ຄົນງານ ປະມົງລາວ ຫາຍສາບສູນໄປ ຢູ່ໄທຍເກືອບ 7 ປີແລ້ວ

ພອນ ພູມມີທອນ
2023.03.10
ຄົນງານ ປະມົງລາວ ຫາຍສາບສູນໄປ ຢູ່ໄທຍເກືອບ 7 ປີແລ້ວ ທ້າວ ບົວແດງ ມະຫາລາດ ຄົນງານປະມົງລາວ ທີ່ຫາຍສາບສູນໄປຢູ່ໄທຍ ເກືອບ 7 ປີແລ້ວ.
ຮູບຖ່າຍ: ຄອບຄົວ ຂອງທ້າວບົວແດງ

ນັບແຕ່ເດືອນ ມິຖຸນາ 2016 ຈົນມາຮອດປັດຈຸບັນ ເປັນໄລຍະເວລາເກືອບ 7 ປີແລ້ວ ທີ່ທ້າວ ບົວແດງ ມະຫາລາດ ຄົນງານລາວ ອາຍຸ 40 ປາຍປີ ຢູ່ບ້ານຍາຫຍາຫວາຍ ເມືອງທ່າແຂກ ແຂວງຄໍາມ່ວນ ໄດ້ຫາຍສາບສູນໄປ ພາຍຫລັງເຂົາເຈົ້າເດີນທາງ ໄປເຮັດວຽກເປັນກັມມະກອນ ເຮືອປະມົງ ຢູ່ບໍຣິເວນເມືອງ ບ້ານແຫລມ ແຂວງເພັດບຸຣີ ປະເທດໄທຍ ເປັນໄລຍະເວລາຫລາຍປີ ເຊິ່ງທີ່ຜ່ານມາ ຍາດຕິພີ່ນ້ອງຂອງຂະເຈົ້າໄດ້ຕິດຕາມ ຄວາມຄືບໜ້າ ຂອງຄດີຄວາມຢ່າງຕໍ່ເນື່ອງ ແຕ່ຢ່າງໃດກະຕາມ ພັດຍັງບໍ່ທັນ ມີຄວາມຄືບໜ້າພໍເທົ່າໃດ.

ດັ່ງ ຍານາງ ປຕິມາ ຕັ້ງປຣັຊຍາກູນ ຜູ້ຈັດການມູນນິທິ ເຄືອຂ່າຍສົ່ງເສີມຄຸນພາບຊີວິດ ແຮງງານ ຫລື Labour protection Network (LPN) ກ່າວຕໍ່ວິທຍຸເອເຊັຽ ເສຣີ ໃນມື້ວັນທີ 9 ມີນາ 2023 ນີ້ວ່າ:

“ຂັ້ນຕອນກໍຢູ່ໃນເຣື່ອງຂອງ ທາງການຕ້ອງປືກສາ ກັບທາງກົມຍຸຕິທັມແຂວງ ເພື່ອທີ່ຈະຊ່ວຍເຫລືອເຣຶ່ອງທະນາຍຄວາມ ໃຫ້ກັບນ້ອງສາວຂອງທ້າວ ບົວແດງ ເພາະວ່າຄ່າ ທນາຍຄວາມ ຫລືວ່າຄ່າທີ່ຈະຕ້ອງດໍາເນີນການ ກໍຕ້ອງມີຄ່າໃຊ້ຈ່າຍເນາະ ກະເລີຍເຂົ້າໄປຂໍຄໍາປືກສາ ຈາກກະຊວງຍຸຕິທັມ ຂອງ ປະເທດໄທຍ ເພື່ອຂໍສນັບສນູນ ທະນາຍ ເພື່ອດໍາເນີນການ ຮຽກຮ້ອງຄ່າໃຊ້ຈ່າຍ ຈາກນາຍຈ້າງຕໍ່ໄປ.”

