ຣົຖບັນທຸກໜັກ ຂອງບໍຣິສັດຈີນ ເຮັດໃຫ້ເສັ້ນທາງ ເມືອງໜອງບົກ-ບ້ານນາຄຳ ເປ່ເພ ມີຂີ້ຝຸ່ນຫຼາຍ

ຈຳປາທອງ
2023.03.16
ຣົຖບັນທຸກໜັກ ຂອງບໍຣິສັດຈີນ ເຮັດໃຫ້ເສັ້ນທາງ ເມືອງໜອງບົກ-ບ້ານນາຄຳ ເປ່ເພ ມີຂີ້ຝຸ່ນຫຼາຍ ສະພາບເສັ້ນທາງ ລະຫວ່າງເມືອງໜອງບົກ-ບ້ານນາຄຳ ແຂວງຄຳມ່ວນ ທີ່ເປ່ເພ ແລະມີຂີ້ຝຸ່ນຫຼາຍ ຍ້ອນຣົຖບັນທຸກໜັກ ຂອງບໍຣິສັດຈີນແຫ່ງນຶ່ງ. ວັນທີ່ 11 ມີນາ 2023.
ຮູບພາບຈາກ: ປະຊາຊົນ

ຜູ້ໃຊ້ເຟສບຸກຄ໌ ຢູ່ເມືອງໜອງບົກ ແຂວງຄຳມ່ວນ ໄດ້ໂພສຕ໌ພາບ ແລະຄຼິບວິດິໂອ ໃນມື້ວັນທີ 11 ມີນານີ້ ກ່ຽວກັບສະພາບຖນົນ ຈາກເທດສະບານເມືອງໜອງບົກ ຫາບ້ານນາຄຳ ທີ່ມີຂີ້ຝຸ່ນໄງ່ຫລາຍ, ເຮັດໃຫ້ຜູ້ຂີ່ຣົຖຈັກຜ່ານໄປ-ມາ ເຕັມໄປດ້ວຍຂີ້ຝຸ່ນ, ສ້າງຄວາມລໍາບາກ ໃຫ້ທັງປະຊາຊົນ ແລະພະນັກງານ-ຣັຖກອນ ພ້ອມທັງສເນີໃຫ້ພາກສ່ວນ ທີ່ກ່ຽວຂ້ອງຫາວິທີແກ້ໄຂ. (ຍັງມີ) ຜູ້ໃຊ້ເຟສບຸກຫລາຍຄົນ ເວົ້າວ່າ ເຫັນໃຈຊາວບ້ານ ທີ່ມີຄວາມສ່ຽງຕໍ່ການເກີດອຸບັດຕິເຫດ ແລະໂຣກປອດ (ລະບົບຫາຍໃຈ) ຈາກຂີ້ຝຸ່ນ ຊຶ່ງໃນນັ້ນມີຜູ້ນຶ່ງເວົ້າວ່າ “ພາກ ສ່ວນທີ່ກ່ຽວຂ້ອງ ເພິ່ນບໍ່ໄດ້ຂີ່ຣົຖຈັກ ເພິ່ນຄືຈະບໍ່ຮູ້ວ່າ ປະຊາຊົນ ທີ່ທຽວທາງນັ້ນ ເປັນແນວໃດ”.

ກ່ຽວກັບເຣື່ອງທີ່ວ່ານີ້, ວິທຍຸເອເຊັຽເສຣີ ໄດ້ຕິດຕໍ່ຖາມໄປຍັງຊາວບ້ານ ຈຳນວນນຶ່ງ ຢູ່ເມືອງໜອງບົກ ແຂວງຄຳມ່ວນ, ໄດ້ຮັບຄໍາຕອບເປັນສຽງດຽວກັນວ່າ ເສັ້ນທາງໜອງບົກ-ນາຄຳ ມີຂີ້ຝຸ່ນຫຼາຍແທ້ ຍ້ອນຣົຖບັນທຸກ ຂົນດິນຂອງບໍຣິສັດຈີນ ແລ່ນຫລາຍ.

ຊາວບ້ານນາງນຶ່ງ ຜູ້ບໍ່ປະສົງອອກຊື່ ເວົ້າວ່າ ທາງສາຍນີ້ ເປັນທາງດິນແດງ ແຕ່ກ່ອນກໍ່ສາມາດສັນຈອນໄປມາໄດ້ສະດວກ, ແຕ່ໃນໄລຍະ 2 ປີ ທີ່ຜ່ານມານີ້ ນັກລົງທຶນຈີນ ໄດ້ເຂົ້າມາສັມປະທານກໍ່ສ້າງ ໂຮງງານຂຸດຄົ້ນເກືອໂປຕາສ ຫຼື ເກືອກາລີ ໃນເຂດບ້ານນາຄຳນີ້, ໄດ້ໃຊ້ຣົຖບັນທຸກຂົນດິນ ແລະວັສດຸກໍ່ສ້າງ ເພື່ອສ້າງໂຮງງານ, ເຮັດໃຫ້ຫົນທາງເພຫລາຍ ເປັນຂີ້ຝຸ່ນໄງ່ຫຼາຍ ດັ່ງທີ່ນາງກ່າວຕໍ່ວິທຍຸເອເຊັຽເສຣີ ໃນມື້ວັນທີ 16 ມີນານີ້ວ່າ:

“ກະເພຫຼາຍຢູ່ໄດ໋ ອັນໂຮງງານຈີນ ເຂົາເຈົ້າມາເຮັດເປີດໂຮງງານ ຢູ່ບ້ານນາຄຳ ໂຮງງານເກືອນີ້ແຫຼະ ມາຈາກປະເທດຈີນ ກຳລັງປຸກສ້າງຢູ່ ແມ່ນ ຣົຖບັນທຸກ ຫາກະ ເຂົາເຈົ້າເຣິ່ມເຮັດປີ ສອງປີ ນີ້ນ່ະ.”

ນາງກ່າວຕື່ມວ່າ ຊາວບ້ານໄດ້ຮັບຄວາມເດືອດຮ້ອນຫລາຍ ໃນການສັນຈອນໄປ-ມາ ໂດຍສະເພາະຜູ້ຂີ່ຣົຖຈັກ ຍາມຣົຖໃຫຍ່ແລ່ນຜ່ານມາ ກໍຕ້ອງໄດ້ຈອດຣົຖ ລໍຖ້າໃຫ້ຂີ້ຝຸ່ນປິວຫາຍໄປກ່ອນ ຈຶ່ງໄປຕໍ່ໄດ້, ເຮັດໃຫ້ເສັຍເວລາ ໃນການເດີນທາງຫຼາຍ. ຢາກໃຫ້ພາກສ່ວນກ່ຽວຂ້ອງ ມາສ້ອມແປງເສັ້ນທາງສາຍນີ້ໄວ.

ດັ່ງທີ່ນາງກ່າວວ່າ:

“ລຳບາກຫຼາຍ ຂີ້ຝຸ່ນ ໃຜມາກະຍາກ. ໄປໜອງບົກ ຄັນມາຮອດ 30 ນາທີ ດຽວນີ້ໂອ ຂີ້ຝຸ່ນຫຼາຍ ຣົຖໃຫຍ່ກະບັນທຸກຫຼາຍ ແບບຣົຖຈັກກັບຣົຖໃຫຍ່ນໍ ມາມັນປະທະກັນຂີ້ຝຸ່ນ ເຮົາກໍໄດ້ຈອດກ່ອນ ຈຶ່ງອັນຂີ້ຝຸ່ນຫຼຸດແລ້ວ ຈຶ່ງໄດ້ໄປແບບນີ້ຫັ້ນນ່ະ. ຢາກໃຫ້ເຂົາເຈົ້າແປງໄວໆ ຫັ້ນແຫຼະ.”

ຊາວບ້ານອີກຜູ້ນຶ່ງ ທີ່ບໍ່ປະສົງອອກຊື່ ກໍເວົ້າວ່າ ທາງສາຍນີ້ ແຕ່ກ່ອນກໍມີຂີ້ຝຸ່ນຢູ່ ແຕ່ບໍ່ໄງ່ຫຼາຍປານໃດ ຍ້ອນວ່າ ສ່ວນຫລາຍແມ່ນຣົຖນ້ອຍ ແລະຣົຖຈັກແລ່ນ. ແຕ່ເມື່ອມີຣົຖບັນທຸກຂນາດໃຫຍ່ມາແລ່ນຫຼາຍ ເຮັດໃຫ້ມີຂີ້ຝຸ່ນໄງ່ຫຼາຍຂື້ນ ດັງທີ່ທ່ານກ່າວຕໍ່ວິທຍຸເອເຊັຽເສຣີ ໃນມື້ວັນດຽວກັນນີ້ວ່າ:

“ກະເວົ້າຄວາມຈິງ ຕະກີ້ມັນກໍ່ຄວັນກໍ່ອັນນັ້ນຢູ່ ແຕ່ມັນດຽວນີ້ວ່າມັນທັງຄວັນ ທັງຫຼີກຣົຖໃຫຍ່ ວ່າຈັງຊີ້ ຄັນຊິແກ້ມັນໄດ້ຕອນໃດ. ເປັນຣົຖຂອງໂຮງງານເຂົາເອງ ໂຮງງານຂອງຈີນຫັ້ນແຫຼະ ເຂົາຕັ້ງບໍຣິສັດ ຕັ້ງອັນນັ້ນຢູ່ຫັ້ນເດ ຂຸດຄົ້ນຢູ່ຫັ້ນ ເກືອແຮ່ ເປັນຫຍັງນີ້ແຫຼະ ກະລັງເຣິ່ມຕົ້ນ. ຣົຖເຂົາເອງ ຂົນດິນ ຂົນເຄື່ອງຂົນຫຍັງເຂົາຫັ້ນແຫຼະ.”

