ມີທັງໝົດ 7 ເມືອງ ໃນນັ້ນມີພຽງ 1ເມືອງ ຄື ເມືອງແປກ ທີ່ຫລຸດພົ້ນຄວາມທຸກຍາກ ຕາມດໍາຣັດ 348/ລບ ວ່າດ້ວຍມາຕການພົ້ນທຸກ ມາຕຖານພັທນາ ແລະ ຮັບຮອງຂໍ້ມູນເປັນທາງການ ສ່ວນອີກ 6 ເມືອງທີ່ເຫລືອ ບໍ່ຫລຸດຜ່ອນຈາກການທຸກຍາກ ເປັນເຊັ່ນນັ້ນ ຍ້ອນ ໃນຮອບ 3 ປີທີ່ຜ່ານມາ ແຂວງຊຽງຂວາງ ພົບພໍ້ກັບສິ່ງທ້າທາຍ ດ້ານເງິນກີບອ່ອນຄ່າ ເຮັດໃຫ້ຕົ້ນທຶນການຜລິຕ ດ້ານກະຊິກັມສູງ ຂະນະທີ່ ຜົລຜລິຕຂາຍອອກໄປຕລາດມີລາຄາຕ່ໍາ ແລະ ພົບພໍ້ກັບການແຜ່ຣະບາດຂອງ ໂຄວິດ-19 ເຮັດໃຫ້ໂຄງການສາກົລ ລືບລ້າງຄວາມທຸກຍາກ ບໍ່ສາມາດເຂົ້າຊຸກຍູ້ ປະຊາຊົນໄດ້.
ສະນັ້ນ ພາກສ່ວນທີ່ກ່ຽວຂ້ອງ ຄວນມີທຶນ ສົ່ງເສີມໃຫ້ຊາວກະຊິກອນ ຜລິດສິນຄ້າດ້ານການກະເສດ ໃຫ້ເປັນກຸ່ມໃຫຍ່ ຫລື ຈັດຕັ້ງເປັນກຸ່ມສະຫະກອນ ເພື່ອໃຫ້ມີຄວາມເຂັ້ມແຂງ ສາມາດຕໍ່ຮອງກັບນັກທຸຣະກິຈໄດ້ ບໍ່ແມ່ນ ຍາດແຍ່ງກັນຂາຍຜົລຜລິດ ໃຫ້ນັກທຸຣະກິຈຈົນໄດ້ລາຄາຕ່ໍາ ທີ່ມີສະພາບເສຖກິຈຟືດເຄືອງແນວນີ້. ຕາມຄວາມເວົ້າ ຂອງເຈົ້າໜ້າທີ່ ທີ່ກ່ຽວຂ້ອງ ແຂວງຊຽງຂວາງ ກ່າວຕໍ່ ວິທຍຸ ເອເຊັຽ ເສຣີ ໃນວັນທີ 24 ຕຸລາ ນີ້ວ່າ:
“ບັນຫາເຣື່ອງລາຄາສິນຄ້າ ໃນທ້ອງຕລາດນີ້ ມີການເໜັ່ງຕີງຫລາຍແຫລະເນາະ. ກໍເຮັດໃຫ້ປະຊາຊົນ ເວົ້າເຣື່ອງ ຕົ້ນທຶນໃນການຊື້ ການຂາຍນີ້ ມັນແພງຫັ້ນແຫລະ. ເວົ້າລວມແລ້ວນ່າ ໂຄວິດ-19 ນີ້ ກໍເຮັດໃຫ້ ໂຄງການ. ອ້າຍ ໄດ້ຮັບຜົລກະທົບ ຄື ພວກອ້າຍນີ້ ໄດ້ລ່າຊ້າໄປປີນຶ່ງເນາະ. ງົບຊຸກຍູ້ກໍມີໜ້ອຍ ຊ່ວງມັນລະບາດໜັກ ແລ້ວກໍບໍ່ສາມາດເຂົ້າຫາປະຊາຊົນໄດ້ ກໍແມ່ນ ມີທຶນໃຫ້ຈໍານວນນຶ່ງ ແຕ່ວ່າມັນບໍ່ໄດ້ ຕາມຄວາມຕ້ອງການຂອງປະຊາຊົນ. ມັນກະເລີຍກະຈາຍໄປຊື່ໆ ມັນໄດ້ຮັບເລັກນ້ອຍ ແຕ່ສຸດທ້າຍແລ້ວ ບໍ່ສາມາດເປັນຕົນເປັນໂຕໄດ້. ສໍາຄັນແລ້ວ ມີທຶນມາສົ່ງເສີມໃຫ້ເປັນໂຕແບບຫັ້ນນ່າ ສໍາຄັນແມ່ນໂຕນັ້ນ ເຮັດເປັນກຸ່ມຜລິຕບ່ ມະຫຍັງຕ່າງໆ ແຫລະ. ໃຫ້ມັນມີຕົວຕົນຫັ້ນນ່າ ເຮົາໃຫ້ເງິນໄປຫລາຍ ຄືກັບວ່າເຂົ້າໄປຊະຊະ. ກິນໄປໝົດແລ້ວ ແລ້ວກໍແລ້ວ ບໍ່ເປັນຈຸດ.”
