ອົງການສາກົລ ຊ່ວຍໃຫ້ ຜູ້ທີ່ປະລະການຮຽນ ເຂົ້າເຖິງບໍຣິການ ສຸຂພາບ

ໄຊຍາ
2023.03.14
ອົງການສາກົລ ຊ່ວຍໃຫ້ ຜູ້ທີ່ປະລະການຮຽນ ເຂົ້າເຖິງບໍຣິການ ສຸຂພາບ ນັກຮຽນຍິງ ແລະ ນັກຮຽນຊາຍ ກຳລັງຮຽນໜັງສື ທີ່ໂຮງຮຽນແຫ່ງນຶ່ງ ຢູ່ແຂວງພາກເໜືອ ຂອງລາວ, ເດືອນກຸມພາ ປີ 2023.
ນັກຂ່າວ ພົລເມືອງ

ວັນທີ 10 ມີນາ 2023 ກະຊວງສຶກສາທິການ ແລະ ກິລາ ຜແນກສຶກສາທິການ ແລະກິລາ ແຂວງບໍ່ແກ້ວ ແລະ ອົງການແພລນ ສາກົລ ປະຈຳລາວໄດ້ຮ່ວມລົງນາມ ໃນບົດບັນທຶກຄວາມເຂົ້າໃຈ ເພື່ອຈັດຕັ້ງປະຕິບັດ ໂຄງການໃຫມ່ ຄືໂຄງການສົ່ງເສີມຄວາມຮູ້ ດ້ານເພດສຶກສາ ແບບມີສ່ວນຮ່ວມ ແລະ ປັບປຸງຂອດການບໍຣິການ ດ້ານສຸຂພາບໃຫ້ເກີດປໂຍດ ແກ່ໄວຫນຸ່ມໃນໂຮງຮຽນມັທຍົມ ແລະ ໄວຫນຸ່ມທີ່ປະລະການຮຽນ ໃນເມືອງປາກທາ ແຂວງບໍ່ແກ້ວ ພາຍໃຕ້ແຜນພັທນາ ຂແນງສຶກສາ ແລະ ກິລາ 2021-2025 ເພື່ອຫລຸດຜ່ອນ ອັດຕຣາການປະລະ ການຮຽນ ຍ້ອນການແຕ່ງດອງ ກ່ອນໄວ ແລະ ການຖືພາໃນໄວຫນຸ່ມໃນໂຮງຮຽນມັທຍົມ ໂດຍໄລຍະເວລາການຈັດຕັ້ງ ປະຕິບັດທັງຫມົດ 3 ປີ ນັບແຕ່ວັນທີເຊັນບົດບັນທຶກ ຄວາມເຂົ້າໃຈ.

ໂຄງການໃຫມ່ນີ້ ຈະຊ່ອຍເຫລືອໃນວຽກງານ ການສ້າງຄວາມເຂັ້ມແຂງ ໃຫ້ແກ່ໄວຫນຸ່ມ-ເດັກນ້ອຍນັກຮຽນ, ຄຣູອາຈານ, ພໍ່-ແມ່ນັກຮຽນ, ພະນັກງານສາທາຣະນະສຸຂ ແລະ ອຳນາດການປົກຄອງ ຂັ້ນບ້ານຜ່ານການຝຶກອົບຮົມ ແລະ ການຈັດກິຈກັມຕ່າງໆ ແບບມີ ສ່ວນຮ່ວມພາຍຫລັງ ສຳຣວດແລ້ວພົບວ່າພາຍໃນເມືອງ ພວກເຂົາເຈົ້າໂດຍສະເພາະ ໄວຫນຸ່ມ-ເດັກນ້ອຍ ແລະ ພໍ່-ແມ່ຊົນເຜົ່າຂາດຄວາມຮູ້ ດ້ານເພດສຶກສາ ແບບມີສ່ວນຮ່ວມ ເຮັດໃຫ້ພວກເຂົາເຈົ້າ ໂດຍສະເພາະໄວຫນຸ່ມ-ເດັກນ້ອຍ ແລະ ພໍ່-ແມ່ ຊົນເຜົ່າ ຂາດທັກສະປ້ອງກັນໂຕເອງ ຈາກການຖືພາໃນໄວຫນຸ່ມ ແລະ ການແຕ່ງດອງກ່ອນໄວ.

