ສາທາຣະນະສຸຂ ສັ່ງໂຈະ ກິນຢາຂ້າແມ່ທ້ອງ ທົ່ວປະເທດ

ອຸ່ນແກ້ວ
2023.11.09
ສາທາຣະນະສຸຂ ສັ່ງໂຈະ ກິນຢາຂ້າແມ່ທ້ອງ ທົ່ວປະເທດ ເດັກນ້ອຍນັກຮຽນ ໃນໂຮງຮຽນແຫ່ງນຶ່ງ ກຳລັງລ້າງມື ດ້ວຍວິທີ ທີ່ຖືກຕ້ອງ ຕາມສຸຂອະນາໄມ ເພື່ອສຸຂພາບທີ່ດີ.
ນັກຂ່າວ ພົລເມືອງ

ກະຊວງສາທາຣະນະສຸຂ ອອກແຈ້ງການໂຈະ ການກິນຢາຂ້າແມ່ທ້ອງ ໃນທົ່ວປະເທດ ພາຍຫຼັງ ກວດພົບຜົລຂ້າງຄຽງ ເກີດຂຶ້ນ ກັບນັກຮຽນຈໍານວນຫຼາຍ. ໃນວັນທີ 6 ມິຖຸນາ 2023, ກົມຄວບຄຸມພະຍາດຕິດຕໍ່ ກະຊວງສາທາຣະນະສຸຂ ໄດ້ອອກແຈ້ງການເຖິງຫົວໜ້າ ຜແນກສາທາຣະນະສຸຂ 18 ແຂວງ ທົ່ວປະເທດ ໃຫ້ໂຈະການກິນຢາຂ້າແມ່ທ້ອງ ຊົ່ວຄາວ ໃນເມືອງ, ແຂວງ ທີ່ຍັງບໍ່ທັນຈັດຕັ້ງປະຕິບັດ ຍ້ອນເກີດຜົລຂ້າງຄຽງ ພາຍຫຼັງນັກຮຽນກິນຢາຂ້າແມ່ທ້ອງ ຢູ່ຫຼາຍແຂວງມີອາການຂ້າງຄຽງ.

ສະເພາະ ຢູ່ໂຮງໝໍ ເມືອງຈັນທະບູລີ ນະຄອນຫລວງວຽງຈັນ ມີນັກຮຽນອາຍຸຕັ້ງແຕ່ 5-12 ປີ ເຂົ້າມາພົບ ທ່ານໝໍ ດ້ວຍອາການປວດຮາກ ເຈັບຫົວ ວິນຫົວ ແລະ ເມື່ອຍ ພາຍຫຼັງກິນຢາຂ້າແມ່ທ້ອງ ໄດ້ປະມານ 15 ນາທີ ແລ້ວເກີດອາການດັ່ງກ່າວ ປັດຈຸບັນ ນັກຮຽນຈໍານວນນັ້ນ ກັບບ້ານພັກຜ່ອນແລ້ວ ພ້ອມກິນຢາປິ່ນປົວຕາມແພດສັ່ງແລ້ວ.

ຫ້ອງການສາທາຣະນະສຸຂເມືອງ ໄດ້ແຈ້ງການໄປຫາຫ້ອງການຶກສາທິການ ແລະ ກິລາເມືອງ ຊາບ ແລະ ໃຫ້ປະຕິບັດຕາມແຈ້ງການ.

ເຈົ້າໜ້າທີ່ກ່ຽວຂ້ອງ ເມືອງຈັນທະບູລີ ນະຄອນຫລວງວຽງຈັນ ໄດ້ກ່າວຕໍ່ເອເຊັຽເສຣີ ໃນວັນທີ 9 ພຶສຈິກາ ວ່າ:

ເມືອງເຮົາມີ 14 ກໍລະນີ ເຂົ້າມາປວດຮາກ ບາງຄົນກໍຮາກນ່າ ເຈັບຫົວ ວິນຫົວ ແລ້ວກໍເມື່ອຍ ປະທານ 15 ນາທີ ເປັນເຂົາເຈົ້າ ກໍມາປະມານ 10 ປີ ກໍມີ 5 ປີ ມີຜູ້ນຶ່ງ 10 ປີ 12 ປີິ 11 ປີ ມີແຕ່ເອົາຢາໄປກິນ ວາງຢາໃຫ້ແລ້ວກໍກັບບ້ານ ແລ້ວກໍບໍ່ເປັນຫຍັງເລີຍ ເຂົາເຈົ້າກໍຫາຍດີໝົດ ນະຄອນຫລວງເພິ່ນໃຫ້ ອັນຄໍາສັ່ງອອກມາ ໃຫ້ຢຸດເລີຍ ແລ້ວກໍເລີຍແຈ້ງໄປຫາສຶກສາເມືອງເນາະ ໃຫ້ເຂົາເຈົ້າແຈ້ງຕໍ່ໃຫ້ຢຸດຢາຍຢາຂ້າແມ່ທ້ອງເລີຍ.

