ເຈົ້າຫນ້າທີ່ ເມືອງຕົ້ນເຜິ້ງ ພົບການໃຊ້ສານເສບຕິດ ໃນຮ້ານບັນເທີງ

ໄຊຍາ
2023.03.06
ເຈົ້າຫນ້າທີ່ ເມືອງຕົ້ນເຜິ້ງ ພົບການໃຊ້ສານເສບຕິດ ໃນຮ້ານບັນເທີງ ເຂດເສດຖະກິຈ ພິເສດສາມຫຼ່ຽມຄໍາ ເມືອງຕົ້ນເຜິ້ງ ແຂວງບໍ່ແກ້ວ ວັນທີ 25 ເດືອນ ມົກກະຣາ ປີ 2023.
RFA

ໃນໄລຍະບໍ່ດົນມານີ້ ທາງການເມືອງຕົ້ນເຜິ້ງ ແຂວງບໍ່ແກ້ວກວດພົບວ່າ ພາຍໃນຮ້ານບັນເທີງ ບາງແຫ່ງຢູ່ເຂດເມືອງຕົ້ນເຜິ້ງ ມັກມີຜູ້ໄປທ່ຽວຮ້ານບັນເທີງ ແລ້ວໃຊ້ຢາເສບຕິດປະເພດຕ່າງໆ ພາຍໃນຮ້ານເປັນຕົ້ນ ກາເຟ ປະສົມເຄຕາມິນ ຫລື “ກາເຟມ່ວນ”, ຫມາກປຸມເປົ້າ, ຢາໄອສ໌ ແລະ ອື່ນໆ ຈົນເຮັດໃຫ້ຜູ້ເສບຈຳນວນນຶ່ງ ເກີດອາການຊ໋ອກ ແລະຖືກນຳສົ່ງໂຮງຫມໍ ມື້ລະປະມານ 4-5 ຄົນ. ໃນນັ້ນເສັຽຊີວິດ ເປັນບາງຣາຍ ໂດຍຜູ້ປະກອບການ ຮ້ານບັນເທີງບາງ ແຫ່ງກໍມີສ່ວນຮ່ວມ ໃນການອຳນວຍຄວາມສະດວກ ໃຫ້ມີການເສບຢາເສບຕິດ ພາຍໃນຮ້ານ. ອີງຕາມການຣາຍງານ ຂອງ ທ່ານ ພັນຕຣີ ອິນສົມ ບຸນຍົງ ຫົວຫນ້າ ຜແນກຕຳຣວດ ກອງບັນຊາການ ປກສ ເມືອງຕົ້ນເຜິ້ງ ເມື່ອວັນທີ 2 ມີນາ ທີ່ຜ່ານມານີ້.

ກ່ຽວກັບເຣື່ອງນີ້ RFA ໄດ້ຕິດຕໍ່ຫາ ກອງບັນຊາການ ປກສ ເມືອງຕົ້ນເຜິ້ງ ເພື່ອສອບຖາມ

ຣາຍລະອຽດ ເພີ່ມຕື່ມ ແຕ່ເຈົ້າຫນ້າທີ່ ຜູ້ຮັບຜິດຊອບເຣື່ອງນີ້ ຍັງບໍ່ສາມາດໃຫ້ຣາຍລະອຽດໄດ້. ສ່ວນເຈົ້າຫນ້າທີ່ ທ່ານນຶ່ງທີ່ຂໍສງວນຊື່ ແລະຕຳແຫນ່ງ ກ່າວວ່າ ສຳລັບຮ້ານບັນເທີງ ທີ່ປ່ອຍໃຫ້ລູກຄ້າ ສາມາດເຂົ້າໄປເສບຢາ ເສບຕິດໄດ້ ພາຍໃນຮ້ານນັ້ນ ສ່ວນໃຫຍ່ເກີດຂຶ້ນພາຍໃນ ເຂດເສຖກິຈພິເສດ ສາມຫລ່ຽມຄຳຊຶ່ງມີເຫດການທີ່ບໍ່ດີເກີດຂຶ້ນ. ທາງຜູ້ປະກອບການ ຮ້ານກໍຈະແຈ້ງໃຫ້ເຈົ້າຫນ້າທີ່ ພາກສ່ວນທີ່ກ່ຽວຂ້ອງ ຮັບຊາບເພື່ອໄປຮັບໂຕ ຜູ້ທີ່ມີອາການຊ໋ອກ ຈາກການເສບຢາເສບຕິດ ພາໄປສົ່ງໂຮງຫມໍ.