ສ່ວນຢູ່ ແຂວງຫົວພັນ 3 ປີ ທີ່ຜ່ານມານັ້ນ ແຂວງພະເຊີນສິ່ງທ້າທາຍ ດ້ານງົບປະມານຊຸກຍູ້ ຕິດຕາມ ຮິບໂຮມ ສະຖິຕິ ເຮັດໃຫ້ ແຂວງບໍ່ມີໂຕເລຂທີ່ຈະສະແດງ ໃນກອງປະຊຸມຕົ້ນສໄມ ກາງສໄມ ຫລື ປະຈໍາປີ ວ່າ ພາຍໃນແຂວງຫົວພັນ ມີຄອບຄົວບໍ່ຫລຸດພົ້ນຄວາມທຸກຍາກຈັກຄອບຄົວ ຫລື ມີຄອບຄົວພົ້ນທຸກຈັກຄອບຄົວ ຈຶ່ງເຮັດໃຫ້ແຂວງບໍ່ສາມາດກໍານົດ ຂອບເຂດ ແຜນພັທນາປະຊາກອນ ໃຫ້ມີຄວາມສອດຄ່ອງ ກັບການຂຍາຍໂຕຂອງເສຖກິຈໄດ້ ບວກກັບ ພາກສ່ວນທີ່ກ່ຽວຂ້ອງ ບໍ່ວ່າຈະເປັນຂແໜງການສຶກສາ, ສາທາລະນະສຸຂ ຫລື ໂຍທິການ ແລະ ຂົນສົ່ງ ບໍ່ເປັນເຈົ້າການຮ່ວມກັນ ສຸມໃສ່ງົບປະມານ ລືບລ້າງຄວາມທຸກຍາກ. ສະນັ້ນ ທາງອອກສໍາຄັນທີ່ເຮັດໃຫ້ ຄວາມທຸກຍາກພາຍໃນແຂວງຫລຸດຜ່ອນໄປເທື່ອລະກ້າວນັ້ນ.
ເຈົ້າໜ້າທີ່ ທີ່ກ່ຽວຂ້ອງແຂວງຫົວພັນ ໃຫ້ຄວາມເຫັນ ໃນມື້ດຽວກັນນີ້ວ່າ:
“ໂຕເລຂ ຄວາມທຸກຍາກ ໃນການພັທນາ ເພື່ອມັນຈະວາງແຜນໄດ້ຖືກເປົ້າໝາຍນີ້. ຕ້ອງບໍ່ສຸມໃສ່ໂຄງການຫລາຍເກີນໄປ ຕ້ອງລັກສະນະວ່າ ເອົາເງິນມາໃສ່ການເກັບກໍານີ້ໜ່ອຍນຶ່ງ ແລະ ທຸກພະແນກການກ່ຽວຂ້ອງເນາະ. ກໍຕ້ອງສຸມໃສ່ ຖືເປັນວຽກສ່ວນລວມເນາະ ທີ່ວ່າ ມັນຍັງຂາດເສັ້ນທາງ ກໍຕ້ອງຖືເປັນວຽກ ຍທຂ (ໂຍທາທິການແລະຂົນສົ່ງ) ຖ້າຍັງຂາດນ້ໍາຣິນ ຖືເປັນວຽກຂອງ ສາທາ ຂາດໂຮງໝໍກໍຕ້ອງຖືເປັນແນວນັ້ນ.”
