ເຂື່ອນໄຟຟ້າ ປາກລາຍ ເຊັນສັນຍາຊື້-ຂາຍ ກັບໄທຍ ຢ່າງເປັນທາງການ

ໄຊຍາ
2023.03.22
ເຂື່ອນໄຟຟ້າ ປາກລາຍ ເຊັນສັນຍາຊື້-ຂາຍ ກັບໄທຍ ຢ່າງເປັນທາງການ ການກໍ່ສ້າງໂຄງຮ່າງພື້ນຖານ ເຂື່ອນປາກລາຍ ແຂວງໄຊຍະບູຣີ ວັນທີ 27 ກຸມພາ ປີ 2023.
ນັກຂ່າວ ພົລເມືອງ

ບໍຣິສັດ GULF ປະເທດໄທຍ ແລະ ບໍຣິສັດ Sino Hydro Holding ປະເທດຈີນຮ່ວມກັນ ຈັດຕັ້ງບໍຣິສັດ Pak Lay Power ຈຳກັດ ຫລື ໂຄງການເຂື່ອນໄຟຟ້າປາກລາຍ ເພື່ອເຊັນສັນຍາຊື້-ຂາຍໄຟຟ້າຢ່າງເປັນທາງການ ຫລື PPA ກັບ ການໄຟຟ້າຝ່າຍຜລິດ ແຫ່ງປະເທດໄທຍ ຫລື EGAT ໂດຍໄດ້ມີຫນັງສືແຈ້ງຕໍ່ ຕລາດຫລັກຊັບແຫ່ງປະເທດໄທຍ ໃນວັນທີ 20 ມີນາ 2023 ນີ້.

ດັ່ງເຈົ້າຫນ້າທີ່ ບໍຣິສັດ GULF ແຫ່ງປະເທດໄທຍ ກ່າວຕໍ່ວິທຍຸເອເຊັຽເສຣີ ໃນວັນທີ 22 ມີນານີ້ວ່າ:

“ບໍຣິສັດປາກລາຍນີ້ທີ່ກັຟ ຖືຫຸ້ນຮ່ວມກັບພາດເນີໄດ້ເຊັນ PPA ຫລື ສັນຍາຊື້-ຂາຍໄຟຟ້າກັບ EGAT ແລ້ວຫລືການໄຟຟ້າຝ່າຍຜລິດ ແຫ່ງປະເທດໄທຍ ຄືລະຫວ່າງນີ້ເຮົາກໍຈະມີການກຽມພື້ນທີ່ແລ້ວ ເຖິງຈະເຣີ່ມດຳເນີນການ ກໍ່ສ້າງໂຮງໄຟຟ້າ ໄດ້ເພື່ອທີ່ຈະຂາຍໄຟໃຫ້ EGAT.”

ທ່ານ ຫານນະລົງ ເຍົາວະເລີດ ປະທານມູນມິນິທິ ເພື່ອການບໍຣິຫານຈັດການນໍ້າ ແບບບູຣະນາການປະເທດໄທຍ ກ່າວວ່າພາຍຫລັງທີ່ມີການເຊັນສັນຍາ ຊື້-ຂາຍໄຟຟ້າ ຂອງໂຄງການເຂື່ອນໄຟຟ້າ ປາກລາຍຢ່າງເປັນທາງການແລ້ວນັ້ນ ກໍເຮັດໃຫ້ເຄືອຂ່າຍ ພາກປະຊາສັງຄົມທີ່ເຮັດວຽກ ດ້ານແມ່ນໍ້າຂອງພາກັນເປັນກັງວົນໃນຫລາກຫລາຍເຣື່ອງ ທີີ່ຈະເກີດຂຶ້ນຫລັງຈາກນີ້ ໂດຍສະເພາະຜົລກະທົບສິ່ງແວດລ້ອມ-ສັງຄົມ ແລະ ລະບົບນິເວດໃນແມ່ນໍ້າຂອງ ທີ່ຈະເພີ່ມທະວີຄວາມຮຸນແຮງຂຶ້ນ.