ຂະນະທີ່ຢູ່ໂຮງໝໍ ແຂວງຊຽງຂວາງ ມີນັກຮຽນອາຍຸ 7-8 ປີ ຈໍານວນ 2 ຄົນ ໄດ້ນອກພັກຮັກສາໂຕ ຢູ່ຫ້ອງ ICU ພ້ອມໃສ່ເຄື່ອງຊ່ວຍຫາຍໃຈ ພາຍຫຼັງ ກິນຢາຂ້າແມ່ທ້ອງ ທີ່ຜແນກສາທາຣະນະສຸຂ ຈັດໃຫ້ກິນ ແລ້ວມີອາການຖອກທ້ອງ, ຮາກ ແລະ ເມື່ອຍ.

ເຈົ້າໜ້າທີ່ກ່ຽວຂ້ອງ ໂຮງໝໍແຂວງຊຽງຂວາງ ກ່າວໃນມື້ດຽວກັນວ່າ:

ອັນຢູ່ໂຮງໝໍແຂວງນີ້ ໄດ້ມານອກຫ້ອງ ICU 2 ຄົນ ເຂົາເຈົ້າຂີ້ ຖ່າຍແລ້ວກໍຖອກທ້ອງຮາກ ເມື່ອຍ ກໍໄດ້ໃສ່ອົກຊີ້ ກໍມີ 2 ຄົນ ປະມານ 7-8 ປີ ນີ້ ບໍ່ຢາໂຕຂ້າແມ່ທ້ອງ ອັນຢູ່ໂຮງໝໍແຂວງນີ້ ໄດ້ມານ້ອນຫ້ອງ ICU 2 ຄົນ ເຂົາເຈົ້າ ຂີ້ ຖ່າຍແລ້ວ ກໍຖອທ້ອງ ຮາກ ເມື່ອກໍໄດ້ໃສ່ອອກຊີ້ ກໍມີ 2 ຄົນ ນ່າ ປະທານ 7-8 ນີ້​ບໍ່ຍາໂຕຂ້າແມ່ທ້ອງ ແມ່ນຂອງອັນນ່າ ຈະແມ່ນ ຜແນກສາທາເປັນຜູ້ລົງນ່າ ໂຕນີ້ນ່າ ແຕ່ລະໂຮງຮຽນນີ້ເນາະ.

ສ່ວນຢູ່ໂຮງໝໍ ເມືອງທ່າແຕງ ແຂວງເຊກອງ ນາຍຄູ ໄດ້ນັກຮຽນຊັ້ນປະຖົມ ແລະ ມັດທະຍົມສຶກສາຕອນຕົ້ນ ຈໍານວນ 10 ປາຍຄົນ ທີ່ມີອາການປວດຮາກ ມີຜື່ນຂຶ້ນຕາມຕົນໂຕ ເຂົ້າມາພົບທ່ານໝໍ ຢູ່ຜແນກສຸກເສີນ ຫຼັງຈາກເຂົາເຈົ້າກິນຢາ ຂ້າແມ່ທ້ອງ ແລ້ວມີອາການຜິດປົກຕິ ແລ້ວ ທ່ານໝໍ ຂຽນໃບສັ່ງຢາໃຫ້ ເອົາຢາໄປກິນ ແລະ ພັກຮັກສາໂຕຢູ່ບ້ານ.

ພ້ອມດຽວກັນ ພາກສ່ວນກ່ຽວຂ້ອງ ກໍໄດ້ແຈ້ງໄປຫາ ພໍ່ແມ່ຜູ້ປົກຄອງຂອງນັກຮຽນ ໃຫ້ສັງເກດອາການຂອງລູກ-ຫຼານ ຫຼັງຈາກກິນຢາຂ້າແມ່ທ້ອງ ແລະ ຖ້າພົບວ່າ ເດັກນ້ອຍມີອາການຜິດປົກຕິ ກໍໃຫ້ມາພົບແພດດ່ວນ.