ດ້ານອາຈານ ຈາກຄະນະເສຖສາດ ແລະ ບໍຣິຫານທຸຣະກິຈ ມະຫາວິທຍາໄລແຫ່ງຊາຕລາວ ກ່າວວ່າ ວຽກງານການລືບລ້າງຄວາມທຸກຍາກ ໃນປະເທດລາວຊ້າລົງໄປຕື່ມ ຍ້ອນພູມສັນຖານ ຂອງປະເທດລາວ ໂດຍ ສະເພາະ ແຂວງພາກເໜືອ ຂອງປະເທດລາວ ເປັນພູດອຍ ເກືອບຮ້ອຍລະ 80 ແລ້ວ ໃນນັ້ນ ເປັນເຂດປ່າສງວນ ທີ່ປະຊາຊົນບໍ່ສາມາດເຮັດການຜລິດໄດ້ ບວກກັບ ມີຂໍ້ຈໍາກັດ ທີ່ບໍ່ສາມາດ ສ້າງແຫລ່ງນ້ໍາ ແລະ ລະບົບຊົນລະປະທານ ເພື່ອການກະເສດ.
ພ້ອມດຽວກັນນັ້ນ ອາຈານເຫັນວ່າ ປະເທດລາວ ຈະຂັບເຄື່ອນການພັທນາ ໄປຂ້າງໜ້າໄດ້ນັ້ນ ແມ່ນມີພຽງ ຂແໜງກະສິກັມ ແລະ ປ່າໄມ້ ພຽງຂແໜງດຽວ ທີ່ຈະກ້າວເຂົ້າໄປສູ່ ຂແໜງອຸດສາຫະກັມໄດ້ ສ້າງລາຍໄດ້ໃຫ້ໂຕເອງ ແລະ ປະເທດຊາຕໄດ້.
ດັ່ງ ອາຈານ ຜູ້ນີ້ ກ່າວໃນມື້ດຽວກັນນີ້ວ່າ:
“ຢູ່ແຂວງພາກເໜືອຂອງລາວເນາະ ເພາະວ່າ ມັນເປັນພູມສັນຖານ ທີ່ວ່າຫຍຸ້ງຍາກ ຢູ່ແລ້ວຫັ້ນນ່າ ຕໍ່ໃຫ້ອິຫຍັງ ມັນກໍບໍ່ພັທນາ ໂດເດັ່ນ ຄື ພາກກາງ ພາກໃຕ້. ເປັນຈຸດອ່ອນ ເປັນຂໍ້ຄົງຄ້າງ ເປັນຂໍ້ທີ່ວ່າ ເຮົາຕ້ອງໄດ້ເອົາໃຈໃສ່ຕື່ມຫັ້ນນ່າ. ປະຊາກອນ ມັນກະແຈກປະຈາຍກັນຢູ່ ແລ້ວກໍເປັນພູສູງອີກ ສະນັ້ນ ປະເທດລາວນີ້ເນາະ ຄັນເບິ່ງເຣື່ອງທຶນໃນການພັທນາ ເຄື່ອນດ້ວຍຂແໜງກະສິກັມ. ເຮົາມີແຕ່ທາງດຽວເທົ່ານັ້ນ ເຣື່ອງຂແໜງກະສິກັມ ທີ່ຈະຊ່ວຍໄດ້ ກ້າວເຂົ້າໄປສູ່ຂແໜງອຸດສາຫະກັມໄດ້.”