ປັດຈຸບັນ ພໍ່ແມ່ ແລະ ເມັຍຂອງທ້າວບົວແດງ ມະຫາລາດ ໄດ້ເສັຍຊີວິຕແລ້ວ ສະນັ້ນ ຜູ້ທີ່ມີສິດຈະໄດ້ຮັບຜົລປໂຍດ ຈາກການຮຽກຮ້ອງຄ່າເສັຍຫາຍ ຈຶ່ງມີແຕ່ພຽງນ້ອງສາວ ຂອງເຂົາເຈົ້າ ເຊິ່ງນ້ອງສາວສາມາດຟ້ອງຮ້ອງ ນາຍຈ້າງໄດ້ປະມານ 2,400,000 ບາທ ເນຶ່ອງຈາກ ທ້າວ ບົວແດງ ຫາຍສາບສູນໄປຂະນະທີ່ ມີອາຍຸໄດ້ 40 ປາຍປີ ເຊິ່ງຖ້າຫາກ ຍັງມີຊີວິຕຢູ່ ຈະສາມາດເຮັດວຽກ ມີຄ່າຈ້າງແຮງງານເດືອນລະ ປະມານ 10,000 ບາທ.

ອີກເປັນໄລຍະປະມານ 20 ປີ ເຖິງຢ່າງໃດກະຕາມ ຂະບວນການຂໍຮັບຄ່າຊົດເຊີຍ ຍັງຈໍາເປັນຕ້ອງລໍຖ້າ ຂັ້ນຕອນ ການດໍາເນີນການ ທາງປະເທດໄທຍ.

ດັ່ງ ຍານາງ ປຕິມາ ຕັ້ງປຣັຊຍາກູນ ກ່າວຕື່ມວ່າ:

“ບາດນີ້ ນ້ອງສາວກໍເລີຍມາເດີນເຣຶ່ອງໃຫ້ ເພື່ອທີ່ຈະຮັບຄ່າຊົດເຊີຍ ເອກສານທີ່ຜ່ານທາງ ສຖານທູດ ເອກສານຕ່າງໆ ນີ້ ຍັ້ງຍືນຣຽບຮ້ອຍຕັ້ງແຕ່ປີ 2016 ແລ້ວ ແຕ່ວ່າໃນຝັ່ງໄທຍ ກະບວນການທາງຝັ່ງໄທຍ ໃນເຣຶ່ອງຂອງ ທໍາອິດ ຍືນຍັ້ນວ່າເປັນຄອບຄົວ ເປັນຜູ້ທີ່ຈະໄດ້ຮັບຜົລປໂຢດນີ້ ກໍຈະຕ້ອງມີຄໍາສັ່ງຈາກສານ ກໍຄືຈະຕ້ອງມີຄໍາສັ່ງຈາກສານໄທຍ.”