ໃນຖານະປະເທດໄທຍ ເປັນຜູ້ຮັບຊື້ໄຟຟ້າຈາກໂຄງການ ເຂື່ອນໄຟຟ້າປາກລາຍ ແຕ່ປະຣິມານສຳຮອງໄຟຟ້າ ໃນປະເທດພັດເກິນອັດຕຣາ 15% ໄປແລ້ວ ຈຶ່ງບໍ່ຈຳເປັນທີ່ຈະລົງທຶນ ສ້າງເຂື່ອນໄຟຟ້າແຫ່ງໃຫມ່ເນື່ອງຈາກ ຈະສົ່ງຜົລກະທົບ ຕໍ່ປະຊາຊົນຄົນໄທຍ ທີ່ຈະຕ້ອງແບກຮັບພາຣະ ຄ່າໄຟຟ້າໂດຍບໍ່ຈຳເປັນ.

ໄລຍະຜ່ານມາ ເຄືອຂ່າຍພາກປະຊາສັງຄົມໄທຍ ກໍພະຍາຍາມສເນີໃຫ້ຣັຖບານໄທຍ ແລະ ພາກສ່ວນທີ່ກ່ຽວຂ້ອງຢຸດການສ້າງ ເຂື່ອນໄຟຟ້າໃສ່ແມ່ນໍ້າຂອງ ຫລື ສະລໍການເຊັນສັນຍາ ຊື້-ຂາຍ ໄຟຟ້າອອກໄປກ່ອນ ເພື່ອໃຫ້ສຶກສາຜົລກະທົບດ້ານສິ່ງແວດລ້ອມ-ສັງຄົມ, ຜົລກະທົບຂ້າມຊາຍແດນ ແລະ ບັນຫາອື່ນໆ ແຕ່ກໍພາກັນມິດງຽບ ບໍ່ໃຫ້ຄວາມສຳຄັນເທົ່າທີ່ຄວນ.

ດັ່ງທ່ານໄດ້ກ່າວຕໍ່ ວິທຍຸເອເຊັຽເສຣີ ໃນມື້ດຽວກັນນີ້ວ່າ:

“ມັນກາຄືກັບວ່າຂໍ້ສເນີ ຂອງພາກປະຊາຊົນ ທີ່ສເນີໄປຫາຣັຖບານ ຫລື ການໄຟຟ້າຝ່າຍຜລິດແຫ່ງປະເທດໄທຍ ຫລື MRC ຂອງປະເທດໄທຍ ເຂົາກໍບໍ່ສົນໃຈປະຣິມານໄຟຟ້າ ສຳຮອງທີ່ມັນເກິນ, ນະໂຍບາຍຂອງຣັຖບານນີ້ ມັນເອື້ອໃຫ້ກັບທີມພະລັງງານ ອັນນີ້ຄືພະລັງງານອັນນີ້ຄືພະລັງງານ ບໍ່ມີຄວາມຕ້ອງການແຕ່ເຂົາ ກໍຈະຂາຍດ້ວຍສັນຍາທີ່ ມັນເປັນລະບົບທາດ 29 ປີຂ້ອຍວ່າ ມັນເກິນໄປ.

ທ່ານກ່າວຕື່ມວ່າ ຫລັງຈາກນີ້ເຄືອຂ່າຍພາກປະຊາສັງຄົມໄທຍ ກໍຈະພະຍາຍາມລົງພື້ນທີ່ ໃຫ້ທົ່ວເຖິງໃນຫລາຍແຂວງ ເພື່ອປະຊຸມຫາລືກັບຊາວບ້ານ ກ່ຽວກັບສະພາບນໍ້າຂອງ ແລະຂໍ້ກັງວົນຕ່າງໆ ໃນການສ້າງເຂື່ອນແຫ່ງໃຫມ່ ຊຶ່ງຈະມີຄວາມສ່ຽງໃນດ້ານຕ່າງໆ ເພື່ອຕຣຽມຄວາມພ້ອມ ຮັບມືການປ່ຽນແປງ.