ຊາວບ້ານຜູ້ນີ້ເວົ້າຕື່ມວ່າ ຫົນທາງໜອງບົກ-ນາຄຳນີ້ ຍາມຝົນກໍ່ເປັນຂຸມ ເປັນບໍ່ ມີຂີ້ຕົມ, ຍາມແລ້ງ ກໍ່ມີຂີ້ຝຸ່ນໄງ່ ຊຶ່ງດົນໆ ທາງບໍຣິສັດຈີນຈຶ່ງມາຫົດນ້ຳເທື່ອນຶ່ງ. ມາຮອດດຽວນີ້ ກໍຍັງບໍ່ຮູ້ຊື່ບໍຣິສັດນັ້ນເທື່ອ ຍ້ອນປ້າຍທາງ ເຂົ້າບໍຣິສັດເປັນພາສາຈີນ.

ກ່ຽວກັບເຣື່ອງທີ່ວ່ານີ້ ເຈົ້າໜ້າທີ່ທີ່ກ່ຽວຂ້ອງ ຢູ່ເມືອງໜອງບົກ ທີ່ບໍ່ປະສົງອອກຊື່ ແລະຕຳແໜ່ງນາງນຶ່ງ ກ່າວວ່າ ທາງບໍຣິສັດຈີນ ຜູ້ສຳປະທານຂຸດຄົ້ນເກືອກາລີ ຈະເປັນຜູ້ສ້ອມແປງຫົນທາງນັ້ນໃຫ້ ພາຍຫຼັງສ້າງໂຮງງານແລ້ວ.

“ໄດ້ຍິນເຂົາເຈົ້າວ່າຊິແປງໃຫ້ ແຕ່ວ່າຍັງບໍ່ໄດ້ແປງໃຫ້ເທື່ອ ທາງມັນກະອັນນັ້ນ (ເປ່ເພ) ຫຼາຍແຫຼະ ເພາະພະນັກງານເຂົາເຈົ້າ ໄປມັນກະມີຄວາມຫຍຸ້ງຍາກຫັ້ນນ່າ.”

ເມື່ອເດືອນທັນວາ 2022 ທີ່ຜ່ານມາ, ວິທຍຸເອເຊັຽເສຣີ ໄດ້ເຄີຍສເນີຂ່າວ ກ່ຽວກັບໂຄງການຂຸດຄົ້ນເກືອກາລີ ຂອງບໍຣິສັດ ຊິໂນ-ອາກຣີ ໂປຕາສ ຈຳກັດ ຂອງນັກລົງທຶນຈີນ ທີ່ໄດ້ໃຊ້ອິດທິພົນໃນການບຸກເບີກພື້ນທີ່ ແລະຍຶດເອົາດິນກະສິກັມ ຂອງປະຊາຊົນ ຢູ່ເມືອງໜອງບົກ ລວມເຖິງບ້ານນາຄຳນໍາດ້ວຍ.

ບໍຣິສັດຈີນນີ້ ໄດ້ຮັບຄວາມຮ່ວມມື ຈາກເຈົ້າໜ້າທີ່ເມືອງໜອງບົກ ແລະແຂວງຄໍາມ່ວນ ໃນການໃຫ້ສັມປະທານ ຂຸດຄົ້ນແຮ່ເກືອກາລີນີ້. ທາງບໍຣິສັດໄດ້ຈ່າຍຄ່າຊົດເຊີຍ ຄວາມເສັຍຫາຍ ໃຫ້ຊາວບ້ານຈຳນວນນຶ່ງແລ້ວ ແຕ່ຊາວບ້ານພາກັນຈົ່ມວ່າ ບໍຣິສັດຈີນ ຈ່າຍຄ່າຊົດເຊີຍໃຫ້ໜ້ອຍ, ບໍ່ເໝາະສົມ ແລະບໍ່ທົ່ວເຖິງທຸກຄອບຄົວ ທີ່ໄດ້ຮັບຜົລກະທົບ.

ອອກຄວາມເຫັນ

ອອກຄວາມ​ເຫັນຂອງ​ທ່ານ​ດ້ວຍ​ການ​ເຕີມ​ຂໍ້​ມູນ​ໃສ່​ໃນ​ຟອມຣ໌ຢູ່​ດ້ານ​ລຸ່ມ​ນີ້. ວາມ​ເຫັນ​ທັງໝົດ ຕ້ອງ​ໄດ້​ຖືກ ​ອະນຸມັດ ຈາກຜູ້ ກວດກາ ເພື່ອຄວາມ​ເໝາະສົມ​ ຈຶ່ງ​ນໍາ​ມາ​ອອກ​ໄດ້ ທັງ​ໃຫ້ສອດຄ່ອງ ກັບ ເງື່ອນໄຂ ການນຳໃຊ້ ຂອງ ​ວິທຍຸ​ເອ​ເຊັຍ​ເສຣີ. ຄວາມ​ເຫັນ​ທັງໝົດ ຈະ​ບໍ່ປາກົດອອກ ໃຫ້​ເຫັນ​ພ້ອມ​ບາດ​ໂລດ. ວິທຍຸ​ເອ​ເຊັຍ​ເສຣີ ບໍ່ມີສ່ວນຮູ້ເຫັນ ຫຼືຮັບຜິດຊອບ ​​ໃນ​​ຂໍ້​ມູນ​ເນື້ອ​ຄວາມ ທີ່ນໍາມາອອກ.