ທ່ານຍັງໃຫ້ຄວາມເຫັນ ທີ່ໜ້າສົນໃຈອີກວ່າ ພາກສ່ວນທີ່ກ່ຽວຂ້ອງ ຕ້ອງມີແຜນດຶງນັກລົງທຶນ ເຂົ້າມາລົງທຶນພາຍໃນ ຂແໜງການກະສິກັມ ບໍ່ແມ່ນ ຂແໜງພະລັງງານ ແລະ ບໍ່ແຮ່ ຍ້ອນ ທີ່ຜ່ານມາ ຈົນເຖິງປັດຈຸບັນ ນັກລົງທຶນ ມາລົງທຶນໃນຂແໜງກະສິກັມ ແລະ ປ່າໄມ້ ມີໜ້ອຍ ແລະ ທ່ານຍັງກ່າວ ຄືກັບ ເຈົ້າໜ້າທີ່ ທີ່ກ່ຽວຂ້ອງ ແຂວງຊຽງຂວາງວ່າ ພາກສ່ວນທີ່ກ່ຽວຂ້ອງ ຄວນມີທຶນສົ່ງເສີມ ໃຫ້ຊາວກະສິກອນ ຜລິດສິນຄ້າ ດ້ານການກະເສດ ໃຫ້ເປັນກຸ່ມໃຫຍ່ ຫລື ຈັດຕັ້ງເປັນກຸ່ມສະຫະກອນ ເພື່ອໃຫ້ມີຄວາມເຂັ້ມແຂງ ສາມາດຕໍ່ຮອງ ກັບນັກທຸຣະກິຈໄດ້ ບໍ່ແມ່ນ ຍາດແຍ່ງກັນຂາຍຜົລຜລິດ ໃຫ້ນັກທຸຣະກິຈ ໄດ້ລາຄາຕ່ໍາ.
ດັ່ງ ທ່ານ ກ່າວໃນມື້ດຽວກັນນີ້ວ່າ:
“ເຮົາບໍ່ຄິດ ບໍ່ຝັນວ່າ ເຣຶ່ອງຄ່າເງິນ ຈະມາກະທົບຈັ່ງຊີ້ ມັນກໍເກີດຂຶ້ນ ຊ້ໍາເຕີມມາຈາກ ໂຄວິດ-19 ກໍມາກະທົບໃສ່ອີກ. ມັນກໍເລີຍເປັນອັນນຶ່ງ ທີ່ວ່າ ທີ່ພອຍເຮັດໃຫ້ຍາກ ໃນການທີ່ວ່າ ໄປຫລຸດພົ້ນໂຕນັ້ນເນາະ. ສະນັ້ນ ຕ້ອງແກ້ໄປແຕ່ລະວຽກ ມີແຕ່ການດຶງດູດ ການລົງທຶນຕ່າງປະເທດ ເພື່ອດຶງດູດເມັດເງິນເຂົ້າມາ ມັນຈຶ່ງຈະສ້າງຄວາມເຊື່ອໝັ້ນ ແມ່ນບໍ່ ໂຕຢ່າງ ໃນການຜລິດເຂົ້ານັ້ນ ເປັນປະເທດສົ່ງອອກ ຄື ໄທຍ ຄື ວຽດນາມ ຈັ່ງຊີ້. ເຮັດຈັ່ງໃດ ມັນຈຶ່ງຊິເຮັດໄດ້ນ່າ ແຕ່ອັນນີ້ ມັນກະແຈກກະຈາຍ ຄໍາວ່າ ກະແຈ້ກ-ກະຈາຍ ເຮັດຢູ່ ແຕ່ບໍ່ເປັນກຸ່ມ ເປັນກ້ອນໃຫຍ່ໆ ບໍ່ໄດ້ເປັນສະຫະກອນໃຫຍ່.”
ສໍາລັບວຽກງານການລືບລ້າງ ຄວາມທຸກຍາກ ໃນປະເທດລາວ ຈະມີຂແໜງກະສິກັມ ແລະ ປ່າໄມ້ ເປັນຂແໜງການຫລັກ ທີ່ຈະກະຕຸກຊຸກຍູ້ ໃຫ້ປະເທດລາວ ຫລຸດພົ້ນຈາກຄວາມທຸກຍາກ ພາຍໃນປີ 2030 ຕາມເປົ້າໝາຍການພັທນາ ແບບຍືນຍົງ ຫຼື Sustainable Development Goals (SDG).