ຍານາງອ້ອມບຸນ ທິບສຸນາ ປະທານເຄືອຂ່າຍ ສະພາອົງກອນຊຸມຊົນລຸ່ມແມ່ນໍ້າຂອງ 7 ແຂວງພາກອີສານ ປະເທດໄທຍກ່າວວ່າ ຮູ້ສຶກຜິດຫວັງທີ່ຣັຖບານໄທຍ ແລະບໍຣິສັດຜູ້ພັທນາໂຄງການ ບໍ່ໄດ້ສົນໃຈເຣື່ອງຜົລກະທົບ ຕໍ່ລະບົບນິເວດ ໃນແມ່ນໍ້າຂອງ ແລະວິຖີຊີວິດ ຂອງປະຊາຊົນລຸ່ມແມ່ນໍ້າຂອງ ວ່າຫລັງຈາກເຂື່ອນກໍ່ສ້າງຂຶ້ນມາແລ້ວນັ້ນ ຈະຕ້ອງຜະເຊີນກັບການປ່ຽນແປງ ແນວໃດໂດຍສະເພາະ ເຣື່ອງການຂຶ້ນ-ລົງຂອງລະດັບນໍ້າ ທ້າຍເຂື່ອນທີ່ສົ່ງຜົລກະທົບ ຕໍ່ການຫາປາ, ດິນເຈື່ອນ ແລະ ປູກພືດຜັກຂອງຊາວບ້ານ.

ຍານາງ ກໍເຫັນວ່າ ການເຊັນສັນຍາຊື້-ຂາຍໄຟຟ້າ ຂອງໂຄງການເຂື່ອນປາກລາຍ ໃນເທື່ອນີ້ແມ່ນເປັນການເອື້ອຜົລປໂຍດ ໃຫ້ກັບກຸ້ມຜູ້ລົງທຶນ ແລະຜູ້ມີສ່ວນໄດ້-ສ່ວນເສັຽເທົ່ານັ້ນ ແຕ່ປະຊາຊົນທີ່ອາສັຍໃນລຸ່ມແມ່ນໍ້າຂອງ ພັດບໍ່ໄດ້ຮັບຜົລປໂຍດຫຍັງ ແລະຍັງຕ້ອງຜະເຊີນກັບສະພາບ ການປ່ຽນແປງຂອງແມ່ນໍ້າຂອງ ໄປຕລອດຊີວິດ.

ດັ່ງຍານາງກ່າວຕໍ່ວິທຍຸ ເອເຊັຽເສຣີ ໃນມື້ດຽວກັນນີ້ວ່າ:

“ເອື້ອຍຢາກບອກວ່າ ເຣື່ອງການສ້າງເຂື່ອນນີ້ຕ້ອງຢຸດ ແລະຕ້ອງໄດ້ທົບທວນ ບໍ່ແມ່ນເຣື່ອງຂອງປະເທດໃດປະເທດນຶ່ງແລ້ວ ແລ້ວກາເຣື່ອງທຶນທີ່ເອົາປຽບ ແລະທຳລາຍແມ່ນໍ້າຂອງ ເພື່ອການຄ້າຂາຍໄຟຟ້າ ເພື່ອຄວາມລໍ້າລວຍ ຂອງສະເພາະໂຕເອງນີ້ ມັນຄວນຢຸດຕິເຣື່ອງນີ້ໄດ້ແລ້ວ.”

ອີງຕາມການປະເມີນ ຜົລກະທົບຕໍ່ສິ່ງແວດລ້ອມ ແລະ ສັງຄົມ ຂອງໂຄງການເຂື່ອນໄຟຟ້າ ປາກລາຍລະບຸວ່າໂຄງການຈະສົ່ງຜົລກະທົບ ຕໍ່ຊາວບ້ານຈຳນວນ 2 ເມືອງໃນ 2 ແຂວງ ລວມທັງຫມົດ 8 ບ້ານ ຈຳນວນ 993 ຄອບຄົວ ທີ່ຈະຕ້ອງສູນເສັຽທີ່ດິນປະມານ 3,500 ເຮັກຕ້າຣ໌ ແລະ ຖືກໂຍກຍ້າຍ ອອກຈາພື້ນທີ່ເພື່ອໄປຢູ່ບ່ອນຈັດສັນໃຫມ່ດັ່ງນີ້.

ເມືອງປາກລາຍ ແຂວງໄຊຍຍະບູຣີ ມີ 3 ບ້ານປະກອບມີ ບ້ານປາກຕຸງຈຳນວນ 147 ຄອບຄົວ, ບ້ານຫນອງໄຄ້ຈຳນວນ 93 ຄອບຄົວ ແລະ ບ້ານຜາລຽບຈຳນວນ 136 ຄອບຄົວ.