ຍານາງກ່າວອີກວ່າ ນັບແຕ່ປີ 2016 ຍາດຕິພີ່ນ້ອງຂອງ ທ່ານ ບົວແດງ ມະຫາລາດ ໄດ້ເດີນທາງໄປແຈ້ງຄວາມກັບເຈົ້າໜ້າທີ່ຕໍາຣວຈ ຢູ່ສຖານນີ ຕໍາຣວຈພູທອນ ບ້ານແຫລມ ແຂວງເພັດບຸຣີ ພ້ອມເຈຣະຈາ ຮຽກຮ້ອງຄ່າເສັຍຫາຍ ຈາກນາຍຈ້າງ ເນື່ອງຈາກ ທ້າວບົວແດງ ໄດ້ຮັບອັນຕະຣາຍ ແລະ ຫາຍສາບສູນໄປ ໃນຂະນະເຮັດວຽກ ແຕ່ຢ່າງໃດກະຕາມ ຍາດຕິພີ່ນ້ອງ ແລະ ນາຍຈ້າງຂອງທ້າວບົວແດງ ພັດຍັງບໍ່ທັນມີຂໍ້ສຣຸບ ຈຶ່ງຍັງບໍ່ທັນມີການຮັບ-ມອບ ຄ່າຊົດເຊີຍລະຫວ່າງກັນເທື່ອ ແລະ ໃນປີ 2020 ເຊິ່ງຄົບຮອບ 5 ປີ ຂອງການຫາຍສາບສູນ ຍາດຕິພີ່ນ້ອງຂອງທ້າວບົວແດງ ໄດ້ພຍາຍາມຕິດຕາມຄະດີຄວາມ ແຕ່ເປັນໄລຍະການແຜ່ຣະບາດຂອງເຊື້ອ ໂຄວິດ-19 ຈຶ່ງບໍ່ທັນມີຄວາມຄືບໜ້າ ຍານາງ ກ່າວອີກວ່າ ເຖິງແມ່ນວ່າ ທາງດ້ານນ້ອງສາວຂອງຜູ້ເສັຍຊີວິຕ ຈະເຊື່ອວ່າ ທ້າວບົວແດງ ຖືກນາຍຈ້າງ ສັ່ງໃຫ້ຄາຕກັມອໍາພາງສົບ ຍ້ອນກ່ອນໜ້າທີ່ຈະຫາຍສາບສູນໄປນັ້ນ ທ້າວບົວແດງ ໄດ້ໂທຣສັບບອກເມັຍ ແລະ ຍາດຕິພີ່ນ້ອງຢູ່ປະທດລາວວ່າ ເຂົາເຈົ້າມີບັນຫາຣຸນແຣງກັບນາຍຈ້າງ ເຊິ່ງເປັນເຈົ້າຂອງເຮືອປະມົງ ຈາກນັ້ນ ກໍໄດ້ລົງເຮືອໄປເຮັດວຽກ ແລະ ບໍ່ສາມາດຕິດຕໍ່ຂະເຈົ້າໄດ້ອີກ ທັງນີ້ ການສຣຸບວ່າເປັນຄະດີຄາຕກັມນັ້ນເປັນໄປໄດ້ຍາກ ແລະ ຈໍາເປັນຕ້ອງໃຊ້ພະຍານຫລັກຖານອີກ ເປັນຈໍານວນຫລາຍ ແຕ່ເຖິງຢ່າງໃດກໍຕາມ ນາຍຈ້າງຈະຕ້ອງສະແດງຄວາມຮັບຜິດຊອບ ໃນກໍຣະນີທີ່ລູກຈ້າງ ໄດ້ຮັບອັນຕະຣາຍ ແລະ ຫາຍສາບສູນ ຂະນະທີ່ເຮັດວຽກ. 

ຂະນະດຽວກັນ ເຈົ້າໜ້າທີ່ ມູນນິທິເຄືອຂ່າຍສົ່ງເສີມ ຄຸນພາບຊີວິຕແຮງງານ ອີກທ່ານນຶ່ງ ກໍໄດ້ກ່າວເພີ່ມຕື່ມຕໍ່ ວິທຍຸເອເຊັຽ ເສຣີ ໃນມື້ດຽວກັນນີ້ວ່າ:

“ນ້ອງສາວຂອງທ້າວ ບົວແດງ ໄດ້ຕິດຕໍ່ໄປຍັງ ອໍານາຈການປົກຄອງ ຂັ້ນບ້ານ ຢູ່ບ້ານຍາຫຍາຫວາຍ ເມືອງທ່າແຂກ ແຂວງຄໍາມ່ວນ ໃຫ້ຊ່ອຍອອກໃບຮັບຮອງວ່າ ທ້າວບົວແດງມະຫາລາດ ບໍ່ໄດ້ເດີນທາງກັບບ້ານ ຫລື ຕິດຕໍ່ພົວພັນນໍາບ້ານແນວໃດ ນັບແຕ່ປີ 2016 ເປັນຕົ້ນມາ  ເພື່ອນໍາມາເປັນຫລັກຖານຕໍ່ອັຍການວ່າ ທ້າວບົວແດງ ເປັນບຸກຄົນຫາຍສາບສູນ ຂະນະການເຮັດວຽກ ເຊິ່ງເປັນອີກນິຍາຍນຶ່ງຂອງການເສັຍຊີວິຕ ຈາກນັ້ນ ກໍລໍຖ້າໃຫ້ສານອານຸມັດ ໃຫ້ນ້ອງສາວຂອງທ້າວບົວແດງ ເປັນຜູ້ຈັດການ ໃນການດໍາເນີນການຮຽກຮ້ອງ ຄ່າເສັຍຫາຍຈາກນາຍຈ້າງຕໍ່ໄປ.” 