ດັ່ງເຈົ້າຫນ້າທີ່ ປະສານງານໂຄງການ ໃຫມ່ດັ່ງກ່າວລະຫວ່າງ ກະຊວງສຶກສາທິການ ແລະ ກິລາ  ຜແນກສຶກສາທິການ ແລະກິລາ ແຂວງບໍ່ແກ້ວ ກັບ ອົງການແພລນ ສາກົລ ກ່າວຕໍ່ວິທຍຸເອເຊັຽ ເສຣີ ໃນວັນທີ 14 ມີນານີ້ວ່າ:

ເປົ້າຫມາຽຂອງເຮົາເນາະ ສ່ວນຫລາຍມັນເປັນເດັກຊົນເຜົ່າ ແລ້ວກໍຄວາມຮູ້ພື້ນຖານ ຂອງຊຸມຊົນຂອງສັງຄົມ ພໍ່-ແມ່ ຜູ້ປົກຄອງມັນບໍ່ສູງພໍ ໃນເມື່ອເດັກນ້ອຍ ຂອງເຮົາຫັ້ນນ່າ ແລ້ວກໍຈົບຈາກ ມ ຕົ້ນ ແລ້ວຕ້ອງໄດ້ເຂົ້າຢູ່ຊັ້ນ ມ ປາຍ ຕ້ອງໄປດຳຣົງຊີວິດ ຢູ່ໂຮງຮຽນອື່ນດ້ວຍຕົນເອງ ຄັນເຮົາບໍ່ສ້າງຄວາມເຂັ້ມແຂງແບບນີ້ ໃຫ້ເຂົາເຈົ້າເວລາເຂົາເຈົ້າ ໄປໃຊ້ຊີວິດດ້ວຍຕົນເອງຫັ້ນ ບາງກໍຣະນີມັນອາຈຈະພົບບັນຫາ.

ທ່ານກາວຕື່ມວ່າ ຈາການສຳຣວດຍັງພົບວ່າ ພາຍໃນເມືອງການໃຫ້ບໍຣິການ ດ້ານສຸຂພາບ ຂອງຜູ້ໃຫ້ບໍຣິການບໍ່ພຽງພໍ ຕໍ່ຄວາມຕ້ອງການດ້ານສຸຂພາບ ຂອງຜູ້ມາຮັບບໍຣິການ ທາງໂຄງການອາຈ ມີການເພີ່ມອາສາສມັກປະຈຳສຸຂສາລາ ເປົ້າຫມາຽພ້ອມເພີ່ມວັດຖຸ, ອຸປກອນທາງການແພດ ທີ່ບໍ່ພຽງພໍໃນວຽກງານສຸຂພາບ ຈະເຣີນພັນ ໃຫ້ພຽງພໍຢູ່ສຸຂສາລາ ເປົ້າຫມາຽອີກນຳດ້ວຍ.

ດ້ານເຈົ້າຫນ້າທີ່ ທີ່ກ່ຽວຂ້ອງ ເມືອງປາກທາ ກ່າວວ່າ ການດຳຣົງຊີວິດ ຂອງໄວຫນຸ່ມເດັກນ້ອຍ ແລະ ພໍ່-ແມ່ຊົນເຜົ່າຕິດພັນ ກັບຮີດຄອງປະເພນີ ເປັນຕົ້ນຊົນເຜົ່າມົ້ງ ຈະແຕ່ງດອງແຕ່ອາຍຸຍັງນ້ອຍ ໂດຍສະເພາະໄລຍະບຸນປີໃຫມ່ ໄວຫນຸ່ມ-ເດັກນ້ອຍ ຊົນເຜົ່າມົ້ງອາຍຸ 12 ປີຂຶ້ນໄປ ຈະບໍ່ກັບເຂົ້າຮຽນ ຍ້ອນໄດ້ຜູ້ບ່າວ-ຜູ້ສາວ ແລ້ວພາກັນແຕ່ງດອງ ສ້າງຄອບຄົວເລີຍ.

ດັ່ງທ່ານກ່າວ ໃນມື້ດຽວກັນນີ້ວ່າ:

ມັກອອກໂຮງຮຽນ ປະລະຫລາຍກ່ວາຫມູ່ນີ້ ສ່ວນຫລາຍ ສ່ວນຫລາຍ ຈະແມ່ນຊ່ວງປີໃຫມ່ ມົ້ງເຮົານີ້ແຫລະ ຫລິ້ນປີໃຫມ່ແລ້ວ ກໍເລີຍໄປພັກໂຮງຮຽນ ມີຜູ້ບ່າວ ຜູ້ບ່າວກໍເລີຍລັກເອົາໄປຕໍ່ນ່າ ມັນເປັນປະເພນີມາແຕ່ກີ້ພຸ້ນ ເຜົ່າລາວເທີງຫັ້ນສ່ວນຫລາຍ ກໍແມ່ນມາຈາກເສຖກິຈ ຄອບຄົວ ບາງເທື່ອ ພໍ່-ແມ່ ກໍມີນ້ອງມີນຸ່ງຫລາຍ ບາງເທື່ອເຂົ້າມາຮຽນ ກໍຄອບຄົວບໍ່ມີ ບໍ່ມີທຶນການສຶກສາ ຊ່ອຍຫັ້ນແຫລະ.