ເມືອງແມດ ແຂວງວຽງຈັນມີ 5 ບ້ານປະກອບມີ ບ້ານປາກພັນຈຳນວນ 82 ຄອບຄົວ, ບ້ານປາກແຜນຈຳນວນ 106 ຄອບຄົວ, ບ້ານດອນຊາຍງາມຈຳນວນ 52 ຄອບຄົວ, ບ້ານເມືອງຄີ ຈຳນວນ 249 ຄອບຄົວ ແລະ ບ້ານນາອຸດົມໃຕ້ຈຳນວນ 128 ຄອບຄົວ.

ສ່ວນຊາວບ້ານທີ່ຈະຖືກຜົລກະທົບ ສູນເສັຽທີ່ດິນແລະຖືກໂຍກຍ້າຍ ອອກຈາກພື້ນທີ່ກໍພາກັນຮູ້ສຶກ ຕົກໃຈແລະເປັນກັງວົນຫລາຍສົມຄວນ ພາຍຫລັງທີ່ໄດ້ຮັບຮູ້ວ່າໂຄງການເຂື່ອນໄຟຟ້າ ປາກລາຍມີການເຊັນສັນຍາຊື້-ຂາຍ ໄຟຟ້າຢ່າງເປັນທາງການແລ້ວ.

ຊາວບ້ານ ຢູ່ບ້ານຫນອງໄຄ້ເມືອງປາກລາຍ ກ່າວວ່າຊາວບ້ານສ່ວນໃຫຍ່ ກໍບໍ່ຢາກ ໂຍກຍ້າຍອອກໄປຢູ່ບ່ອນໃຫມ່ເພາະຄຸ້ນເຄີຍ ກັບພື້ນທີ່ບ້ານເດີມແລ້ວ ແລະພື້ນທີ່ບ້ານເດີມກໍຍັງຫາຢູ່ຫາກິນ, ຫາປາໃນແມ່ນໍ້າຂອງ, ການເດີນທາງໄປ-ມາກໍມີຄວາມສະດວກຢູ່ແລ້ວ. ບັນຫານີ້ຍັງບໍ່ທັນເຫັນທາງການລາວຊີ້ແຈງຣາຍລະອຽດທີ່ກ່ຽວກັບໂຄງການນີ້ ແລະຜົລກະທົບທີ່ຊາວບ້ານຈະໄດ້ຮັບໂດຍສະເພາະເຣື່ອງການ ໂຍກຍ້າຍພື້ນທີ່ແລະເງິນທີ່ຊົດເຊີຍຕ່າງໆ ທີ່ອາຈໄດ້ຮັບບໍ່ເຫມາະສົມ.

ດັ່ງຊາວບ້ານຜູ້ນີ້ໄດ້ກ່າວຕໍ່ວິທຍຸເອເຊັຽເສຣີໃນມື້ດຽວກັນນີ້ວ່າ:

“ການໂຍກຍ້າຍໄປນີ້ມັນຕ້ອງໄດ້ຕາມໃຈສະມັກຂອງປະຊາຊົນແລ້ວກາການຕອບແທນຫັ້ນກາຕ້ອງໃຫ້ມັນເຫມາະສົມຫັ້ນແຫລະຂັ້ນເທີ່ງເພິ່ນຊິວ່າແນວໃດຈິດໃຈປະຊາຊົນກາຊິບໍ່ອອກໄກຈາກດິນທຳການຜລິດຂອງຂະເຈົ້າແມ່ນມັນຊອກຍາກຄືວ່າຫັ້ນແຫລະສວນຢາງການຫລາຍແລ້ວຫັ້ນນ່າເນາະ.”

ຊາວບ້ານອີກທ່ານນຶ່ງຢູ່ບ້ານປາກແຜນ ເມືອງແມດ ແຂວງວຽງຈັນກ່າວວ່າຫາກຈະໃຫ້ປະຊາຊົນລາວໃນພື້ນທີ່ອອກອອກຄວາມຄິດຄວາມເຫັນໄດ້ກໍບໍ່ຢາກໂຍກຍ້າຍອອກຈາກພື້ນທີ່ໄປຢູ່ບ່ອນໃຫມ່ເພາະເປັນກັງວົນວ່າເມື່ອໂຍກຍ້າຍໄປຢູ່ບ່ອນໃຫມ່ຈະບໍ່ມີເຮືອນຢູ່ຖາວອນ ຈະບໍ່ມີດິນທຳການກະເສດ ແລະ ຈະຫາປາໃນແມ່ນໍ້າຂອງບໍ່ໄດ້ຄືເກົ່າ.

