ເຣື້ອງທີ່ເກັບບັນທຶກໄວ້
2023-03-22
ໂຄງການເຂື່ອນໄຟຟ້າ ປາກລາຍ ເຊັນສັນຍາຊື້-ຂາຍ ໄຟຟ້າຢ່າງເປັນທາງການ ຫລື PPA ກັບການໄຟຟ້າຝ່າຍຜລິດ ແຫ່ງປະເທດໄທຍ ຫລື EGAT ໂດຍໄດ້ມີຫນັງສືແຈ້ງຕໍ່ ຕລາດຫລັກຊັບ ແຫ່ງປະເທດໄທຍ ໃນວັນທີ 20 ມີນາ 2023 ນີ້ ຂະນະທີ່ຊາວບ້ານ ເປັນກັງວົນຍ້ານຖືກຜົນກະທົບໜັກ.
2023-03-21
ອົງການອາຫານ ແລະການກະເສດ ຂອງສະຫະປະຊາຊາຕ ເວົ້າວ່າ ປີ 2022 ຢູ່ ສປປ ລາວ ພົລເມືອງ 1,04 ລ້ານຄົນປະເຊີນກັບ ຄວາມບໍ່ໝັ້ນຄົງ ທາງດ້ານສະບຽງອາຫານ ໃນລະດັບປານກາງ ແລະປະມານ 71,000 ຄົນຢູ່ໃນລະດັບຮຸນແຮງ.
2023-03-20
ວັນແຫ່ງຄວາມສຸຂສາກົລ, ສປປ ລາວ ບໍ່ໄດ້ມີການສເລີມສລອງ ວັນແຫ່ງຄວາມສຸຂສາກົລ ແຕ່ຢ່າງໃດ, ຊາວລາວຫຼາຍຄົນ ໄດ້ລະນຶກເຖິງວັນດັ່ງກ່າວນີ້ຢູ່ ແລະຫາວິທີຊອກຫາຄວາມສຸຂ ໃຫ້ໂຕເອງ ເຖິງແມ່ນວ່າ ຈະເຈິະເຣື່ອງບໍ່ດີ ຫຼືເຣື່ອງອຸກໃຈອື່ນໆກໍຕາມ ໂດຍສະເພາະສະພາວະ ເງິນເຟີ້ຕອນນີ້.
2023-03-17
ວຽກງານ ການບໍຣິການ ແລະການປິ່ນປົວ ຢູ່ໂຮງໝໍຕ່າງໆ ຂອງຣັຖ ມີມາຫລາຍປີແລ້ວ, ແຕ່ກໍຍັງບໍ່ດີເທົ່າທີ່ຄວນ ເຮັດໃຫ້ກະຊວງ ສາທາຣະນະສຸຂ ນຳເຣື່ອງນີ້ຂຶ້ນມາພິຈາຣະນາ ຕື່ມອີກ ເພື່ອປັບປຸງລະບົບການບໍຣິການ ໃຫ້ດີຂຶ້ນກວ່າທີ່ເປັນຢູ່.
2023-03-16
ເຈົ້າໜ້າທີຕຳຣວຈ ກວດຮ້ານບັນເທີງ ຢູ່ເມືອງຕົ້ນເຜິ້ງ ແຂວງບໍ່ແກ້ວ ເຊິ່ງມີຄົນລາວຈຳນວນຫລາຍ ແລະ ຄົນຈີນ 29 ຄົນ ມົ້ວສຸມຢາເສບຕິດ ເຊິ່ງເຈົ້າໜ້າທີ່ ຕ້ອງໄດ້ສຶກສາອົບຮົມ ແລະ ສົ່ງຊາວຕ່າງປະເທດກັບຄືນປະເທດ.
2023-03-16
ເກີດມີການປຸ້ນຈີ້, ຂີ້ລັກ ຂຶ້ນຫລາຍຢູ່ ສປປ ລາວ ເປັນຕົ້ນ ນະຄອນຫລວງວຽງຈັນ ແມ່ນແຕ່ຮ້ານຂາຍຄໍາຍັງຖືກປຸ້ນ ຈົນປະຊາຊົນເວົ້າວ່າ ຕໍາຣວດຄວນປາບປາມ ສ່ວນບາງຄົນບອກວ່າ ຫວັງເພິ່ງຕຳຣວດ ຢ່າງດຽວເປັນໄປບໍ່ໄດ້, ຕ້ອງແມ່ນຕົນ ເປັນທີ່ເພິ່ງ ຂອງຕົນ ໃນການປົກປັກຮັກສາຊີວິດ ແລະຊັບສິນ.
2023-03-16
ປະຊາຊົນ ທີ່ຂີ່ຣົຖຈັກ ຕາມເສັ້ນທາງ ລະຫວ່າງ ເທສບານເມືອງໜອງບົກ ຫາ ບ້ານນາຄໍາ ແຂວງຄຳມ່ວນ ເດືອດຮ້ອນຍ້ອນ ເສັ້ນທາງເປ່ເພ, ມີຂີ້ຝຸ່ນໄງ່ຫລາຍ ເນື່ອງຈາກ ຣົຖບັນທຸກໜັກ ຂອງບໍຣິສັດຈີນ ແລ່ນຫຼາຍ, ປະຊາຊົນຈຶ່ງຮຽກຮ້ອງ ໃຫ້ພາກສ່ວນ ທີ່ກ່ຽວຂ້ອງແກ້ໄຂ.