ມາຮອດປັດຈຸບັນ ທ່າເຮືອເຂົ້າ-ອອກ ບໍຣິເວນຊາຍຝັ່ງຂອງເມືອງບ້ານແຫລມ ແຂວງເພັດບຸຣີ ມັກມີຄົນງານຕ່າງດ້າວ ໂດຍສະເພາະ ຄົນງານພະມ້າ ເດີນທາງມາເຮັດວຽກເປັນກັມມະກອນ ເຮືອປະມົງເປັນຈໍານວນຫລວງຫລາຍ ສ່ວນຄົນງານລາວ ທີ່ມາເຮັດວຽກໃນພື້ນທີ່ດັ່ງກ່າວນີ້ ເປັນພຽງສ່ວນໜ້ອຍເທົ່ານັ້ນ ແລະ ໃນໄລຍະຫລັງ ກໍເກືອບຈະບໍ່ມີເລີຍ.

ດັ່ງ ເຈົ້າໜ້າທີ່ຕໍາຣວຈ ຢູ່ສຖານີຕໍາຣວຈພູທອນ ເມືອງບ້ານແຫລມ ແຂວງເພັດບຸຣີ ທ່ານນຶ່ງກ່າວວ່າ:

“ຄົນລາວເທົ່າທີ່ຂ້ອຍເບິ່ງ ມັນບໍ່ຄ່ອຍມີເນາະ ເພາະວ່າຕອນນີ້ມັນຈະເປັນພວກພະມ້າ ແລ້ວກໍຄົນມອນ ສມັຍກ່ອນນີ້ ມັນເປັນລູກເຮືອລໍາດຽວກັບອີສານ ບາດນີ້ມັນເກີດພະຍຸ ຕາຍກັນເປັນຈໍານວນຫລາຍ ຂະເຈົ້າກໍເລີຍກັບບ້ານ ເຮືອມັນລົ້ມອີ່ຫຍັງ ຄົນລາວບໍ່ຄ່ອຍມີ ອາຈມີລູກເຮືອຈາກທີ່ອື່ນ ພວກນີ້ ສໍານັກງານປະມົງ ຂະເຈົ້າຄຸມຢູ່ ກ່ຽວກັບແຮງງານ ນາຍຈ້າງ-ລູກຈ້າງ ເພາະວ່າມັນຕ້ອງມີບັດ ຕ້ອງມາຕໍ່ ຕໍ່ທະບຽນທຸກປີ.” 

ທີ່ຜ່ານມາ ຄົນງານໄທຍ ແລະຄົນງານຈາກຕ່າງປະເທດ ທີ່ເດີນທາງມາເຮັດວຽກເປັນກັມມະກອນ ເຮືອປະມົງ ຈໍານວນຫລາຍ ພັດຕົກຢູ່ໃນສຖານການສ່ຽງ ອັນຕະຣາຍ ຈາກການເຮັດວຽກ ເປັນຕົ້ນ ການເສັຍຊີວິຕຈາກການຕົກເຮືອ ແຕ່ເຖິງຢ່າງໃດກະຕາມ ຖ້າຫາກເກີດເຫຕການໃນລັກສະນະດັ່ງກ່າວນີ້ຂຶ້ນ ພາກສ່ວນທີ່ກ່ຽວຂ້ອງ ສາມາດຕິດຕາມ.