ຫລ້າສຸດ ອີງຕາມສະຖີຕິ ທີ່ບໍ່ເປັນທາງການ ຂອງຫ້ອງການສຶກສາທິການ ແລະ ກິລາເມືອງປາກທາລະບຸວ່າ ສົກຮຽນ 2022-2023 ເທີມທີ 2 ທົ່ວເມືອງມີນັກຮຽນ ໃນໂຮງຮຽນມັທຍົມ ປະລະການຮຽນ ປະມານ 30 ປາຍຄົນ ແລ້ວຈຶ່ງເປັນຫ່ວງທີ່ການສຶກສາ ພາຍໃນເມືອງຈະປະເຊີນກັບ ສະຖີຕິນັກຮຽນ ປະລະການຮຽນສູງ.

ດັ່ງເຈົ້າຫນ້າທີ່ ທີ່ກ່ຽວຂ້ອງ ເມືອງປາກທາ ແຂວງບໍ່ແກ້ວອີກທ່ານນຶ່ງ ກ່າວໃນມື້ດຽວກັນວ່າ:

ບັນຫາມັນຄືວ່າ ສ້າງຜົນກະທົບໃນວົງການ ສຶກສາພວກເຮົາກໍເປັນຕົ້ນ ກໍຄືສະຖິຕິຫັ້ນແຫລະ ການປະລະບໍ່ການອອກໂຮງຮຽນ ກາງປີບໍ່ຫັ້ນນ່າມັນເປັນບັນຫາຕົ້ນຕໍ່ ໃຫ້ພວກເຮົາໄດ້ແກ້ໄຂ ທຸກໆ ປີ ຄືກອງປະຊຸມປະຈຳປີ ຂອງເມືອງ ຂອງແຂວງຫັ້ນ ສະເພາະສົກປີ 2023 ນີ້ຖືວ່າຮອດ 20-30 ປາຍ ນ້ອງຫັ້ນນ່າອອກໂຮງຮຽນ ກາງປີນີ້ນ່າ ພາກຮຽນເທີມ 2 ເທີມ 1 ທີ່ອອກໂຮງຮຽນ.

ພາຍໃນເມືອງປາກທາ ແຂວງບໍ່ແກ້ວ ຄວາມຄິດເຫັນ ຈາກຄົນພາຍໃນເມືອງ ກໍຍັງພົບເຫັນໄວຫນຸ່ມໃນໂຮງຮຽນມັທຍົມ ປະລະການຮຽນໃນນັ້ນ ຈຳນວນນຶ່ງແມ່ນໄປແຕ່ງດອງ ສ້າງຄອບຄົວ ອີກຈຳນວນນຶ່ງແມ່ນອອກໄປເຮັດວຽກ ແລະບໍ່ສາມາດເວົ້າໄດ້ວ່າ ໄວຫນຸ່ມສ່ວນຫລາຍປະລະການຮຽນ ຍ້ອນໄປເຮັດວຽກແລະບໍ່ສາມາດເວົ້າໄດ້ວ່າ ໄວຫນຸ່ມສ່ວນຫລາຍປະລະການຮຽນ ຍ້ອນໄປແຕ່ງດອງສ້າງຄອບຄົວ ກ່ອນໄວອັນຄວນ ເນື່ອງຈາກໄວຫນຸ່ມສ່ວນຫລາຍ ບໍ່ມີຄວາມຫວັງ ທີ່ຈະຮຽນຈົບຊັ້ນສູງ ແລ້ວມີວຽກຮອງຮັບຈຶ່ງເລືອກປະລະ ການຮຽນ ແລ້ວໄປເຮັດວຽກຫາລາຍໄດ້ ຊ່ອຍຄອບຄົວຕາມສວນຫມາກໄມ້ ຂອງນັກລົງທຶນພາຍໃນແຂວງ ແລະຕ່າງແຂວງ ຕັ້ງແຕ່ອາຍຸຍັງບໍ່ເຖິງ 18 ປີ.

ດັ່ງຊາວລາວ ຢູ່ເມືອງປາກທາ ແຂວງບໍ່ແກ້ວ ກ່າວໃນມື້ດຽວກັນນວ່າ:

ຢູ່ບໍ່ແກ້ວເອງມັນກໍມີຫລາຍຊົນເຜົ່າ ມີຫລາຍອັນນັ້ນແດ່ຫັ່ນນ່າ ມັນມັນກໍມີສ່ວນນ້ອຍສື່ໆດອກ ທີ່ວ່າປະອັນນັ້ນຫັ້ນນ່າ ນັກຮຽນທີ່ວ່າເຂົາເຈົ້າ ປະລະແລ້ວໄປແຕ່ງດອງ ໄປນັ້ນນ່າ ກໍມັນ ກໍມີບາງສ່ວນສື່ໆ. ເຈົ້າ!ຈຳນວນນຶ່ງ ກໍໄປເຮັດວຽກ ຈຳນວນນຶ່ງກໍໄປແຕ່ງດອງ.