2023-03-14
ໂຄງການສົ່ງເສີມຄວາມຮູ້ ດ້ານເພດສຶກສາ ແບບມີສ່ວນຮ່ວມ ແລະ ປັບປຸງຂອດການບໍຣິການ ດ້ານສຸຂພາບໃຫ້ເກີດປໂຍດ ແກ່ໄວຫນຸ່ມ ໃນໂຮງຮຽນມັທຍົມ ແລະ ໄວຫນຸ່ມທີ່ປະລະການຮຽນ ໃນເມືອງປາກທາ ແຂວງບໍ່ແກ້ວ.
2023-03-13
ໂຮງງານຣີໄຊເຄິລ (Recyle) ຂອງບໍຣິສັດຈີນ ແຫ່ງນຶ່ງ ຢູ່ເຂດບ້ານ ທ່າສະໂນ ໃນນະຄອນໄກສອນພົມວິຫານ ແຂວງສວັນນະເຂດ ມີຄວັນພິດເປັນໝອກໜາ ອອກມາຈາກໂຮງງານ ເຊິ່ງມີກິ່ນເໝັນຂີວ ຢ່າງແຮງ ເຮັດໃຫ້ຊາວບ້ານໃກ້ຄຽງ ໄດ້ຮັບຜົລກະທົບ ດ້ານສຸຂພາບຫາຍໃຈລໍາບາກ.
2023-03-10
ເປັນເວລາເກືອບ 7 ປີ ແລ້ວ ທີ່ທ້າວບົວແດງ ມະຫາລາດ ທີ່ເດີນທາງມາເຮັດວຽກ ເປັນກັມມະກອນຢູູ່ເຮືອປະມົງໄທຍ ຫາຍສາບສູນໄປ ແຕ່ບໍ່ມີຄວາມຄືບໜ້າ ຂະນະທີ່ ຍາດຕິພີ່ນ້ອງ ເດີນໜ້າຮຽກຮ້ອງ ຄວາມເປັນທັມ.
2023-03-07
ສະຫະຣັຖ ອາເມຣິການ ໄດ້ມອບຍານພາຫະນະ 31 ຄັນ, ເຕັ້ນ 52 ຫຼັງ ແລະ ອຸປະກອນອື່ນໆ ລວມມູນຄ່າ ທັງໝົດ 1.3 ລ້ານໂດລ້າຣ໌ ເຂົ້າໃນວຽກງານ ເກັບກູ້ລະເບີດ ຂະນະທີ່ ງົບປະມານ ແລະ ອຸປະກອນຕ່າງໆ ສ່ວນຫຼາຍມາຈາກ ສະຫະຣັຖ, ນໍເວ ແລະ ອອສເຕຣເລັຽ.
2023-03-06
ທາງການເມືອງຕົ້ນເຜິ້ງ ແຂວງບໍ່ແກ້ວ ກວດພົບຮ້ານບັນເທີງ ບາງແຫ່ງ ຢູ່ເຂດເມືອງຕົ້ນເຜິ້ງ ມັກມີຜູ້ໄປທ່ຽວ ໃຊ້ຢາເສບຕິດ ປະເພດຕ່າງໆ ພາຍໃນຮ້ານ ຈົນເຮັດໃຫ້ຜູ້ເສບຈຳນວນນຶ່ງ ເກີດອາການຊ໋ອກ ແລະຖືກນຳສົ່ງໂຮງໝໍ.
2023-03-02
ປະຊາຊົນ 62% ຢູ່ເຂດຊົນນະບົດ ປະສົບກັບການ ຂາດແຄນອາຫານ ຍ້ອນເສຖກິຈລາວ ຢູ່ໃນໄລຍະຂາລົງ, ເງິນກີບເຟີ້ເປັນປວັດການ ສິ່ງເຫຼົ່ານີ້ ເຮັດໃຫ້ລາຄາສິນຄ້ານັບມື້ແພງຂຶ້ນ ໂດຍບໍ່ຮູ້ວ່າຈະລົງມື້ໃດ, ຜົນຜລິດ, ເຄືອງອຸປະໂພກ ແລະ ເຄື່ອງບໍຣິໂພກ ສ່ວນໃຫຍ່ ນຳເຂົ້າຈາກຕ່າງປະເທດ.
2023-03-02
ໃນໄລຍະ 1-2 ສັປດາທີ່ຜ່ານມານີ້ ໄກ່ລາດ ຈໍານວນຫຼາຍ ແລະໄກ່ທີ່ລ້ຽງໃນຟາມ ຈໍານວນນຶ່ງ ພາຍໃນເມືອງ ແລະແຂວງຕ່າງໆ ຂອງປະເທດລາວ ຄ່ອຍໆເຫງົາຕາຍ ດ້ວຍພຍາດຕາຍຫ່າ ໂດຍສະເພາະ ທາງພາກເໜືອ ເນື່ອງຈາກອາກາດຂ້ອນຂ້າງໜາວ.
2023-03-01
ທະນາຄານ ພັທນາເອເຊັຽ ມີໂຄງການຊ່ອຍເຫລືອ ດ້ານສຸຂພາບ ແລະໂພຊະນາການ ທັງໝົດ 120 ບ້ານ ຢູ່ 3 ເມືອງ ຂອງແຂວງຫົວພັນ ແລະ ອີກ 2 ເມືອງ ຢູ່ແຂວງຊຽງຂວາງ ຮອດປີ 2026, ຍ້ອນ 2 ແຂວງນີ້ ມີວິກິດດ້ານໂພຊະນາການ ຢ່າງຮຸນແຮງ.