ດັ່ງທ່ານກ່າາວຕໍ່ ວິທຍຸເອເຊັຽເສຣີ ໃນວັນທີ 06 ມີນາ ນີ້ວ່າ:

ແມ່ນແຫລະ ກາເຄີຍຢູ່ແຕ່ທາງຕົ້ນເຜິ້ງ ມັນມີຂອງເຂດຂອງເຂົາເນາະຫັ້ນນ່າ ໃຜແຈ້ງມາສາມາດໄປໄດ້ເຄື່ອນໄຫວໄດ້ ນຳສົ່ງໂຮງຫມໍເມືອງຕົ້ນເຜິ້ງ.

ຊາວບ້ານ ໃນເມືອງຕົ້ນເຜິ້ງຫລາຍຄົນ ກໍຮູ້ສຶກເປັນຫ່ວງພາຍຫລັງຮູ້ຂ່າວ ດັ່ງກ່າວ ແລະກໍຢາກໃຫ້ພາກສ່ວນທີ່ກ່ຽວຂ້ອງ ມີການປາບປາມບັນດາ ຮ້ານບັນເທີງທີ່ອະນຸຍາດ ໃຫ້ມີຜູ້ເຂົ້າໄປເສບຢາເສບຕິດ ໂດຍສະເພາະ ຮ້ານທີ່ຢູ່ໃນເຂດ ເສຖກິຈພິເສດ ສາມຫລ່ຽມຄຳ ຊຶ່ງເຫັນວ່າຍັງເກີດປະກົດການ ດັ່ງກ່າວຢູ່ເລື້ອຍໆ.

ດັ່ງຊາວບ້ານທ່ານນຶ່ງກ່າວວ່າ:

“ເຣື່ອງຫລິ້ນນ່າ ເຂົາກາໃຫ້ຫລິ້ນຢູ່ເຂດນີ້ ເຂົາກາລັກຫລິ້ນຢາຫັ້ນນ່າ ໂອຢູ່ຕົ້ນເຜິ້ງແທ້ໄດ໋ ທາງຕົ້ນເຜິ້ງດຽວນີ້ ເຂົາກາດວກລົງກວດ ຖ້າເປັນຢູ່ໃນເຂດກາບໍ່ຮູ້ນ່າ.”

ວັນທີ 02 ມີນາທີ່ຜ່ານມາ ກອງບັນຊາການ ປກສ ເມືອງຕົ້ນເຜິ້ງ ຍັງໄດ້ຈັດກອງປະຊຸມ ຜ່ານບົດບັນທຶກລະຫວ່າງຫ້ອງການ ທີ່ກ່ຽວຂ້ອງ ແລະຜູ້ປະກອບການ ຮ້ານບັນເທີງ, ຮ້ານກີນດື່ມ, ຮ້ານຄາຣາໂອເກະ ແລະ ຮ້ານອາຫານຕ່າງໆ ໃນເມືອງຕົ້ນເຜິ້ງ ເພື່ອຫ້າມບໍ່ໃຫ້ເຈົ້າຂອງຮ້ານ, ພະນັກງານ ແລະ ລູກຄ້າມີການພົວພັນ ກັບຢາເສບຕິດ ພາຍໃນຮ້ານ ແລະບໍ່ໃຫ້ເຈົ້າຂອງຮ້ານ ມີການອຳນວຍຄວາມສະດວກ ໃຫ້ແກ່ລູກຄ້າ ທີ່ມີຈຸດປະສົງເຂົ້າມາເສບຢາ ເສບຕິດ.

