ຢາສູບໄຟຟ້າ ກຳລັງລະບາດ ໃນກຸ່ມນັກຮຽນ ສົ່ງຜົນກະທົບຕໍ່ສຸຂະພາບ
2024.10.09

ພໍ່ແມ່ຜູ້ປົກຄອງ, ຄູ ແລະອາຈານ ເປັນຫວ່ງເລື່ອງບັນຫາຢາສູບໄຟຟ້າ ທີ່ລະບາດຢູ່ກຸ່ມໄວໜຸ່ມ ນັກຮຽນ ນັກສຶກສາ ແລະ ຮຽກຮ້ອງໃຫ້ກະຊວງສາທາລະນະສຸກ ເອົາຈິງເອົາຈັງ ກັບການໂຄສະຜົນຮ້າຍຂອງຢາສູບໄຟຟ້າຫຼາຍຂຶ້ນ.
ຜູ້ປົກຄອງນັກຮຽນທ່ານນຶ່ງ ໄດ້ກ່າວວ່າ:
“ຂັ້ນມະຫາພາກນີ້ນ່າ ບໍ່ວ່າຈະເປັນກະຊວງສາທາລະນະສຸກບໍ່ ຫຼື ບັນດາໜ່ວຍງານທີ່ເຮັດວຽກກ່ຽວກັບ ການໃຫ້ຄວາມຮູ້ ຫຼື ໂຄສະນາປະຊາສໍາພັນກ່ຽວກັບ ໂຄສະນາເລື່ອງສຸກຂະສຶກສານີ້ ຄວນຈະເຮັດວຽກຫຼາຍໆ ຂຶ້ນເລື່ອງເຜີຍແຜ່ ຜົນຮ້າຍຂອງຢາສູບໄຟຟ້າຫັ້ນນ່າ.”
ຜູ້ປົກຄອງທ່ານນີ້ຍັງກ່າວຕື່ມອີກວ່າ:
“ຢາສູບໄຟຟ້າອັນນີ້ ກະບໍ່ໄດ້ໄປຄົ້ນຄວ້າລາຍລະອຽດວ່າມັນມີ ມັນເຮັດມາຈາກໃສຜະລິດປະສົມກັບອີ່ສັງເນາະ ແຕ່ພາບລວມແລະກະເຫັນວ່າ ມັນມີຜົນເສັຍຊາຫຼາຍກວ່າ ກະຄືພາບລວມແລ້ວມັນອັດນຕະລາຍຕໍ່ສຸຂະພາບຊາເປັນສ່ວນຫຼາຍ.”
ນາຍຄູຢູ່ໂຮງຮຽນມັດທະຍົມເມືອງຫາດຊາຍ ກໍມີການກວດກາຕິດຕາມ ນັກຮຽນທີ່ພາກັນສູບຢາໄຟຟ້າ ຍ້ອນວ່າ ມັນຈັດຢູ່ບັນຊີຢາເສບຕິດທີ່ຕ້ອງຫ້າມ ໃນປະເທດລາວ.
ຄູໂຮງຮຽນມັດທະນຍົມ ເມືອງ ຢູ່ເມືອງຫາດຊາຍຟອງ ທ່ານນຶ່ງ ໄດ້ກ່າວຕໍ່ເອເຊັຍເສຣີ ໃນວັນທີ 9 ຕຸລາ ວ່າ:
“ມີຢູ່ເຈົ້າ ແຕ່່ຕາມທີ່ເຮົາເກັບກໍາສໍາຫຼວດນັກຮຽນ ຂອງເຮົາກໍມີປະມານ 10 ປາຍຄົນ ແຕ່ເຂົ້າເຈົ້າໄປລັກລີ້ສູບທາງນອກ.”
ອີງຕາມລະບຽບການຂອງທາງການລາວ, ຢາສູບໄຟຟ້າ ຖືກຈັດໃຫ້ຢູ່ໃນໝວດຢາເສບຕິດ, ຖ້າຜູ້ໃດສູບ, ມີໄວ້ໃນຄອບຄອງ ຫລື ຄ້າຂາຍ ຜູ້ນັ້ນຈະຖືກດໍາເນີນຄະດີຕາມກົດໝາຍ.
ມີຊາວໜຸ່ມ ອາຍຸປະມານ 20-25 ປີ ເຂົ້າປິ່ນປົວຢູ່ໂຮງໝໍມິຕພາບ 150 ຕຽງ ທີ່ນະຄອນຫລວງວຽງຈັນ ປະມານ 4-5 ຄົນຕໍ່ມື້, ແລະ ມີກໍລະນີເສັຍຊີວິດຈາກການສູບຢາໄຟຟ້າ ຍ້ອນປອດມີຜື່ນສີຂາວ 90% ຫຼື ປອດອັກເສບ ອີງຕາມຂໍ້ມູນຈາກໂຮງໝໍມິດຕະພາບ 150 ຕຽງ ໃນປີ 2023.