ຂໍ້ມູນ ຫລື ບັນທຶກຕ່າງໆ ທີ່ສາມາດເປັນປໂຍດຕໍ່ຄະດີຄວາມ ຈາກສູນຄວບຄຸມການແຈ້ງເຮືອເຂົ້າອອກ ຫລື Port in port out controlling center (PIPO) ໄດ້.

ດັ່ງ ຍານາງ ຄໍຣີເຍາະ ມານຸແຊ ທນາຍຄວາມ ແລະ ຜູ້ປະສານງານເຄືອຂ່າຍ ປະຊາກອນຂ້າມຊາຕ (Migrant Working Group) ກ່າວຕໍ່ວິທຍຸເອເຊັຽ ເສຣີ ໃນມື້ດຽວກັນນີ້ວ່າ:

“ປັດຈຸບັນນີ້ ເຮືອແຕ່ລະລໍາທີ່ຈະເຂົ້າ-ອອກ ທະເລ ຈະຕ້ອງມີການແຈ້ງເຂົ້າ-ອອກ ທີ່ສູນ ເຂົ້າເອີ້ນວ່າສູນ PIPO ເມື່ອ 7 ປີທີ່ແລ້ວ ນ່າຈະຍັງບໍ່ມີ ຖ້າຫາກມີອຸບັດຕິເຫຕທີ່ເກີດຈາກເຮືອ ອິຫຍັງນີ້ ມັນອາຈມີຄດີ ມີບັນທຶກ ອີ່ຫຍັງແນວນີ້ ຢ່າງໜ້ອຍຄວນຊິຮູ້ວ່າຕັ້ງສຸດທ້າຍ ເຂົາເຮັດວຽກຢູ່ກັບໃຜ ເພື່ອຊິໄດ້ໄປເບິ່ງວ່າ ຂະນະທີ່ເຮັດວຽກນໍາທ້າວ ກ. ນີ້ ເຂົາຍັງຢູ່ ຫລືບໍ່, ຫລືວ່າ ອອກຈາກທ້າວ ກ. ໄປໃສ ຫລືບໍ່ ແນວນີ້.”

ຍານາງກ່າວຕື່ມວ່າ ການເຮັດວຽກດ້ານການປະມົງ ຈໍາເປັນຕ້ອງໃຊ້ທັສນະ ສະເພາະ, ຕ້ອງເຮັດວຽກຕິດຕໍ່ກັນເປັນເວລາ 12-14 ຊົ່ວໂມງ ເຊິ່ງຖືວ່າຂ້ອນຂ້າງດົນ ເມື່ອທຽບໃສ່ວຽກງານປະເພດອື່ນ ອີກທັງ ຍັງມີຄວາມສ່ຽງທີ່ກ່ຽວຂ້ອງກັບ ສະພາບເຮືອ ເປັນຕົ້ນ ບໍ່ມີສະຖານທີ່ຂັບຖ່າຍ ທີ່ມີມາຕຖານ ແລະ ບໍ່ມີສັນຍານຕິດຕາມ ທີ່ສາມາດຕິດຕາມຄົນຕົກເຮືອໄດ້ ແບບທັນເວລາ ລວມເຖິງສະພາບດິນຟ້າ ອາກາດກາງທະເລ ເຮັດໃຫ້ກັມມະກອນ ທີ່ເຮັດວຽກຢູ່ເຮືອປະມົງ ປະສົບຄວາມບໍ່ປອດພັຍ ລະຫວ່າງການເຮັດວຽກຂ້ອນຂ້າງຫລາຍ.