ດັ່ງຊາວບ້ານຜູ້ນີ້ກ່າວຕໍ່ວິທຍຸເອເຊັຽເສຣີໃນມື້ດຽວກັນນີ້ວ່າ:

ຢູ້ພີ້ເພິ່ນກາບໍ່ບອກວ່າຊິໄດ້ຍ້າຍ ຫລືແນວໃດເພີ່ນກາບໍ່ບອກເລີຍຫັ້ນນ່າ ແບບວ່າຜູ້ໃດກາລໍຄອຍເບິ່ງໄປນີ້ແລ້ວຜູ້ໃດກາງອມວ່າຢ້ານໄດ້ຍ້າຍຫັ້ນແຫລະ ບ້ານຜາລຽບຫັ້ນເພິ່ນວ່າເພິ່ນບໍ່ຍອມຍ້າຍແລ້ວ ເພິ່ນຊິໃຫ້ຍ້າຍຂຶ້ນໄປພູ. ທາງການລາວຈະອະນຸຍາດ ໃຫ້ນັກລົງທຶນຈີນລົງທຶນດ້ານການກະເສຕ ປອດສານພິດສົ່ງອອກໄປຈີນ.

ຊາວບ້ານທ່ານນີ້ກ່າວຕື່ມວ່າກ່ອນຈະເຣີ້ມການກໍ່ສ້າງເຂື່ອນປາກລາຍຢາກໃຫ້ທາງການລາວແລະພາກສ່ວນທີ່ກ່ຽວຂອ້ງລົງພື້ນທີ່ມາໂອ້ລົມແລະຊີ້ແຈງຣາຍລະອຽດຕ່າງ ໆ ກ່ຽວກັບໂຄງການເຂື່ອນປາກລາຍໂດຍສະເພາະເຣື່ອງຂອງຜົລກະທົບສິ່ງແວດລ້ອມ-ສັງຄົມເພື່ອໃຫ້ຊາວບ້ານໄດ້ຮັບຮູ້ຢ່າງຈະແຈ້ງເພື່ອບໍ່ໃຫ້ເກີດຂໍ້ຂັດແຍ່ງລະຫວ່າງກັນໃນອະນາຄົດ.

ເຈົ້າຫນ້າທີ່ກະຊວງພະລັງງານແລະບໍ່ແຮ່ກ່າວວ່າຫລັງຈາກໂຄງການເຂື່ອນໄຟຟ້າປາກລາຍໄດ້ມີການເຊັນສັນຍາຊື້-ຂາຍໄຟຟ້າກັບການໄຟຟ້າຝ່າຍຜລິດແຫ່ງປະເທດໄທຍຢ່າງເປັນທາງການແລ້ວຜູ້ພັທນາໂຄງການກໍສາມາດດຳເນີນການກໍ່ສ້າງໂຕເຂື່ອນໄດ້ທັນທີເພື່ອໃຫ້ການກໍ່ສ້າງແລ້ວທັນຕາມກຳນົດ.

ສ່ວນການຈັດສັນໂຍກຍ້າຍຊາວບ້ານອອກຈາກພື້ນທີ່ແລະການຊົດເຊີຍຕ່າງ ໆ ທາງຣັຖບານລາວກໍຈະໃຫ້ຜູ້ພັທນາໂຄງການຈັດຕັ້ງປະຕິບັດຄວບຄູ່ກັນໄປກັບການສ້າງເຂື່ອນໄຟຟ້າພາຍໃນໄລຍະເວລາປະມານ 5-7 ປີ ນັບຈາກມື້ເຊັນສັນຍາຊື້-ຂາຍໄຟຟ້າ.