ຫຼ້າສຸດໜັງສືພິມລາວພັດທະນາ ໃນວັນທີ 8 ຕຸລາ 2024 ໄດ້ລາຍງານ ໂດຍ ອ້າງຄໍາເວົ້າຂອງ ທ່ານໝໍ ຄຳເລິກ ພຸດທະເສນ ພະແນກ X-ray ແລະ CT Scanner ວ່າ ມີຊາຍອາຍຸ 18 ປີ ເຂົ້າພົບໝໍດ້ວຍອາການໄອ, ແໜ້ນໜ້າເອິກ, ຫາຍໃຈຝືດ ເມື່ອກວດເຊັກປະຫວັດແມ່ນ ສູບຢາສູບໄຟຟ້າ ໄດ້ປະມານ 1ປີ ຜ່ານການຊ່ອງ X-ray ພາບທີ່ເຫັນແມ່ນປອດຮົ່ວ, ອາກາດອັ່ງໃນປອດ, ນ້ຳຖ້ວມປອດ ແລະ ປອດອັກເສບ.
ຊາວໜຸ່ມສ່ວນຫຼາຍ ຈະພາກັນສູບໄຟຟ້າ ຢູ່ ສະຖານທີ່ບັນເທິງ ຢູ່ຕາມເທດສະບານ.
ເຈົ້າໜ້າທີ່ສາທາລະສຸກ ແຂວງສະຫລວງພະບາງ ທ່ານນຶ່ງ ໄດ້ກ່າວວ່າວ່າ:
“ກໍຖືວ່າ ຢູ່ໃນຮ້ານບັນເທິງ ຄາຣາໂອເກະ ກໍຍັງພົບເຫັນຢູ່ຫັ້ນແຫຼະ ແມ່ນໆ ຈຸແກ່ບໍ່ມີບໍ່ຄ່ອຍ ຂະເຈົ້າກໍບໍ່ນິຍົມເນາະ ມີແຕ່ຈຸດເດັກນ້ອຍ 10 ປາຍປີ ຂຶ້ນໄປຫາ 20 ປາຍນີ້ ເນາະ ຂະເຈົ້າສູບນີ້ລະເນາະ ຂະເຈົ້າກໍາລັງຮິດເນາະ.”
ເຈົ້າໜ້າທີ່ ທ່ານນີ້ ກ່າວຕື່ມວ່າ ປັດຈຸບັນ ພະແນກສາທາລະນະສຸກ ແຂວງຫລວງພະບາງ ໄດ້ຮ່ວມມືກັບອົງການອະນາໄມໂລກຈັດຕັ້ງໂຄງການສະກັດກັ້ນຢາສູບໄຟຟ້າໃນໝູ່ໄວລຸ້ນ ແລະ ປັດຈຸບັນ ຍັງຢູ່ໃນຂັ້ນຕອນກຽມການ.
ນອກຈາກນີ້ ຢູ່ເຂດເທດສະບານ ແຂວງ ສະຫວັນນະເຂດ ກໍມີນັກຮຽນຊັ້ນ ມ.5, ມ.6 ຈໍານວນນຶ່ງ ພາກັນສູບຢາໄຟຟ້າ.
ເຈົ້າໜ້າທີ່ ປກສ ແຂວງສະຫວັນນະເຂດ ທ່ານນຶ່ງ ໄດ້ກ່າວໃນວັນທີ 9 ຕຸລາ ວ່າ:
“ຫຼາຍໆ ເຫັນເດັກນ້ອຍເຂົາແລ່ນນສູບຫຍັງໄວລຸ້ນ ສ່ວນຫຼາຍໄວລຸ້ນ ຊັ້ນ ມ.6, ມ.7, ມ.5 ນີ້ແຫຼະ ຜູ້ຍິງກໍມີສ່ວນໜ້ອຍຕາມເຫັນ ຊິຜິດຫັ້ນແຫຼະເນາະ ກໍເປັນຢາເສບຕິດຊະນິດນຶ່ງ ມີເຈົ້າໜ້າທີ່ກ່ຽວຂ້ອງ ເຮັດໜ່ວຍງານຕົວນີ້ ຫັ້ນແຫຼະ ຈັ່ງສາມາດຈັບໄດ້ເນາະ.”
ນອກຈາກນີ້ ໃນວັນທີ ທີ່ 5 ຕຸລາ ເຈົ້າໜ້າທີ່ ປກສ ເມືອງອຸທຸມພອນ ແຂວງສະຫວັນນະເຂດ ໄດ້ສຶກສາອົບຮົມ ໄວລຸ້ນປະມານ 70 ຄົນ ທີ່ມົ້ວສຸມສິ່ງເສບຕິດຫຼາຍເປັນເພດ ເປັນຕົ້ນ ປູມເປົ້າອັດແກັສ, ຢາສູບໄຟຟ້າ, ນໍ້າກະທ່ອມ ແລະ ສານລະເຫີຍທີ່ມີສານເສບຕິດ.