ທີ່ຜ່ານມາ ມີຄົນງານລາວທີ່ມູນນິທິເຄືອຂ່າຍ ສົ່ງເສີມຄຸນພາບຊີວິຕແຮງງານ ໃຫ້ການຊ່ອຍເຫລືອແລ້ວ ເປັນຈໍານວນ 6 ຄົນ ແລະ ທາງສຖານທູຕ ປະຈໍາປະເທດອິນໂດນີເຊັຍ ອີກຈໍານວນ 50 ຄົນ ເຊິ່ງຢູ່ໃນພື້ນທີ່ພາກໃຕ້ ຂອງປະເທດ ເປັນຕົ້ນ ເກາະເບິນຈີນາ (Benjina), ເກາະອໍາບົນ (Ambon), ເກາະປາປົວ ຕາເວັນຕົກ (West Papua) ແລະເກາະຕວນ (Tual) ທັງນີ້ ສໍາລັບກໍຣະນີຫລ້າສຸດ ທີ່ທາງວິທະຍຸເອເຊັຽ ເສຣີ ໄດ້ຕິດຕາມ ແມ່ນ ກໍຣະນີ ຂອງທ້າວແຫລ້ ຄົນງານລາວ ຈາກເມືອງໄຊບູຣີ ແຂວງສວັນນະເຂດ ທີ່ຕົກຄ້າງຢູ່ເກາະຕວນ ເປັນໄລຍະເວລາຫລາຍກ່ວາ 17 ປີ ແລະ ໄດ້ການຊ່ອຍເຫລືອ ໄຫ້ກັບຄືນປະເທດ ໃນປີ 2020, ແຕ່ຢ່າງໃດກໍຕາມ ຄາດວ່າຍັງມີຄົນງານລາວ ແລະ ຄົນງານຈາກປະເທດອື່ນໆ ຕົກຄ້າງຢູ້ປະເທດ ອິນໂດນີເຊັຍ ອີກເປັນຈໍານວນຫລາຍ ທີ່ຍັງບໍ່ທັນມີການສໍາຣວຈ ແລະ ຊອກຫາຢູ່ໃນພື້ນທີ່ຕ່າງໆ ເປັນຕົ້ນ ພາກເໜືອຂອງປະເທດ ອິນໂດນີເຊັຍ, ຣັຖຊາຣາວັກ(Sarawak) ແລະ ຣັຖຊາບາ (Sabah) ຂອງປະເທດ ມາເລເຊັຍ, ປະເທດຕິມໍ ຕາເວັນອອກ (East Timor) ແລະ ປະເທດ ມາດາກັສກາຣ໌ (Madagascar).

ອອກຄວາມເຫັນ

ອອກຄວາມ​ເຫັນຂອງ​ທ່ານ​ດ້ວຍ​ການ​ເຕີມ​ຂໍ້​ມູນ​ໃສ່​ໃນ​ຟອມຣ໌ຢູ່​ດ້ານ​ລຸ່ມ​ນີ້. ວາມ​ເຫັນ​ທັງໝົດ ຕ້ອງ​ໄດ້​ຖືກ ​ອະນຸມັດ ຈາກຜູ້ ກວດກາ ເພື່ອຄວາມ​ເໝາະສົມ​ ຈຶ່ງ​ນໍາ​ມາ​ອອກ​ໄດ້ ທັງ​ໃຫ້ສອດຄ່ອງ ກັບ ເງື່ອນໄຂ ການນຳໃຊ້ ຂອງ ​ວິທຍຸ​ເອ​ເຊັຍ​ເສຣີ. ຄວາມ​ເຫັນ​ທັງໝົດ ຈະ​ບໍ່ປາກົດອອກ ໃຫ້​ເຫັນ​ພ້ອມ​ບາດ​ໂລດ. ວິທຍຸ​ເອ​ເຊັຍ​ເສຣີ ບໍ່ມີສ່ວນຮູ້ເຫັນ ຫຼືຮັບຜິດຊອບ ​​ໃນ​​ຂໍ້​ມູນ​ເນື້ອ​ຄວາມ ທີ່ນໍາມາອອກ.