ຜູ້ປະກອບການ ຮ້ານບັນເທີງ ຮ້ານຄາຣາໂອເກະ ແລະ ຮ້ານອາຫານ ທີ່ໄປປະຊຸມກັບເຈົ້າຫນ້າທີ່ ຕຳຣວດ ມີພຽງບາງຈຳນວນເທົ່ານັ້ນ ຊຶ່ງຍັງມີຜູ້ປະກອບການ ຮ້ານບັນເທີງ ແລະຮ້ານກິນດື່ມອີກຫລາຍຮ້ານ ທີ່ບໍ່ໄດ້ເຂົ້າຮ່ວມ ແຕ່ສ່ວນໃຫຍ່ ຮັບຮູ້ກັນເປັນຢ່າງດີວ່າ ຢູ່ພາຍໃນເມືອງຕົ້ນເຜິ້ງ ມີການເຂັ້ມງວດຫລາຍກ່ຽວກັບ ບັນຫາຢາເສບຕິດ.

ດັ່ງຜູ້ປະກອບການ ຮ້ານບັນເທີງ ທ່ານນຶ່ງກ່າວວ່າ:

ຂ້ອຍກາບໍ່ຮູ້ຄືກັນ ອັນນີ້ບາງວັນ ຂ້ອຍກາຫຍຸ້ງວຽກ ຂອງຂ້ອຍເນາະ. ແມ່ນໆ ເຂົາເຈົ້າເຂັ້ມງວດ ມັນກາປະມານຫັ້ນແຫລະ ຕາມກົດຫມາຽ ຂອງຂັ້ນເທີງເຂົາເຈົ້າ ລົງມາລະບຽບເຂົາເຂັ້ມງວດ ເຂົາດູແລ ຢ່າງດີ.

ຜູ້ປະກອບການ ຮ້ານກີນດື່ມຢູ່ເມືອງຕົ້ນເຜິ້ງ ອີກທ່ານນຶ່ງກ່າວວ່າ ສຳລັບຮ້ານບັນເທີງ ທີ່ມີຜູ້ເຂົ້າໄປເສບຢາເສບຕິດນັ້ນ ທ່ານເອັງກໍບໍ່ຮູ້ວ່າເກີດຂຶ້ນ ຢູ່ຮ້ານໃດແດ່ ແລະເກີດຂຶ້ນໄດ້ແນວໃດ ແຕ່ສຳລັບຢູ່ຮ້ານຂອງທ່ານເອງ ແລະອີກຫລາຍຮ້ານໃນຂອບເຂດ ເມືອງຕົ້ນເຜິ້ງກໍໄດ້ມີການລະມັດລະວັງ ຕໍ່ບັນຫາດັ່ງກ່າວຫລາຍທີ່ສຸດ ຍ້ອນຢ້ານຜິດກົດຫມາຽ.

ດັ່ງທ່ານກ່າວວ່າ:

ໂອຍອັນນັ້ນ ມັນຢູ່ເຂດກາສິໂນພຸ້ນ ໂອ ອັນນັ້ນບໍ່ຮູ້ເດີ້ ຜ່ານມາເຮົາກາບໍ່ຮູ້ດີ ແຕ່ວ່າເຫັນຄລິບລົງ ຫຍັງຢູ່ ແຕ່ວ່າມັນຢູ່ແຖວໃດ ພວກເຮົາກາບໍ່ຮູ້ນຳ ເພາະວ່າເຂດເຮົານີ້ ມັນບໍ່ມີເຂດເຮົານ່າ.

ທາງດ້ານ ນັກກົດຫມາຽລາວ ທ່ານນຶ່ງກ່າວວ່າ ສຳລັບກໍຣະນີ ທີ່ີຜູ້ເຂົ້າໄປເສບຢາເສບຕິດ ພາຍໃນຮ້ານບັນເທີງນັ້ນ ຄັນເຈົ້າຫນ້າທີ່ຕຳຣວດ ມີການສືບສວນພົບວ່າ ເຈົ້າຂອງຮ້ານມີສ່ວນຮູ້ເຫັນ ເປັນໃຈ ຫລືອຳນວຍຄວາມສະດວກ ໃຫ້ມີການເສບຢາເສບຕິດ ພາຍໃນຮ້ານກໍຈະຖືກດຳເນີນຄະດີ ຕາມກົດຫມາຽອາຍາ ຊຶ່ງໂທດຖານຄວາມຜິດຂຶ້ນ ຢູ່ກັບວ່າໄດ້ເຮັດເປັນເວລາດົນປານໃດແລ້ວ.