ສຳລັບໂຄງການໃຫມ່ ຄືໂຄງການສົ່ງເສີມຄວາມຮູ້ ດ້ານເພດສຶກສາ ແບບມີສ່ວນຮ່ວມ ແລະປັບປຸງຂອດການບໍຣິການ ດ້ານສຸຂພາບໃຫ້ເກີດປໂຍດ ແກ່ໄວຫນຸ່ມໃນໂຮງຮຽນມັທຍົມ ແລະ ໄວຫນຸ່ມທີ່ປະລະການຮຽນ ຂອງອົງການແພລນ ສາກົລນີ້ ຈະປະກອບສ່ວນໂດຍກົງ ແລະເປັນປໂຍດແກ່ໄວຫນຸ່ມ, ຄຣູອາຈານ, ພໍ່-ແມ່ ນັກຮຽນ, ພະນັກງານ ສາທາຣະນສຸຂ ແລະ ອຳນາດການປົກຄອງ ຂັ້ນບ້ານ ປະມານ 3,473 ຄົນໃນ 15 ບ້ານ, ໂຮງຮຽນມັທຍົມ 7 ແຫ່ງ ແລະ ສຸຂສາລາ 6 ແຫ່ງ ໃນເມືອງປາກທາ. ອີງຕາມຂໍ້ມູນຈາກຫ້ອງການ ອົງການແພລນ ສາກົລ.

ນອກຈາກນີ້ ຍານາງ ແຄໂຣລ ໂມເທັນຊັນ ຜູ້ອຳນວຍການ ອົງການແພລນ ສາກົລ ປະຈຳລາວໄດ້ກ່າວໃນພິທີເຊັນບົດບັນທຶກ ຄວາມເຂົ້າໃຈໃນວັນທີ 10 ມີນາ 2023 ວ່າໃນຊຸມປີທີ່ຜ່ານມາ ອັດຕຣາການແຕ່ງດອງ ກ່ອນໄວ ແລະການຖືພາ ໃນໄວຫນຸ່ມ ຢູ່ໃນລາວຍັງສູງ, ສິ່ງດັ່ກ່າວນີ້ ໄດ້ສົ່ງຜົນສະທ້ອນເຖິງຄວາມອາດສາມາດ ຂອງເດັກຍິງໃນການເຂົ້າຮຽນ ແລະຮຽນຕໍ່ຊັ້ນມັທຍົມຕອນປາຍ. ປັດຈຸບັນເດັກຍິງໃນຊັ້ນມັທຍົມ ຕອນປາຍທີ່ມີອາຍຸ ລະຫວ່າງ 15-17 ປີ ປະມານ 41.8% ແມ່ນປະລະການຮຽນ ເມື່ອທຽບໃສ່ເດັກຊາຍ ໃນເກນອາຍຸດຽວກັນ ແມ່ນມີພຽງ 34.8% ຈຶ່ງມີໂຄງການໃຫມ່ ດັ່ງກ່າວຂຶ້ນມາ.

ອອກຄວາມເຫັນ

ອອກຄວາມ​ເຫັນຂອງ​ທ່ານ​ດ້ວຍ​ການ​ເຕີມ​ຂໍ້​ມູນ​ໃສ່​ໃນ​ຟອມຣ໌ຢູ່​ດ້ານ​ລຸ່ມ​ນີ້. ວາມ​ເຫັນ​ທັງໝົດ ຕ້ອງ​ໄດ້​ຖືກ ​ອະນຸມັດ ຈາກຜູ້ ກວດກາ ເພື່ອຄວາມ​ເໝາະສົມ​ ຈຶ່ງ​ນໍາ​ມາ​ອອກ​ໄດ້ ທັງ​ໃຫ້ສອດຄ່ອງ ກັບ ເງື່ອນໄຂ ການນຳໃຊ້ ຂອງ ​ວິທຍຸ​ເອ​ເຊັຍ​ເສຣີ. ຄວາມ​ເຫັນ​ທັງໝົດ ຈະ​ບໍ່ປາກົດອອກ ໃຫ້​ເຫັນ​ພ້ອມ​ບາດ​ໂລດ. ວິທຍຸ​ເອ​ເຊັຍ​ເສຣີ ບໍ່ມີສ່ວນຮູ້ເຫັນ ຫຼືຮັບຜິດຊອບ ​​ໃນ​​ຂໍ້​ມູນ​ເນື້ອ​ຄວາມ ທີ່ນໍາມາອອກ.