ເຈົ້າໜ້າທີ່ກ່ຽວຂ້ອງ ເມືອງທ່າແຕງ ໄດ້ກ່າວໃນວັນທີ 9 ພຶສຈິກາ ວ່າ:

ປະມານ 10 ປາຍຄົນ ນີ້ແຫຼະ ບໍ່ໄພດ້ເຂົ້າມາປິ່ນປົວ ມີແຕ່ແພ້ເຂົ້າມາ ແລ້ວກໍໃຫ້ຍຸກ ໃຫ້ຢາ ອິສັງແລ້ວ ກັບບ້ານ ອາການຄືກັນ ອາການຄືກັນ ປວດທ້ອງ, ປວດຮາກ. ບາງຄົນ ກໍມີຜື່ນແຫຼະ ແກ້ສຸກເສີນທັນ ຄືຊິແມ່ນ ແບບວ່າ ມີອາການຜິດປົກຕິ ຄູເຂົາພາມາໂລດ. ເອີ ກໍເບິ່ງແຍງຫັ້ນແຫຼະ ເພິ່ນໂຈະໃຫ້ເຂົາຈ່າຍແລ້ວເດ້ ຖ້າມີອາການຜິດປົກຕິອິສັງ ໃຫ້ເຂົາພາມາພົບແພດດ່ວນ ອິສັງຫັ້ນແຫຼະ.​

ດ້ານປະຊາຊົນລາວ ທີ່ຕິດຕາມຂ່າວ ໃນສື່ສັງຄົມອອນລາຍນ໌ ກໍໄດ້ບອກເລົ່າເຖິງໂຕຈິງວ່າ ລູກ-ຫຼານຂອງໂຕເອງ ກໍມີອາການຮາກ ວິນຫົວ ຖອກທ້ອງ ແລະ ຜື່ນຂຶ້ນຕາມຕົນໂຕ ຫຼັງຈາກກິນຢາຂ້າແມ່ທ້ອງ.

ຜູ້ປົກຄອງທ່ານນຶ່ງ ໄດ້ກ່າວ ໃນມື້ດຽວກັນວ່າ:

ໂອ້! ຄັນບໍ່ອິຫຼີ ນີ້ ເຮົາບໍ່ຢາກໃຫ້ກິນ ເພາະວ່າ ລັກສະນະແບບວ່າ ຄັນແມ່ນ ລູກຫຼານ ໃຫ້ກິນເອງ ຄັນວ່າ ເອົາຢາອັນນີ້ມາລົງໂຮງຮຽນບໍ່. ມາຢອດ ມາໃຫ້ກິນຫັ້ນນ່າ ກໍລະນີ ມັນເປັນແນວນີ້ ກໍບໍ່ເຊື່ອໝັ້ນ ຫັ້ນນ່າເນາະ. ບໍ່ຢາກ ບໍ່ເຊື່ອຖືຫັ້ນແຫຼະ.​

ເຈົ້າໜ້າທີ່ ກ່ຽວຂ້ອງຢືນຢັນວ່າ ຢາທີ່ໃຫ້ເດັກນ້ອຍນັກຮຽນກິນແມ່ນ ຊື່ວ່າ Albendazone 400 mg ໄດ້ມາຕຖານສາກົລ.

ເຈົ້າໜ້າທີ່ ກະຊວງສາທາຣະນະສຸຂ ໄດ້ກ່າວໃນມື້ດຽວກັນວ່າ:

ຢານີ້ ມັນຢາໄດ້ມາຕຖານສາກົລ ອະນາໄມໂລກຮັບຮອງ ໄດ້ທົ່ວນີ້ ເຂົາກິນແບບຊື້ໝົດ ມັນປົກກະຕິຂອງມັນຢູ່ແລ້ວວ່າ. ຢາຂ້າແມ່ທ້ອງເນາະ ມັນຈະມີ Side Effect ຍ້ອນວ່າ ເວລາເຮົາກິນຢາຂ້າແມ່ທ້ອງລົງໄປປັບນີ້ເນາະ. ນໍ້າກະເພາະ ມັນຊິຫຼັ່ງອອກມາ ແລ້ວຢານີ້ ນີ້ນ່າ ມັນຊິໄປປະຕິກິລິຍາ ກັບນໍ້າກະເພາະຫັ້ນ ເຮັດໃຫ້ມັນມີການປັ້ນ ຮັດຂອງລໍາໄສ້ ໃນເມື່ອລໍາໄສ້ມັນມີການເຄື່ອນ ແລ້ວຖ້າໃຜມີແມ່ທ້ອງຫຼາຍຫັ້ນນ່າ ເວລາແມ່ທ້ອງຖືກຢາໂຕນີ້ ມັນກໍຊິມີການດິ້ນ ຮັດ ກ່ອນຊິຕາຍ. ມັນກໍປ່ອຍສານພິດຂອງມັນຫັ້ນອອກມາ ມັນຈະເຮັດໃຫ້ຄົນເຈັບນີ້ ບາງຄົນກໍປຸ້ນທ້ອງ ປວດຮາກແລ້ວກໍຮາກອອກມາ ໃນເມື່ອຮາກອອກມາແລ້ວ ເຮົາກໍກິນນໍ້າທົດແທນໃສ່ ຖືວ່າ ມັນດີເນາະພັກຜ່ອນ.​

ຍານາງ ກ່າວຕື່ມວ່າ ອີງຕາມວິຊາການ ຢາຂ້າແມ່ທ້ອງ ສາມາດກິນໄດ້ຕັ້ງແຕ່ອາຍຸ 2 ປີິ ຂຶ້ນໄປ ແຕ່ວ່າ ກະຊວງສາທາຣະນະສຸຂ ໄດ້ກໍານົດໃຫ້ເດັກນ້ອຍໃນເກນອາຍຸ 5-14 ປີ ກິນຢາຂ້າແມ່ທ້ອງໂດຍບໍ່ເສັຽຄ່າ ຍ້ອນເປັນກຸ່ມສ່ຽງ ມີພຶດຕິກັມມັກຫຼິ້ນນໍາດິນ ເລັບມືເປື້ອນ ບໍ່ໄດ້ລ້າງມື ພໍໄປກິນເຂົ້າ ກໍຈະມີແມ່ທ້ອງແມ່ທ້ອງໃນລໍາໄສ້ ແລະ ເປັນສາເຫດນຶ່ງ ຂອງການຂາດສານອາຫານ.

ໃນປີ 2020 ທີ່ຜ່ານມາ, ມີນັກຮຽນທົ່ວປະເທດ 230 ຄົນ ມີອາການປຸ້ນທ້ອງ ປວດຮາກ ແລະ ຖອກທ້ອງ ຫຼັງຈາກກິນຢາຂ້າແມ່ທ້ອງ Medbendazole 500 mg ອີງຕາມຂໍ້ມູນຈາກເຈົ້າໜ້າທີ່ ສາທາຣະນະສຸຂ.

ອອກຄວາມເຫັນ

ອອກຄວາມ​ເຫັນຂອງ​ທ່ານ​ດ້ວຍ​ການ​ເຕີມ​ຂໍ້​ມູນ​ໃສ່​ໃນ​ຟອມຣ໌ຢູ່​ດ້ານ​ລຸ່ມ​ນີ້. ວາມ​ເຫັນ​ທັງໝົດ ຕ້ອງ​ໄດ້​ຖືກ ​ອະນຸມັດ ຈາກຜູ້ ກວດກາ ເພື່ອຄວາມ​ເໝາະສົມ​ ຈຶ່ງ​ນໍາ​ມາ​ອອກ​ໄດ້ ທັງ​ໃຫ້ສອດຄ່ອງ ກັບ ເງື່ອນໄຂ ການນຳໃຊ້ ຂອງ ​ວິທຍຸ​ເອ​ເຊັຍ​ເສຣີ. ຄວາມ​ເຫັນ​ທັງໝົດ ຈະ​ບໍ່ປາກົດອອກ ໃຫ້​ເຫັນ​ພ້ອມ​ບາດ​ໂລດ. ວິທຍຸ​ເອ​ເຊັຍ​ເສຣີ ບໍ່ມີສ່ວນຮູ້ເຫັນ ຫຼືຮັບຜິດຊອບ ​​ໃນ​​ຂໍ້​ມູນ​ເນື້ອ​ຄວາມ ທີ່ນໍາມາອອກ.