ດັ່ງທ່ານກ່າວວ່າ:

ກາຕ້ອງເບິ່ງ ການສືບສວນ-ສອບສວນ ຂອງເຈົ້າຫນ້າທີ່ຫັ້ນສົມມຸດວ່າ ມີຂໍ້ມູນເນາະວ່າ ຮ້ານໂຕນີ້ຫັ້ນນ່າເປັນທີ່ປະຈຳ ສຳລັບນັກເສບຢາຊັ້ນສາ ແນ່ນອນແຫລະມັນກາຜິດ ໃຫ້ການສົມຮູ້ຮ່ວມຄິດການມົ້ວສຸມຢາເສບຕິດຕ້ອງຫນັກເນາະ ເພາະວ່າເຮັດຕລອດ ເຂົາເອີ້ນວ່າເຮັດອອກແບບ ລັກສະນະໃຫ້ເປັນກຸ່ມແກ້ງ.

ນອກຈາກ ເຂດເສຖກິຈພິເສດ ສາມຫລ່ຽມຄຳແລະເມືອງຕົ້ນເຜິ້ງ ເປັນເຂດທີ່ມີລັກສະນະ ໃຊ້ຢາເສບຕິດແລ້ວ ຍັງເປັນເຂດທີ່ມີການລັກລອບ ຄ້າຂາຍ ແລະຂົນສົ່ງຢາເສບຕິດ ຈຳນວນຫລາຍ ດັ່ງຈະເຫັນໄດ້ຈາກເຫດການຕ່າງໆ ທີ່ມີການກວດຍຶດຢາເສບຕິດ ຈຳນວນຫລາຍເປັນຕົ້ນ ເມື່ອເດືອນພຶສຈິກາປີ 2022 ທີ່ຜ່ານມາເຈົ້າຫນ້າທີ່ ປກສ ເມືອງຕົ້ນເຜິ້ງ ໄດ້ຍຶດຢາບ້າ 4 ລ້ານເມັດ ທີ່ໃຊ້ເຮືອຂົນສົ່ງ ທາງແມ່ນໍ້າຂອງ ສ່ວນຜູ້ຖືກກ່າວຫາ ໄດ້ລົບຫນີໄປໄດ້.

ອອກຄວາມເຫັນ

ອອກຄວາມ​ເຫັນຂອງ​ທ່ານ​ດ້ວຍ​ການ​ເຕີມ​ຂໍ້​ມູນ​ໃສ່​ໃນ​ຟອມຣ໌ຢູ່​ດ້ານ​ລຸ່ມ​ນີ້. ວາມ​ເຫັນ​ທັງໝົດ ຕ້ອງ​ໄດ້​ຖືກ ​ອະນຸມັດ ຈາກຜູ້ ກວດກາ ເພື່ອຄວາມ​ເໝາະສົມ​ ຈຶ່ງ​ນໍາ​ມາ​ອອກ​ໄດ້ ທັງ​ໃຫ້ສອດຄ່ອງ ກັບ ເງື່ອນໄຂ ການນຳໃຊ້ ຂອງ ​ວິທຍຸ​ເອ​ເຊັຍ​ເສຣີ. ຄວາມ​ເຫັນ​ທັງໝົດ ຈະ​ບໍ່ປາກົດອອກ ໃຫ້​ເຫັນ​ພ້ອມ​ບາດ​ໂລດ. ວິທຍຸ​ເອ​ເຊັຍ​ເສຣີ ບໍ່ມີສ່ວນຮູ້ເຫັນ ຫຼືຮັບຜິດຊອບ ​​ໃນ​​ຂໍ້​ມູນ​ເນື້ອ​ຄວາມ ທີ່ນໍາມາອອກ.