ຄວາມຄືບຫນ້າໃນພື້ນທີ່ການກໍ່ສ້າງໂຄງການເຂື່ອນໄຟຟ້າປາກລາຍປັດຈຸບັນທາງການລາວກໍໄດ້ອະນຸຍາດໃຫ້ບໍຣິສັດ Sino Hydro Holding ປະເທດຈີນເຣີ້ມດຳເນີນການກໍ່ສ້າງພື້ນຖານໂຄງຮ່າງຈຳເປັນເປັນຕົ້ນເສັ້ນທາງ, ແຄ້ມຄົນງານແລະຂົວຂ້າມແມ່ນໍ້າຂອງເພື່ອກະຕຣຽມຄວາມພ້ອມໃນການກໍ່ສ້າງໂຕເຂື່ອນພາຍໃນຕົ້ນປີ 2024 ນີ້.

ດັ່ງທ່ານໄດ້ກ່າວຕໍ່ວິທຍຸເອເຊັຽເສຣີໃນມື້ດຽວກັນນີ້ວ່າ:

ແມ່ນໆ ສາມາດກໍ່ສ້າງໄດ້ແລ້ວ ບ້ານທີ່ຖືກພື້ນທີ່ນໍ້າຖ້ວມກາຫລັກໆ ຂະເຈົ້າກໍຈັດຕັ້ງປະຕິບັດ ກໍ່ສ້າງໄປນຳເລີຍເຂື່ອນປາກລາຍຫັ້ນ ມີແຕ່ເຂົາເສັ້ນທາງຫາກໍທະລຸ ຫາກໍບຸກເບີກ ທາງທະລຸເຂົ້າຈຸດຫັ້ນແຫລະ.

ສຳລັບໂຄງການເຂື່ອນໄຟຟ້າປາກລາຍ ຫລື Pak Lay Power ຈະມີກຳລັງຕິດຕັ້ງຂນາດ 770 ເມກາວັຕ ມີມູນຄ່າການລົງທຶນປະມານ 2,134 ລ້ານໂດລາສະຫະຣັຖ ໂດຍມີບໍຣິສັດ GULF ປະເທດໄທຍຖືຫຸ້ນ 40% ແລະ ບໍຣິສັດ Sino Hydro Holding ປະເທດຈີນຖືຫຸ້ນ 60%. ໂຄງການດັ່ງກ່າວນີ້ຈະຂາຍໄຟຟ້າທັງຫມົດໃຫ້ກັບການໄຟຟ້າຝ່າຍຜລິດແຫ່ງປະເທດໄທຍ ຫລື EGAT ເປັນໄລຍະເວລາ 29 ປີ ດ້ວຍອັດຕຣາຄ່າໄຟຟ້າ 2,6 ບາດຕໍ່ຫນ່ວຍຊຶ່ງມີກຳນົດເປີດນຳໃຊ້ແລະຂາຍໄຟຟ້າຢ່າງເປັນທາງການໃນມື້ວັນທີ 1 ມົກຣາ 2032 ຕາມສັນຍາ.

ອອກຄວາມເຫັນ

ອອກຄວາມ​ເຫັນຂອງ​ທ່ານ​ດ້ວຍ​ການ​ເຕີມ​ຂໍ້​ມູນ​ໃສ່​ໃນ​ຟອມຣ໌ຢູ່​ດ້ານ​ລຸ່ມ​ນີ້. ວາມ​ເຫັນ​ທັງໝົດ ຕ້ອງ​ໄດ້​ຖືກ ​ອະນຸມັດ ຈາກຜູ້ ກວດກາ ເພື່ອຄວາມ​ເໝາະສົມ​ ຈຶ່ງ​ນໍາ​ມາ​ອອກ​ໄດ້ ທັງ​ໃຫ້ສອດຄ່ອງ ກັບ ເງື່ອນໄຂ ການນຳໃຊ້ ຂອງ ​ວິທຍຸ​ເອ​ເຊັຍ​ເສຣີ. ຄວາມ​ເຫັນ​ທັງໝົດ ຈະ​ບໍ່ປາກົດອອກ ໃຫ້​ເຫັນ​ພ້ອມ​ບາດ​ໂລດ. ວິທຍຸ​ເອ​ເຊັຍ​ເສຣີ ບໍ່ມີສ່ວນຮູ້ເຫັນ ຫຼືຮັບຜິດຊອບ ​​ໃນ​​ຂໍ້​ມູນ​ເນື້ອ​ຄວາມ ທີ່ນໍາມາອອກ.